ອົງການ Oxfam ໜູນຊ່ວຍຂໍ້ລິເລີ່ມຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ

21:26 | 23/04/2025

ຍສໝ - ວັນທີ 22 ເມສາ, ຢູ່ຮ່າໂນ້ຍ, ອົງການ Oxfam ໄດ້ຈັດຕັ້ງການສຳມະນາ “ເລີ່ມຕົ້ນ ແລະ ແບ່ງປັນຂໍ້ມູນກ່ຽວກັບການຮຽກຮ້ອງມອບບັດສະເໜີຂໍອຸປະຖຳຄັ້ງທຳອິດ, ໂຄງການໜູນຊ່ວຍບັນດາຂໍ້ລິເລີ່ມກ່ຽວກັບການຫັນເປັນສີຂຽວທີ່​ນຳພາໂດຍແມ່ຍິງ (PWG)”. ການສຳມະນາໄດ້​ສະໜອງ​ຂໍ້​ມູນ, ມາດຖານ ​ແລະ ວິທີ​ຂຽນ​ຂໍ້​ສະ​ເໜີ​ ​ເພື່ອ​ເຊື່ອມ​ຕໍ່​ບັນດາ​ຂໍ້​ລິ​ເລີ່​ມການ​ຫັນປ່ຽນ​ສີຂຽວ​ທີ່​ນຳພາ​ໂດຍ​ແມ່ຍິງ ດ້ວຍ​ແຫຼ່ງກຳລັງ​ໜູນ​ຈາກ Oxfam.

ພິທີມອບລາງວັນການປະກວດແຕ້ມຮູບ “ແດນມາກ ໃນສາຍຕາຂອງນ້ອງ: ບັນດາແນວຄວາມຄິດສີຂຽວ”
ການປູກປ່າ carbon credit: ພ້ອມກັບປະເທດເພື່ອນລາວ ພັດທະນາເສດຖະກິດສີຂຽວແບບຍືນຍົງ
ອົງການ Oxfam ໜູນຊ່ວຍຂໍ້ລິເລີ່ມຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ

ອົງການ Oxfam ໜູນຊ່ວຍປະຊາຊົນຢູ່ເຂດພູດອຍ, ພິເສດແມ່ນບັນດາຄອບຄົວທີ່ມີແມ່ຍິງຖືພາ ຫຼື ລ້ຽງເດັກນ້ອຍຢູ່ແຂວງ ລາວກາຍ ໃນເດືອນມີນາ 2025. (ພາບ: Oxfam)

ໂຄງການ PWG ໂດຍອົງການ Oxfam ຜັນຂະຫຍາຍເພື່ອເພີ່ມການສ່ວນຮ່ວມ ແລະ ປັບປຸງຄວາມສາມາດການເຂົ້າເຖິງແບບຍືນຍົງ, ໂອກາດດຳເນີນທຸລະກິດສໍາລັບແມ່ຍິງຈາກກຸ່ມທີ່ແຕກຕ່າງກັນໃນພື້ນຖານເສດຖະກິດສີຂຽວ, ເສດຖະກິດວົງວຽນ. ນີ້​ແມ່ນ​ອົງ​ປະ​ກອບ​ຂອງ​ໂຄງ​ການ “ຄູ່​ຮ່ວມ​ມື​ສໍາ​ລັບ​ການ​ຫັນ​ເປັນ​ສີ​ຂຽວ​ທີ່​ນໍາ​ພາ​ໂດຍ​ແມ່​ຍິງ” ອຸປະຖຳ​ໂດຍ​ສະ​ຫະ​ພາບ​ເອີ​ຣົບ (EU).

ຕາມ​ແຜນການແລ້ວ, ໂຄງການ​ຈະ​ໃຫ້ການ​ສະໜັບສະໜູນ​ດ້ານ​ການ​ເງິນ​ໃຫ້ 65 ຂໍ້​ລິ​ເລີ່ມ​ທີ່​ຖືກ ​ແລະ ​ເງື່ອນ​ໄຂ​ໃນ​ໄລຍະ 54 ​ເດືອນ (2024 – 2029). ແຕ່ລະຂໍ້ລິເລີ່ມສາມາດໄດ້ຮັບເງິນສູງສຸດ 1,65 ຕື້ດົ່ງ (ເທົ່າກັບ 60.000 EUR). ຂໍ້​ລິ​ເລີ່ມ​ຈະ​ໄດ້​ຮັບ​ການ​ປະ​ຕິ​ບັດ​ໃນ​ໄລ​ຍະ 12-18 ເດືອນ, ຢູ່​ແຂວງ​ໜຶ່ງ ​ຫຼື ​ຫຼາຍ​ແຂວງ​​ຄື: ລາວ​ກາຍ, ອຽນບ໋າຍ, ​ເທື່ອ​ທຽນ​ເຫ້ວ, ກວາງ​ນາມ ແລະ ບາກ​ລຽວ.

ໂຄງການຄາດວ່າ ຈະໄດ້ຮັບຜົນປະໂຫຍດປະມານ 7-10 ລ້ານຄົນ, ໂດຍສະເພາະແມ່ຍິງ ແລະ ເດັກຍິງທີ່ມີຄວາມສ່ຽງ. ດ້ວຍກົນໄກການອຸປະຖຳທີ່ມີຄວາມມີໄຫວພິບ, ​ຄວາມ​ກະຈ່າງແຈ້ງ, ໂຄງການໃຫ້ບຸລິມະສິດການລິເລີ່ມທີ່ມາຈາກຄວາມຕ້ອງການຕົວຈິງໃນຊຸມຊົນ ແລະ ໄດ້ລິເລີ່ມ ແລະ ຈັດຕັ້ງປະຕິບັດໂດຍອົງການຈັດຕັ້ງທາງສັງຄົມທ້ອງຖິ່ນ.

ບົນພື້ນຖານການຄົ້ນຄວ້າ ແລະ ປຶກສາຫາລືທ້ອງຖິ່ນ, ການອຸປະຖຳຄັ້ງທຳອິດຈະເນັ້ນໃສ່ຫົວຂໍ້: “ຍົກສູງຄວາມຮັບຮູ້, ປະກອບສ່ວນປັບປຸງການຫາລ້ຽງຊີບສີຂຽວ, ເຂົ້າເຖິງວຽກເຮັດງານທຳທີ່ເໝາະສົມ ແລະ ເພີ່ມທະວີການປະກອບສ່ວນຂອງແມ່ຍິງເຂົ້າໃນຂະບວນການສ້າງ ແລະ ສຳເລັດນະໂຍບາຍກ່ຽວກັບການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ຫຼຸດຜ່ອນຄວາມສ່ຽງໄພພິບັດ ແລະ ການປົກປັກຮັກສາສິ່ງແວດລ້ອມ”.

ທີ່ການສຳມະນາ, ຜູ້ຕາງຫນ້າ Oxfam ໄດ້ແບ່ງປັນຢ່າງລະອຽດກ່ຽວກັບມາດຖານຄັດເລືອກ ແລະ ວິທີການກໍສ້າງຂໍ້ສະເໜີ, ຊ່ວຍເຫຼືອບຸກຄົນ ແລະ ອົງການຈັດຕັ້ງທາງສັງຄົມ ດ້ວຍບັນດາຂໍ້ລິເລີ່ມການຫັນເປັນສີຂຽວທີ່ນຳພາໂດຍແມ່ຍິງ ເຂົ້າເຖິງແຫຼ່ງກຳລັງໜູນຊ່ວຍຢ່າງມີປະສິດທິຜົນ.

ແນະນຳມາດ​ຕະການ​ແກ້​ໄຂ​ສີຂຽວ ຊູແອດ ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ

ແນະນຳມາດ​ຕະການ​ແກ້​ໄຂ​ສີຂຽວ ຊູແອດ ໃຫ້​ບັນດາ​ຄູ່​ຮ່ວມ​ມື​ຫວຽດນາມ

ຍສໝ - ວັນ​ທີ 21 ຕຸລາ, ງານ​ວາງສະ​ແດງ​ສີຂຽວ​ ຊູແອດ ​ໄດ້​ດຳເນີນ​ຢູ່​ນະຄອນ​ໂຮ່ຈິ​ມິນ. ງານວາງສະແດງ ກໍ່ໄດ້ແນະນໍາເຖິງຜູ້ເຂົ້າຊົມກ່ຽວກັບບັນດາມາດ​ຕະການ​ແກ້​ໄຂ​ສີຂຽວທີ່ປະດິດຄິດສ້າງ, ສຸມໃສ່ເຂົ້າໃນພະລັງງານທົດແທນ, ການຫຼຸດຜ່ອນການປ່ອຍອາຍພິດ, ເສດຖະກິດໝູນວຽນ ແລະ ບັນດາເຕັກໂນໂລຢີໃຫມ່ຈາກ ຊູແອດ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ ຫວຽດ​ນາມ - ສິງ​ກະ​ໂປ: ກຳລັງໜູນຈາກ​ການ​ຫັນ​ເປັນ​ດິ​ຈິ​ຕອນ ແລະ ເສດ​ຖະ​ກິດສີຂຽວ

ຍສໝ -​ ວັນທີ 1 ຕຸລາ, ຢູ່ ນະຄອນໂຮ່ຈີມິນ (HCMC), ສະມາຄົມມິດຕະພາບ ຫວຽດນາມ - ສິງກະໂປ ໂດຍມີການສົມທົບ, ໜູນຊ່ວຍຂອງກົງສຸນໃຫຍ່ ສິງກະໂປ ປະຈໍາ ນະຄອນໂຮ່ຈີມິນ ໄດ້ຈັດຕັ້ງລາຍການ “ເຊື່ອມຕໍ່ການຊຸກຍູ້ການຄ້າ, ການລົງທຶນ ຫວຽດນາມ - ສິງກະໂປ”. ນີ້​ແມ່ນ​ເວທີ​ປາ​ໄສ​ເພື່ອ​ຊ່ວຍ​ໃຫ້​​ວິ​ສາ​ຫະກິດ​ຂອງ​ທັງ​ສອງ​ປະ​ເທດ​​ກຳ​ແໜ້ນ​ທ່າ​ອ່ຽງ​ດຳ​ເນີນ​ທຸລະ​ກິດ​ໃໝ່, ຊອກ​ຫາ​ຄູ່​ຮ່ວມ​ມື ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ
ເຫດການ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ
ຮ່ວມເດີນທາງ, ຮັບ​ຟັງ ​ແລະ ​ເຊື່ອມ​ໂຍງ​ເຂົ້າ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຄວາມ​ມຸ່ງ​ມາດ​ປາດ​ຖະໜາ​ຢາກ​ນຳ​ບ້ານ​ເກີດ​ເມືອງ​ນອນ - ປະ​ເທດ​ເຂົ້າ​ສູ່​ຍຸກ​ແຫ່ງ​ການ​ເຕີບ​ໂຕ​ຂອງ​ປະ​ເທດ​ຊາດ