ສື່​ມວນ​ຊົນ​ສະ​ແດງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ບົດບາດ​ນຳພາ, ສ້າງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ທາງ​ສັງຄົມ

09:29 | 28/12/2021

ຍສໝ - ເມື່ອບໍ່ດົນມານີ້, ຄະນະ​ໂຄສະນາສຶກສາ​ສູນ​ກາງ​ໄດ້​ເປັນ​ປະທານ ​ແລະສົມທົບ​ກັບ​ກະຊວງ​ຖະ​ແຫຼ​ງຂ່າວ ​ແລະສື່ສານ ​ແລະສະມາຄົມ​ນັກ​ຂ່າວ ຫວຽດນາມ ​ໄດ້​ຈັດ​ຕັ້ງ​ກອງ​ປະຊຸມສື່ມວນຊົນທົ່ວປະເທດ​ສະຫຼຸບ​ວຽກ​ງານ​ປີ 2021 ​ແລະຜັນຂະຫຍາຍ​ໜ້າ​ທີ່​ປີ 2022.

ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ
ໄຂ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ​້ຍ - ຫວູງ​ເຕົາ 2021” ໄຂ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ​້ຍ - ຫວູງ​ເຕົາ 2021”

ກອງ​ປະຊຸມ​ໄດ້​ຮັບ​ຟັງ​ບົດ​ລາຍ​ງານ​ການຕີລາຄາວຽກ​ງານສື່ມວນຊົນປີ 2021, ທິດ​ທາງ, ໜ້າທີ່, ມາດຕະການ​ໃນ​ປີ 2022; ບົດ​ລາຍ​ງານ​ໝາກຜົນ 3 ປີ​ແຫ່ງ​ການຜັນຂະຫຍາຍ​ປະຕິບັດ​ແຜນຜັງການ​ພັດທະນາ ​ແລະຄຸ້ມ​ຄອງ​ສື່ມວນຊົນທົ່ວປະເທດ ​ຮອດ​ປີ 2025.

undefined
ພາບປະກອບ: TTXVN

ທີ່​ກອງ​ປະຊຸມ, ທ່ານ​ຮອງ​ຫົວໜ້າຄະນະໂຄສະນາສຶກສາ​ສູນ​ກາງ ​ເຈີ່ນ​ແທງເລິມ ​ໃຫ້​ຮູ້​ວ່າ: ມາ​ຮອດ​ວັນ​ທີ 30 ພະຈິກ, ​ໃນ​ທົ່ວ​ປະ​ເທດ​ມີ 816 ອົງການ​ສື່ມວນຊົນ (ສື່​ສິ່ງ​ພິມ ​ແລະ​ເອ​ເລັກ​ໂຕນິກ), ​ໃນ​ນັ້ນ ມີສໍານັກງານໜັງສືພິມ 114 ແຫ່ງ, ສໍານັກງານວາລະສານ 116 ແຫ່ງ​​ດຳ​ເນີນ​ການ 2 ຮູບແບບ, 557 ໜັງສືພິມ ແລະວາລະສານ, 29 ໜັງສືພິມເອເລັກໂຕນິກ ແລະ ວາລະສານເອເລັກໂຕນິກ, ມີ 72 ອົງການທີ່ມີໃບອະນຸຍາດເຄື່ອນໄຫວດ້ານວິທະຍຸກະຈາຍສຽງ ແລະ ໂທລະພາບ ແລະ 5 ຫົວໜ່ວຍເຄື່ອນໄຫວດ້ານໂທລະພາບທີ່ບໍ່ມີພື້ນຖານ ໂຄງລ່າງອອກອາກາດໂທລະພາບສະເພາະຕ່າງຫາກ. ທົ່ວປະເທດມີປະມານ 40.000 ຄົນເຮັດວຽກຢູ່ໃນອົງການສື່ມວນຊົນ.

​ໃນ​ປີ 2021, ຂົງ​ເຂດ​ສື່​ມວນ​ຊົນ​ສືບ​ຕໍ່​ມີ​ການ​ປ່ຽນ​ແປງ​ຢ່າງຕັ້ງໜ່າ​ຫຼາຍ​ຢ່າງ ​ຄື: ວຽກງານຊີ້ນໍາສື່ມວນຊົນ, ຄຸ້ມຄອງສື່ມວນຊົນໄດ້ປະຕິບັດຕາມທິດທາງເປັນເຈົ້າ ການ, ທັນການ, ມີປະສິດທິຢ່າງສະເໝີຕົ້ນສະເໝີປາຍ...

​ໃນ​ປີ 2022 ​ຈຸດສຸມ​ແມ່ນ​ສືບ​ຕໍ່​ເພີ່ມ​ທະວີ​ການ​ນຳພາ​ຂອງ​ພັກ ​ແລະການ​ຄຸ້ມ​ຄອງ​ລັດ; ສົມທົບ​ກັບ​ສະມາຄົມ​ນັກ​ຂ່າວ ​ແລະອົງການ​ປົກຄອງ ​ເພື່ອ​ສ້າງ​ຄວາມເປັນເອກະພາບ​ໃນ​ການ​ນຳພາ ​ແລະຄຸ້ມ​ຄອງ​ວຽກ​ງານສື່ມວນຊົນ; ແຈ້ງ​ມະຕິ​ຂອງ​ກອງ​ປະຊຸມ​ໃຫຍ່​ຜູ້​ແທນ​ທົ່ວ​ປະ​ເທດ​ຄັ້ງ​ທີ XIII ຂອງ​ພັກ ​ແລະ ມະຕິ​ຄໍາສັ່ງ, ຂໍ້ສະຫຼຸບ, ກົດລະບຽບຂອງ​ຄະນະ​ບໍລິຫານ​ງານ​ສູນ​ກາງ, ກົມ​ການ​ເມືອງ, ຄະນະ​ເລຂາທິການ, ສະພາ​ແຫ່ງ​ຊາດ, ລັດຖະບານ, ນາຍົກລັດຖະມົນຕີ... ຢ່າງ​ຄົບ​ຖ້ວນ, ທັນ​ການ ​ແລະ ​ເລິກ​ເຊິ່ງ; ສ່ອງແສງການຜັນແປສໍາຄັນໃນ ຊີວິດທາງດ້ານການເມືອງຂອງປະເທດ; ແຈ້ງຂໍ້ມູນຂ່າວສານ ແລະໂຄສະນາເຜີຍແຜ່ວຽກງານປ້ອງກັນ, ຕ້ານພະຍາດໂຄວິດ-19 ໃນໄລຍະ “ປັບຕົວທີ່ປອດໄພ, ມີໄຫວພິບ, ຄວບຄຸມພະຍາດໂຄວິດ-19 ຢ່າງມີປະສິດທິຜົນ” ຢ່າງທັນການ ແລະຄົບຖ້ວນ.

ບູນມີ

ເຫດການ
302 Found

Found

The document has moved here.