ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ

14:00 | 27/12/2021

ຍ​ສ​ໝ - ຫວ່າງແລ້ວນີ້, ຢູ່ຫໍສະພາແຫ່ງຊາດ, ທ່ານຮອງປະທານຜູ້ປະຈຳການ ສະພາແຫ່ງຊາດ ຫວຽດນາມ ເຈີນແທງເໝີນ ໄດ້ເຮັດວຽກກັບ ຜູ້ປະຈຳການສະພາຊົນເຜົ່າ ກ່ຽວກັບບັນດາໜ້າທີ່ຈຸດສຸມໃນໄລຍະຈະມາເຖິງ

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດນາມ ເວືອງ​ດິ່ງ​ເຫ້ວ ເປັນ​ປະ​ທານ​ກອງ​ປະ​ຊຸມ​ ຫົວເລື່ອງກ່ຽວກັບການປ່ຽນແປງໃໝ່, ​ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ​ຂອງ​ສະ​ພາ​ແຫ່ງ​ຊາດ
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງຈິງ: ປະ​ຊາ​ຊົນ ແລະ ວິ​ສາ​ຫະ​ກິດ​ແມ່ນ​ສູນ​ກາງ ແລະ ເຈົ້າ​ຂອງ​ໃນ​ການ​​ສ້າງ​ສາ ແລະ ​ປະ​ຕິ​ບັດ​ກົດ​ໝາຍ
ສະ​ພາ​ຊົນ​ເຜົ່າ​ຍົກ​ສູ​ງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫ​ວປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ຊົນ​ເຜົ​່​າ​ຢ່າງ​ມີ​ປະ​ສິ​ດ​ທິ​ຜົນ
ການ​ເຮັດ​ວຽກ

ທ່ານຮອງປະທານ ຜູ້ປະຈຳການ ສະພາແຫ່ງຊາດ ເຈີນແທງເໝີນ ສະເໜີໃຫ້ ສະພາຊົນເຜົ່າ ສືບຕໍ່ສັງລວມ, ຕີລາຄາບັນດາຜົນກະທົບຈາກໂລກລະບາດໂຄວິດ - 19 ຕໍ່ພໍ່ແມ່ປະຊາຊົນບັນດາຊົນເຜົ່າສ່ວນໜ້ອຍ ແລະ ປະຊາຊົນທີ່ດຳລົງຊີວິດຢູ່ເຂດພູດອຍ, ຈາກນັ້ນ, ກຳນົດບັນດາໜ້າທີ່ຈຸດສຸມຢ່າງຈະແຈ້ງ ເພື່ອທັງພັດທະນາເສດຖະກິດ - ສັງຄົມ, ທັງປ້ອງກັນ, ຕ້ານໂລກລະບາດ, ຮັບປະກັນຊິີວິດສັງຄົມ ແລະ ປະຕິບັດບັນດານະໂຍບາຍຊົນເຜົ່າຢ່າງມີປະສິດທິຜົນ. ເນື່ອງໃນໂອກາດບຸນເຕັດທີ່ຈະມາເຖິງນີ້, ສະພາຊົນເຜົ່າຕ້ອງກຳໄດ້ການດຳລົງຊີວິດຂອງພໍ່ແມ່ປະຊາຊົນຢ່າງໃກ້ຊິດ, ເລິກເຊິ່ງ ເພື່ອໃຫ້ທຸກໆຄົນໄດ້ຕ້ອນຮັບບຸນເຕັດຢ່າງປອດໄພ, ອົບອຸ່ນ.

ສະພາຊົນເຜົ່າ ສືບຕໍ່ສົມທົບ, ຕິດຕາມ, ກວດກາການປະຕິບັດລາຍການເປົ້າໝາຍແຫ່ງຊາດກ່ຽວກັບການພັດທະນາເສດຖະກິດ - ສັງຄົມຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍໄລຍະ 2021 – 2030, ບັນດາລາຍການຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ກໍ່ສ້າງຊົນນະບົດໃໝ່ຢູ່ເຂດພໍ່ແມ່ປະຊາຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ…, ຕາມນັ້ນແລ້ວ, ເມື່ອພົບເຫັນບັນດາຂໍ້ຕິດຂັດ, ຄວາມຫຍຸ້ງຍາກ ແມ່ນສະເໜີບັນດາມາດຕະການແກ້ໄຂຢ່າງທັນການ, ເພື່ອແນໃສ່ປະຕິບັດລາຍການນີ້ໃຫ້ມີປະສິດທິຜົນ.

ບັນ​ດາ​ສະ​ມາ​ຊິກ​ສະ​ພາ​ຊົນ​ເຜົ່າ ຕ້ອງ​​ແທດ​ຮາ​ກ​ຖານ, ສະ​ໜິດ​ຕິດ​ພັນ, ມີ​ການ​ປ່ຽ​ນ​ແປງ​ໃໝ່, ຍົກ​ສູງ​ຄຸນ​ນະ​ພາບ​ການ​ເຄື່ອນ​ໄຫວ, ເປັນ​ເຈົ້າ​ການ​ສະ​ເໜີ​ແນະ, ສ​ະ​ເໜີບັນ​ດາ​ເຊື້ອ​ໃນ​ທີ່​ກ່ຽວ​ຂ້ອງ​ເຖິງ​ນະ​ໂຍ​ບາຍ​ຊົນ​ເຜົ່າ​ກັບ​ສະ​ພາແຫ່ງ​ຊາດ​.

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.