![]() | ບຸກທະລຸຕາມມະຕິເລກທີ 57: ສ້າງທີ່ຕັ້ງຂອງຫວຽດນາມ ໃນແຜນທີ່ເຕັກໂນໂລຢີທົ່ວໂລກ |
![]() | ມະຕິເລກທີ 57: ກຸນແຈເພື່ອຊ່ວຍໃຫ້ ຫວຽດນາມ ພັດທະນາຢ່າງກະໂດດຂັ້ນ |
ເຫດການນີ້ໂດຍຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ສົມທົບກັບສະມາຄົມນັກຂ່າວ ຫວຽດນາມ ແລະ ມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ ຈັດຕັ້ງ.
ທ່ານກຳມະການຄະນະບໍລິຫານງານສູນກາງພັກ, ຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຮວິ່ງແທງດາດ; ທ່ານຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຟານຊ່ວນຖຸຍ; ທ່ານຮອງປະທານສະມາຄົມນັກຂ່າວຫວຽດນາມ ເຈິ່ນຈ້ອງຢຸ້ງ; ອຳນວຍການໂຮງຮຽນມະຫາວິທະຍາໄລວິທະຍາສາດສັງຄົມ ແລະ ມະນຸດ, ມະຫາວິທະຍາໄລແຫ່ງຊາດນະຄອນ ໂຮ່ຈີມິນ - ທ່ານສຈ.ປອ ໂງທິລານເຮືອງ ເປັນປະທານກອງປະຊຸມສຳມະນາ.
![]() |
ສາກກອງປະຊຸມສຳມະນາ. (ພາບ: congan.com.vn) |
ກ່າວຄຳປາໄສທີ່ກອງປະຊຸມສຳມະນາ ທ່ານຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຟານຊ່ວນຖຸຍ ໃຫ້ຮູ້ວ່າ ມະຕິເລກທີ 68-NQ/TW ລົງວັນທີ 4 ພຶດສະພາ 2025 ຂອງກົມການເມືອງກ່ຽວກັບການພັດທະນາເສດຖະກິດເອກະຊົນ ຖືວ່າແມ່ນບາດກ້າວຫັນປ່ຽນຍຸດທະສາດ, ເມື່ອເປັນຄັ້ງທຳອິດທີ່ຂະແໜງເສດຖະກິດພາກເອກະຊົນໄດ້ວາງອອກເປັນໃຈກາງຂອງມະຕິບັນຫາສະເພາະ ດ້ວຍທິດທາງຢ່າງຈະແຈ້ງ, ເປົ້າໝາຍລະອຽດ ແລະ ຄໍາຫມັ້ນສັນຍາທາງການເມືອງທີ່ເຂັ້ມແຂງ.
“ມະຕິເລກທີ 68 ໄດ້ກ່າວເຖິງຫຼາຍເນື້ອໃນໃໝ່ກ່ຽວກັບທັດສະນະ, ເປົ້າໝາຍ, ການແກ້ໄຂການພັດທະນາເສດຖະກິດພາກເອກະຊົນ, ສະນັ້ນ ສື່ມວນຊົນຕ້ອງສະໜອງຂໍ້ມູນຢ່າງຖືກຕ້ອງ, ເຂົ້າໃຈງ່າຍ ແລະ ເຊື່ອໝັ້ນເພື່ອໃຫ້ປະຊາຊົນທຸກຊັ້ນວັນນະ, ໂດຍສະເພາະ ແມ່ນທີມນັກທຸລະກິດໄດ້ເຂົ້າເຖິງຢ່າງຈະແຈ້ງ ແລະ ຄົບຖ້ວນ”, ທ່ານ ຟານຊ່ວນຖຸຍ ເນັ້ນໜັກ.
ແຕ່ເຖິງຢ່າງໃດກໍ່ຕາມ, ຕາມທ່ານແລ້ວ, ໃນຕົວຈິງການຜັນຂະຫຍາຍມະຕິເລກທີ 68 ແມ່ນຈະສ້າງບັນຫາ ແລະ ຄວາມຫຍຸ້ງຍາກໃໝ່ໃຫ້ແກ່ບັນດາກົນໄກ, ນະໂຍບາຍ, ຫຼື ໃນການຈັດຕັ້ງປະຕິບັດຢູ່ແຕ່ລະອົງການ, ຫົວໜ່ວຍ, ທ້ອງຖິ່ນ. ສະນັ້ນ, ສື່ມວນຊົນຕ້ອງມີການສ່ອງແສງຢ່າງກ້າກັ່ນບັນດາຂໍ້ບົກຜ່ອງ, ສະເໜີຂໍ້ລິເລີ່ມ ແລະ ວິທີແກ້ໄຂເພື່ອປະກອບສ່ວນເຂົ້າໃນນະໂຍບາຍສົມບູນແບບ, ປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ປະຕິບັດຢ່າງຈະແຈ້ງບັນດາໜ້າທີ່ຂອງສືມວນຊົນປະຕິວັດຫວຽດນາມ, ນັ້ນແມ່ນປະຕິບັດບົດບາດ “ຂົວຕໍ່” ລະຫວ່າງນະໂຍບາຍ ແລະ ຊີວິດ, ລະຫວ່າງລັດ ແລະປະຊາຊົນ-ວິສາຫະກິດ, ລະຫວ່າງພັກ ແລະ ຈິດໃຈປະຊາຊົນ.
ທ່ານ ຖຸຍ ເນັ້ນໜັກວ່າ ເພື່ອບັນລຸໄດ້ສິ່ງດັ່ງກ່າວ, ອົງການສື່ມວນຊົນຕ້ອງໄດ້ຍົກສູງຄຸນນະພາບ ແລະ ປະສິດທິຜົນຂອງການໂຄສະນາເຜີຍແຜ່, ຮັບປະກັນຄວາມທ່ຽງທຳ, ຊື່ສັດ ແລະ ຄົບຖ້ວນ. ທ່ານໄດ້ຍົກອອກບັນດາບັນຫາທີ່ສື່ມວນຊົນຕ້ອງສ້າງຄວາມສົນໃຈໃຫ້ທົ່ວສັງຄົມຕໍ່ມະຕິເລກທີ 68, ຍົກສູງຄວາມຮັບຮູ້ກ່ຽວກັບບົດບາດຂອງພື້ນຖານເສດຖະກິດເອກະຊົນ, ແລະ ຊ່ວຍປະຊາຊົນເຂົ້າໃຈເຖິງຈຸດໝາຍ ແລະ ຜົນປະໂຫຍດຂອງມະຕິທີ່ມີຕໍ່ປະຊາຊົນ, ວິສາຫະກິດ ແລະ ປະເທດຊາດ.
“ສື່ມວນຊົນບໍ່ໄດ້ໄປຫຼັງນະໂຍບາຍອີກແລ້ວ, ແຕ່ຕ້ອງໄປກ່ອນ ເພື່ອເປີດທາງ, ສ້າງຮູບພາບທາງບວກ ແລະ ຄວາມໄວ້ເນື້ອເຊື່ອໃຈໃນສັງຄົມ", ທ່ານ ຖຸຍ ເນັ້ນໜັກ.
![]() |
ທ່ານ ເລເຖຈື້, ຫົວໜ້າບັນນາທິການໜັງສືພິມ ຕວຍແຈ ກ່າວຄຳປາໄສທີ່ກອງປະຊຸມສຳມະນາ. (ພາບ: ໜັງສືພິມ ຕວຍແຈ) |
ທີ່ກອງປະຊຸມສຳມະນາ, ຜູ້ແທນຫຼາຍທ່ານໄດ້ແບ່ງປັນປະສົບການ ແລະ ທິດທາງໃນວຽກງານສື່ສານຕິດພັນກັບມະຕິ 68. ວິທະຍຸກະຈາຍສຽງປະຊາຊົນນະຄອນ ໂຮ່ຈີມິນ ໄດ້ອ້າງຄຳເວົ້າຂອງຫົວໜ້າບັນນາທິການໜັງສືພິມ ຕວຍແຈ, ທ່ານ ເລເຖຈື້ ໃຫ້ຮູ້ວ່າ ໜັງສືພິມໄດ້ສ້າງກຸ່ມຫົວເລື່ອງສຳຄັນໂດຍກົງຄື: ນະໂຍບາຍ, ຊັບພະຍາກອນ, ເລີ່ມດຳເນີນທຸລະກິດ-ນະວັດຕະກຳ, ວິສາຫະກິດອອກໄປທະເລ ແລະ ວັດທະນະທໍາຂອງວິສາຫະກິດ. ແຜນການສື່ສານແບ່ງອອກເປັນກຸ່ມວິສາຫະກິດຂະໜາດໃຫຍ່ ແລະ ຂະໜາດນ້ອຍ, ເພື່ອຖ່າຍທອດ ແລະ ສ້າງການຮັບຮູ້ໃນຊຸມຊົນຢ່າງມີປະສິດທິຜົນ.
ທ່ານ ຫົວໜ້າບັນນາທິການ Saigon Giai Phong ຫງວຽນຫງອກແອງ ໃຫ້ຮູ້ວ່າ ການເຜີຍແຜ່ມະຕິເລກທີ 68 ແມ່ນໜ້າທີ່ສຳຄັນດ້ານການເມືອງ. ສື່ມວນຊົນບໍ່ພຽງແຕ່ເຜີຍແຜ່ບັນດາເນື້ອໃນມະຕິຍັງປະກອບສ່ວນລົບລ້າງຄວາມລຳອຽງ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ ແລະ ຊຸກຍູ້ການເຄື່ອນໄຫວຂອງພາກພື້ນເສດຖະກິດເອກະຊົນ.
ບັນດາຜູ້ແທນຍັງໄດ້ເນັ້ນໜັກເຖິງຄວາມຈຳເປັນໃນການປະດິດສ້າງເນື້ອໃນ ແລະ ຮູບແບບການໂຄສະນາ, ນຳໃຊ້ເຕັກໂນໂລຢີທີ່ທັນສະໄໝ, ເພີ່ມທະວີການຝຶກອົບຮົມວິຊາຊີບເພື່ອຮັບປະກັນເນື້ອຫາຂໍ້ມູນທີ່ຖືກຕ້ອງ, ຈຸດປະສົງທີ່ເປັນແຮງບັນດານໃຈຂອງຊຸມຊົນທຸລະກິດ. ພ້ອມກັນນັ້ນ, ບັນດາອົງການຄຸ້ມຄອງຕ້ອງຕັ້ງໜ້າສະໜອງຂໍ້ມູນຂ່າວສານຢ່າງທັນການ, ສ້າງເງື່ອນໄຂໃຫ້ສື່ມວນຊົນປະຕິບັດບົດບາດຂອງຕົນໃນການສື່ສານນະໂຍບາຍຢ່າງມີປະສິດທິຜົນ.
![]() |
ທ່ານຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຮວິ່ງແທງດາດ ກ່າວຄຳປາໄສທີ່ກອງປະຊຸມສຳມະນາ. (ພາບ: baovanhoa.vn) |
ກ່າວຄຳປາໄສທີ່ສະຫຼູບ, ທ່ານຮອງຫົວໜ້າຄະນະໂຄສະນາສຶກສາ ແລະ ຂົນຂວາຍປະຊາຊົນສູນກາງ ຮວິ່ງແທງດາດ ຢືນຢັນພາລະກິດນຳໜ້າຂອງສື່ມວນຊົນປະຕິວັດຫວຽດນາມ ໃນໄລຍະພັດທະນາໃໝ່. ຕາມທ່ານແລ້ວ, ຕ້ອງມີການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງບັນດາອົງການຂ່າວ ກັບບັນດາຄະນະ, ກະຊວງ, ຂະແໜງການ, ທ້ອງຖິ່ນ ເພາະວ່າ ບັນດາອົງການຂ່າວ ເນື່ອງຈາກວ່າອົງການຂ່າວມີຄວາມກະຕືລືລົ້ນທີ່ຈະໄດ້ຮັບ "ຄໍາສັ່ງ" ສໍາລັບຂໍ້ມູນຈາກອົງການຄຸ້ມຄອງລັດເພື່ອສື່ສານນະໂຍບາຍໃນລັກສະນະທີ່ທັນເວລາ. ອຳນາດການປົກຄອງທ້ອງຖິ່ນຕ້ອງຕັ້ງໜ້າສະໜອງຂໍ້ມູນຂ່າວສານກ່ຽວກັບແບບຢ່າງທີ່ດີ ແລະ ການປະຕິບັດທີ່ດີ, ພ້ອມກັນນັ້ນກໍ່ມີສະຕິຮັບຊາບເມື່ອນັກຂ່າວໄດ້ສະທ້ອນເຖິງບັນຫາທີ່ມີຢູ່ແລ້ວ, ຖືເປັນຊ່ອງທາງຕິດຕາມກວດກາ ເພື່ອຊ່ວຍແກ້ໄຂຕົນເອງ.
ສຳລັບບັນດາວິສາຫະກິດ, ບົນພື້ນຖານຄວາມຈິງໃຈ ແລະ ຄວາມເຂົ້າໃຈເຊິ່ງກັນ ແລະກັນ, ສືມວນຊົນ ແລະ ວິສາຫະກິດຈະສ້າງມູນຄ່າຮ່ວມກັນ, ສົ່ງເສີມຈິດໃຈນັກທຸລະກິດ, ແລະເຜີຍແຜ່ຄວາມເຊື່ອໝັ້ນໃນອະນາຄົດທີ່ສົດໃສຂອງເສດຖະກິດເອກະຊົນ.
![]() | ສື່ມວນຊົນ ແລະ ຊາວຫວຽດນາມ ອາໄສຢູ່ຍີ່ປຸ່ນ ຍ້ອງຍໍສັນລະເສີນການປະກອບສ່ວນຂອງທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍສໝ - ເຖິງວ່າຈະຫຍຸ້ງກັບວຽກງານ, ແຜນການເຄື່ອນໄຫວວຽກງານຫຼາຍຢ່າງ, ແຕ່ທ່ານເລຂາທິການໃຫຍ່ ຫງວຽນຟູ໋ຈ້ອງ ຍາມໃດກໍ່ຍາດເວລໄປພົບປະກັບປະຊາຄົມຊາວຫວຽດນາມຢູ່ຕ່າງປະເທດ, ສະແດງໃຫ້ເຫັນຄວາມຮັບຜິດຊອບ ແລະ ຄວາມຮັກແພງຊາວຫວຽດນາມ ຢູ່ຕ່າງປະເທດເປັນພິເສດ. |
![]() | ນັກສຶກສາລາວ: ປາດຖະໜາຢາກນຳຄວາມຮູ້ດ້ານສື່ມວນຊົນທີ່ຮຽນຢູ່ຫວຽດນາມ ມາປະຕິບັດຢູ່ລາວ ຍສໝ - ນັ້ນແມ່ນການແບ່ງປັນຂອງນັກສຶກສາລາວ ທີ່ຮ່ຳຮຽນຂະແໜງການສະເພາະດ້ານສື່ມວນຊົນຢູ່ ຫວຽດນາມ ຫຼາຍຄົນ ກັບນັກຂ່າວວາລະສານຍຸກສະໄໝເນື່ອງໃນໂອກາດສະເຫຼີມສະຫຼອງ 99 ປີແຫ່ງວັນສື່ມວນຊົນປະຕິວັດ ຫວຽດນາມ (21 ມີຖຸນາ 1925-21 ມີຖຸນາ 2024). |
ມີງດຶກ