ໄຂ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ​້ຍ - ຫວູງ​ເຕົາ 2021”

11:33 | 27/12/2021

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ ບ່າ​ເຣ້ຍ - ຫວູງ​ເຕົາ ໄດ້​ສົມ​ທົບ​ກັບ​ສະ​ຫະ​ສະ​ມາ​ຄົມ​ການ​ຄ້າເອ​ເລັກ​ໂຕ​ນິກ ຫວຽດ​ນາມ ຫາ​ກໍ່​ໄຂ​ງານ​ຕະຫຼາດ​ນັດ​ການ​ທ່ອງ​ທ່ຽວ​ແບບ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ້ຍ - ຫວູງ​ເຕົາ ປີ 2021”.

ປຸກ​ລະ​ດົມ​ງານ​ປະ​ກວດ​ຮູບ​ພາບ​ໂຄ​ສະ​ນາ ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​ ປຸກ​ລະ​ດົມ​ງານ​ປະ​ກວດ​ຮູບ​ພາບ​ໂຄ​ສະ​ນາ ​ການ​ທ່ອງ​ທ່ຽວ​ຮ່າ​ໂນ້ຍ​
ປຸກ​ລະ​ດົມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ “ການ​ທ່ອງ​ທ່ຽວ​ປອດ​ໄພ - ແບບ​ຄົບ​ວົງ​ຈອນ” ປຸກ​ລະ​ດົມ​ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ “ການ​ທ່ອງ​ທ່ຽວ​ປອດ​ໄພ - ແບບ​ຄົບ​ວົງ​ຈອນ”
ໄຂ​ງານ​ວາງ​ສະ​ແດງ​ການ​ທ່ອງ​ທ່ຽວ​ທາງ​ໄກ “ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ບ່າ​ເຣ​້ຍ - ຫວູງ​ເຕົາ 2021”
ພິ​ທີ​ໄຂ​ງານ​ຕະຫຼາດ​ນັດ​ກາ​ນ​ທ່ອງ​ທ່ຽວ​ຢ່າ​ງ​ເປັນ​ທາງ​ການ (ພາບ: congthuong.vn)

ໂດຍ​ໄດ້​ດຳ​ເນີນ​ໃນ​ລະ​ຫວ່າງວັນ​ທີ 23 ທັນ​ວາ 2021 - ວັນ​ທີ 2 ມັງ​ກອນ ປີ 2022, ງານ​ຕະຫຼາດ​ນັດ​ໄດ້​ດຶງ​ດູດ​ການ​ເຂົ້າ​ຮ່ວມ​ຂອງວິ​ສາ​ຫະ​ກິດ ປະ​ມານ 300 ແຫ່ງ​ທັງ​ຢູ່​ພາຍ​ໃນ ແລະ ນອກ​ແຂວງ ໂດຍໄດ້​ເຂົ້າ​ຮ່ວມ​ແບບ​ທາງ​ໄກ ແລະ ​ໂດຍ​ກົງ ບົນ​ພື​້ນ​ຖານ​ເວັບ​ໄຊ​ການ​ຄ້າ​ເອ​ເລັກ​ໂຕ​ນິກ ​ທີ່​ຢູ່ www.dulichbariavungtau.com ແລະ www.dulich.baria-vungtau.gov.vn.

ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ ຫງວຽນ​ເລ​ຟຸກ - ຮອງ​ຫົວ​ໜ້າ​ກົມ​ໃຫຍ່​ການ​ທ່ອງ​ທ່ຽວ (ກະ​ຊວງວັດ​ທະ​ນະ​ທຳ, ກິ​ລາ ແລະ ການ​ທ່ອງ​ທ່ຽວ) ໄດ້​ຕີ​ລາ​ຄາ​ສູງ​ຂໍ້​ລິ​ເລີ່ມ​ຂອງ ແຂວງ​ບ່າ​ເຣ້ຍ - ຫວູງ​ເຕົາ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ແຂກ​ທ່ອງ​ທ່ຽວ​ທົ່ວ​ປະ​ເທດອາດ​ຈະ​ຊົມໃຊ້ບັນ​ດາ​ບຸ​ລິ​ມະ​ສິດ​ທີ່​ຈັບ​ອົກ​ຈອບ​ໃຈ​ກ່ຽວ​ກັບ​ tour ທ່ອງ​ທ່ຽວ, ໂຮງ​ແຮມ - ບ່ອນ​ພັກ​ອາ​ໄສ, ເຍື່ອງອ​າ​ຫານ​ທີ່​ມີ​ຊື່​ສຽງ…ຂອງ​ແຂວງ ບ່າ​ເຣ້ຍ - ຫວູງ​ເຕົາ. ທ່ານ​ຟຸກ ໃຫ້​ຮູ້​ວ່າ ກົມ​ໃຫຍ່​ການ​ທ່ອງ​ທ່ຽວ​ພວມ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ສ້າງ​ລະ​ບົບນິເວດ​ແຫ່ງ​ການ​ທ່ອງ​ທ່ຽວ​ແບ​ບ​ອັດ​ສະ​ລິ​ຍະ ເຊື່ອມ​ຕໍ່​ພາກ​ສ່ວນ​ຕ່າງໆ​ໃນ​ຂະ​ແໜງ​ລວມ​ມີ: ແຂກ​ທ່ອງ​ທ່ຽວ, ວິ​ສາ​ຫະ​ກິດ​ການ​ສະ​ໜອງ​ການ​ບໍ​ລິ​ການ, ສະ​ຖານ​ທີ່​ທ່ອງ​ທ່ຽວ ແລະ ອົງ​ການ​ຄຸ້ມ​ຄອງ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.