ສຸມໃສ່ຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ພາຍຫຼັງໄພນໍ້າຖ້ວມ

11:36 | 09/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​​ມິງຈິງ ໄດ້​ເປັນ​ປະ​ທານ​ກອງ​ປະ​ຊຸມ​ທາງ​ອອນ​ລາຍ ​ຂອງ​ຄະ​ນະ​ປະ​ຈຳ​ລັດ​ຖະ​ບານ​ກັບ 8 ແຂວງ​ພາກ​ໃຕ້ ແລະ ໄຕງວຽນ ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ ແລະ ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ໄພ​ນ້ຳ​ຖ້ວມ.

ຊາວຫວຽດນາມຢູ່ເຢຍລະມັນ ຊ່ວຍປະເທດປະຈຳຖິ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ຊາວຫວຽດນາມຢູ່ເຢຍລະມັນ ຊ່ວຍປະເທດປະຈຳຖິ່ນ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ
ລາວ ສະໜັບສະໜູນ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ ລາວ ສະໜັບສະໜູນ ຫວຽດນາມ ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພນໍ້າຖ້ວມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ເນັ້ນ​ໜັກ​ວ່າ: ໄພ​ທຳ​ມະ​ຊາດ​ສົ່ງ​ຜົນ​ກະ​ທົບ​ຕໍ່​ທຸກ​ຄົນ, ສະ​ນັ້ນ​ຕ້ອງ​ມີ​ວິທີເຂົ້າເຖິງກັບ​ທົ່ວ​ປວງ​ຊົນ, ຖື​ປະ​ຊາ​ຊົນ​ເປັນ​ໃຈກາງ, ເປັນ​ເຈົ້າກຳ, ເປັນ​ເປົ້າ​ໝາຍ ແລະ ເປັນ​ກຳລັງໜູນ, ຍົກ​ສູງ​ຄວາມ​ຮັບ​ຮູ້​ຂອງ​ປະ​ຊາ​ຊົນ ​ໃນ​ການ​ປົກປ້ອງຕົນ​ເອງ ​ແລະ ຜູ້​ອື່ນ, ພ້ອມ​ທັງ​ສົມທົບ​ກັບ​ບັນດາ​ຄະນະ​ພັກ, ອຳນາດ​ການ​ປົກຄອງ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາ​ອົງການ​ຈັດ​ຕັ້ງ​ມະຫາຊົນ​ ໃນ​ການ​ປ້ອງ​ກັນ ​ແລະ ຕ້ານ​ໄພ​ທຳ​ມະ​ຊາດ.

ສຸມໃສ່ຮັບປະກັນຊີວິດການເປັນຢູ່ ຂອງປະຊາຊົນ ພາຍຫຼັງໄພນໍ້າຖ້ວມ
ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ ​ຈົ່ງ​ຕັ້ງໜ້າ​ຄົ້ນຄວ້າ, ວາງ​ແຜນ​ກຳນົດ, ຜັນ​ຂະຫຍາຍ​ນຳປະຊາຊົນ​ອອກ​ຈາກ​ເຂດ​ອັນຕະລາຍ. (ພາບ: dangcongsan.vn)

ທ່ານ​ນາຍົກລັດຖະມົນຕີ ຮຽກຮ້ອງ​ໃຫ້​ບັນດາ​ທ້ອງ​ຖິ່ນ ​ຈົ່ງ​ຕັ້ງໜ້າ​ຄົ້ນຄວ້າ, ວາງ​ແຜນ​ກຳນົດ, ຜັນ​ຂະຫຍາຍ​ນຳປະຊາຊົນ​ອອກ​ຈາກ​ເຂດ​ອັນຕະລາຍ, ພິ​ເສດ​ແມ່ນ​ເຂດ​ທີ່​ມີ​ຄວາມ​ສ່ຽງ​ສູງ​ຈາກ​ດິນເຈື່ອນ.

ລາຍ​ງານ​ທີ່​ກອງ​ປະຊຸມ, ການ​ນຳບັນດາ​ທ້ອງ​ຖິ່ນ​ ໃຫ້ຮູ້​ວ່າ ​ໄດ້ຈັດຕັ້ງ​ປະຕິບັດບັນດາມາດຕະການແກ້ໄຂ ແລະ ເປົ້າໝາຍໃຫຍ່ທີ່ສຸດ ແມ່ນ​ຮັບປະກັນ​ຄວາມ​ປອດ​ໄພ​ ແລະ ​ຊີວິດ​ຂອງ​ປະຊາຊົນ, ພ້ອມກັນນັ້ນ ກໍແມ່ນ​ປົກ​ປັກ​ຮັກສາ​ຊັບ​ສິນ​​ຂອງ​ປະຊາຊົນ ​ແລະ ຂອງ​ລັດ. ມາ​ຮອດ​ປະຈຸ​ບັນ, ສະພາບ​ຝົນ​ ແລະ ​ນ້ຳ​ຖ້ວມ​ໄດ້​ຫຼຸດ​ລົງ; ເສັ້ນທາງຄົມມະນາຄົມ ແມ່ນເປີດໃຫ້ສັນຈອນໂດຍພື້ນຖານແລ້ວ; ລະດັບນ້ຳຂອງແມ່ນ້ຳຂອງ ຫຼຸດລົງຕໍ່າກວ່າລະດັບສັນຍານໄພທີ 1; ປະຊາຊົນ​ທ້ອງ​ຖິ່ນ ​ແລະ ອຳນາດ​ການ​ປົກຄອງ ​ພວມ​ມານະ​ພະຍາຍາມແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​, ເຮັດໃຫ້ການດຳລົງຊີວີດ ​ແລະ ການ​ຜະລິດກັບເຂົາສູ່ສະພາບປົກກະຕິ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ແກ້ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ ແມ່ນ​ຍັງ​ປະສົບຄວາມຫຍຸ້ງຍາກຫຼາບຢ່າງ, ​ເນື່ອງ​ຈາກເງື່ອນໄຂຂອງ​ທ້ອງ​ຖິ່ນຍັງ​ມີ​ຄວາມ​ຈຳກັດ, ​ໃນຂະນະ​ທີ່​ຄວາມ​ເສຍ​ຫາຍ​ຍັງ​ມີ​ຫຼາຍຢູ່.

ພິເສດ, ຜ່ານໄພນໍ້າຖ້ວມຄັ້ງນິ້ ໄດ້ປາກົດອອກຂໍ້ຈໍາກັດຈໍານວນຫນຶ່ງ ເຊັ່ນ: ບັນດາອ່າງເກັບນຳ້ຂະຫນາດນ້ອຍ ເພື່ອຫຼຸດຜ່ອນສະພາບນໍ້າຖ້ວມ; ການ​ປະສານ​ງານການເຄື່ອນໄຫວດັດປັບສະພາບ​ໄພ​ນ້ຳ​ຖ້ວມ ​ຢູ່​ເຂດຫຼົ້ົ້ງແມ່ນ້ຳບາ​ລະຫວ່າງ​ບັນດາ​ແຂວງທີ່​ຍັງ​ມີ​ຄວາມບົກພ່ອງກ່ຽວກັບວິວັດການ, ເງື່ອນ​ໄຂ​ຮັບປະກັນ​ການ​ເຄື່ອນ​ໄຫວ, ຂໍ້​ມູນ​ຂ່າວ​ສານ ​ແລະ ຮັບປະກັນ​ຄວາມ​ປອດ​ໄພ​ຢູ່​ຕອນລຸ່ມແມ່ນ້ຳ... ເຮັດໃຫ້ປະສິດທິ​ຜົນ​ການປ້ອງກັນ, ຕ້ານ​ໄພ​ນ້ຳ​ຖ້ວມ​ຍັງ​ບໍ່​ທັນ​ສູງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.