ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ

00:00 | 15/12/2023

ຍສໝ - ວັນ​ທີ 15 ທັນວາ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ໄດ້​ນຳ​ໜ້າ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ ​ຫວຽດ​ນາມ ເດີນທາງອອກຈາກ ນະ​ຄອນຫຼວງ ຮ່າ​ໂນ້ຍ ໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ.

ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ ສື່​ມວນ​ຊົນ​ຍີ່ປຸ່ນ​ໄດ້​ຕີ​ລາຄາ​ສູງ​ການ​ຢ້ຽມຢາມ​ຍີ່ປຸ່ນ​ຂອງ​ທ່ານ​ປະທານ​ປະ​ເທດ ຫວໍວັນເຖືອງ
50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ 50 ປີແຫ່ງການພົວພັນທາງການທູດລະຫວ່າງ ຫວຽດນາມ ແລະ ຍີ່ປຸ່ນ: ມຸ່ງໄປເຖິງອະນາຄົດ, ຕົວ​ຂຶ້ນ​ອອກ​ສູ່​ໂລກ

ຄະ​ນະ​ຜູ້​ແທນພ້ອມກັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດນາມ ຟ້າມມິງຈິ໋ງ ໃນ​ການໄປ​ປະຕິບັດງານປະ​ກອບ​ມີ: ທ່ານລັດຖະມົນຕີກະຊວງແຮງງານ - ທະຫານເສຍອົງຄະ ແລະ ສັງຄົມ ດາວຫງອກຢຸງ; ທ່ານ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫງວຽນ​ຈີ໋ຢຸງ; ທ່ານ​ລັດຖະມົນຕີ​ກະຊວງ​ສາທາລະນະ​ສຸກ ນາງ ດາວຮົ່ງລານ; ທ່ານລັດຖະມົນຕີກະຊວງຄົມມະນາຄົມຂົນສົ່ງ ຫງວຽນວັນຖັງ; ທ່ານ​ລັດຖະມົນຕີ​ກະຊວງ​ສຶກສາ ​ແລະ ບຳລຸງ​ສ້າງ ຫງວຽນ​ກິມ​ເຊີນ; ທ່ານ​ລັດຖະມົນຕີ​ກະຊວງຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ດັ້ງ​ກວກ​ແຄ໋ງ; ທ່ານຮອງລັດຖະມົນຕີກະຊວງຕຳຫຼວດ ເລກ໋ວກຮູງ; ທ່ານຮອງລັດຖະມົນຕີກະຊວງປ້ອງກັນປະເທດ ຟ້າມຮ່ວາຍນາມ; ທ່ານຮອງຫົວໜ້າຫ້ອງວ່າການສູນກາງພັກ ເລແຄ໋ງຕວານ; ທ່ານ​ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ ໂດ໋ຮູງຫວຽດ; ທ່ານ​ຮອງຫົວໜ້າ​ຫ້ອງ​ວ່າການ​ລັດຖະບານ ຫງວຽນ​ຊວນ​ແທ່ງ; ການ​ນຳ​ຂອງ​ບັນດາ​ກະຊວງ, ຂະແໜງການ ​ແລະ ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ຄະນະ.

ພາຍຫຼັງ 50 ປີ, ການ​ພົວ​ພັນ ​ອາ​ຊຽນ - ຍີ່​ປຸ່ນ ໄດ້​ພັດ​ທະ​ນາ​ຢ່າງ​ຮອບ​ດ້ານ, ຂະຫຍັນຂັນເຂື່ອນ​ໃນ​ທຸກ​ຂົງ​ເຂດ​ຄື: ການ​ເມືອງ, ຄວາມ​ໝັ້ນ​ຄົງ, ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ, ວັດ​ທະ​ນະ​ທຳ, ສັງ​ຄົມ ແລະ ການ​ຮ່ວມ​ມື​ພັດ​ທະ​ນາ. ຍີ່ປຸ່ນ​ເຂົ້າ​ຮ່ວມ​ຢ່າງ​ເລິກ​ເຊິ່ງ​ໃນ​ຂະ​ບວນການ​ຮ່ວມ​ມື​ດ້ານ​ການ​ເມືອງ ​ແລະ ຄວາມ​ໝັ້ນຄົງ​ຂອງ​ພາກ​ພື້ນ; ສະໜັບສະໜູນ​ຄວາມ​ສາມັກຄີ, ​ເປັນ​ເອກະ​ພາບ ​ແລະ ບົດບາດ​ໃຈກາງ​ຂອງ​ ອາ​ຊຽນ.

ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລົງ​ທຶນ​ລະ​ຫວ່າງ​ ອາ​ຊຽນ ​ແລະ ​ຍີ່​ປຸ່ນ​ ໄດ້​ຮັບ​ການ​ປະ​ຕິ​ບັດ​ໂດຍ​ຜ່ານ​ຫຼາຍ​ກົນ​ໄກ / ຂອບເຂດ​ທີ່​ແຕກ​ຕ່າງ​ກັນ, ໃນນັ້ນລວມມີສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ພາກ​ພື້ນ (RCEP) ແລະ ​ສັນ​ຍາ​ຄູ່​ຮ່ວມ​ມື​ເສດ​ຖະ​ກິດ​ຮອບ​ດ້ານ​ ອາ​ຊຽນ - ຍີ່​ປຸ່ນ (AJCEP). ຍີ່ປຸ່ນ ກໍ່​ແມ່ນ​ຄູ່​ຮ່ວມ​ມື​ທີ່​ຕັ້ງໜ້າ​ປະກອບສ່ວນ​ຜັນຂະຫຍາຍ​ຂໍ້ຄິດປະດິດສ້າງໃນການເຊື່ອມໂຍງ ອາ​ຊຽນ (IAI) ​ແລະ ສະໜັບສະໜູນ​ການ​ຮັດ​ແຄບ​ຊ່ອງ​ຫວ່າງ​ການ​ພັດທະນາ​ໃນ ​ອາ​ຊຽນ.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມມິງຈິ໋ງ ໄດ້ເດີນທາງໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ

​ໃນ​ປີ 2022, ຍີ່ປຸ່ນ​ ຈະ​ແມ່ນ​ຄູ່​ຮ່ວມ​ມື​ການ​ຄ້າ​ໃຫຍ່​ອັນ​ດັບ 4 ​ແລະ ​ເປັນ​ນັກ​ລົງທຶນ FDI ​ໃຫຍ່​ອັນ​ດັບ 2 ຂອງ​ອາ​ຊຽນ, ດ້ວຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ບັນລຸ 268,5 ຕື້ USD. ຍອດ FDI ​ເງິນ​ລົງທຶນ​ຈາກ​ຍີ່ປຸ່ນ​ເຂົ້າ​ ອາ​ຊຽນ ບັນລຸ 26,7 ຕື້ USD, ​ເພີ່ມ​ຂຶ້ນ 27,7% ​ເມື່ອ​ທຽບ​ໃສ່​ປີ​ກາຍ.

ຕໍ່​ສະ​ພາບ​ການ​ຂອງ​ໂລກ, ພາກ​ພື້ນ ມີ​ບັນ​ດາ​ສິ່ງທ້າທາຍ, ການຜັນແປ​ໃໝ່ທີ່ຍາກຈະຄາດເດົາໄດ້; ບົນ​ພື້ນຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ລະຫວ່າງ​ສອງ​ຝ່າຍ ​ແລະ ຄວາມ​ສາມາດ​ບົ່ມ​ຊ້ອນ, ກາລະ​ໂອກາດເປີດກວ້າງ, ອາ​ຊຽນ ​ແລະ ຍີ່​ປຸ່ນ ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ເຊື່ອມ​ໂຍງ ​ເພື່ອ​ຕອບ​ສະໜອງ​ບັນດາ​ສິ່ງ​ທ້າ​ທາຍ​ລວມ ​ແລະ ພ້ອມກັນພັດທະນາ.

ກອງ​ປະຊຸມ​ຂັ້ນສູງ​ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ ​ອາ​ຊຽນ - ຍີ່ປຸ່ນ ​ໄດ້​ຈັດ​ຂຶ້ນ​ໃນ​ທັນທີ​ທີ່ພາຍຫຼັງ ອາ​ຊຽນ ​ແລະ ຍີ່​ປຸ່ນ ສ້າງ​ຕັ້ງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ, ແມ່ນ​ໂອກາດ​ເພື່ອ​ໃຫ້​ບັນດາ​ການ​ນຳ​ຂັ້ນ​ສູງ​ຂອງ 2 ຝ່າຍ​ກວດກາ​ຄືນ​ບັນດາ​ໝາກຜົນ​ແຫ່ງ​ການ​ຮ່ວມ​ມື, ຜ່ານ​ນັ້ນ​ ກໍ່ກຳນົດ​ທິດ​ພັດທະນາ​ການ​ພົວພັນໃນ​ໄລຍະ​ໃໝ່, ​ເໝາະ​ສົມ​ກັບ​ຂອບ​ການ​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ.

ຫວຽດນາມ ​ແມ່ນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ໃນ​ ອາ​ຊຽນ ​ແລະ ຊຸກຍູ້​ການ​ພົວພັນ ຍີ່ປຸ່ນ - ອາ​ຊຽນ, ພິ​ເສດ​ແມ່ນ ຫວຽດນາມ ​ໄດ້​ປະສົບ​ຜົນສຳ​ເລັດ​ໃນການຮັບ​ບົດບາດ​ເປັນ​ຜູ້​ປະສານ​ງານ​ການ​ພົວພັນ ອາ​ຊຽນ - ຍີ່ປຸ່ນ ​ໄລຍະ 2018 – 2021.

ກ່ຽວກັບສອງ​ຝ່າຍ, ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ຍີ່​ປຸ່ນ ສືບ​ຕໍ່​ພັດ​ທະ​ນາ​ຢ່າງເຂັ້ມ​ແຂງ ແລະ ຮອບ​ດ້ານ​ໃນ​ທຸກ​ຂົງ​ເຂດ ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ດ້ານ​ການ​ເມືອງ​ສູງ, ການ​ພົວ​ພັນ​ແລກ​ປ່ຽນ​ຂັ້ນ​ສູງ​ ແລະ ທຸກ​ຂັ້ນໄດ້ດຳເນີນ​ຢ່າງ​ສະ​ໜິດ​ສະ​ໜົມ. ປີ 2023 ​ແມ່ນ​ຂີດ​ໝາຍ​ສຳຄັນ​ທີ່​ສອງ​ປະ​ເທດ​ ໄດ້ສະ​ເຫຼີ​ມສະຫຼອງ 50 ປີ​ແຫ່ງ​ວັນ​ສ້າງ​ຕັ້ງ​ການ​ພົວພັນ​ທາງ​ການ​ທູດ, ​ໃນ​ໄລຍະ​ຢ້ຽມຢາມ​ ຍີ່ປຸ່ນ ຂອງ​ທ່ານ​ປະທານ​ປະ​ເທດ ຫວຽດນາມ ຫວໍວັນເຖືອງ, 2 ຝ່າຍ​ໄດ້​ປະກາດ​ຍົກ​ລະດັບ​ການ​ພົວພັນ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ເພື່ອ​ສັນຕິພາບ, ວັດທະນາ​ຖາວອນ​ຢູ່​ ອາຊີ ​ແລະ ​ໃນ​ໂລກ.

ການ​ເດີນທາງ​ໄປເຂົ້າຮ່ວມກອງປະຊຸມຂັ້ນສູງສະເຫຼີມສະຫຼອຫຼອງ 50 ປີແຫ່ງການພົວພັນ ອາຊຽນ - ຍີ່ປຸ່ນ ແລະ ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ສອງ​ຝ່າຍ​ຢູ່ ຍີ່ປຸ່ນ ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິ໋ງ ມີ​ຄວາມ​ໝາຍ​ສຳຄັນ, ປະຕິບັດ​ນະ​ໂຍບາຍ​ການ​ຕ່າງປະ​ເທດ​ຂອງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 13 ຂອງ​ພັກ; ຄຳສັ່ງເລກທີ 25-CT/TW ຂອງຄະນະເລຂາວ່າດ້ວຍການຊຸກຍູ້ ແລະ ເພີ່ມທະວີການພົວພັນຕ່າງປະເທດຫຼາຍຝ່າຍຮອດປີ 2030 ແລະ ບົດສະຫຼຸບເລກທີ 59-KL/TW ຂອງກົມການເມືອງກ່ຽວກັບກຳນົດທິດທາງການເຂົ້າຮ່ວມ ອາຊຽນ ຮອດປີ 2030.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.