ຫວຽດ​ນາມ ແລະ ບາກ​ບາ​ໂດ​ສ ມີຫຼາຍ​ຂົງ​ເຂດ​ຮ່ວມ​ມື​ທີ່​ມີ​ຄວາມ​ບົ່ມ​ຊ້ອນ

10:00 | 07/10/2021

ວັນທີ 05 ຕຸລາ, ທ່ານ ເລຫວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ບາກບາໂດສ ໄດ້ຍື່ນສານຕາຕັ້ງຂອງທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ຕໍ່ທ່ານ Sandra Mason ຜູ້ມີສິດອຳນາດເຕັມແຫ່ງ ບາກດາໂດສ ແບບທາງໄກ.

ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ
ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ
ທ່ານ ເລຫວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ບາກບາໂດສ ໄດ້ຍື່ນສານຕາຕັ້ງ (ພາບ:TTXVN)
ທ່ານ ເລຫວຽດຢວຽນ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ເວເນຊູເອລາ ແລະ ບາກບາໂດສ ໄດ້ຍື່ນສານຕາຕັ້ງ (ພາບ:TTXVN)

ນະທີ່ນີ້, ທ່ານ Sandra Mason ຜູ້ມີສິດອຳນາດເຕັມແຫ່ງ ບາກບາໂດສ ໄດ້ແຈ້ງໃຫ້ຊາບວ່າ ຈະແຕ່ງຕັ້ງເອກອັກຄະລັດຖະທູດບໍ່ປະຈຳການຂອງ ບາກບາໂດສ ຢູ່ ຫວຽດນາມໂດຍໄວ; ພ້ອມທັງແບ່ງປັນຄວາມສົນໃຈໃນບັນຫາຕ້ານການປ່ຽນແປງຂອງດິນຟ້າອາກາດ. ການນຳ ບາກບາໂດສ ໄດ້ສະແດງຄວາມປາດຖະໜາຢາກຊຸກຍູ້ການພົວພັນຮ່ວມມືໃນຫຼາຍດ້ານກັບ ຫວຽດນາມ ກວ່າອີກ, ພິເສດແມ່ນໃນບັນດາຂົງເຂດຮ່ວມມືທີ່ມີຄວາມບົ່ມຊ້ອນຄື ເສດຖະກິດ, ການຄ້າ, ວັດທະນະທຳ, ການສຶກສາການທ່ອງທ່ຽວ, ກະສິກຳ, ການຄຸ້ມຄອງຊັບພະຍາກອນທຳມະຊາດຢູ່ທະເລ ແລະ ຕ້ານການປ່ຽນແປງຂອງດິນຟ້າອາກາດ.

ສ່ວນທ່ານ ເລຫວຽດຢວຽນ ຢັ້ງຢືນວ່າ ຫວຽດນາມ ຍາມໃດກໍຖືເປັນສຳຄັນການພັດທະນາສາຍພົວພັນຮ່ວມມືກັບ ບາກດາໂດສ ແລະ ເນັ້ນໜັກວ່າ ສອງຝ່າຍມີຄວາມບົ່ມຊອ້ນຫຼາຍຢ່າງເພື່ອຂຸດຄົ້ນ. ທ່ານເອກອັກຄະລັດຖະທູດ ໃຫ້ຮູ້ວ່າ ໃນໄລຍະຈະມາເຖິງ, ສອງຝ່າຍອາດຈະຊຸກຍູ້ເພີ່ມທະວີການພົວພັນແລກປ່ຽນປະຊາຊົນ, ແລກປ່ຽນຄະນະຄູອາຈານ, ນັກສຶກສາ ແລະ ນັກຮຽນ ໄປທັດສະນະສຶກສາ, ທ່ອງທ່ຽວ, ຊອກຮູ້ ແລະ ແນະນໍາກ່ຽວກັບປະເທດຊາດ, ປະຊາຊົນ ແລະ ວັດທະນະທຳຂອງ ຫວຽດນາມ ແລະ ບາກບາໂດສ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.