ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ

13:02 | 04/10/2021

ຍ​ສ​ໝ - ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມື​ແບບທຳ​ມະ​ຊາດ ເພື່ອແບ່​ງ​ປັນ​ຄວາມ​ຮູ້ດ້ານ​ວິ​ຊາ​ການ ແລະ ຊຸກ​ຍູ້​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື​ໃນ​ຂົງ​ເຂດ​ກະ​ສິ​ກຳທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ…

ໝາກມັງ​ກອນ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຢ່າງ​ໃຫຍ່ຫຼວງ ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ ໝາກມັງ​ກອນ ຫວຽດ​ນາມ ມີ​ກາ​ລະ​ໂອ​ກາດ​ຢ່າງ​ໃຫຍ່ຫຼວງ ໃນ​ການ​ສົ່ງ​ອອກ​ໄປ​ຍັງ​ອົດ​ສະ​ຕາ​ລີ
ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ ຮັບ​ຮູ້​ບົດ​ບາດ​ຂອງ​ບັນ​ດາ​ການ​ນຳ​ໜຸ່ມ​ໃນ​ການ​ຊຸກ​ຍູ້​ການ​ພົວ​ພັນ​ລະ​ຫວ່າງ ຫວຽດ​ນາມ - ສິງ​ກະ​ໂປ
ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ
ພາບ​ປະ​ກອບ: TTXVN

ວັນ​ທີ 30 ກັນ​ຍາ, ສູນ​ດຳ​ເນີນ​ທຸ​ລະ​ກິດ Asialink Business ຂຶ້ນ​ກັບ​ມະ​ຫາ​ວິ​ທະ​ຍາ​ໄລ Melbourne (ອົດ​ສະ​ຕາ​ລີ) ແລະ ບໍ​ລິ​ສັດ​ປ່ຽນ​ແປງ​ໃໝ່​ກະ​ສິ​ກຳ ແລະ ສະ​ບຽງ​ອາ​ຫານ Beanstalk AgTech ໄດ້​ປະ​ກາດ​ບົດ​ລາຍ​ງານ “ຊຸກ​ຍູ້​ກະ​ສິ​ກຳ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ: ກາ​ລະ​ໂອ​ກາດ​ຂອງ​ອົດ​ສະ​ຕາ​ລີ ຢູ່ ຫວຽດ​ນາມ”, ເນັ້ນ​ໜັກ​ເຖິງ​ກະ​ສິ​ກຳ ໄດ້​ກາຍ​ເປັນ​ໜຶ່ງ​ໃນ​ບັນ​ດາ​ພື້ນ​ຖານ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ ຫວຽດ​ນາມ - ອົດ​ສະ​ຕາ​ລີ.

ບົດ​ລາຍ​ງານນອນ​ໃນ​ໂຄງ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ Asialink Business ແລະ Beastalk AgTech, ນອນ​ໃນ​ຂອບ​ເຂດ​ໂຄງ​ການ​ທົດ​ລອງ​ໜູນ​ຊ່ວຍ​ເພີ່ມ​ທະ​ວີ​ຄວາມ​ສະ​ໜິດ​ຕິດ​ພັນ​ດ້ານ​ເສດ​ຖະ​ກິດ ລະ​ຫວ່າງ ອົ​ດ​ສະ​ຕາ​ລີ - ຫວຽດ​ນາມ (AVEG) ໂດຍ​ກະ​ຊວງ​ການ​ຕ່າ​ງ​ປະ​ເທດ ຫວຽດ​ນາມ ແລະ ກະ​ຊວງການ​ຄ້າ ອົດ​ສະ​ຕາ​ລີ (DFAT) ເປັນ​ປະ​ທານ.

ທ່ານ Robert Law, ຜູ້​ອຳ​ນວຍ​ການ​ດ້ານທີ່​ປຶກ​ສາ ແລະ ຖະ​ແຫຼງ​ຂ່າວ​ຂອງ Asialink Business ຖື​ວ່າ ເຕັກ​ໂນ​ໂລ​ຢີ “ກະ​ສິ​ກຳ​ອັດ​ສະ​ລິ​ຍະ” ອາດ​ຈະ​ສະ​ໜອງ​ບັນ​ດາ​ວິ​ທີ​ການ​ແກ້​ໄຂ​ປ່ຽນ​ແທນ​ ​ບັນ​ດາ​ວິ​ທີ​ການ​ຜະ​ລິດ​ ທີ່​ມີ​ຈຳ​ນວນ​ແຮງ​ງານ​ຫຼາຍ ແລະ ແບບ​ດັ້ງ​ເດີມ. ຕາມ​ທ່ານ Law ແລ້ວ​ ດ້ວຍ​ການ​ຮ່ວມ​ມື​ທີ່ມີ​ມາ​ແຕ່​ດົນ​ນາ​ນ, ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ແມ່ນ​ບັນ​ດາ​ຄູ່​ຮ່ວມ​ມືແບບ​ທຳ​ມະຊາດ ເພື່ອ​ແບ່ງ​ປັນ​ຄວາມ​ຮູ້​ດ້ານ​ວິ​ຊາ​ການ ແລະ ຊຸກ​ຍູ້​ບັນ​ດາ​ກາ​ລະ​ໂອ​ກາດ​ໃນ​ຂົງ​ເຂດ​ກະ​ສິ​ກຳ​​ເຕັກ​ໂນ​ໂລ​ຢີ​ສູງ.

ທ່ານ Justin Ahmed,ຜູ້​ອຳ​ນວຍ​ການ Beanstalk Agtech ພ້​ອ​ມ​ທັງ​ແມ່ນຜູ້​ອຳ​ນວຍ​ການ​ໂຄງ​ການ​ຊຸກ​ຍູ້​ການ​ປ່​ຽນ​ແປງ​ໃໝ່, ປະ​ດິດ​ຄິດ​ສ້າງ ແລະ ການ​ລົງ​ທຶນໃນ​ການ​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ເຂົ້າໃນ​ກະ​ສິ​ກຳ (GRAFT Vietnam Challenge 2021) ຢູ່ຫວຽດ​ນາມ ຊີ້​ແຈ້ງວ່າ: ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ໄດ້​ສ້າງ​ພື້ນ​ຖານ​ຢ່າງ​ໝັ້ນ​ແກ່ນໃຫ້​ແກ່​ການ​ຮ່ວມ​ມືທີ່​ຖື​ເອົາຄວາມ​ປະ​ດິດ​ຄິດ​ສ້າງເປັນ​ໃຈ​ກາງ, ອີງ​ໃສ່​ບັນ​ດາ​ມູນ​ຄ່າ​ລວມ, ສິ່ງ​ທ້າ​ທາຍລວມ ແລະ ກຳ​ລັງ​ຄວາມ​ສາ​ມາດ​ໃຫ້​ແກ່​ກັນ. ດ້ວຍ​ການ​ສົມ​ທົບ​ທີ່​ເໝາະ​ສົມ​ຢູ່​ກາງ​ຈຸດ​ສຸມ, ໜູນ​ຊ່ວຍ ແລະ ຄວາມ​ສາ​ມາດ​ໃນ​ການ​ຮັບ​ມື, ຫວຽດ​ນາມ ຈະ​ແມ່ນ​ກາ​ລະ​ໂອ​ກາດ​ພັດ​ທະ​ນາ​ທີ່​ດຶງ​ດູດ​ໃຈ​ໃຫ້​ແກ່​ບັນ​ດາ​ນັກ​ປ່ຽນ​ແປງ​ໃໝ່​ກະ​ສິ​ກຳ​ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ​ຂອງ​ອົດ​ສະ​ຕາ​ລີ.

ວັນ​ທີ 1 ກໍ​ລະ​ກົດ, ທ່ານ​ລັດ​ຖະ​ມົນ​ຕີ​ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ການ​ລົງ​ທຶນ ອົດ​ສະ​ຕາ​ລີ Dan Tehan ໄດ້​ປະ​ກາດ​ກ່ຽວ​ກັບ​ໂຄງ​ການ​ທົດ​ລອງ AVEG ໂດຍ​ລັດ​ຖະ​ບານ ອົດ​ສ​ະ​ຕາ​ລີ​ໜູນ​ຊ່ວຍເງິນເກືອບ 2 ລ້ານ USD, ແຈກ​ຢາຍ​ໃຫ້​ແກ່ 28 ໂຄງ​ການ​ທີ່​ມີ​ຂອບ​ຂະ​ໜາດ​ນ້ອຍ, ເພື່ອ​ແນ​ໃສ່​ສ້າງ​ບັນ​ດາ​ກາ​ລະ​ໂອ​ກາດ​ດ້ານ​ເສດ​ຖະ​ກິດ ແລະ ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ດຳ​ເນີນ​ທຸ​ລະ​ກິດ​ລະ​ຫວ່າງ ວິ​ສາ​ຫ​ະ​ກິດ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ໃນຫຼາຍ​ຂົງ​ເຂດ (ກະ​ສິ​ກຳ, ການ​ສຶກ​ສາ, ເຕັກ​ໂນ​ໂລ​ຢີ​ດີ​ຈີ​ຕອນ, ລະ​​ບົບ​ສະ​ໜອງວິ​ສາ​ຫະ​ກິດຂະ​ໜາດ​ກາງ ແລະ ນ້ອຍ…) ນອກ​ຈາກ​ໂຄງ​ການ​ສົມ​ທົບ ລະ​ຫວ່າງ Asialink ແລະ Beantalk, ບາງ​ໂຄງ​ການ​ຕ່າງໆ​ກໍ່​ໄດ້​ຮັບ​ການ​ເລີ່ມ​ເຄື່ອນ​ໄຫວ ແລະ ເລີ່ມ​ມີ​ບັນ​ດາ​ສັນ​ຍານ​ທີ່​ຕັ້ງ​ໜ້າ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.