ກະ​ຊວງ​ສ​າ​ທາ​ລະ​ນະ​ສຸ​ກ ຫວຽດ​ນາມ ຮັບ​ວັກ​ຊິນ​ກັ​ນ​ພະ​ຍາ​ດ​ໂຄວິດ - 19 ຈຳ​ນວ​ນ 300.000 ໂດ​ສ ແລະ ເຄື່ອງ​ອຸ​ປະ​ກອນ​ຕ້ານ​ໂລກ​ລະ​ບາດ​ຈາກ ອົດ​ສະ​ຕາ​ລີ

09:00 | 07/10/2021

ລັດຖະບານ ອົດສະຕາລີ ໄດ້ຊ່ວຍເຫຼືອວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ໃຫ້ແກ່ ຫວຽດນາມ.

ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ ອົດ​ສະ​ຕາ​ລີ ແລະ ຫວຽດ​ນາມ ມີຫຼາຍ​ກາ​ລະ​ໂອ​ກາດ​ຮ່ວ​ມ​ມື​ພັດ​ທະ​ນາ​ດ້ານ​ກະ​ສິ​ກຳ ທີ່​ນຳ​ໃຊ້​ເຕັກ​ໂນ​ໂລ​ຢີ​ສູງ
ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ ຄູ​ບາ, ​ສຳ​ມ​ະ​ເນນ ແລະ ພຸດ​ທະ​ສາ​ສະ​ນິກ​ກະ​ຊົນ ຫວຽດ​ນາມ ​ອາ​ໄສ ຢູ່ ລາວ ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອມ​ກັບ​ປະ​ຊາ​ຊົນ​ ລາວ ​ຕ້ານ​ໂລກ​ລະ​ບາດ
ພິທີມອບ - ຮັບ (ພາບ: ກະຊວງສາທາລະນະສຸກ)
ພິທີມອບ - ຮັບ (ພາບ: ກະຊວງສາທາລະນະສຸກ)

ຕອນບ່າຍວັນທີ 06 ຕຸລາ, ຢູ່ສະຖາບັນ ອະນາໄມລະບາດວິທະຍາສູນກາງ, ໄດ້ດຳເນີນພິທີມອບຮັບວັກຊິນກັນພະຍາດໂຄວິດ - 19 AstraZeneca ຈຳນວນ 300.000 ໂດສ ພ້ອມດ້ວຍເຄື່ອງອຸປະກອນການແພດ ຈຳນວນໜຶ່ງຈາກ ລັດຖະບານ ອົດສະຕາລີ ຊ່ວຍເຫຼືອ ຫວຽດນາມ. ນີ້ແມ່ນວັກຊິນງວດທີ 2 ໃນຄຳໝັ້ນສັນຍາຊ່ວຍເຫຼືອວັກຊິນ AstraZeneca 1,5 ລ້ານໂດສ ຂອງ ອົດສະຕາລີ ໃນປີນີ້ ເພື່ອຕ້ານໂລກລະບາດໂຄວິດ - 19. ເປັນອັນວ່າ, ມາຮອດປັດຈຸບັນ, ຈຳນວນວັກຊິນທັງໝົດ ເຊິ່ງອົດສະຕາລີ ໜູນຊ່ວຍໃຫ້ແກ່ ຫວຽດນາມ ໄດ້ຂຶ້ນເຖິງກວ່າ 700.000 ໂດສ.

ທີ່ພິທີ, ທ່ານນາງ Robyn Mudie ເອກອັກຄະລັດຖະທູດ ອົດສະຕາລີ ແຈ້ງໃຫ້ຊາບວ່າ ອົດສະຕາລີ ຈະສືບຕໍ່ເພີ່ມທະວີການຊ່ວຍເຫຼືອ ຫວຽດນາມ ດ້ວຍວິທີ ຊ່ວຍ ຫວຽດນາມ ຊື້ວັກຊິນກັນພະຍາດໂຄວິດ - 19 ຕື່ມອີກປະມານ 3,7 ລ້ານໂດສ ໂດຍຜ່ານຂໍ້ຕົກລົງສັ່ງຊື້ກັບ UNICEF ແລະ ຮ່ວມມືກັບກະຊວງສາທາລະນະສຸກ ຫວຽດນາມ.

ກ່າວສະແດງຄວາມຂອບໃຈຕໍ່ການຊ່ວຍເຫຼືອຂອງລັດຖະບານ ແລະ ປະຊາຊົນ ອົດສະຕາລີ, ທ່ານຮອງລັດຖະມົນຕີກະຊວງສາທາລະນະສຸກ ຫວຽດນາມ ເຈືອງກວັກເກື່ອງ ໃຫ້ຮູ້ວ່າ ຈະຈັດແບ່ງວັກຊິນ ແລະ ອຸປະກອນການແພດດັ່ງກ່າວໃຫ້ທ້ອງຖິ່ນຕ່າງໆໂດຍໄວ ເພື່ອປ້ອງກັນ, ຕ້ານໂລກລະບາດໃຫ້ມີປະສິດທິຜົນ.

vovworld.vn

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.