ປະ​ຊາ​ຊົນນະ​ຄອນ​ໂຮ່​ຈີ​ມິນ​ນຳ​ໃຊ້ລະ​ຫັດ QR ເປັນ​ເອ​ກະ​ພາບ

08:38 | 06/10/2021

ຍ​ສ​ໝ - ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ​ຈະ​ນຳ​ໃຊ້ລະ​ຫັດ QR ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ. ລະ​ຫັດ​ນີ້​ຈະ​ໄດ້​ນຳ​ໃຊ້ Scan ຢູ່​ບັນ​ດາ​ສະ​ຖານ​ທີ່​ຄື ​ຕະຫຼາດ, ສະ​ຖານ​ທີ່​ຊື້​ເຄື່ອງ, ປິ່ນ​ປົວ​ພະ​ຍາດ, ຂົນ​ສົ່ງ​ສິນ​ຄ້າ, ຈໍ​ລະ​ຈອນ.

ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ
ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ ນະ​ຄອນ​ໂຮ່​ຈີ​ມິນ​ຮັບ​ວັກ​ຊິນ​ກັນ​ໂຄວິດ - 19 AstraZeneca ຕື່ມ​ອີກ 54.700 ໂດສ
ປະ​ຊາ​ຊົນນະ​ຄອນ​ໂຮ່​ຈີ​ມິນ​ນຳ​ໃຊ້ລະ​ຫັດ QR ເປັນ​ເອ​ກະ​ພາບ
ພາບ​ປະ​ກອບ: dantri.com.vn

ວັນ​ທີ 4 ຕຸ​ລາ, ທ່ານ​ນາງ ຫວ​ໍ​ທິ​ຈຸງ​ຈິງ ຮອງ​ຜູ້​ອຳ​ນວຍ​ການ​ພະ​ແນກ​ຖະ​ແຫຼງ​ຂ່າວ - ການ​ສື່​ສານນະ​ຄອນ​ໂຮ່​ຈີ​ມິນໄດ້​ລົງ​ນາມ​ເອ​ກະ​ສານ​ສົ່ງ​ໄປ​ຍັງ​ບັນ​ດາ​ພະ​ແນກ, ຂະ​ແໜງ​ການ, ເມືອງ ແລະນະ​ຄອນ​ຖູ​ດຶກ​ກ່ຽວ​ກັບ​ການ​ແນະ​ນຳ​ການ​ນຳ​ໃຊ້​ເຕັກ​ໂນ​ໂຢ​ລີ​ຂໍ້​ມູນ​ຂ່າວທີ່​ປອດ​ໄພ, ມີໄຫວພິບ, ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ມີ​ປະ​ສິດ​ທິ​ຜົນ​ຢູ່​ນະ​ຄອ​ນ​ໂຮ່​ຈີ​ມິນ.

ຕາມ​ນັ້ນ​ແລ້ວ, ນະ​ຄອນ​ໂຮ່​ຈີ​ມິ​ນ ຈະ​ຜັນ​ຂະ​ຫຍາຍ​ໂປ​ແກຼມ PC-Covid ເພື່ອ​ຮັບ​ໃຊ້​ໃຫ້​ແກ່ວຽກ​ງານ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19. ຂໍ້​ມູນ​ໂປ​ແກຼມສາ​ທາ​ລະ​ນະ​ສຸກ​ໂຮ່​ຈີ​ມິນຈະ​ໄດ້​ປະ​ມວນ​ເຂົ້າ​ໂປ​ແກຼມ PC-Covid ເພື່ອ​ຜູ້​ນຳ​ໃຊ້​ບໍ່​ຕ້ອງ​ແຈ້ງ​ອາ​ການ​ສຸ​ຂະ​ພາບ​ຄືນ​ໃໝ່ຕາມ​ການ​ແນະ​ນຳ​ຂອງ​ກະ​ຊວງ.

ແຈ້ງ​ການແລະການ​ສື່​ສານ, ພ້ອມ​ທັງ, ໂປ​ແກຼມສາ​ທາ​ລະ​ນະ​ສຸກໂຮ່​ຈີ​ມິນຈະ​ໄດ້​ປະ​ມວນ​​ເປັນແອັບທີ່ສະດວກໃຊ້ໃນ​ໂປ​ແກຼມ PC-Covid.

ດັ່ງ​ນັ້ນ, ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ​ ຈະ​ນຳ​ໃຊ້​ລະ​ຫັດ QR ເປັນ​ເອ​ກະ​ພາບ​ໃນ​ທົ່ວ​ປະ​ເທດ. ລະ​ຫັດ QR ນີ້​ຈະ​ໄດ້​ຮັບ​ການ​ນຳ​ໃຊ້ Scan ຢູ່​ບັນ​ດາ​ສະ​ຖານ​ທີ່ຄື ​ຕະຫຼາດ, ສະ​ຖານ​ທີ່​ຊື້​ເຄື່ອງ, ປິ່ນ​ປົວ​ພະ​ຍາດ, ຂົນ​ສົ່ງ​ສິນ​ຄ້າ, ການຈໍ​ລະ​ຈອນ.

ໃນ​ກໍ​ລະ​ນີບໍ່​ມີ​ໂທ​ລະ​ສັບ​ມື​ຖື, ປະ​ຊາ​ຊົນ​ນຳ​ລະ​ຫັດ QR ສ່ວນ​ຕົວ​ທີ່​ໄດ້​ພິມ​ດ້ວຍ​ເຈ້ຍຕາມ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ການ Scan ລະ​ຫັດ. ປະ​ຊາ​ຊົນ​ບໍ່​ຈຳ​ເປັນ​ຕ້ອງ​ມີ​ໜັງ​ສື​ຕ່າງໆໃຫ້​ແກ່​ການ Scan ລະ​ຫັດ QR.

ໃນກໍ​ລະ​ນ​ີປະ​ຊາ​ຊົນ​ແມ່ນຜູ້​ໄດ້​ຮັບ​ການ​ປິ່ນ​ປົວ​ຫາຍ​ດີ​ເປັນ​ປົກ​ກະ​ຕິ​ແລ້ວພາຍຫຼັງ 180 ວັນ ຫຼື​ໄດ້​ຮັບ​ການ​ສັກ​ວັກ​ຊິນ​ຢ່າງໜ້ອຍ​ສຸດ​ພາຍຫຼັງ 14 ວັນ, ລະ​ຫັດ QR ສ່ວນ​ຕົວ​ຈະ​ມີ​ສີ​ຂຽວ.

ໃນ​ກໍ​ລະ​ນີປະ​ຊາ​ຊົນ​ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ສັກ​ວິ​ກ​ຊິນ, ຫຼື​ ໄດ້​ສັກ​ວັກ​ຊິນ​ເຂັມ​ 1 ແຕ່​ບໍ່​ຄົບ 14 ວັນ, ຫຼື​ລະ​ບົບ​ຍັງ​ບໍ່​ມີ​ຂໍ້​ມູນ​ກ່ຽວ​ກັບ​ການ​ສັກ​ວັກ​ຊິນ, ລະ​ຫັດ QR ຈະ​ມີ​ສີ​ດຳ.

ສຳ​ລັບ​ບັນ​ດາ​ອົງ​ການ, ອົງ​ການ​ຈັດ​ຕັ້ງ, ວິ​ສາ​ຫະ​ກິດ, ລະ​ຫັດ QR ຂອງ​ໜ່ວຍ​ງານ​ຈະ​ໄດ້​ນຳ​ໃຊ້​ເພື່ອ​ຈັດ​ຕັ້ງ, ຄຸ້ມ​ຄອງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢ່າງ​ປອດ​ໄພໃນ​ສະ​ພາບ​ການ​ເກີດ​ໂລກ​ລະ​ບາດ​ໂຄວິດ - 19. ແຕ່​ລະ​ໜ່ວຍ​ງານ​ຈະ​​ອອກ​ລະ​ຫັດ QR ສະ​ຖານ​ທີ່​ໃຫ້​ແກ່ບັນ​ດາ​ເຂດ​ທີ່​ແຕກ​ຕ່າງ​ກັນເພື່ອ​ຈຳ​ກັດ​ເມື່ອ​ຕ້ອງ​ການກວ​ດ​ສອບ​ກ່ຽວ​ກັບ​ໂລກ​ລະ​ບາດ.

ບັນ​ດາ​ໜ່ວຍ​ງານ​ຈັດ​ຕັ້ງ​ການ​ຄຸ້ມ​ຄອງ, ຕິດ​ຕາມກວດ​ກາ​ພະ​ນັກ​ງານ, ລູ​ກ​ຄ້າ​ເມື່ອ​ມາ​ຕິດ​ຕໍ​ພົວ​ພັນ​ວຽກ​ງານ, ພົວ​ພັນ​ແລ​ກ​ປ່ຽນ, ນຳ​ໃຊ້​ການ​ບໍ​ລິ​ການ​ຜ່ານ​ການ Scan QR ຢູ່​ແຕ່​ລະ​ສະ​ຖານ​ທີ່​ກວ​ດ​ກາ.

ບຸນ​ຄົງ

ເຫດການ
302 Found

Found

The document has moved here.