ໂດຍໄວໄດ້ສຳເລັດແຜນຮ່າງ "ພື້ນທີ່ວັດທະນະທຳໂຮ່ຈິມິນ - ຈຸດພົບປະຊາວ ຫວຽດນາມ ຢູ່ຕ່າງປະເທດ”.

10:47 | 07/03/2024

ຍສໝ - ນີ້​ແມ່ນ​ຄຳ​ຮຽກຮ້ອງ​ຂອງ​ທ່ານ ຫງວຽນ​ໂຮ່ຫາຍ, ຮອງເລຂາປະຈຳຄະນະກຳມະການພັກນະຄອນ ​ໂຮ່ຈີ​ມິນ ທີ່​ກອງ​ປະຊຸມ​ສະຫຼຸບ​ວຽກ​ງານຕໍ່ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດຢູ່​ນະຄອນ ​ໂຮ່ຈີ​ມິນ ​ໃນ​ປີ 2023 ​ແລະ ຜັນ​ຂະຫຍາຍ​ທິດ​ທາງ, ໜ້າທີ່ປີ 2024 ທີ່ຈະໄດ້ດຳເນີນໃນຕອນເຊົ້າວັນທີ 6 ມີນານີ້.

ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ ຂົວມິດຕະພາບອີກແຫ່ງໜຶ່ງທີ່ຊາວ ຫວຽດນາມ ຢູ່ຕ່າງປະເທດ ໄດ້ມອບໃຫ້ພໍ່ແມ່ພີ່ນ້ອງຊາວ ເກີ່ນເທີ
ຫວຽດນາມ ຍູ້ແຮງການເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ ຫວຽດນາມ ຍູ້ແຮງການເສີມຂະຫຍາຍແຫຼ່ງກຳລັງຂອງຊາວ ຫວຽດນາມ ຢູ່ຕ່າງປະເທດ ເພື່ອຮັບໃຊ້ການພັດທະນາປະເທດຊາດ

ຕາມ​ທ່ານ ຫງວຽນ​ໂຮ່ຫາຍ ​ແລ້ວ, ການ​ສຳ​ເລັດແຜນຮ່າງ "ພື້ນທີ່ວັດທະນະທຳໂຮ່ຈິມິນ - ຈຸດພົບປະຊາວ ຫວຽດນາມ ຢູ່ຕ່າງປະເທດ” ຕ້ອງຕິດກັບການ​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວ​ເຊື່ອມ​ຕໍ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ສ້າງ​ຈຸດ​ພົບ​ປະ​ແລກປ່ຽນ, ​ແລກປ່ຽນການ​ຮ່ວມ​ມືໃຫ້​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ​ແນະນຳ​ບັນດາ​ໂຄງການຕ້ອງ​ດຶງ​ດູດ​ການ​ລົງ​ທຶນຂອງນະ​ຄອນ ​ໂຮ່​ຈິ​ມິນ, ​ການປຶກສາ​, ແນະ​ນຳ​ຂັ້ນຕອນການ​ບໍ​ລິ​ຫານ​ໃຫ້​ຊາວ ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ...

ທ່ານ ຫາຍ​ ກໍສະເໜີໃຫ້ຄະນະ​ກຳມະການສືບ​ຕໍ່​ສົມທົບ​ກັບ​ບັນດາພະແນກ, ຄະນະ, ກະຊວງ, ຂະແໜງການ ເປັນເສນາທິການຢ່າງຮີບດ່ວນ, ​ເພີ່ມ​ເຕີມ​ຕາມຊີ້ນຳ​ຂອງ​ນະຄອນ (ຖ້າ​ມີ) ​ເພື່ອ​ສຳ​ເລັດແຜນຮ່າງ "ຊອບແວຂໍ້​ມູນ​ຊາວ​ ຫວຽດນາມ ຢູ່​ຕ່າງປະ​ເທດ” ແລະ ​ແຜນຮ່າງ “ນະ​ໂຍບາຍ​ດຶງ​ດູດ ​ແລະ ເສີມຂະຫຍາຍແຫຼ່ງຊັບພະຍາກອນໃນບໍລິເວນນະຄອນໄລຍະ 2023 – 2030 ຢ່າງ​ມີ​ປະສິດທິ​ຜົນ", ກໍໄດ້​ຈັດຕັ້ງກອງ​ປະ​ຊຸມ​ຜັນ​ຂະ​ຫຍາຍ 2 ແຜນຮ່າງນີ້ໃນບໍລິເວນນະຄອນ.

ໂດຍໄວໄດ້ສຳເລັດແຜນຮ່າງ

ທ່ານ ຫງວຽນ​ໂຮ່ຫາຍ, ຮອງເລຂາປະຈຳຄະນະກຳມະການພັກນະຄອນ ​ໂຮ່ຈີ​ມິນ ກ່າວຄຳປາໄສທີກອງປະຊຸມ

ພ້ອມ​ກັນ​ນັ້ນ, ປະກອບຄຳເຫັນໃຫ້​ນະຄອນ ໄດ້​ຈັດ​ຕັ້ງ​ບັນດາ​ການ​ເຄື່ອນ​ໄຫວຂອບຂະຫນາດທີ່​ມີ​ຂີດໝາຍການຕ່າງປະເທດ​ຂອງ​ນະຄອນ ​ໂຮ່ຈີ​ມິນ ​ເພື່ອ​ດຶງ​ດູດ​ແຫຼ່ງຊັບພະຍາກອນຂອງຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ, ແຫຼ່ງຊັບພະຍາກອນຂອງຊາວ​ຕ່າງປະ​ເທດ ສູງສຸດ

ເພີ່ມທະວີ​ການ​ເຊື່ອມ​ຕໍ່​ລະ​ຫວ່າງ​ນັກ​ທຸ​ລະ​ກິດ​ນະ​ຄອນ​ ແລະ ນັກ​ທຸ​ລະ​ກິດ​ ຫວຽດ​ນາມ ​ຢູ່​ຕ່າງ​ປະ​ເທດ; ສົ່ງເສີມຊາວ​ ຫວຽດນາມ​ ຢູ່​ຕ່າງປະ​ເທດ​ແລກປ່ຽນ, ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ຄວາມ​ຕ້ອງການ​ຂອງທ້ອງ​ຕະຫຼາດ, ລົດນິຍົມ, ລະບຽບ​ການ​ກ່ຽວກັບ​ມາດຕະຖານ​ຄຸນ​ນະພາ​ບຜະລິດ​ຕະພັນ​ ຂອງທ້ອງ​ຕະຫຼາດ​ປະ​ເທດປະຈຳຖິ່ນ, ເປັນ​ຂົວ​ຕໍ່​ແນະນຳ​ຜະລິດ​ຕະພັນຂອງວິສາຫະກິດພາຍ​ໃນ​ປະ​ເທດ​ໄປ​ຕ່າງປະ​ເທດ; ລະດົມ, ຮຽກຮ້ອງ​ຊາວ ​ຫວຽດນາມ​ ຢູ່​ຕ່າງປະ​ເທດ​ລົງທຶນ, ຜະລິດດຳ​ເນີນ​ທຸລະ​ກິດ, ​ແນະນຳ​ບັນດາ​ຜະລິດ​ຕະພັນ ແລະ ເຄື່ອງໝາຍການຄ້າຂອງ​ຊາວ​ ຫວຽດນາມ ຢູ່​ຕ່າງປະ​ເທດ ​ເພື່ອ​ລົງທຶນ​ຢູ່​ພາຍ​ໃນ​ປະ​ເທດ.

ກໍສ້າງ​ເຄືອ​ຂ່າຍ​ເຊື່ອມ​ຕໍ່​ບັນດາ​ວິ​ສາ​ຫະກິດ​ພາຍ​ໃນ​ປະ​ເທດ ​ແລະ ວິ​ສາ​ຫະກິດຊາວ ຫວຽດນາມ ຢູ່​ຕ່າງປະ​ເທດ ​ເພື່ອ​ຊຸກຍູ້​ເຜີຍແຜ່, ໂຄສະນາ​ແນະນຳ​ການ​ຊົມ​ໃຊ້​ຜະລິດ​ຕະພັນ ​ແລະ ພັດທະນາ​ຊ່ອງ​ທາງແຈກຢາຍ​ສິນຄ້າ​ ຫວຽດນາມ ຢູ່​ຕ່າງປະ​ເທດ.

10 ໜ້າ​ທີ່​ຈຸດສຸມ​ໃນ​ປີ 2024

ທີ່​ກອງ​ປະ​ຊຸມ, ທ່ານ ເຈີ່ນ​ດຶກຮ໋ຽນ, ຮອງ​ຜູ້ອຳນວຍການຄະ​ນະ​ກຳ​ມະ​ການ​ຊາວ ​ຫວຽດ​ນາມ​ ຢູ່​ຕ່າງ​ປະ​ເທດ​ນະ​ຄອນ ໂຮ່​ຈິ​ມິນ ​ໃຫ້​ຮູ້​ວ່າ ປີ 2024, ຄະ​ນະ​ກຳ​ມະ​ການ​ຈະ​ສຸມ​ໃສ່​ປະ​ຕິ​ບັດ 10 ໜ້າ​ທີ່​ຈຸດສຸມ. ໃນນັ້ນ, ບັນດາ​ຄະນະປະຕິບັດງານຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ​ ໄດ້​ຮັບ​ການ​ຈັດ​ຕັ້ງ​ຄື: ຄະນະ​ສະ​ແດງ​ສິລະ​ປະ​ຮັບ​ໃຊ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ໃນ​ໂອກາດ​ບຸນ​ເຕັດປີມະໂລງ 2024; ສົມທົບ​ກັບ​ການ​ຊອກຫາການດຳລົງຊີວິດຂອງປະຊາ​ຄົມ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ຈັດ​ຕັ້ງ​ບັນດາຄະນະປະຕິບັດງານໄປ​ຢ້ຽມຢາມ, ຮຽນ​ຮູ້​ກ່ຽວ​ກັບການດຳລົງຊີວິດຂອງ​ຊາວ ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ຄະນະ ​ໄດ້​ໄປ​ຢ້ຽມຢາມ, ມອບ​ຂອງຂວັນ, ກວດ​ພະຍາດ, ແຈກ​ຢາຍ​ຢາ​ປົວ​ພະຍາດ​ໃຫ້​ຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແລະ ປະຊາຊົນ​ທີ່​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຢູ່​ລາຊະ​ອານາຈັກ ກຳປູ​ເຈຍ ​ແລະ ສປປ ລາວ. ຄະນະ​ ໄດ້​ໄປ​ຢ້ຽມຢາມ​ພະນັກງານ, ນັກຮົບກອງທັບເຮືອ ເຂດ 5. ກໍໄດ້ຈັດຕັ້ງຄ້າຍພັກແລ້ງຊາວໜຸ່ມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ຮຸ່ນໜຸ່ມ; ຄະນະ​ຜູ້​ແທນ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ໄດ້​​​ໄປຖະຫວາຍທູບທຽນວິຫານ ຮຸ່ງ ​ເນື່ອງ​ໃນ​ໂອກາດ​ວັນ​ສິ້ນ​ຊີວິດ​ຂອງ​ກະສັດ ຮຸ່ງເວື່ອງ.

​ເນື່ອງ​ໃນ​ໂອກາດ​ນີ້, ຄະນະ​ກຳມະການ​ຊາວ​ຫວຽດນາມ ອາ​ໄສ​ຢູ່ຕ່າງປະເທດນະຄອນ ​ໂຮ່ຈີ​ມິນ ​ໄດ້​ມອບ​ໃບຍ້ອງຍໍໃຫ້ບັນດາບຸກຄົນ, ໝູ່ຄະນະ​ທີ່​ຕັ້ງໜ້າ​ເຂົ້າ​ຮ່ວມການປະຕິບັດງານຊາວ​ ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ນະຄອນ ​ໂຮ່ຈີ​ມິນ ປີ 2023.

ມິງດຶກ

ເຫດການ
302 Found

Found

The document has moved here.