ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ

16:30 | 29/09/2021

ຍ​ສ​ໝ - ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ນະ​ຄອນ​ໂຮ່​ຈີ​ມິນ ຫາ​ກໍ່​ອອກເອ​ກະ​ສານ​ປະ​ກອບ​ຄຳ​ເຫັນ​ໃສ່​ຮ່າງ​ມະ​ຕິ​ກຳ​ນົດ​ກ່ຽວ​ກັບ​ບາງ​ມາດ​ຕະ​ການ​ໜູນ​ຊ່ວຍ​ວິ​ສາ​ຫະ​ກິດ, ປະ​ຊາ​ຊົນ​ທີ່​ຖືກ​ຜົນ​ກະ​ທົບ​ຈາ​ກ​ໂລກ​ລະ​ບາດ​ໂຄວິດ - 19.

ນະ​ຄອນ​ໂຮ່​ຈີ​ມິ​ນເລີ່ມເບີກຈ່າຍເງິນ​ໜູນ​ຊ່ວຍ​ 7,3 ລ້ານ​ຄົນນັບ​ແຕ່​ທ້າຍ​ອາ​ທິດນີ້. ນະ​ຄອນ​ໂຮ່​ຈີ​ມິ​ນເລີ່ມເບີກຈ່າຍເງິນ​ໜູນ​ຊ່ວຍ​ 7,3 ລ້ານ​ຄົນນັບ​ແຕ່​ທ້າຍ​ອາ​ທິດນີ້.
VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ VKBIA ສືບ​ຕໍ່​ໜູນ​ຊ່ວຍ​ຢາ 5000 ຖົງ​ໃຫ້​ແກ່ຜູ້ຕິດ​ເຊື້ອ (F0) ຢູ່​ນະ​ຄອນ​ໂຮ່​ຈີ​ມິນ
ນະ​ຄອນ​ໂຮ່​ຈີ​ມິນ​ສື​ບ​ຕໍ່​ສະ​ເໜີຫຼຸດ​ຜ່ອນ​ພາ​ສີອາ​ກອນ, ດອກ​ເບ້ຍ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ
ພາບ​ປະ​ກອບ

ລະ​ອຽດ​ແມ່ນ, ນະ​ຄອນ​ໂຮ່​ຈີ​ມິນ ສະ​ເໜີ​ແນະຫຼຸດພາ​ສີ​ອາ​ກອນ ລາຍ​ຮັບ​ວິ​ສາ​ຫະ​ກິດ ທີ່​ຕ້ອງ​ເສຍໃນ​ປີ 2021 ​ລົງ​ 50%, ສືບ​ຕໍ່ຫຼຸດ​ພາ​ສີ​ອາກອນ ລາຍ​ຮັບ​ວິ​ສາ​ຫະ​ກິດ​ປີ 2022, 2023 ໃຫ້​ແກ່ບ​ັນ​ດາ​ວິ​ສ​າ​ຫະ​ກິດ​ທີ່​ມີ​ລາຍ​ຮັບ​ຕ່ຳ​ກ່​ວາ 200 ຕື້​ດົ່ງ ລົງ 30%. ຕົກລົງ​ໄດ້​ຫັກ​ເຂົ້າ​ຄ່າ​ທຳ​ນຽມ​ໃນ​ການ​ໄລ່​ພາ​ສີ​ອາ​ກອນລາຍ​ຮັບ​ວິ​ສາ​ຫະ​ກິດ ຂອງ​ທຸກໆ​ຄ່າ​ໃຊ້​ຈ່າຍໃນການ​ຕ້ານ​ໂລກ​ລະ​ບາດ​ຂອງວິ​ສາ​ຫະ​ກິດ​ຄື: ຄ່າ​ວິ​ໄຈ​ຫາ​ເຊື້ອ​ໂຄວິດ - 19 ແລະ ຄ່າ​ປິ່ນ​ປົວ (ຖ້າ​ມີ), ຄ່າ​ກິນ​ດື່ມ, ຄ່າ​ໃຊ້​ຈ່າຍດຳ​ລົງ​ຊີ​ວິດ, ​ຄ່າ​ຊຸດປ້ອງ​ກັນ​ສ່ວນ​ຕົວຄື: ​ຜ້າ​ອັດ​ປາກ​ - ດັງ, ໜ້າ​ກາກ, ນ້ຳຢາ​ລ້າງ​ມື​ຂ້າ​ເຊື້ອ, ຄ່າ​ໂຮງ​ແຮມ​ເພື່ອ​ແຍກ​ຕົວ…

ນະ​ຄອນ ໂຮ່​ຈີ​ມິນ ສະ​ເໜີ​ບັນ​ດາ​ຄອບ​ຄົວ​ດຳ​ເນີນ​ທຸ​ລະ​ກິດ, ສ່ວນບ​ຸກ​ຄົນ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບການຍົກ​ເວັ້ນ​ພາ​ສີ​ອາ​ກອນ​ລາຍ​ຮັບ​ສ່ວນ​ຕົວ, ພາ​ສີ VAT, ພາ​ສີ​ບໍ​ລິ​ໂພກ​ພິ​ເສດ, ພາ​ສີ​ຊັບ​ພະ​ຍາ​ກອນ, ພາ​ສີ​ປົກ​ປັກ​ຮັກ​ສາ​ສິ່ງ​ແວ​ດ​ລ້ອມ ທີ່ຕ້ອງຈ່າຍ​ ຈາ​ກ​ການ​ເຄື່ອນ​ໄຫວ​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຂອງ​ບັນ​ດາ​ເດືອນ​ໃນ​ໄຕ​ມາດ 3 ແລະ ໄຕ​ມາດ 4 ປີ 2021, ປີ 2022 ແລະ ປີ 2023, ພ້ອມ​ກັບ​ຂໍ້​ສະ​ເໜີ​ເພີ່ມ​ເຕີມ​ການ​ຍົກ​ເວັ້ນ​ພາ​ສີ​ລາຍ​ຮັບ​ສ່ວນ​ຕົວ​ສຳ​ລັບ​ຜູ້​ອອກ​ແຮງ​ງານ​ທີ່​ມີ​ລາຍ​ຮັບ​ຈາກ​ເງິນເດືອນທີ່ນອນໃນຂົງເຂດເສຍ​ພາ​ສີ ຂັ້ນ 1 ແລະ ຂັ້ນ 2…

​ສະ​ເໜີຫຼຸດພາ​ສີ VAT (ຫຼື​ພາ​ສີ​ອັດ​ຕາ %) ຂອງ​ 3 ເດືອນ ທ້າຍ​ປີ 2021 ແລະ ​ຊຸມ​ປີ 2022, 2023 ​ລົງ 50%, ແກ່​ເວ​ລາ​ການ​ເສຍ​ພາ​ສີ​ຈົນ​ໝົດ​ໄຕ​ມາດ​ທີ 2 ປີ 2022, ບໍ່​ປັບ​ໄໝ​ເງິນຍ້ອນການ​ເສຍ​ພາ​ສີ​ຊ້າ ໃນ​ປີ 2021 ຍ້ອນ​ຜົນ​ກະ​ທົບ​ຈາກ​ການ​ແຍກ​ຕົວ​ໃນ​ສັງ​ຄົມ ເພື່ອ​ປ້ອງ​ກັນ, ຕ້ານ​ໂລກ​ລະ​ບາດ​ໂຄວິດ - 19 ຕາມ​ຄຳ​ສັ່ງ​ເລກ​ທີ 16 ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີແລ້ວ, ອົງ​ການ​ພາ​ສີ​ອາ​ກອນ​ທ້ອງ​ຖິ່ນ ເປັນ​ເຈົ້າ​ການໃນ​ການ​ປະ​ຕິ​ບັດ​ຕາມ​ສິດ​ອຳ​ນາດ ແລະ ບໍ່​ຮຽກ​ຮ້ອງ​ໃຫ້ຜູ້​ເສຍ​ພາ​ສີ ເຮັດເອ​ກະ​ສານ​ສະ​ເໜີ.

ສະ​ເໜີຫຼຸດເງິນ​ເຊົ່າ​ທີ່​ດິນ​ຕ້ອງ​ຈ່າຍ​ຂອງ​ປີ 2021 ​ລົງ 50% ສຳ​ລັບ​ທຸກວິ​ສາ​ຫະ​ກິດ, ສະ​ເພາະ​ສຳ​ລັບ​ວິ​ສາ​ຫະ​ກິດ​ຂຶ້ນ​ກັບ​ການ​ທ່ອງ​ທ່ຽວ ແລະ ກ່ຽວ​ຂ້ອງ​ເຖິງ​ຂະ​ແໜງ​ການ​ທ່ອງ​ທ່ຽວ ໄດ້​ຫຼຸດຄ່າ​ເຊົ່າ​ທີ່​ດິນ​ຕ້ອງ​ເສຍ​ໃນ​ປີ 2021 ​ລົງ 100%.

ນະ​ຄອນ​ໂຮ່​ຈີ​ມິນ ສະ​ເໜີ​ແນະນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ການ​ເງິນ ເພີ່ມ​ເຕີມ​ໃສ່​ຮ່າງມະ​ຕິ​ມາດ​ຕາການມອບ​ໜ້າ​ທີ່​ໃຫ້​ແກ່​ທະ​ນາ​ຄານ​ແຫ່ງ​ລັດ ຫວຽດ​ນາມ ຫຼຸດອັດຕາ​ດອ​ກ​ເບ້ຍລົງ ສຳ​ລັບ​ວິ​ສາ​ຫະ​ກິດ​ຕາມ​ທິດດອກ​ເບ້ຍ​ໃຫ້​ກູ້​ຢຶນ​ເງິນ​ບໍ່​ສູງ​ກ່​ວາ 2% ເມື່ອ​ທຽບ​ໃສ່​ກັບ​ການ​ລະ​ດົມ​ເງິນ​ຝາກ, ມີ​ນະ​ໂຍ​ບາຍ​ໜູນ​ຊ່ວຍ​ການ​ກູ້​ຢືນ​ເງິນທຶນ​ຄືນ, ເງິນໝູນວຽນ​ຮັບ​ໃຊ້​ໃຫ້​ແກ່​ການ​ຜະ​ລິດ, ດຳ​ເນີນ​ທຸ​ລະ​ກິດ, ຮັບ​ປະ​ກັນ​ການ​ຊຳ​ລະ​ບັນ​ດາ​ສັນ​ຍາ​ຊື້​ຂາຍ​ວັດ​ຖຸ​ອຸ​ປະ​ກອນ​ດ້ວຍ​ລະ​ດັບອັດຕາ​ດ​ອກ​ເບ້ຍ 0% ໃຫ້​ແກ່​ບັນ​ດາ​ວິ​ສາ​ຫະ​ກິດທີ່ປະ​ສົບ​ກັບ​ຄວາມ​ຫຍຸ້ງ​ຍາກ, ຖືກ​ຜົນ​ກະ​ທົບ​ຍ້ອນ​ໂລກ​ລະ​ບາດ​ໂຄວິດ - 19, ຫັນ​ບັນ​ດາ​ລະບຽບ​ການ​ໜູນ​ຊ່ວຍ, ໃຫ້​ກູ້​ຢືມ​ບຸ​ລິ​ມະ​ສິດ, ຕໍ່​ກຳ​ນົດ​ເວ​ລາ​ການ​ຊຳ​ລະ​ໜີ້​ສິນ ເປັນ​ງ່າຍ​ດາຍ...

ບຸນ​ຄົງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.