ວັນ​ເລິມ-ພັດ​ທະ​ນາ​ເສດ​ຖະ​ກິດ​ຈາກ​ອາ​ຊີບ​ທີ່​ເປັນ​ມູນ​ເຊື້ອ

15:08 | 23/09/2021

ເຖິງວ່າແມ່ນເມືອງອຸດສາຫະກຳຈຸດສຸມຂອງແຂວງຮຶງອຽນ ກໍ່ຕາມ ແຕ່ເຂດດິນແດນວັນເລິມ ຍັງຮັກສາໄດ້ບັນດາຈຸດທີ່ສວຍງາມແບບບູຮານ ຂອງເຂດບ້ານນາຫວຽດນາມ ໄວ້ຢູ່ ດ້ວຍຮູບພາບຕົ້ນໂພ, ທ່ານ້ຳ, ເດີ່ນສາລາບ້ານ ພ້ອມກັບໝູ່ບ້ານອາຊີບທີ່ເປັນມູນເຊື້ອ ແລະ ຮີດຄອງປະເພນີອັນດີງາມຂອງ ປຊຊ. ເຊີນທ່ານໄປຢ້ຽມຢາມວັນເລິມ ເພື່ອເຫັນວ່າຢູ່ທີ່ນີ້ ພວມມີການຫັນປ່ຽນຢ່າງແຮງ, ໂສມໜ້າຂອງໝູ່ບ້ານອາຊີບທີ່ເປັນມູນເຊື້ອທີ່ມີການປ່ຽນແປງຫຼາຍຢ່າງນັ້ນ ໄດ້ປະກອບສ່ວນເຂົ້າໃນການພັດທະນາເສດຖະກິດຂອງທ້ອງຖິ່ນ.

ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ ກະ​ຊວງ ແຜນ​ການ​ ແລະ ການ​ລົງ​ທຶນ​ສົມ​ທົບ​ກັບ​ບັນ​ດາ​ທ້ອງ​ຖິ່ນ​ສ້າງ​ແຜນ​ການ​ຟື້ນ​ຟູ​ເສດ​ຖະ​ກິດ
ມອບ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19 ມອບ​ເຄື່ອງ​ໃຊ້​ທີ່​ຈຳ​ເປັນ​ ໃຫ້​ແກ່​ປະ​ຊາ​ຊົນ​ທີ່​ຖືກ​ຜົ​ນ​ກະ​ທົບ​ຈາກ​ໂລກ​ລະ​ບາດ​ໂຄວິດ - 19
ພາບປະກອບ
ພາບປະກອບ

ໜຶ່ງໃນບັນດາໝູ່ບ້ານອາຊີບທີ່ມີຊື່ສຽງຢູ່ວັນເລິມແມ່ນໝູ່ບ້ານຫຼໍ່ທອງແດງລົ້ງເທື້ອງ, ຕາແສງດ້າຍດົ່ງ. ປະຈຸບັນ, ໝູ່ບ້ານອາຊີບທີ່ເປັນມູນເຊື້ອນີ້ມີເກືອບ 200 ຄອບຄົວເຮັດອາຊີບຫຼໍ່ທອງ ຊື່ງໄດ້ສ້າງວຽກເຮັດງານທຳໃຫ້ຜູ້ອອກແຮງງານເກືອບ 1000 ຄົນ. ສະເລ່ຍແຕ່ລະປີ, ໝູ່ບ້ານອາຊີບນີ້ ໄດ້ສະໜອງຜະລິດຕະພັນປະເພດຕ່າງໆໃຫ້ແກ່ຕະຫຼາດປະມານກ່ວາ 31.000 ຢ່າງດ້ວຍລາຍຮັບເກືອບ 100 ຕື້ດົ່ງ/ປີ. ທ່ານຢືອງວັນວ້ຽນ ເຈົ້າຂອງຮາກຖານຫຼໍ່ທອງບ໋າວມິງ ໃຫ້ຮູ້ວ່າ:

ຕ້ອງຍູ້ແຮງລັກສະນະປະດິດສ້າງ, ຄວາມຍອດຍິ່ງ ຍ້ອນວ່າຮາກຖານການຜະລິດຂອງພວກຂ້າພະເຈົ້າ ໄດ້ຖືເອົາຄຸນນະພາບ ແມ່ນມາດຖານເພື່ອພັດທະນາ, ສະນັ້ນ ຕ້ອງຮັບປະກັນຄຸນນະພາບ.

ໝູ່ບ້ານຫຼໍ່ທອງແດງລົ້ງເທື້ອງ ແມ່ນທ້ອງຖິ່ນໄດ້ຮັບຄວາມເອົາໃຈໃສ່, ການໜູນຊ່ວຍຈາກໂຄງການສົ່ງເສີມອຸດສາຫະກຳຂອງແຂວງ. ຍ້ອນເຫດນັ້ນ, ບັນດາຮາກຖານຫຼໍ່ທອງໃນບໍລິເວນ ຈຶ່ງກ້າຫານປ່ຽນໃໝ່ເຕັກໂນໂລຊີ, ກຳນົດທິດ, ບຳລຸງສ້າງ, ຍົກສູງສີມືໃຫ້ແກ່ຜູ້ອອກແຮງງານ ເພື່ອຜະລິດບັນດາຜະລິດຕະພັນໃຫ້ມີຄຸນນະພາບສູງ, ສ້າງເຄື່ອງໝາຍການຄ້າ, ຍົກສູງລະດັບແກ່ງແຍ້ງຂອງຜະລິດຕະພັນ. ທ່ານຫງວຽນຊວັນຫວູ ປະທານຄະນະກຳມະການ ປຊຊ ເມືອງວັນເລິມ ໃຫ້ຮູ້ວ່າ:

ມາຮອດປະຈຸບັນ, ທົ່ວໝູ່ບ້ານໄດ້ເຂົ້າຮ່ວມເຮັດອາຊີບຫຼໍ່ທອງໝົດແລ້ວ, ຊື່ງໄດ້ສ້າງແຫຼ່ງລາຍຮັບທີ່ດີໃຫ້ແກ່ ປຊຊ ໃນບ້ານ, ຍົກສູງຊີວິດການເປັນຢູ່ທາງດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ ປຊຊ ບ້ານລົ້ງເທື້ອງ ເວົ້າລວມ, ຕາແສງດ້າຍດົ່ງ ເວົ້າສະເພາະ. ຄະນະກຳມະການ ປຊ

ຊ ແຂວງຮຶງອຽນ ໄດ້ຮັບຮອງເອົາ ຕາແສງດ້າຍດົ່ງ ເປັນຕາແສງບັນລຸມາດຖານຊົນນະບົດໃໝ່ນັບແຕ່ປີ 2015.ເມື່ອມາຢ້ຽມຢາມວັນເລິມ, ແຂກທ່ອງທ່ຽວຍັງໄດ້ກິ່ນຫອມຂອງດອກເບັນຈະມາດ ແລະ ກິ່ນຫອມຈາກຕົ້ນໄມ້ສະໝູນໄພທີ່ມີຄ່າໃນໝູ່ບ້ານເຕິນກວາງ, ຕາແສງເຕິນກວາງອີກດ້ວຍ. ເຕິນກວາງ ແມ່ນເຂດດິນແດນທີ່ມີຊື່ສຽງມາແຕ່ດົນນານ ແລະມີມູນເຊື້ອໃນການປູກຕົ້ນໄມ້ສະໝູນໄພທີ່ມີຄ່າປະເພດຕ່າງໆ. ປະຈຸບັນ, ທົ່ວຕາແສງມີເນື້ອທີ່ປູກຕົ້ນໄມ້ສະໝູນໄພ 56 ha ເຊິ່ງຈຸດສຸມແມ່ນຢູ່ບ້ານ ເຫງັ້ຍຈາຍ, ຕັງບາວ…ດ້ວຍທ່າໄດ້ປຽບແມ່ນມີເນື້ອທີ່ເໝາະສົມ, ປຊຊ ມີປະສົບການ, ມີຄວາມຮູ້, ໃນຊຸມປີມໍ່ໆມານີ້, ເນື້ອທີ່ປູກຕົ້ນໄມ້ສະໝູນໄພໃນບໍລິເວນຕາແສງ ນັບມື້ນັບໄດ້ເປີດກ້ວາງ ແລະ ສຸມໃສ່ຊະນິດຕົ້ນໄມ້ທີ່ມີຄຸນຄ່າເສດຖະກິດສູງຄື: ດອກເບັນຈະມາດ, ຫອມເຫືອດ…. ແຕ່ລະປີໄດ້ສະໜອງຢາສະໝູນໄພປະມານ 4000-5000 ໂຕນ, ຢາພື້ນເມືອງ (ຢາແຜນບູຮານຈີນ) ປະມານ 2000-3000 ໂຕນໃຫ້ຕະຫຼາດ. ທ່ານຫງວຽນເທວ້ຽນ ປະທານສະມາຄົມແພດເພື້ນເມືອງ ຢູ່ເມືອງວັນເລິມ ໃຫ້ຮູ້ວ່າ:

ເມື່ອໄປຢ້ຽມຢາມໝູ່ບ້ານເຫງັ້ຍຈາຍ, ເຖິງວ່າຢູ່ໃນເຮືອນ ຫຼືຢູ່ທົ່ງນາກໍ່ ຈະມີແຕ່ຕົ້ນໄມ້ສະໝູນໄພເຕັມໄປໝົດ, ຊະນິດໃດກໍ່ລ້ວນແຕ່ມີຄ່າ ແລະ ໄດ້ເກັບຮັກສາໄວ້ເປັນຢ່າງດີ. ຜະລິດຕະພັນທີ່ເຮັດຈາກດອກເບັນຈະມາດ ແມ່ນເຄື່ອງໝາຍການຄ້າທີ່ໂດດເດັ່ນ, ມີລັກສະນະພິເສດສະເພາະຂອງໝູ່ບ້ານ ທີ່ ປຊຊ ໄດ້ປູກມາເປັນເວລາຫຼາຍປີແລ້ວ, ສະຖາບັນຄຸນນະພາບຫວຽດນາມ ໄດ້ຮັບຮອງເອົາ ຜະລິດຕະພັນນີ້ ເປັນຜະລິດຕະພັນມີຄຸນນະພາບສູງ ແລະ ໄດ້ຮັບຫຼຽນຄຳ.

ປະຈຸບັນ, ເມືອງວັນເລິມ ມີເນື້ອທີ່ປູກຕົ້ນໄມ້ສະໝູນໄພ 120 - 130ha ດ້ວຍບັນດາຊະນິດຄື: ດອກເບັນຈະມາດ, ຮວ່າຍເຊີນ (Chinese Yam), ງືວເຕິດ (Achyranthes bidentata), ໂກດຂີ (Reynoutria japonica), ດິງລັ່ງ (Polyscias fruticosa)...ໃນຊຸມປີທີ່ຜ່ານມາ, ເມືອງໄດ້ລົງທຶນໜູນຊ່ວຍພັດທະນາເຂດຜະລິດຕົ້ນໄມ້ສະໝູນໄພ ຢູ່ຫຼາຍຕາແສງໃນບໍລິເວນເມືອງ. ໃນນັ້ນ ມີຮູບແບບປູກຕົ້ນໄມ້ສະໝູນໄພຢູ່ຕາແສງ ເຕິນກວາງ, ປູກຕົ້ນດິງລັ່ງຢູ່ຕາແສງ ຫວຽດຮຶງ, ປູກທົ່ວດິນດຳຢູ່ຕາແສງມິງຫາຍ… ໄດ້ປະສົບຜົນສຳເລັດໃນເບື້ອງຕົ້ນ ແລະ ເປີດແງ່ຫວັງໃໝ່. ໃນໄລຍະຈະມາເຖິງ, ເມືອງຈະສືບຕໍ່ຂະຫຍາຍເຂດປູກຕົ້ນໄມ້ສະໝູນໄພໂດຍສະເພາະ ພ້ອມທັງສ້າງຮູບແບບຮ່ວມສຳພັນການຜະລິດ ຕິດພັນກັບການຈຳໜ່າຍຜະລິດຕະພັນ. ທ່ານນາງໂດ້ທິເມືອຍ ຮອງຜູ້ອຳນວຍການບໍລິສັດເຈົາຢາງ, ຮຶງອຽນ ເວົ້າວ່າ:

ພວກຂ້າພະເຈົ້າຢາກຂະຫຍາຍເນື້ອທີ່ປູກຕົ້ນສະໝູນໄພ ແລະ ແຫຼ່ງສະກັດຫົວເຊື້ອ ສົ່ງອອກໄປຍີ່ປຸ່ນ ໃຫ້ເປັນປົກກະຕິ. ປີ 2020-2021 ພວກຂ້າພະເຈົ້າໄດ້ເຊັນສັນຍາກັບຊາວກະສິກອນ ດ້ວຍລາຄາຊື້ຫົວເຊື້ອ 800.000 ດົ່ງ/ໂລ, ເມື່ອເກັບກ່ຽວແລ້ວພວກຂ້າພະເຈົ້າຈະຊື້ຜະລິດຕະພັນນີ້ໂດຍກົງ.

ຕາມຕົວເລກຈາກກະຊວງກະສິກຳ ແລະ ພັດທະນາຊົນນະບົດແລ້ວ, ປະຈຸບັນ, ທົ່ວແຂວງຮຶງອຽນ ມີເນື້ອທີ່ປູກຕົ້ນໄມ້ສະໝູນໄພເກືອບ 850 ha ໄດ້ປູກຫຼາຍທີ່ສຸດແມ່ນຢູ່ເມືອງ ຄວາຍເຈົາ, ວັນເລິມ, ກີມດົ້ງ… ດ້ວຍປະສິດທິຜົນເສດຖະກິດທີ່ພົ້ນເດັ່ນ ຈາກການປູກຕົ້ນໄມ້ສະໝູນໄພ, ຫຼາຍຄອບຄົວໃນແຂວງ ພວມຢາກເປີດກ້ວາງການຜະລິດເພື່ອເພີ່ມລາຍຮັບ, ນຳຕົ້ນໄມ້ສະໝູນໄພຊະນິດຕ່າງໆ ກາຍເປັນຕົ້ນໄມ້ຫຼັກແຫຼ່ງຂອງຄອບຄົວ.

ການພັດທະນາເສດຖະກິດ ຈາກບັນດາໝູ່ບ້ານອາຊີບ ດ້ວຍບັນດາຜະລິດຕະພັນທີ່ມີຄຸນນະພາບສູງ ພວມແມ່ນທິດເດີນໃໝ່ຂອງເມືອງວັນເລິມ, ແຂວງຮຶງອຽນ. ໝູ່ບ້ານອາຊີບຢູ່ວັນເລິມ ພ້ອມກັບໝູ່ບ້ານອາຊີບແຫ່ງອື່ນໆໃນທົ່ວແຂວງຮຶງອຽນ ພວມມີການປ່ຽນແປງໃນແຕ່ລະມື້ ເພື່ອໄປທັນກັບທ່າອ່ຽງເຊື່ອມໂຍງ, ປະກອບສ່ວນໃຫ້ແກ່ເສດຖະກິດສັງຄົມຂອງແຂວງ.

vovworld.vn

ເຫດການ
302 Found

Found

The document has moved here.