ປັດຈຸບັນ ທົ່ວປະເທດປັກດຳນາແຊງໄດ້ 84%

00:54 | 14/05/2019

ຂະ​ບວນ​ການ​ຜະ­ລິດ​ເຂົ້າ­ນາ­ແຊງ​ຂອງ​ຊາວ​ກະ­ສິ­ກອນ​ທົ່ວ​ປະ­ເທດ ມາ​ຮອດ​ປັດຈຸບັນ ສາ­ມາດ​ປັກ​ດຳ​ໄດ້ 84.088 ເຮັກ­ຕາ ເທົ່າ​ກັບ 84% ຂອງ​ເນື້ອ­ທີ່​ແຜນ­ການ 100.000 ເຮັກ­ຕາແລ້ວ.

ປັດຈຸບັນ ທົ່ວປະເທດປັກດຳນາແຊງໄດ້ 84%

ຊາວ​ກະ­ສິ­ກອນ​ທົ່ວ​ປະ­ເທດ​ໄດ້​ຂຸ້ນ­ຂ້ຽວ​ປັກ​ດຳ​ເຂົ້າ­ນາ­ແຊງ ແລະ ປູກ​ພືດ​ລະ­ດູ­ແລ້ງ​.

ປັດ­ຈຸ­ບັນ ​ຊາວ​ກະ­ສິ­ກອນ​ທົ່ວ​ປະ­ເທດ​ໄດ້​ຂຸ້ນ­ຂ້ຽວ​ປັກ​ດຳ​ເຂົ້າ­ນາ­ແຊງ ແລະ ປູກ​ພືດ​ລະ­ດູ­ແລ້ງ​ເພື່ອ​ໃຫ້​ສຳ­ເລັດ​ທັນ​ຕາມ​ລະ­ດູ​ການ ອີງ​ຕາມ​ບົດ​ລາຍ​ງານ​ປະ­ຈຳ​ອາ­ທິດ​ຂອງ​ກະ­ຊວງ​ກະ­ສິ­ກຳ ແລະ ປ່າ­ໄມ້ ໄດ້​ຮູ້​ວ່າ: ຂະ​ບວນ​ການ​ຜະ­ລິດ​ເຂົ້າ­ນາ­ແຊງ​ຂອງ​ຊາວ​ກະ­ສິ­ກອນ​ທົ່ວ​ປະ­ເທດ ມາ​ຮອດ​ວັນ​ທີ 12 ກຸມ­ພາ 2019 ສາ­ມາດ​ປັກ​ດຳ​ໄດ້ 84.088 ເຮັກ­ຕາ ເທົ່າ​ກັບ 84% ຂອງ​ເນື້ອ­ທີ່​ແຜນ­ການ 100.000 ເຮັກ­ຕາ ສ່ວນ​ການ​ປູກ​ພືດ​ລະ­ດູ­ແລ້ງ​ຊາວ​ກະ­ສິ­ກອນ​ໃນ​ທ້ອງ­ຖິ່ນ​ຕ່າງໆ ໄດ້​ເລັ່ງ​ປູກ​ພືດ​ຕາມ​ລະ­ດູ​ການ ປະ­ຕິ­ບັດ​ໄດ້ 91.556 ເຮັກ­ຕາ ເທົ່າ​ກັບ 58,15% ໃນ​ຂະ­ນະ​ທີ່​ການ​ສ້ອມ­ແປງ​ຊົນ­ລະ­ປະ­ທານ​ຮອດ​ປັດ­ຈຸ­ບັນ​ສຳ­ເລັດ​ເກືອບ 100%.

ສຳ­ລັບ​ການ​ສະ­ໜອງ​ນ້ຳ​ຊົນ­ລະ­ປະ­ທານ ໃຫ້​ແກ່​ການ​ຜະ­ລິດ​ລະ­ດູ­ແລ້ງ​ໃນ​ຂອບ​ເຂດ​ທົ່ວ​ປະ­ເທດ ມີ​ເນື້ອ­ທີ່​ທັງ​ໝົດ 165.000 ເຮັກ­ຕາ ໃນ​ນັ້ນ ສະ­ໜອງ​ນ້ຳ​ໃຫ້​ເນື້ອ­ທີ່​ປູກ​ເຂົ້າ­ນາ­ແຊງ 100.000 ເຮັກ­ຕາ ແລະ ພືດ 65.000 ເຮັກ­ຕາ ໃນ​ຈຳ­ນວນ 7.800 ໂຄງ­ການ ປັດ­ຈຸ­ບັນ​ຂະ­ແໜງ​ຊົນ­ລະ­ປະ­ທານ ໄດ້​ສືບ­ຕໍ່​ລົງ​ຕິດ­ຕາມ​ກວດ­ກາ​ເຕັກ­ນິກ​ໂຄງ­ການ​ແກ້​ໄຂ​ສຸກ​ເສີນ​ສ້ອມ­ແປງ​ລະ­ບົບ​ຊົນ­ລະ­ປະ­ທານ​ຫຼັງ​ນ້ຳ​ຖ້ວມ​ປີ 2018 ບັນ­ດາ​ໂຄງ­ການ​ທີ່​ຈັດ​ຕັ້ງ​ປະ­ຕິ­ບັດ​ສຳ­ເລັດ 25 ໂຄງ­ການ ແລະ ກວດ­ກາ​ຟື້ນ​ຟູ​ປ່ຽນ​ຖ່າຍ​ຈັກ­ສູບ­ນ້ຳ​ຈຳ­ນວນ 6 ໂຄງ­ການ ທຶນ​ກູ້​ຢືມ​ຈາກ​ລັດ­ຖະ­ບານ​ອິນ​ເດຍ 3 ເມືອງ ສະ­ເລ່ຍ​ລວມ​ທັງ​ໝົດ​ຂອງ​ໂຄງ­ການ ສາ­ມາດ​ຈັດ​ຕັ້ງ​ປະ­ຕິ­ບັດ​ໄດ້ 93% ນອກ​ນີ້ ໄດ້​ຕິດ­ຕາມ​ສ້ອມ­ແປງ​ຈັກ­ສູບ­ນ້ຳ ແລະ ລວງ​ຄອງ­ເໝືອງ​ໃນ 5 ເມືອງ (ສີ​ໂຄດ​ຕະ­ບອງ ໄຊ​ທາ­ນີ ປາກ​ງື່ມ ນາ​ຊາຍ​ທອງ ແລະ ຫາດ​ຊາຍ​ຟອງ) ນະ­ຄອນ­ຫຼວງ​ວຽງ​ຈັນ ມີ 25 ໂຄງ­ການ ບ້ວງ​ງົບ­ປະ­ມານ​ແກ້​ໄຂ​ສຸກ​ເສີນ​ສ້ອມ­ແປງ​ລະ­ບົບ​ຊົນ­ລະ­ປະ­ທານ​ຫຼັງ​ນ້ຳ​ຖ້ວມ​ປີ 2018 ມູນ​ຄ່າ 3 ຕື້​ກີບ ປັດ­ຈຸ­ບັນ​ປະ­ຕິ­ບັດ​ໄດ້ 2,3 ຕື້​ກີບ ເທົ່າ​ກັບ 91% ຂອງ​ມູນ​ຄ່າ​ທັງ​ໝົດ.

(ແຫຼ່ງ​ຂໍ້​ມູນ​: ຂ​ປ​ລ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.