ກະເຊົ້າໄຟຟ້າ Fansipan ແລະການປະກອບສ່ວນເຂົ້າໃນການທ່ອງທ່ຽວຊາປາ

18:48 | 31/07/2021

ຍສໝ - ໃນເດືອນກຸມພາ ປີ 2016, ຫຼັງຈາກການສໍາຫຼວດເປັນເວລາ 7 ເດືອນ ແລະໃຊ້ເວລາກໍ່ສ້າງ 800 ມື້, ໂຄງການກະເຊົ້າໄຟຟ້າ Fansipan ໄດ້ລົງທຶນ ແລະກໍ່ສ້າງໂດຍກຸ່ມ Sun ກໍ່ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ຮອດທ້າຍປີ 2016, ການທ່ອງທ່ຽວ ຊາປາ ເປັນເທື່ອທຳອິດບັນລຸໄດ້ນັກທ່ອງທ່ຽວມາທ່ຽວ 1,2 ລ້ານເທື່ອຄົນ. ໃນລະຫວ່າງປີ 2016-2019, ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວແຂວງລາວກາຍ ເພີ່ມຂຶ້ນ 144%. ໃນທ້າຍປີ 2019, ລາຍຮັບຈາກການທ່ອງທ່ຽວຂອງແຂວງແມ່ນ 19.200 ຕື້ດົ່ງ, ສູງກວ່າປີ 2016 4 ເທົ່າ.

ປະຊາຊົນຫວຽດນາມຮ່ວມແຮງຮ່ວມໃຈໃນການປ້ອງກັນ,ຕ້ານໂລກລະບາດໂຄວິດ-19 ປະຊາຊົນຫວຽດນາມຮ່ວມແຮງຮ່ວມໃຈໃນການປ້ອງກັນ,ຕ້ານໂລກລະບາດໂຄວິດ-19
ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD
undefined
ພາບປະກອບ

ຫຼັງຈາກເປີດນຳໃຊ້ມາເປັນເວລາ 5 ປີ, ລະບົບກະເຊົ້າໄຟຟ້າ Fansipan ໄດ້ນໍາເອົາການລົງຜ່ານປະສົບການຕົວຈິງທີ່ໃໝ່ມາໃຫ້ແກ່ນັກທ່ອງທ່ຽວຫຼາຍລ້ານຄົນເມື່ອພິຊິດຫຼັງຄາຂອງອິນດູຈີນ, ອັນໄດ້ປະກອບສ່ວນສໍາຄັນເຂົ້າໃນການປ່ຽນແປງຂອງການທ່ອງທ່ຽວ ຊາປາ.

ໃນເດືອນກຸມພາ ປີ 2016, ຫຼັງຈາກການສໍາຫຼວດເປັນເວລາ 7 ເດືອນ ແລະໃຊ້ເວລາກໍ່ສ້າງ 800 ມື້, ໂຄງການກະເຊົ້າໄຟຟ້າ Fansipan ໄດ້ລົງທຶນ ແລະກໍ່ສ້າງໂດຍກຸ່ມ Sun ກໍ່ໄດ້ເປີດນໍາໃຊ້ຢ່າງເປັນທາງການ. ຮອດທ້າຍປີ 2016, ການທ່ອງທ່ຽວ ຊາປາ ເປັນເທື່ອທຳອິດບັນລຸໄດ້ນັກທ່ອງທ່ຽວມາທ່ຽວ 1,2 ລ້ານເທື່ອຄົນ. ໃນລະຫວ່າງປີ 2016-2019, ຈໍານວນນັກທ່ອງທ່ຽວເຂົ້າມາທ່ຽວແຂວງລາວກາຍ ເພີ່ມຂຶ້ນ 144%. ໃນທ້າຍປີ 2019, ລາຍຮັບຈາກການທ່ອງທ່ຽວຂອງແຂວງແມ່ນ 19.200 ຕື້ດົ່ງ, ສູງກວ່າປີ 2016 4 ເທົ່າ.

ໃນລະດັບຄວາມສູງ 2,900 ແມັດໃນເສັ້ນທາງໄປຫາຈອມພູ Fansipan, ໃນເມກຂາວປົກຄຸມ, ຢູ່ທ່າມກາງພູເຂົາ, ສຽງແຄນດັງກ້ອງສະໜັ່ນ, ຕາມດ້ວຍຈັງຫວະດັງກ້ອງຂອງກອງ ຢາວ, ຂອງໄມ້ໄຜ່, ໄມ້ເຮັ້ຍ... ນັກທ່ອງທ່ຽວຖືກດຶງດູດເຂົ້າໄປໃນການເຕັ້ນສາບທີ່ເປັນເອກະລັກຂອງການສະແດງສິລະປະທີ່ມີຊື່ວ່າ "ວາດຟ້ອນເທິງເມກ".

ການເປີດຕົວຄັ້ງ ທຳອິດໃນປີ 2019 ທີ່ Sun World Fansipan Legend, "ວາດຟ້ອນເທິງເມກ" ທີ່ແຕ່ງໂດຍຜູ້ກຳກັບ ຟ້າມຮວ່າງນາມ ໄດ້ຮັບການຕ້ອນຮັບຢ່າງອົບອຸ່ນ. ຄວາມດຶງດູດຂອງການສະແດງ ແມ່ນບໍ່ພຽງແຕ່ຢູ່ໃນການລົງທຶນຢ່າງພິຖິພິຖັນ ແລະມີແບບມີແຜນ ນັບແຕ່ດົນຕີ, ລີລາຟ້ອນລຳ ໄປສູ່ການຈັດສ້າງ, ການແຕ່ງກາຍເທົ່ານັ້ນ ຫາກຍັງແມ່ນຢູ່ໃນການເຮັດວຽກທີ່ລະອຽດລະອໍຂອງພະນັກງານທຸກຄົນໃນການຂຸດຄົ້ນວັດທະນະທຳ ທີ່ເປັນເອກະລັກຂອງພາກຕາເວັນຕົກສ່ຽງເໜືອນີ້.

ການກໍ່ສ້າງໄປຄຽງຄູ່ກັບການອະນຸລັກ, ການພັດທະນາຢ່າງບໍ່ຢຸດຢັ້ງແຕ່ກໍ່ຕ້ອງອວ່າຍເມືອຫາກົກເຄົ້າເຫງົ້າກໍ, ການກໍານົດທິດທາງອັນຖືກຕ້ອງຂອງອໍານາດການປົກຄອງ ແລະການມີສ່ວນຮ່ວມຂອງບັນດາທຸລະກິດການທ່ອງທ່ຽວຄື ກຸ່ມ Sun ຈະປະກອບສ່ວນສ້າງພາບການທ່ອງທ່ຽວ ຊາປາ ຄືນໃໝ່, ແລະຈາກນັ້ນກໍນຳເອົາແດນແຫ່ງນີ້ນັບມື້ນັບຈະເລີນຮຸ່ງເຮືອງໃນອະນາຄົດອັນບໍ່ໄກນີ້.

ໄຊພອນ

ເຫດການ
302 Found

Found

The document has moved here.