ປະຊາຊົນຫວຽດນາມຮ່ວມແຮງຮ່ວມໃຈໃນການປ້ອງກັນ,ຕ້ານໂລກລະບາດໂຄວິດ-19

17:06 | 31/07/2021

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ທົ່ວປະເທດຈະຮ່ວມແຮງຮ່ວມໃຈ, ທົ່ວພັກ, ທົ່ວປວງຊົນເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ພ້ອມກັບການໜູນຊ່ວຍຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ, ແນ່ນອນວ່າ ຫວຽດນາມ ຈະຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ-19.

ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ປະຊາຄົມຊາວ ຫວຽດນາມ ອາໄສຢູ່ຝລັ່ງ ແລະ ເພື່ອນມິດສາກົນສະຫນັບສະຫນູນ ຫວຽດນາມໃນການປ້ອງກັນ ຕ້ານໂລກລະບາດໂຄວິດ 19
ດົ່ງທາບມອບຜ້າອັດປາກ, ຢາລ້າງມືຂ້າເຊື້ອໜູນຊ່ວພໍ່ແມ່ປະຊາຊົນ ຫວຽດນາມ ເຊື້ອສາຍ ຫວຽດນາມ ຢູ່ກຳປູເຈຍເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ດົ່ງທາບມອບຜ້າອັດປາກ, ຢາລ້າງມືຂ້າເຊື້ອໜູນຊ່ວພໍ່ແມ່ປະຊາຊົນ ຫວຽດນາມ ເຊື້ອສາຍ ຫວຽດນາມ ຢູ່ກຳປູເຈຍເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ - 19
ພາບປະກອບ: vnexpress.net
ພາບປະກອບ: vnexpress.net

ດ້ວຍຈິດໃຈ “ຕ້ານໂລກລະບາດຄືດັ່ງຕ້ານສັດຕູ”, ປົກປ້ອງສຸຂະພາບ, ຊີວິດອິນຊີຂອງປະຊາຊົນແມ່ນເໜືອກວ່າສິ່ງໃດໝົດ, ໂດຍຕາງໜ້າໃຫ້ການນຳພັກ, ລັດ, ທ່ານເລຂາທິການໃຫຍ່ພັກກອມມູນິດ ຫວຽດນາມ ຫງວຽນຝູຈ້ອງ ໄດ້ຮຽກຮ້ອງໃຫ້ທົ່ວພັກ, ທົ່ວປວງຊົນ, ທົ່ວກອງທັບ ແລະ ພໍ່ແມ່ພີ່ນ້ອງຊາວຫວຽດນາມຫວຽດນາມ ອາໄສຢູ່ຕ່າງປະເທດ ຈົ່ງມານະພະຍາຍາມກ່າວອີກ; ສາມັກຄີກວ່າອີກ; ມີຄວາມຕັດສິນໃຈໃຫ້ຫຼາຍກວ່າ ເພື່ອຮ່ວມແຮງຮ່ວມໃຈພ້ອມກັບພັກ, ລັດ, ທຸກຂັ້ນ, ທຸກຂະແໜງການຊອກຫາທຸກວິທີເພື່ອສະກັດກັ້ນ, ຍູ້ໃຫ້ໂລກລະບາດຖອຍໄປ ບໍ່ປະໃຫ້ແຜ່ລະບາດໃນຊຸມຊົນ.

ທ່ານເລຂາທິການໃຫຍ່ ຫງວຽນຝູຈ້ອງ ເຊື່ອໝັ້ນວ່າ, ທົ່ວປະເທດຈະຮ່ວມແຮງຮ່ວມໃຈ, ທົ່ວພັກ, ທົ່ວປວງຊົນເປັນຈິດໜຶ່ງໃຈດຽວ, ເປັນເອກະພາບດ້ານເຈດຈຳນົງ ແລະ ການກະທຳ, ພ້ອມກັບການໜູນຊ່ວຍຂອງພໍ່ແມ່ປະຊາຊົນຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ ແລະ ເພື່ອນມິດສາກົນ, ແນ່ນອນວ່າ ຫວຽດນາມ ຈະຍາດໄດ້ໄຊຊະນະຕໍ່ໂລກລະບາດໂຄວິດ-19.

ນັບແຕ່ເວລາ 19 ໂມງຂອງວັນທີ 30 ກໍລະກົດ 2021 ຫາເວລາ 6 ໂມງຂອງວັນທີ 31 ກໍລະກົດ 2021, ຫວຽດນາມ ຢັ້ງຢືນມີຜູ້ຕິດເຊື້ອພະຍາດໂຄວິດ - 19 ພາຍໃນປະເທດຕື່ມອີກ 4.060 ຄົນ, ຢູ່ນະຄອນໂຮ່ຈີມິນ ແມ່ນ 2.503 ຄົນ. ເປັນອັນວ່າ, ໄລ່ຮອດຕອນເຊົ້າວັນທີ 31 ກໍລະກົດ, ຫວຽດນາມ ມີຜູ້ຕິດເຊື້ອສະສົມທັງໝົດ 141.122 ລ້ານຄົນ, ໃນນັ້ນ ມີ 35.484 ຄົນ ໄດ້ຮັບການປິ່ນປົວຫາຍດີແລ້ວ, ແລະ ມີເກືອບ 6 ລ້ານຄົນ ໄດ້ສັກວັກຊິນກັນພະຍາດໂຄວິດ - 19.

ຕາມອົງການອະນາໄມໂລກ ແລ້ວ, ໂລກພວມປະເຊີນໜ້າກັບຄວາມສ່ຽງທຳລາຍບັນດາຜົນງານ ທີ່ມີຄວາມລຳບາກຫຼາຍທີ່ສຸດ ຈຶ່ງບັນລຸໄດ້ໃນການຕໍ່ສູ້ຕ້ານໂລກລະບາດໂຄວິດ - 19 ຍ້ອນການແຜ່ລະບາດຂອງເຊື້ອໄວຣັດສາຍພັນ Delta, ແຕ່ກໍຢັ້ງຢືນວ່າ ວັກຊິນກັນພະຍາດໂຄວິດ - 19 ຊະນິດຕ່າງໆ ໂດຍໄດ້ຮັບການອະນຸມັດຜ່ານຈາກ WHO ນັ້ນ ແມ່ນຍັງມີປະສິດທິຜົນຕໍ່ການຮັບມືກັບໂລກລະບາດດັ່ງກ່າວ; ກໍລະນີຕິດເຊື້ອໂຄວິດ - 19 ໄດ້ເພີ່ມຂຶ້ນ 80% ໃນ 4 ອາທິດຜ່ານມາ ຢູ່ບັນດາພາກພື້ນໃນໂລກເກືອບທັງໝົດ; ເຊື້ອໄວຣັດ ສາຍພັນ Delta ໄດ້ກວດພົບຢູ່ 132 ປະເທດ.

ໄຊພອນ

ເຫດການ
302 Found

Found

The document has moved here.