| ຫວຽດນາມ ຈັດຊຸດອົບຮົມວິຊາສະເພາະວຽກງານໂຄສະນາອົບຮົມ ໃຫ້ແກ່ພະນັກງານກອງທັບປະຊາຊົນລາວ | |
| ຫວຽດນາມ - ເບລາຣຸດ ຊຸກຍູ້ສາຍພົວພັນຄູ່ຮ່ວມມືຍຸດທະສາດ ໃຫ້ຂະຫຍາຍຕົວຢ່າງແທ້ຈິງ ແລະ ມີປະສິດທິຜົນ |
ບົດຄວາມທີ່ລົງພິມໃນໜັງສືພິມ The Times of India ວັນທີ 25 ມິຖຸນາ ຜ່ານມານີ້ ໄດ້ໃຫ້ທັດສະນະວ່າ ຫວຽດນາມ ພວມກາຍເປັນຈຸດໝາຍປາຍທາງທີ່ດຶງດູດສຳລັບນັກທ່ອງທ່ຽວສາກົນ ຍ້ອນການປະສົມປະສານຢ່າງກົມກຽວລະຫວ່າງ ທຳມະຊາດ, ວັດທະນະທຳ, ອາຫານ ແລະ ຄວາມສາມາດໃນການເຊື່ອມຕໍ່ນັບມື້ນັບສະດວກສະບາຍ.
ຕາມບົດລາຍງານແລ້ວ, ຫວຽດນາມ ມີທ່າດີທີ່ພົ້ນເດັ່ນຫຼວງຫຼາຍ, ນັບຕັ້ງແຕ່ບັນດາຫາດຊາຍທະເລທີ່ຍາວຢຽດ, ເຂດພູດອຍທີ່ສະຫງ່າງາມ ເຖິງລະບົບມໍລະດົກວັດທະນະທຳທີ່ອຸດົມສົມບູນ. ຄຽງຄູ່ກັນນັ້ນ, ພື້ນຖານອາຫານການກິນທີ່ຫຼາກຫຼາຍ, ຄ່າໃຊ້ຈ່າຍໃນການທ່ອງທ່ຽວທີ່ສົມເຫດສົມຜົນ ແລະ ຄວາມມີນ້ຳໃຈໂອບອ້ອມອາລີຂອງປະຊາຊົນ ກໍແມ່ນບັນດາປັດໄຈທີ່ປະກອບສ່ວນສ້າງແຮງດຶງດູດໃຫ້ແກ່ຈຸດໝາຍປາຍທາງແຫ່ງນີ້.
The Times of India ເຫັນວ່າ ການຂະຫຍາຍບັນດາເສັ້ນທາງບິນຊື່ລະຫວ່າງ ຫວຽດນາມ ແລະ ອິນເດຍ ພາຍໃນຊຸມປີມໍ່ໆມານີ້ ໄດ້ຊ່ວຍໃຫ້ການເດີນທາງມີຄວາມສະດວກສະບາຍຍິ່ງຂຶ້ນ, ຜ່ານນັ້ນຊຸກຍູ້ປະລິມານນັກທ່ອງທ່ຽວສອງຝ່າຍ. ນອກຈາກນັ້ນ, ນະໂຍບາຍອຳນວຍຄວາມສະດວກດ້ານວີຊາ ແລະ ການຂະຫຍາຍຕົວຂອງພື້ນຖານໂຄງລ່າງການທ່ອງທ່ຽວ ກໍໄດ້ປະກອບສ່ວນຍົກສູງສະມັດຖະພາບການແຂ່ງຂັນ ຂອງການທ່ອງທ່ຽວ ຫວຽດນາມ ຢູ່ພາຍໃນຕະຫຼາດສາກົນ.
![]() |
| ຄະນະນັກທ່ອງທ່ຽວ MICE ທີ່ມາຈາກ ອິນເດຍ. (ພາບເອກະສານ: ມິງຈີ/TTXVN). |
ບົດຄວາມຍັງໄດ້ແນະນຳບັນດາຈຸດໝາຍປາຍທາງທີ່ພົ້ນເດັ່ນຂອງ ຫວຽດນາມ ເຊັ່ນ: ຮ່າໂນ້ຍ ດ້ວຍຄວາມງາມທາງດ້ານວັດທະນະທຳ ແລະ ປະຫວັດສາດ, ອ່າວຮະລອງ ທີ່ໂດ່ງດັງດ້ວຍທັດສະນີຍະພາບທຳມະຊາດ, ໂຮ້ຍອານ ທີ່ເຕັມໄປດ້ວຍຮ່ອງຮອຍມໍລະດົກ, ນະຄອນໂຮ່ຈີມິນ ທີ່ຮັກແພງແລະມີຄວາມເຄື່ອນໄຫວ ຄຽງຄູ່ກັບບັນດາຫາດຊາຍທະເລຂອງ ດານັງ, ຍາຈາງ ແລະ ເກາະ ຝູກວກ.
ຕາມການຕີລາຄາຂອງໜັງສືພິມດັ່ງກ່າວ, ຫວຽດນາມ ບໍ່ພຽງແຕ່ຕອບສະໜອງຄວາມຕ້ອງການດ້ານການພັກຜ່ອນຢ່ອນໃຈເທົ່ານັ້ນ ແຕ່ຍັງເໝາະສົມກັບຫຼາຍຮູບແບບການທ່ອງທ່ຽວ ເຊັ່ນ: ການຄົ້ນຫາວັດທະນະທຳ, ການທົດລອງຊີມອາຫານ, ການທ່ອງທ່ຽວທຳມະຊາດ ແລະ ການທ່ອງທ່ຽວແບບຄອບຄົວ.
ໄລຍະຜ່ານມາ, ຕະຫຼາດ ອິນເດຍ ສືບຕໍ່ບັນທຶກລະດັບການເຕີບໂຕທີ່ຕັ້ງໜ້າຕໍ່ກັບການທ່ອງທ່ຽວ ຫວຽດນາມ. ຕາມກົມທ່ອງທ່ຽວແຫ່ງຊາດຫວຽດນາມ ແລ້ວ, ໃນປີ 2025 ຫວຽດນາມ ໄດ້ຕ້ອນຮັບນັກທ່ອງທ່ຽວ ອິນເດຍ ປະມານ 750.000 ເທື່ອຄົນ, ເພີ່ມຂຶ້ນເກືອບ 50% ເມື່ອທຽບໃສ່ປີກ່ອນໜ້າ ແລະ ເພີ່ມຂຶ້ນຫຼາຍກວ່າ 4 ເທົ່າ ເມື່ອທຽບໃສ່ປີ 2019, ນຳເອົາ ອິນເດຍ ເຂົ້າສູ່ກຸ່ມບັນດາຕະຫຼາດສົ່ງນັກທ່ອງທ່ຽວສາກົນທີ່ສຳຄັນຂອງ ຫວຽດນາມ. ທ່າອ່ຽງການເຕີບໂຕນີ້ ໄດ້ສະແດງໃຫ້ເຫັນເຖິງແຮງດຶງດູດນັບມື້ນັບໃຫຍ່ຫຼວງຂອງຈຸດໝາຍປາຍທາງ ຫວຽດນາມ ຕໍ່ກັບນັກທ່ອງທ່ຽວ ອິນເດຍ, ໃນຂະນະດຽວກັນກໍເປີດໂອກາດການຮ່ວມມືດ້ານການທ່ອງທ່ຽວ ແລະ ການພົບປະແລກປ່ຽນປະຊາຊົນລະຫວ່າງສອງປະເທດອີກຫຼວງຫຼາຍ.
| ເພີ່ມປັດໄຈຊຸກຍູ້ການຮ່ວມມື ຫວຽດນາມ - ແບນຊິກ ຍສໝ - ຕອນເຊົ້າວັນທີ 25 ມິຖຸນາ, ຢູ່ທີ່ Brussels, ສະຖານເອກອັກຄະລັດຖະທູດ ຫວຽດນາມ ປະຈຳ Belgium ໄດ້ຈັດຕັ້ງພິທີມອບຂໍ້ຕົກລົງແຕ່ງຕັ້ງກົງສຸນກິດຕິມະສັກ ຫວຽດນາມ ປະຈຳ Antwerp ໃຫ້ແກ່ທ່ານ Philip Yvonne J. Van Gestel ເຊິ່ງເປັນນັກທຸລະກິດທີ່ເຄື່ອນໄຫວພາຍໃນຂົງເຂດທຸລະກິດ ແລະ ການເດີນເຮືອຢູ່ ແບນຊິກ. |
| ຫວຽດນາມ ພ້ອມແລ້ວທີ່ຈະໜູນຊ່ວຍ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ ຍສໝ - ວັນທີ 25 ມິຖຸນາ, ພາຍໃນງານຖະແຫຼງຂ່າວປະຈຳຂອງກະຊວງການຕ່າງປະເທດ, ທ່ານນາງ ຟ້າມທູຮັ່ງ ໂຄສົກກະຊວງການຕ່າງປະເທດ ໃຫ້ຮູ້ວ່າ ຫວຽດນາມ ໄດ້ສົ່ງຄຳຢ້ຽມຢາມຖາມຂ່າວເຖິງ ລັດຖະບານ ແລະ ປະຊາຊົນ ເວເນຊູເອລາ ພາຍຫຼັງເຫດການແຜ່ນດິນໄຫວຢ່າງຮ້າຍແຮງ, ໃນຂະນະດຽວກັນກໍຢັ້ງຢືນວ່າ ພ້ອມແລ້ວທີ່ຈະມີບັນດາຮູບແບບການໜູນຊ່ວຍທີ່ເໝາະສົມ ເພື່ອຊ່ວຍປະເທດເພື່ອນມິດແກ້ໄຂຜົນສະທ້ອນຈາກໄພທຳມະຊາດ. |
