ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD

16:48 | 31/07/2021

ຕາມບົດລາຍງານຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020.

ການທູດວັກຊິນ- ຈຸດພົ້ນເດັ່ນໃນຜົນງານການທູດ 6 ເດືອນຕົ້ນປີ 2021 ການທູດວັກຊິນ- ຈຸດພົ້ນເດັ່ນໃນຜົນງານການທູດ 6 ເດືອນຕົ້ນປີ 2021
ປີ 2021,  ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD ປີ 2021, ຂອບຂະໜາດເສດຖະກິດຂອງຫວຽດນາມ​ອາດບັນລຸ 500 ຕື້ USD
ພາບປະກອບ
ພາບປະກອບ

ດ້ວຍແຜນຄາດຄະເນທີ່ສະດວກ, ໂລກລະບາດໄດ້ຮັບການຄວບຄຸມໃນເດືອນ ສິງຫາ ນີ້, ການເຕີບໂຕ GDP ຂອງທັງປີຈະບັນລຸແຕ່ 5,4 - 6,1%. ໃນໃນໄລຍະທີ່ໂລກລະບາດແຜ່ລາມອອກຮ້າຍແຮງທີ່ສຸດ, ການເຕີບໂຕ GDP ບັນລຸພຽງ 3,5-4%. ກຳລັງໜູນຕົ້ນຕໍໃຫ້ແກ່ການເຕີບໂຕຍັງຈະແມ່ນການສົ່ງອອກ ແລະ ລົງທຶນພາກລັດ.

ເຖິງວ່າຖືກຜົນສະທ້ອນຫຼາຍຢ່າງຈາກໂລກລະບາດໂຄວິດ-19 ກໍຕາມ, ແຕ່ການຈາລະຈອນສິນຄ້າຢູ່ພາຍໃນປະເທດຍັງຮັບປະກັນໂດຍພື້ນຖານໄດ້, ໂດຍສະເພາະແມ່ນບັນດາສິນຄ້າທີ່ຈຳເປັນ. ນີ້ແມ່ນໝາກຜົນໜ້າຊື່ນຊົມໃນສະພາບການຄ້າທົ່ວໂລກພວມປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19, ມີຫຼາຍພື້ນຖານເສດຖະກິດຢູ່ພາກພື້ນ ແລະ ໃນໂລກຖືກຫຼຸດລົງຍ້ອນຜົນກະທົບຈາກໂລກລະບາດ.

ຕາມບົດລາຍງານຂອງກະຊວງອຸດສາຫະກຳການຄ້າ ຫວຽດນາມ ແລ້ວ, ຍອດວົງເງິນສົ່ງອອກ-ນຳເຂົ້າຂອງ ຫວຽດນາມ ໃນໄລຍະ 7 ເດືອນຕົ້ນປີ 2021 ບັນລຸ 371 ຕື້ USD, ເພີ່ມຂຶ້ນ 29% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ອາເມລິກາ ແມ່ນຕະຫຼາດສົ່ງອອກໃຫຍ່ສຸດຂອງ ຫວຽດນາມ ດ້ວຍຍອດວົງເງິນການຄ້າບັນລຸ 53,6 ຕື້ USD, ເພີ່ມຂຶ້ນ 37,4% ເມື່ອທຽບໃສ່ໄລຍະດຽວກັນຂອງປີ 2020. ຖັດຈາກນັ້ນແມ່ນ ຈີນ ແລະ ຕະຫຼາດ ອີຢູ. ກ່ຽວກັບການນຳເຂົ້າສິນຄ້າ, ຈີນ ແມ່ນຕະຫຼາດນຳເຂົ້າໃຫຍ່ກວ່າໝູ່ຂອງຫວຽດນາມ, ຖັດຈາກນັ້ນແມ່ນ ສ.ເກົາຫຼີ, ຕະຫຼາດ ອາຊຽນ, ຍີ່ປຸ່ນ…

ບັນດາຜູ້ຊ່ຽວຊານເສດຖະກິດຖືວ່າ ເລື່ອງຍູ້ແຮງການສັກວັກຊິນ ຈະແມ່ນມາດຕະການຄວບຄຸມໂລກລະບາດໂຄວິດ 19, ນຳວິສາຫະກິດກັບຄືນສູ່ສະພາບເຄື່ອນໄຫວເປັນປົກກະຕິໂດຍໄວ, ຮັບປະກັນຄາດໝາຍການເຕີບໂຕເສດຖະກິດ. ຕາມນັກຊ່ຽວຊານເສດຖະກິດ ດິ້ງຈ້ອງທິ້ງ ແລ້ວ, ທຳອິດບັນດາວິສາຫະກິດພ້ອມກັບລັດຖະບານ ແລະ ທົ່ວສັງຄົມສືບຕໍ່ຕ້ອງຖືວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19 ແມ່ນຫນ້າທີ່ສຳຄັນທີ່ສຸດ ແລະ ເປັນຈຸດສຸມເພື່ອສາມາດບັນລຸການເຕີບໂຕສູງ ແລະ ພັດທະນາການຜະລິດໄດ້.

ເຖິງວ່າໃນສະພາບທີ່ປະສົບກັບຄວາມຫຍຸ້ງຍາກກໍຕາມ ແຕ່ຍັງຄົງມີສັນຍານຕັ້ງຫນ້າຢູ່ໃນວິສາຫະກິດຈຳນວນຫນຶ່ງ, ບາງຂະແຫນງ ສິນຄ້າໃນພື້ນຖານເສດຖະກິດ. ສິ່ງນີ້ ໄດ້ ແລະ ພວມປະກອບສ່ວນປະຕິບັດສຳເລັດຄາດໝາຍການເຕີບໂຕເສດຖະກິດຂອງ ຫວຽດນາມ ໃນປີ.

ໄຊພອນ

ເຫດການ
302 Found

Found

The document has moved here.