ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ

13:45 | 25/06/2026

ຍສໝ - ຄຽງຄູ່ຮ່ວມກັບ ຟູກວກ, ດານັງ ໄດ້ກາຍເປັນຈຸດໝາຍປາຍທາງດ້ານການພັກແຮມ ທີ່ຖືກຄົ້ນຫາຫຼາຍທີ່ສຸດ ຢູ່ພາຍໃດປະເທດຫວຽດນາມ ເທິງ Platform Traveloka. ເປັນພິເສດ, ແທນທີ່ຈະສຸມໃສ່ພຽງແຕ່ເຂດໃຈກາງເມືອງ, ຄວາມຕ້ອງການຄົ້ນຫາຂອງນັກທ່ອງທ່ຽວ ພວມມີການຂະຫຍາຍຕົວໄປສູ່ເຂດອ້ອມຂ້າງຂອງດານັງ, ເຊິ່ງສະແດງໃຫ້ເຫັນເຖິງການຫັນປ່ຽນພາຍໃດຮູບແບບການຄົ້ນຫາຂອງນັກທ່ອງທ່ຽວຫວຽດນາມ ຈາກການທ່ອງທ່ຽວຈຸດໝາຍປາຍທາງດຽວ ໄປສູ່ການເດີນທາງແບບຫຼາຍຈຸດໝາຍປາຍທາງ ພາຍໃດພາກພື້ນດຽວກັນ.

ຄວາມສາມັກຄີ, ຄວາມຜູກພັນລະຫວ່າງ ຫວຽດນາມ ແລະ ເວເນຊູເອລາ ແມ່ນຫຼັກຖານອັນມີຊີວິດຊີວາໃຫ້ແກ່ແນວຄິດໂຮ່ຈີມິນ ພາຍໃດສັງກາດໃໝ່
ຄວາມເດັດດ່ຽວໜຽວແໜ້ນນຳເອົາສາຍພົວພັນ ຫວຽດນາມ - ເວເນຊູເອລາ ຂະຫຍາຍຕົວຕື່ມອີກ ພາຍໃດໄລຍະໃໝ່

ຂໍ້ມູນຈາກແພລດຟອມ Traveloka ສະແດງໃຫ້ເຫັນວ່າ, ພາຍໃດບັນດາເດືອນ 4 - 5/2026 (ເມື່ອທຽບໃສ່ເດືອນ 1 - 2/2026), ຈຳນວນການຄົ້ນຫາບ່ອນພັກແຮມ ບໍ່ພຽງແຕ່ເພີ່ມຂຶ້ນຢູ່ເຂດໃຈກາງດານັງ ເທົ່ານັ້ນ, ແຕ່ຍັງແຜ່ຂະຫຍາຍໄປຮອດບັນດາເຂດອ້ອມຂ້າງ, ເຊິ່ງນັບມື້ນັບໄດ້ຮັບການເບິ່ງຈາກນັກທ່ອງທ່ຽວວ່າແມ່ນບັນດາຈຸດໝາຍປາຍທາງເອກະລາດ ທີ່ມີສະເໜ່ດຶງດູດສະເພາະຕົວ. ສາມາດເວົ້າເຖິງ: ຫງູແຮ່ງເຊິນ - ປູຊະນີຍະສະຖານ ແລະ ທັດສະນີຍະພາບຕັ້ງຢູ່ແຄມທະເລທາງທິດໃຕ້ຂອງດານັງ, ຄຽງຄູ່ຮ່ວມກັບບັນດາຫາດຊາຍທະເລອັນງຽບສະຫງົບ, ບັນທຶກລະດັບການເພີ່ມຂຶ້ນ 76% ຂອງຈຳນວນການຄົ້ນຫາບ່ອນພັກແຮມ; ເມືອງເກົ່າໂຫ້ຍອານ - ມໍລະດົກວັດທະນະທຳໂລກ ທີ່ໄດ້ຮັບການຮັບຮອງຈາກ UNESCO, ຫ່າງຈາກໃຈກາງດານັງ ປະມານ 30km ໄປທາງທິດໃຕ້ - ເພີ່ມຂຶ້ນ 52%; ແຫຼມເຊີນຈ່າ - ເຊິ່ງແມ່ນສະຖານທີ່ຕັ້ງຂອງວັດລິງອຶງ ແລະ ເປັນເຈົ້າຂອງລະບົບນິເວດແຄມທະເລອັນອຸດົມສົມບູນ - ບັນທຶກລະດັບການເພີ່ມຂຶ້ນ 45%.

ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ
ນັກທ່ອງທ່ຽວເຊັກອິນຢູ່ຂົວຄຳ (ດານັງ).

ສະເໜ່ດຶງດູດຂອງດານັງ ແມ່ນໄດ້ຮັບການຮັດແໜ້ນຢ່າງຕໍ່ເນື່ອງ ເມື່ອຕົວເມືອງນີ້ຫາກໍ່ໄດ້ຮັບການຈັດອັນດັບທີສອງຈາກ Lonely Planet ພາຍໃດລາຍຊື່ “ບັນດາຈຸດໝາຍປາຍທາງລະດູຮ້ອນທີ່ດຶງດູດໃຈທີ່ສຸດໃນອາຊີ”. ການຮັບຮອງນີ້ ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງຄວາມງາມທາງດ້ານທຳມະຊາດຂອງຕົວເມືອງ ເທົ່ານັ້ນ, ແຕ່ຍັງຢັ້ງຢືນເຖິງບົດບາດອັນພົ້ນເດັ່ນນັບມື້ນັບສູງຂອງດານັງ ໃນຖານະເປັນສູນກາງການທ່ອງທ່ຽວ, ພັກຜ່ອນຢ່ອນອາລົມ ແລະ ການທົດລອງອັນດັບໜຶ່ງຂອງພາກພື້ນ.

ມີສາມປັດໄຈຕົ້ນຕໍທີ່ນຳມາຊຶ່ງສະເໜ່ດຶງດູດຂອງດານັງ. ນັ້ນແມ່ນຕາຕະລາງການຈັດກິດຈະກຳທີ່ໜາແໜ້ນ, ເຮັດໃຫ້ນັກທ່ອງທ່ຽວພັກແຮມດົນກວ່າເກົ່າ. ຊຸດກິດຈະກຳລະດູຮ້ອນປີ 2026 ຢູ່ດານັງ ພວມສ້າງແຮງຊຸກຍູ້ເພີ່ມຕື່ມ ເພື່ອໃຫ້ນັກທ່ອງທ່ຽວຍືດເວລາການເດີນທາງ ແລະ ຄົ້ນຫາບັນດາຈຸດໝາຍປາຍທາງອ້ອມຂ້າງ. ອັນພົ້ນເດັ່ນແມ່ນ ເທສະການຈຸດບັ້ງໄຟດອກສາກົນດານັງ (DIFF 2026), ໄດ້ຮັບການຄັດເລືອກຈາກວາລະສານ Travel + Leisure ເຂົ້າພາຍໃດ Top 9 ເທສະການລະດູຮ້ອນທີ່ໜ້າທົດລອງທີ່ສຸດໃນໂລກ. ຄຽງຄູ່ກັນນັ້ນແມ່ນ ງານມະຫະກຳຮູບເງົາອາຊີດານັງ ຄັ້ງທີ IV (28/6 - 4/7) ແລະ ເທສະການຫວຽດນາມ - ຍີ່ປຸ່ນ (9 - 12/7). ການປະສົມປະສານເຂົ້າຮ່ວມຫຼາຍກິດຈະກຳພາຍໃດການເດີນທາງດຽວກັນ ເຮັດໃຫ້ນັກທ່ອງທ່ຽວມີທ່າອ່ຽງຂະຫຍາຍການເດີນທາງໄປສູ່ບັນດາເມືອງ ແລະ ທ້ອງຖິ່ນອ້ອມຂ້າງ.

ທີສອງແມ່ນ ການມີຫຼາຍປະສົບການທີ່ແຕກຕ່າງກັນພາຍໃດຂອບເຂດການເຄື່ອນຍ້າຍທີ່ໃກ້. ແຕ່ລະເຂດອ້ອມຂ້າງດານັງ ລ້ວນແຕ່ເປັນເຈົ້າຂອງຈຸດດຶງດູດທີ່ແຕກຕ່າງກັນສະເພາະຕົວ. ຫງູແຮ່ງເຊິນ ໂດດເດັ່ນດ້ວຍທັດສະນີຍະພາບທຳມະຊາດ ແລະ ໝູ່ບ້ານອາຊີບຄວັດສະຫຼັກຫີນສິລະປະມູນເຊື້ອ; ແຫຼມເຊີນຈ່າ ດຶງດູດດ້ວຍລະບົບນິເວດອັນອຸດົມສົມບູນ ພ້ອມກັບທັດສະນີຍະພາບທະເລອັນພິເສດ; ໃນຂະນະທີ່ ໂຫ້ຍອານ ດຶງດູດນັກທ່ອງທ່ຽວ ຍ້ອນຄຸນຄ່າມໍລະດົກທີ່ໄດ້ຮັບການຮັບຮອງຈາກ UNESCO ແລະ ຊີວິດການເປັນຢູ່ທາງດ້ານວັດທະນະທຳ, ການບັນເທີງຍາມຄ່ຳຄືນອັນຟົດຟື້ນ. ຄວາມຫຼາກຫຼາຍນີ້ ຊ່ວຍໃຫ້ນັກທ່ອງທ່ຽວສາມາດປະສົມປະສານຫຼາຍປະສົບການທີ່ແຕກຕ່າງກັນໄດ້ຢ່າງງ່າຍດາຍ ພາຍໃດການເດີນທາງໄລຍະສັ້ນ.

ດານັງ ນຳໜ້າດ້ານຈຳນວນການຄົ້ນຫາ ພາຍໃດບັນດາຈຸດໝາຍປາຍທາງຢູ່ພາກກາງ
ເທສະການຈຸດບັ້ງໄຟດອກສາກົນດານັງ (DIFF 2026).

ທ້າຍທີ່ສຸດ, ຕະຫຼາດການທ່ອງທ່ຽວແມ່ນນັບມື້ນັບມີຄວາມເຕີບໃຫຍ່ຂະຫຍາຍຕົວສູງຂຶ້ນ ພາຍໃດຂັ້ນຕອນການວາງແຜນ. ທ່າອ່ຽງການຄົ້ນຫາຕາມແຕ່ລະເຂດສະເພາະ ສະແດງໃຫ້ເຫັນວ່ານັກທ່ອງທ່ຽວຫວຽດນາມ ແລະ ພາຍໃດພາກພື້ນ ພວມມີການຄົ້ນຄວ້າ ແລະ ວາງແຜນການໃຫ້ແກ່ການເດີນທາງຢ່າງລະອຽດລະອໍກວ່າເກົ່າ ເມື່ອທຽບໃສ່ແຕ່ກ່ອນ.

ບໍ່ພຽງແຕ່ສະແດງອອກຜ່ານຂໍ້ມູນການຄົ້ນຫາ ເທົ່ານັ້ນ, ລະບົບພື້ນຖານໂຄງລ່າງ ແລະ ຄວາມສາມາດພາຍໃດການເຊື່ອມຕໍ່ຂອງດານັງ ກໍພວມຊ່ວຍໃຫ້ຕົວເມືອງນີ້ກາຍເປັນຈຸດປ່ຽນຖ່າຍການເດີນທາງອັນດີເລີດ ສຳລັບບັນດາການເດີນທາງຄົ້ນຫາຫຼາຍຈຸດໝາຍປາຍທາງຢູ່ພາກກາງ. ຈາກດານັງ, ນັກທ່ອງທ່ຽວສາມາດເຂົ້າເຖິງບັນດາປະສົບການອັນພົ້ນເດັ່ນໄດ້ຢ່າງງ່າຍດາຍ ເຊັ່ນ: Sun World Bà Nà Hills ດ້ວຍສັນຍະລັກຂົວຄຳ, ບັນດາກິດຈະກຳດຳນ້ຳເບິ່ງປະກາຮັງຢູ່ເຂດອະນຸລັກທະເລກູ່ລາວຈ່າມ (Cù Lao Chàm), ລາຍການສະແດງສິລະປະຈິງ ຄຳຊົງຈຳໂຫ້ຍອານ, ຫຼື ປະສົບການຂີ່ເຮືອທຸງຢູ່ປ່າໝາກພ້າວໄບ໋ເມົາ.

ຄຽງຄູ່ກັນນັ້ນ, ບັນດາຂົວທີ່ເປັນສັນຍະລັກຂອງຕົວເມືອງ ເຊັ່ນ: ຂົວມັງກອນ, ຂົວເຈິ່ນທິຫຼີ (Trần Thị Lý), ຂົວແຫ່ງຄວາມຮັກ ແລະ ຂົວຫງວຽນວັນຈົ້ຍ (Nguyễn Văn Trỗi) ແມ່ນໄດ້ກ້າວຂ້າມບົດບາດການເປັນພື້ນຖານໂຄງລ່າງຄົມມະນາຄົມ ເພື່ອກາຍເປັນບັນດາຈຸດທ່ຽວຊົມອັນດຶງດູດ, ຊຸກຍູ້ນັກທ່ອງທ່ຽວເຂົ້າມາຄົ້ນຫາເຂດແຄມແມ່ນ້ຳຮານ (Hàn) ຄືດັ່ງພາກສ່ວນໜຶ່ງທີ່ບໍ່ສາມາດຂາດໄດ້ ພາຍໃດການເດີນທາງທົດລອງຢູ່ດານັງ.

ດານັງ ກໍເຄີຍໄດ້ຮັບການສະດຸດີຈາກ World Travel Awards ຈຳນວນສອງຄັ້ງ ໃນຖານະເປັນ “ຈຸດໝາຍປາຍທາງເທສະການ ແລະ ກິດຈະກຳອັນດັບໜຶ່ງຂອງອາຊີ” ພາຍໃດບັນດາປີ 2016 ແລະ 2022. ນາມມະຍົດນີ້ ສືບຕໍ່ປະກອບສ່ວນຮັດແໜ້ນຖານະບົດບາດຂອງຕົວເມືອງ ເທິງແຜນທີ່ການທ່ອງທ່ຽວພາກພື້ນ, ໃນຂະນະດຽວກັນ ກໍກຳນົດຄວາມຄາດຫວັງຂອງນັກທ່ອງທ່ຽວ ກ່ຽວກັບຈຸດໝາຍປາຍທາງອັນຟົດຟື້ນ ດ້ວຍບັນດາກິດຈະກຳວັດທະນະທຳ, ການບັນເທີງ ແລະ ກິດຈະກຳຕ່າງໆ ທີ່ຈັດຂຶ້ນຕະຫຼອດທັງປີ.

ການທີ່ດານັງກ້າວຂຶ້ນມານຳໜ້າດ້ານຈຳນວນການຄົ້ນຫາເທິງ Traveloka ບໍ່ພຽງແຕ່ສະທ້ອນໃຫ້ເຫັນເຖິງສະເໜ່ດຶງດູດຕາມລະດູການ ເທົ່ານັ້ນ, ແຕ່ຍັງສະແດງໃຫ້ເຫັນເຖິງການຫັນປ່ຽນຢ່າງເລິກເຊິ່ງ ພາຍໃດຮູບແບບທີ່ນັກທ່ອງທ່ຽວເຂົ້າເຖິງພາກກາງຂອງຫວຽດນາມ. ແທນທີ່ຈະຄົ້ນຫາພຽງແຕ່ຕົວເມືອງດຽວ, ນັກທ່ອງທ່ຽວຈຳນວນນັບມື້ນັບຫຼາຍຂຶ້ນ ໄດ້ເລືອກເອົາບັນດາການເດີນທາງແບບຫຼາຍຈຸດໝາຍປາຍທາງ, ເຊື່ອມຕໍ່ລະຫວ່າງບັນດາເສັ້ນທາງແຄມທະເລອັນງົດງາມ, ບັນດາຕົວເມືອງມໍລະດົກທີ່ຮັ່ງມີໄປດ້ວຍຄຸນຄ່າວັດທະນະທຳ ແລະ ບັນດາຄ່ຳຄືນແຫ່ງເທສະການອັນຟົດຟື້ນ ຢູ່ແຄມແມ່ນ້ຳຮານ.

ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ ທ່ານ ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ຊີ້ນຳໃຫ້ຮີບຮ້ອນຜັນຂະຫຍາຍບັນດາໂຄງການຮ່ວມມືລົງທຶນ, ພື້ນຖານໂຄງລ່າງຈຸດສຸມ ຫວຽດນາມ - ລາວ

ຍສໝ - ໃນຕອນເຊົ້າວັນທີ 24 ມິຖຸນາ, ທ່ານກຳມະການກົມການເມືອງ, ຮອງນາຍົກລັດຖະມົນຕີປະຈຳການ ຟ້າມຢາຕຸກ ໄດ້ເປັນປະທານກອງປະຊຸມຄະນະກຳມະການຮ່ວມມື ຫວຽດນາມ - ລາວ (ຂຶ້ນກັບຄະນະກຳມະການຮ່ວມລັດຖະບານ ຫວຽດນາມ - ລາວ), ແນໃສ່ກວດກາຄືນສະພາບການຈັດຕັ້ງປະຕິບັດບັນດາໜ້າທີ່, ແຜນການ, ແຜນງານການຮ່ວມມືລະຫວ່າງສອງປະເທດ ພາຍໃດໄລຍະ 6 ເດືອນຕົ້ນປີ 2026 ແລະ ຜັນຂະຫຍາຍບັນດາໜ້າທີ່ຈຸດສຸມພາຍໃດໄລຍະຕໍ່ໜ້າ.

ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່ ຫວຽດນາມ - ບູນກາຣີ: ຊຸກຍູ້ການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ໃນໄລຍະໃໝ່

ຍສໝ - ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ປະຈຳ ບູນກາຣີ ຫາກໍ່ມີການພົບປະ ແລະ ເຮັດວຽກຮ່ວມກັບ ທ່ານ ນິໂຄລາຍ ນາຍເດນົຟ (Nikolay Naydenov) ລັດຖະມົນຕີກະຊວງຕຸລາການ ບູນກາຣີ ແນໃສ່ແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືດ້ານກົດໝາຍ ແລະ ຕຸລາການ ລະຫວ່າງສອງປະເທດໃນໄລຍະໃໝ່. ທ່ານນາງ ຫງວຽນທິມິງຫງວຽດ ເອກອັກຄະລັດຖະທູດ ຫວຽດນາມ ...

ເບິ່ງເພີ່ມເຕີມໃນ: ຂ່າວ

ເບິ່ງເພີ່ມເຕີມ