ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ

15:16 | 24/06/2021

ວັນທີ 22 ມິຖຸນາ, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ ໄດ້ຕ້ອນຮັບທ່ານ Dominic Raab ລັດຖະມົນຕີກະຊວງການຕ່າງປະເທດ ແລະພັດທະນາອັງກິດ ທີ່ພວມມີການຢ້ຽມຢາມຫວຽດນາມ ຢ່າງເປັນທາງການ ແລະເຂົ້າຮ່ວມກອງປະຊຸມປຶກສາຫາລືດ້ານນະໂຍບາຍລະດັບສູງ ASEM.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ລົງຢ້ຽມຢາມໂຄງການສະພາແຫ່ງຊາດລາວ ຫຼັງ​ໃໝ່ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ລົງຢ້ຽມຢາມໂຄງການສະພາແຫ່ງຊາດລາວ ຫຼັງ​ໃໝ່
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Konstantin Vnukov - ເອກອັກຄະລັດຖະທູດລັດເຊຍ
ຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ
ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ຕ້ອນຮັບທ່ານ Dominic Raab ລັດຖະມົນຕີການຕ່າງປະເທດ ແລະພັດທະນາອັງກິດ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ທີ່ການຕ້ອນຮັບ, ທ່ານ Dominic Raab ຢັ້ງຢືນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືຍຸດທະສາດສໍາຄັນຂອງອັງກິດຢູ່ພາກພື້ນ, ໂດຍສະເພາະແມ່ນໃນສະພາບຫຼັງ Brexit ປະເທດອັງກິດກໍາລັງຜັນຂະຫຍາຍດັດປັບນະໂຍບາຍຕາມທິດເພີ່ມທະວີການແຊກແຊງ ແລະຮ່ວມມືກັບພາກພື້ນມະຫາສະໝຸດອິນເດຍ-ປາຊີຟິກ. ທ່ານ ຟ້າມບິ່ງມິງ ສະເໜີໃຫ້ລັດຖະບານອັງກິດ ໜູນຊ່ວຍການສໍາຜັດວັກຊິນປ້ອງກັນພະຍາດໂຄວິດ-19 ກໍ່ຄືຖ່າຍທອດເຕັກໂນໂລຢີໃນການຜະລິດວັກຊິນໃຫ້ຫວຽດນາມ ກວ່າອີກ.

ທ່ານ ຟ້າມບິ່ງມິງ ສະເໜີໃຫ້ອັງກິດ ສ້າງເງື່ອນໄຂໃຫ້ສິນຄ້າສົ່ງອອກຂອງຫວຽດນາມ ໄດ້ສໍາຜັດກັບຕະຫຼາດອັງກິດ, ພ້ອມທັງຢັ້ງຢືນວ່າ ຫວຽດນາມ ພ້ອມແລ້ວທີ່ຈະອໍານວຍຄວາມສະດວກໃຫ້ແກ່ວິສາຫະກິດອັງກິດ ເປີດກ້ວາງການລົງທຶນ, ໂດຍສະເພາະແມ່ນໃນບັນດາຂົງເຂດທີ່ມີຄວາມສາມາດບົ່ມຊ້ອນຄື, ພັດທະນາພະລັງງານຜະລິດຄືນໃໝ່, ເສດຖະກິດດີຈີຕອນ, ທະນາຄານ, ປະກັນໄພ, ບໍລິການດ້ານການເງິນ, ການສຶກສາ-ບໍາລຸງສ້າງ...

ທ່ານ ຟ້າມບິ່ງມິງ ສະເໜີໃຫ້ສອງປະເທດສືບຕໍ່ເພີ່ມທະວີສົມທົບກັນຢູ່ເວທີປາໄສຫຼາຍຝ່າຍ, ໂດຍສະເພາະແມ່ນຢູ່ສະພາຄວາມໝັ້ນຄົງ ສປຊ ໃນອາຍຸການທີ່ຫວຽດນາມ ເປັນສະມາຊິກບໍ່ຖາວອນ (2020-2021) ແລະຢູ່ເວທີປາໄສຮ່ວມມືອາຊີ-ເອີລົບ (ASEM).

ທ່ານ ຟ້າມບິ່ງມິງ ຢັ້ງຢືນວ່າ ຫວຽດນາມ ກຽມພ້ອມສົມທົບກັນເພື່ອຮັບປະກັນຜົນສຳເລັດຂອງກອງປະຊຸມ COP26 ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ໂດຍອັງກິດເປັນເຈົ້າພາບຈັດຕັ້ງໃນເດືອນ ພະຈິກ 2021. ສອງຝ່າຍໄດ້ຢັ້ງຢືນເຖິງຄວາມສໍາຄັນຂອງການຮັບປະກັນຄວາມເສລີໃນການເດີນທະເລ, ການບິນ, ຄວາມໝັ້ນຄົງ ແລະສັນຕິພາບຢູ່ທະເລຕາເວັນອອກ, ເນັ້ນໜັກວ່າສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ 1982 (UNCLOS 1982) ແມ່ນກອບນິຕິກໍາໃຫ້ແກ່ການເຄື່ອນໄຫວຢູ່ທະເລ ແລະມະຫາສະໝຸດ.

ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ ທ່ານ ຟ້າມບິ່ງມິງ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມເປັນປະທານກອງປະຊຸມລັດຖະມົນຕີການຕ່າງປະເທດ ອາຊຽນ

ຍ​ສ​ໝ - ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຟ້າມ​ບິ່ງ​ມິງ ​ຊີ້​ແຈ້ງວ່າ​ໃນ​ສະ​ພາບ​ການ​ໂລກ​ລະ​ບາດ Covid – 19 ຍັງ​ບໍ່​ມີ​ສັນ​ຍານຫຼຸດ​ລົງ, ອາຊຽນ​ ພວມ​ຢູ່​ໃນ​ໄລ​ຍະ​ສຳ​ຄັນ​ ທັງມີ​ສິ່ງ​ທ້າ​ທາຍ ທັງ​ມີ​ກາ​ລະ​ໂອ​ກາດ, ເພາະ​ສ​ະ​ນັ້ນ, ບັນ​ດາ​ປະ​ເທດ​ອາ​ຊຽນ​ຕ້ອງ​ສືບ​ຕໍ່​ເດີນ​ຕາມ​ບັນ​ດາ​ເປົ້າ​ໝາຍ​ສ້າງ​ສາ​ປະ​ຊາ​ຄົມ​ອາ​ຊຽນ 2025.

ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ ທ່ານ ຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ ເຂົ້າຮ່ວມພິທີໄວ້ອາໄລ ທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ

ຍສໝ - ເມື່ອບໍ່ດົນມານີ້, ທ່ານຟ້າມບິ່ງມິງ - ຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ໄດ້ເຂົ້າຮ່ວມພິທີໄວ້ອາໄລທ່ານ​ອະ​ດີດ​ນາ​ຍົກ​ລັດ​ຖະ​ມ​ົນ​ຕີ​ລາວ ສີ​ສະ​ຫວາດ ແກ້ວ​ບຸນ​ພັນ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ: ຫວຽດນາມຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ: ຫວຽດນາມຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ

ວັນທີ 6 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານ Motegi Toshimitsu - ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດ ທ່ານ Motegi Toshimitsu ຢ້ຽມຢາມຫວຽດນາມຢ່າງເປັນທາງການ.

la.qdnd.vn

ເຫດການ
302 Found

Found

The document has moved here.