ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ: ຫວຽດນາມຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ

06:30 | 07/01/2020

ວັນທີ 6 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານ Motegi Toshimitsu - ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດ ທ່ານ Motegi Toshimitsu ຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ: ຫວຽດນາມຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ ໃຫ້ຮູ້ວ່າ: ຫວຽດນາມຖື ຍີ່ປຸ່ນ ເປັນຄູ່ຮ່ວມມືສຳຄັນທີ່ສຸດ. (ພາບ:baoquocte.vn)

ວັນທີ 6 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ໄດ້ມີການເຈລະຈາກັບທ່ານ Motegi Toshimitsu - ລັດຖະມົນຕີກະຊວງການຕ່າງປະເທດ ຍີ່ປຸ່ນ ເນື່ອງໃນໂອກາດ ທ່ານ Motegi Toshimitsu ຢ້ຽມຢາມຫວຽດນາມຢ່າງເປັນທາງການ.

ສອງຝ່າຍໄດ້ສະແດງຄວາມດີໃຈ ຕໍ່ການພັດທະນາທີ່ດີ ແລະ ມີປະສິດທິຜົນຂອງການພົວພັນຄູ່ຮ່ວມມືຍຸດທະສາດ ຫວຽດນາມ - ຍີປຸ່ນ ຢ່າງກວ້າງຂວາງໃນໄລຍະທີ່ຜ່ານມາ; ສອງຝ່າຍປຶກສາຫາລືຢ່າງເລິກເຊິ່ງກ່ຽວກັບທິດທາງ ແລະ ມາດຕະການຕ່າງໆເພື່ອຊຸກຍູ້ການພົວພັນສອງປະເທດ. ສອງຝ່າຍເຫັນດີເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ເພີ່ມທະວີການຮ່ວມມືໃນບັນດາຂົງເຂດ, ສືບຕໍ່ເພີ່ມທະວີການຮ່ວມມືຢ່າງແຫນ້ນແຟ້ນຢູ່ບັນດາເວທີປາໄສສາກົນ ແລະພາກພື້ນ, ແລກປ່ຽນກ່ຽວກັບການຊຸກຍູ້ການຮ່ວມສຳພັນເສດຖະກິດສາກົນ.

ທ່ານຮອງນາຍົກລັດຖະມົນຕີ ຟ້າມບິ່ງມິງ: ຫວຽດນາມຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືສຳຄັນທີ່ສຸດ

ທັດສະນີຍະພາບການເຈລະຈາລະຫວ່າງສອງຝ່າຍ. (ພາບ:baoquocte.vn)

ເພື່ອໃຫ້ການພົວພັນລະຫວ່າງສອງປະເທດ ພັດທະນາກ້າວເຂົ້າສູ່ລວງເລິກນັ້ນ, ທ່ານ ລັດຖະມົນຕີການຕ່າງປະເທດ ຟ້າມບິ່ງມິງ ສະເໜີ ໃຫ້ສອງປະເທດເພີ່ມທະວີການປັບປຸງຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານບັນດາການຢ້ຽມຢາມຂອງຄະນະຜູ້ແທນຂັ້ນສູງ; ຫວຽດນາມ ປາດຖະໜາວ່າ ນາຍົກລັດຖະມົນຕີ ຍີ່ປຸ່ນ ຈະຢ້ຽມຢາມຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມຂັ້ນສູງ ອາຊຽນ; ທ່ານກໍສະເໜີໃຫ້ລັດຖະບານ ຍີ່ປຸ່ນ ຮ່ວມມືຊຸກຍູ້ເພີ່ມທະວີການຮ່ວມສໍາພັນລະຫວ່າງສອງພື້ນຖານເສດຖະກິດ, ສົ່ງເສີມວິສາຫະກິດຍີ່ປຸ່ນສືບຕໍ່ເປີດກວ້າງການລົງທຶນ, ດໍາເນີນທຸລະກິດຢູ່ຫວຽດນາມ; ສ້າງເງື່ອນໄຂສະດວກໃຫ້ຜະລິດຕະພັນກະເສດ, ສິນໃນນໍ້າຂອງຫວຽດນາມ ໄດ້ແຊກຊຶມເຂົ້າກັບຕະຫຼາດຍີ່ປຸ່ນ.

ສ່ວນທ່ານລັດຖະມົນຕີການຕ່າງປະເທດ ຍີ່ປຸ່ນ Motegi Toshimitsu ຢັ້ງຢືນວ່າ ຍີ່ປຸ່ນ ໃຫ້ຄໍາໝັ້ນສັນຍາຈະຮ່ວມມືກັບຫວຽດນາມ ຢ່າງແໜ້ນແຟ້ນ ແລະ ສະໜັບສະໜູນຫວຽດນາມປະຕິບັດບົດບາດເປັນປະທານອາຊຽນ ແລະ ກໍາມະການບໍ່ປະຈໍາການສະພາຄວາມໝັ້ນຄົງ ສປຊ ໄດ້ເປັນຢ່າງດີ; ຍີ່ປຸ່ນ ພ້ອມແລ້ວທີີ່ຈະໜູນຊ່ວຍ ຫວຽດນາມ ພັດທະນາຮູບແບບລັດຖະບານເອເລັກໂຕນິກ. ກ່ຽວກັບບັນຫາທະເລຕາເວັນອອກ, ທ່ານຢັ້ງຢືນວ່າ ຍີ່ປຸ່ນ ຍາມໃດກໍສະໜັບສະໜູນທັດສະນະແກ້ໄຂຂໍ້ຂັດແຍ້ງກັນໂດຍສັນຕິວິທີ; ຕ້ອງຖືບົດບາດຂອງ ອາຊຽນ ເປັນສໍາຄັນ ກໍຄື ເຄົາລົບກົດໝາຍສາກົນ.

(ແຫຼ່ງ​ຂໍ້​ມູນ​: vovworld.vn)

ເຫດການ
302 Found

Found

The document has moved here.