ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19

17:03 | 22/06/2021

ຍສໝ - ໃນໄລຍະເກືອບ 2 ປີທີ່ຜ່ານມາ, ພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ແລະ ນັກຮົບໃນທົ່ວປະເທດ ໄດ້ເຫັນຢ່າງຈະແຈ້ງເຖິງບົດບາດທີ່ສຳຄັນ ແລະ ບໍ່ອາດຂາດສື່ມວນຊົນໄດ້ ໃນການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.

ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັນບັນດາອົງການສື່ມວນຊົນ ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ພົບປະກັນບັນດາອົງການສື່ມວນຊົນ
ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສ​ື່​ມ​ວນ​ຊົນປະຕິວັດຫວຽດນາມ (21 ມິຖຸນາ 1925 - 21 ມິຖຸນາ 2021), ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ໃຫ້ສຳພາດຕໍ່ນັກຂ່າວ, ຍ້ອງຍໍບັນດາອົງການສ​ື່​ມ​ວນ​ຊົນ, ບັນ​ດານັກຂ່າວ ​ທີ່ເຂົ້າຮ່ວມການຕໍ່ສູ້ຕ້ານການລະບາດຂອງພະຍາດ COVID-19.

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ຍ້ອງຍໍບັນດາອົງການສື່ມວນຊົນ ໃນແນວຮົບປ້ອງກັນ ແລະ ຕ້ານໂລກລະບາດ COVID-19
ທ່ານປະທານປະເທດ ຫງວຽນຊວນຟຸກ. (ພາບ: TTXVN)

ທ່ານປະທານປະເທດ ຫງວຽນຊວນຟຸກ ໄດ້ເນັ້ນໜັກວ່າ: ໃນໄລຍະເກ​ືອບ 2 ປີທີ່ຜ່ານມາ, ນັບແຕ່ເມື່ອພະຍາດ COVID-19 ເກີດຂື້ນ, ໂດຍຜ່ານສ​ື່​ມ​ວນ​ຊົນ, ​ບັນ​ດາ​ຂ່​າວ​ທ​າງໂທລະພາບ ແລະ ວິທະຍຸ, ບັນດາການນຳຂອງພັກ, ລັດ ແລະ ​ພໍ່​ແມ່​ປະ​ຊາ​ຊ​ົນ, ບັນດາ​ນັກ​ຮົບໃນທົ່ວປະເທດ ເຫັນໄດ້ຢ່າງຈະແຈ້ງ​ ເຖິງບົດບາດທີ່ສຳຄັນ ແລະ ບໍ່ອາ​ດ​ຂ​າ​ດ​ສ​ື່​ມ​ວນ​ຊົນ​ໄດ້ ໃນການຕໍ່ສູ້ຕ້ານກັບການລະບາດຂອງ COVID-19.

ບັນດານັກຂ່າວຂອງຫຼາຍ​ອົງ​ການ​ສ​ື່​ມວ​ນ​ຊົນ ບໍ່ພຽງແຕ່​ຖ່າຍ​ທອດ​ການ​ຊີ້​ນຳ, ລັດ​ຖະ​ນະ​ໂຍ​ບາຍຂອງພັກ ແລະ ລັດກ່ຽວກັບການປ້ອງກັນ ແລະ ​ຕ້ານພະຍາດ​ໄດ້​ຢ່າງ​ຊັດ​ເຈນ, ວ່​ອງ​ໄວ ແລະ ທັນ​ການ​ເທົ​່ານັ້ນ, ແຕ່ຍັງຍອມ​ຮັບ​ທີ່​ຈະ​ຖື​ກຄວາມສ່ຽງໃສ່ຕົນເອງ ເພື່ອ​​ໃຫ້​ໄດ້ມີໜ້າຢູ່ໃນ​ຈຸດ ແຖວໜ້າໃນການຕໍ່ສູ້ຕ້ານການລະບາດຢູ່​ເຂ​ດຊາຍແດນ, ເຂດ​ແຍກ​ຕົ​ວການແພດ ແລະ ຢູ່ບັນດາ​ຈຸດໃຈກາງຂອງການລະບາດ ເຊັ່ນ: ດານັງ, ຫາຍເຢື່ອງ, ບັກຢາງ, ນະຄອນໂຮ່ຈີມິນ..., ເພື່ອສ່ອງ​ແສງສະພາບການລະບາດຂອງພະຍາດທີ່ເກີດຂື້ນຢ່າງ​ທັນ​ການ.

ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ ປະທານປະເທດ ຫງວຽນຊວນຟຸກຕ້ອນຮັບບັນດາເອກອັກຄະລັດຖະທູດ ເຂົ້າຍືນສານຕາຕັ້ງ

ຕອນບ່າຍວັນທີ 16 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ການຕ້ອນຮັບບັນດາເອກອັກຄະລັດຖະທູດ ອັກຊັງຕິນ, ນິວເຊີແລນ, ປາກິສຖານ, ຣູມານີ ເຂົ້າຍືນສານຕາຕັ້ງ ປະຕິບັດໜ້າທີ່ການທູດຢູ່ຫວຽດນາມ.

ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden ທ່ານປະທານປະເທດ ຫງວຽນຊວນຟຸກ ສົ່ງຈົດໝາຍ ໄປຍັງທ່ານປະທານາທິບໍດີອາເມລິກາ Joe Biden

ຍສໝ - ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ຊົມເຊີຍຄຳໝັ້ນສັນຍາຂອງສະຫະລັດອາເມລິກາ ໃນການປະກອບສ່ວນເພີ່ມເຕີມຢາວັກແຊງປ້ອງກັນພະຍາດ ໂຄວິດ - 19 ຈຳນວນ 80 ລ້ານປະລິມານ ໃຫ້ແກ່ປະຊາຄົມໂລກ ໃນສະຖານະການການຜັນແປທີ່ສັບສົນຂອງການລະບາດຂອງພະຍາດ ໂຄວິດ - 19.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ

ຍສໝ - ໃນລະຫວ່າງວັນທີ 14 – 15 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.