ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ

16:02 | 15/05/2021

ຍສໝ - ໃນລະຫວ່າງວັນທີ 14 – 15 ພຶດສະພາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນບັນດາເຜົ່າສ່ວນໜ້ອຍ ແຂວງບັກຢາງ
ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ ຈໍາປາສັກ ສືບຕໍ່ ປິດການເຂົ້າ-ອອກ ເມືອງ ຕ້ານໂຄວິດ-19 ເລີ່ມແຕ່ວັນທີ 7-20 ພຶດສະພາ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ. ພາບ: baotintuc.vn

ທີ່ການພົບປະ, ທ່ານປະທານປະເທດ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຖ້າໄດ້ຮັບການໄວ້ເຊື້ອເຊື່ອໃຈຈາກຜູ້ມີມິດເລືອກຕັ້ງ, ຂ້າພະເຈົ້າຈະມານະພະຍາຍາມຈົດສຸດຄວາມສາມາດຂອງຕົນເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ ປະຊາຊົນ. ດັ່ງນັ້ນ, ທຳອິດຕ້ອງປະຕິບັດບົດບາດຄວາມຮັບຜິດຊອບຂອງຜູ້ແທນປະຊາຊົນໃຫ້ເປັນຢ່າງດີ, ກ່ອນອື່ນໝົດຕ້ອງຮັບຟັງຄຳເຫັນ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງ ແລະ ສ່ອງແສງໄປຍັງສະພາແຫ່ງຊາດ, ພັກ, ລັດ, ອົງການທີ່ມີໜ້າທີ່ຮັບຜິດຊອບຢ່າງທັນການ ເພື່ອແກ້ໄຂຂໍ້ສະເໜີ, ຄຳເຫັນອັນຊອບທຳຂອງຜູ້ມີສິດເລືອກຕັ້ງຢູ່ສະຖານທີ່ຕົນເອງສະໝັກຮັບເລືອກຕັ້ງ. ທີ່ການພົບປະ, ຜູ້ມີສິດເລືອກຕັ້ງຫຼາຍຄົນສະແດງຄວາມເຊື່ອໝັ້ນຕໍ່ບັນດາຜູ້ສະໝັກຮັບເລືອກຕັ້ງ, ພິເສດມີຄວາມຫວັງຕໍ່ເລື່ອງທ່ານປະທານປະເທດຖ້າໄດ້ຮັບການເລືອກຕັ້ງຈະປະກອບສ່ວນເຂົ້າໃນການພັດທະນານະຄອນໂຮ່ຈີມິນໃຫ້ຫຼາຍກ່ວາອີກ.

ໃນເຫດການທີ່ກ່ຽວຂ້ອງ, ໃນລະຫວ່າງວັນທີ 9-10 ພຶດສະພາ, ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ພ້ອມກັບບັນດາຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດ ຊຸດທີ XV, ເຂດເລືອກຕັ້ງທີ 10 ຢູ່ບັນດາເມືອງກູ໋ຈິ, ຮອກໂມນ (ນະຄອນໂຮ່ຈິມິນ) ເຂົ້າຮ່ວມກອງປະຊຸມພົບປະລະຫວ່າງຜູ້ມີສິດເລືອກຕັ້ງກັບຜູ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດເພື່ອຂົນຂວາຍການເລືອກຕັ້ງ.

ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ ແລະ ບັນດາຜູ້ສະໝັກຮັບເລືອກຕັ້ງໄດ້ມີການພົບປະກັບຜູ້ມີສິດເລືອກຕັ້ງ ເມືອງ ກູ໋ຈີ ແລະ ເມືອງ ຮອກມົນ, ນະຄອນໂຮ່ຈີມິນ
ທ່ານປະທານປະເທດ ຫວຽດນາມ ຫງວຽນຊວນຟຸກ. ພາບ: baotintuc.vn

ທີ່ກອງປະຊຸມ, ບັນດາຜູ້ອອກສະໝັກເລືອກຕັ້ງເຂົ້າຮ່ວມການພົບປະກັບຜູ້ມີສິດເລືອກຕັ້ງໄດ້ແນະນຳໂຄງການດຳເນີນງານຂອງຕົນຕາມລຳດັບ. ສະແດງຄວາມພາກພູມໃຈ ແລະຄວາມເປັນກຽດເມື່ອສະພາເລືອກຕັ້ງແຫ່ງຊາດສະເໜີໃຫ້ອອກສະໝັກເລືອກຕັ້ງເປັນສະມາຊິກສະພາແຫ່ງຊາດຢູ່ກູ໋ຈິ ແລະ ຮອກໂມນ, ທ່ານ ຫງວຽນຊວນຟຸກ ຢັ້ງຢືນວ່າ ຈະມານະພະຍາຍາມເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຮັບໃຊ້ປະເທດຊາດ, ຮັບໃຊ້ປະຊາຊົນ. ຈຸດສຸມຂອງໂຄງການດຳເນີນງານຂອງທ່ານປະທານປະເທດ ແມ່ນປະຕິບັດຖືກຕາມບັນດາຂໍ້ກຳນົດ ແລະເຮັດຫຼ້ອນໜ້າທີ່ຂອງຜູ້ແທນປະຊາຊົນ, ໃນນັ້ນຕ້ອງຮັບຟັງແນວຄິດຈິດໃຈ, ຄວາມມຸ່ງມາດປາດຖະໜາຂອງຜູ້ມີສິດເລືອກຕັ້ງເພື່ອສ່ອງແສງກັບສະພາແຫ່ງຊາດ ແລະບັນດາອົງການກ່ຽວຂ້ອງຢ່າງທັນການ. ໂຄງການດຳເນີນງານຂອງທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ສຸມໃສ່ 4 ກຸ່ມບັນຫາຈຸດສຸມ; ໃນນັ້ນມີການເປັນເຈົ້າການ, ຕັ້ງໜ້າຍົກສູງຄຸນນະພາບ ແລະປະສິດທິຜົນການເຄື່ອນໄຫວຂອງຄະນະຜູ້ແທນສະພາແຫ່ງຊາດນະຄອນໂຮ່ຈິມິນ ແລະຂອງສະພາແຫ່ງຊາດ.

ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ ຄຸ້ມ​ຄອງ​ເຂດ​ຊາຍ​ແດນ, ສະ​ກັດ​ກັ້ນ​ການ​ເຂົ້າ​ເມືອງ ແບບ​ຜິດ​ກົດ​ໝາຍ ຢ່າງ​ເຂັ້ມ​ງວດ

ຍສໝ - ໂດຍຕີລາຄາສູງບັນດາຄວາມມານະພະຍາຍາມຂອງດົ່ງທາບໃນວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດໂຄວິດ - 19, ພິເສດແມ່ນໃນການຄຸ້ມຄອງຊາຍແດນ ແລະ ການເຂົ້າເມືອງ, ທ່ານຮອງນາຍົກລັດຖະມົນຕີ, ຜູ້ປະຈຳການລັດຖະບານ ຫວຽດນາມ ເຈືອງຮ່ວາບິ່ງ ກໍ່ຮຽກຮ້ອງໃຫ້ ແຂວງດົ່ງທາບ ສືບຕໍ່ເຊື່ອມຊຶມທັດສະນະ “ຕ້ານໂລກລະບາດຄືຕ້ານສັດຕູ” ຢ່າງເລິກເຊິ່ງ.

ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ  ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ ທ່ານ ຫງວຽນຊວນຟຸກ ປະທານປະເທດຫວຽດນາມ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ

ຍສໝ - ໃນຕອນບ່າຍວັນທີ 29 ເມສາ 2021, ຢູ່ຮ່າໂນ້ຍ, ທ່ານປະທານປະເທດຫວຽດນາມ ຫງວຽນຊວນຟຸກ ໄດ້ໄປຢ້ຽມຢາມ ແລະ ມອບຂອງຂັວນໃຫ້ແກ່ຄອບຄົວເປົ້າໝາຍນະໂຍບາຍ ທີ່ເຂົ້າຮ່ວມບັ້ນຮົບ ໂຮ່ຈີມິນ.

ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ ທ່ານປະທານປະເທດ ຫງວຽນຊວນຟຸກ ຕ້ອນຮັບລັດຖະມົນຕີກະຊວງປ້ອງກັນປະເທດຈີນ

ຍສໝ - ທ່ານປະທານປະເທດຊີ້ແຈ້ງວ່າ ຫວຽດນາມຖືເປັນສຳຄັນການຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ກັບປະເທດຈີນ ເພື່ອພັດທະນາການຮ່ວມມືທີ່ ໝັ້ນຄົງ, ຍືນຍົງ, ຍາວນານ, ສະເໝີພາບ ແລະ ມີຜົນປະໂຫຍດສ່ວນລວມ.

ໄຊພອນ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.