ຫວຽດ​ນາມ​ຄວນ​ເພີ່ມ​​ກຳ​ລັງ​ຄວາມ​ສາ​ມາດ​ຕ້ານໂລກ​ລະ​ບາດ​ໃນອະ​ນາ​ຄົດ

06:30 | 29/08/2022

ຫວ່າງແລ້ວນິີ້, ຢູ່ສຳນັກງານລັດຖະບານ ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ, ມາເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການ.

ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ ຫວຽດ​ນາມ ຮຽກ​ຮ້ອງ​ໃຫ້ APEC ຈົ່ງ​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ ແລະ ໜູນ​ຊ່ວຍ​ການ​ໂຄ​ສະ​ນາ​ນະ​ໂຍ​ບາຍ​ເປີດ​ປະ​ຕູ​ຂອງ​ການ​ທ່ອງ​ທ່ຽວ​ສາ​ກົນ
ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ ຊຸກ​ຍູ້​ມາດ​ຕະ​ການ​ດຶງ​ດູດ​ແຂກ​ທ່ອງ​ທ່ຽວ​ສາ​ກົນ​ມາ ຫວຽດ​ນາມ
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ (ພາບ: baochinhphu.vn)
ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ໄດ້ຕ້ອນຮັບທ່ານນາງ Caitlin Weisen ຜູ້ຕາງໜ້າ ອົງການພັດທະນາຂອງ ສປຊ (UNDP) ປະຈຳ ຫວຽດນາມ (ພາບ: baochinhphu.vn)

ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມຢັ້ງຢືນວ່າ, ລັດຖະບານ ຫວຽດນາມ ຕີລາຄາສູງ ຕໍ່ບົດບາດຂອງອົງການ UNDP ເວົ້າລວມ, ໃນນາມສ່ວນຕົວທ່ານນາງ Caitlin Weisen ໃນໄລຍະຜ່ານມາ, ໂດຍສະເພາະແມ່ນໃນໄລຍະເກີດພະຍາດໂຄວິດ - 19. ທ່ານຮອງນາຍົກລັດຖະມົນຕີ ສະເໜີໃຫ້ອົງການ UNDP ສົມທົບກັບອົງການອະນາໄມໂລກ WHO ແລະ ບັນດາຄູ່ຮ່ວມມືສາກົນອື່ນ ເພີ່ມທະວີການໜູນຊ່ວຍທາງດ້ານ ພື້ນຖານສາທາລະນະສຸກ, ການແພດປ້ອງກັນ, ຊ່ວຍຫວຽດນາມ ເພີ່ມຄວາມສາມາດຮັບມືກັບໂລກລະບາດທີ່ຈະເກີດຂຶ້ນໃນອະນາຄົດ. ທ່ານນາງ Caitlin Weisen ໄດ້ແບ່ງປັນຄວາມຊົງຈຳ, ອາລົມຈິດຄວາມຮັກແພງຫຼາຍຢ່າງ ໃນໄລຍະທີ່ເຮັດວຽກຢູ່ ຫວຽດນາມ, ທ່ານນາງຢັ້ງຢືນວ່າ ຈະສືບຕໍ່ມີການປະກອບສ່ວນຢ່າງແທດຈິງ, ມີປະສິດທິຜົນ, ມີຄວາມໝາຍເຂົ້າໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ ແລະ UNDP ໃນຂອບເຂດໂຄງການລະດັບຊາດ ລະຫວ່າງ ຫວຽດນາມ - UNDP ໄລຍະ 2022 – 2026.

ວີ​ໂອ​ວີ

ເຫດການ
302 Found

Found

The document has moved here.