ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022

14:36 | 28/12/2021

ຍສໝ - ຫວ່າງແລ້ວນີ້, ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ຝ່ານວັນຢາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ ​ກັບ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ກຳປູ​ເຈຍ Tea Banh ຢູ່​ຫ້ອງວ່າການສະພາ​ລັດຖະມົນຕີ ທີ່ນະຄອນຫຼວງ Phnom Penh.

ເພີ່ມທະວີສາຍພົວພັນ ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ກໍາປູເຈຍ ແລະຫວຽດນາມ ເພີ່ມທະວີສາຍພົວພັນ ຖານບ້ານໃກ້ເຮືອນຄຽງ, ມິດຕະພາບທີ່ເປັນມູນເຊື້ອ, ການຮ່ວມມືຮອບດ້ານ, ຍືນຍົງຍາວນານ ລະຫວ່າງ ກໍາປູເຈຍ ແລະຫວຽດນາມ
ເມືອງ ຮ່ວາວາງ ສ້າງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ເຂັ້ມແຂງ ເມືອງ ຮ່ວາວາງ ສ້າງສະມາຄົມມິດຕະພາບ ຫວຽດນາມ - ກຳປູເຈຍ ໃຫ້ເຂັ້ມແຂງ

ທີ່​ການ​ພົບ​ປະ, ທ່ານ​ລັດຖະມົນຕີ Tea Banh ​ໄດ້​ອວຍພອນ​ທ່ານ​ລັດຖະມົນຕີ ຝ່ານວັນຢາງ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 77 ປີ​ແຫ່ງ​ ວັນ​ສ້າງ​ຕັ້ງ​ກອງທັບ​ປະຊາຊົນ​ຫວຽດນາມ (22 ທັນວາ 1944 – 22 ທັນວາ 2021). ການນຳກະຊວງປ້ອງກັນປະເທດກຳປູເຈຍ ໄດ້ສະແດງຄວາມຂອບອົກຂອບໃຈຢ່າງເລິກເຊິ່ງຕໍ່ການໜູນຊ່ວຍ ແລະ ການຊ່ວຍເຫຼືອອັນໃຫຍ່ຫຼວງທີ່ບັນດາການນຳ ແລະ ປະຊາຊົນ ຫວຽດນາມ ລຸ້ນຕ່າງໆ ທີ່ໄດ້ມອບໃຫ້ປະຊາຊົນ ກຳປູເຈຍ ໃນເມື່ອກ່ອນ ແລະ ປະຈຸບັນ, ຢືນຢັນວ່າ ກຳປູເຈຍ ຍາມໃດກໍ່ຈົດຈຳການໜູນຊ່ວຍຂອງບັນດານັກຮົບອາສາສະໝັກ ຫວຽດນາມ ສຳຫຼັບຊາວ​ກຳປູ​ເຈຍ​ ໃນ​ຂະ​ບວນການ​ປົດ​ປ່ອຍ​ກຳປູ​ເຈຍ​ ຈາກ​ລະບອບດັບສູນເຊື້ອຊາດ​ Khmer ​ແດງ​ໃນ​ປີ 1979.

ຈຸດສຸມການຮ່ວມມືດ້ານປ້ອງກັນຊາດ ຫວຽດນາມ ແລະ ກຳປູເຈຍ ໃນປີ 2022

ຈຸດສຸມ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ​ ຫວຽດ​ນາມ ແລະ ກຳ​ປູ​ເຈຍ ໃນ​ປີ 2022. (ພາບ: TTXVN)

ທ່ານ​ລັດຖະມົນຕີ Tea Banh ​ແຈ້ງໃຫ້​ຊາບ​ວ່າ: ກຳປູ​ເຈຍ​ ໄດ້​ຕັດສິນ​ໃຈ​ເປີດປະຕູ​ພື້ນຖານ​ເສດຖະກິດ​ທັງ​ໝົດ​ຂອງ​ປະ​ເທດ​ຄືນ​ໃໝ່ ​ນັບ​ແຕ່​ເດືອນ​ພະຈິກ​ປີ​ກາຍ​ນີ້ ພາຍຫຼັງ​ໄດ້​ຮັບ​ມື​ກັບ​ພະຍາດ​ໂຄ​ວິດ-19 ຢ່າງ​ມີ​ປະສິດທິ​ຜົນ. ​ໃນ​ປີ 2022, ກຳປູ​ເຈຍ ​ມີ​ຫຼາຍ​ເຫດການ​ສຳຄັນ ​ຄື: ​ຈັດ​ຕັ້ງ​ການ​ເລືອກ​ຕັ້ງ​ຂັ້ນບ້ານ​ໃນ​ວັນ​ທີ 5 ມິຖຸນາ ​ປີ 2022, ຮຽກຮ້ອງ​ໃຫ້​ກຳລັງ​ປະກອບ​ອາວຸດ ຕ້ອງ​ຄວາມ​ພະຍາຍາມ​ເພື່ອ​ຮັບປະກັນ​ຄວາມ​ສະຫງົບ​ປອດ​ໄພ​ ແລະ ​ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ.

ທ່ານ​ລັດຖະມົນຕີ ຝ່ານວັນຢາງ ໄດ້ຕີ​ລາຄາ​ສູງ​ການ​ພັດທະນາ​ເສດຖະກິດ​ຂອງ​ກຳປູ​ເຈຍ, ພິ​ເສດ​ແມ່ນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ຕົວ​ເມືອງ. ທ່ານ​ລັດຖະມົນຕີ ຝ່ານວັນຢາງ ​ໃຫ້​ຮູ້​ວ່າ: ພາຍຫຼັງການ​ສຳ​ເລັດ​ຫຼາຍ​ວຽກ​ງານ​ລະອຽດ ຂອງ​ບັນດາ​ຫົວໜ່ວຍ​ໃນ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ​, ຫວຽດນາມ ສະ​ເໜີ ກຳປູ​ເຈຍ ສົມທົບ​ກັນ​ຈັດ​ຕັ້ງ​ບັນດາ​ການ​ແລກປ່ຽນ​ຊາຍ​ແດນ​ໃນ​ປີ 2022 ​ແລະ ​ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ 45 ປີ​ແຫ່ງ​ວັນ​ທີ່ ​ທ່ານ​ນາຍົກລັດຖະມົນຕີ ກຳປູ​ເຈຍ Samdech Techo Hun Sen ​ເດີນທາງ​ໄປກູ້ຊາດ (20 ມິຖຸນາ 1977-20 ມິຖຸນາ 2022) ຢູ່ຈຸດຢຸດພັກ X-16 (ລົກນິງ-ບິ່ງເຟືອກ).

ໃນ​ການ​ຮ່ວມ​ມື​ສອງ​ຝ່າຍ, ທ່ານ​ລັດຖະມົນຕີ ຝ່ານວັນຢາງ ​ເນັ້ນ​ໜັກ​ວ່າ: ຈະສືບ​ຕໍ່​ຈັດ​ຕັ້ງ​ການ​ຊ້ອມ​ຮົບ​ຕ້ານ​ຄວາມ​ສ່ຽງ​ແບບ​ໃໝ່, ກູ້​ໄພ ​ແລະ ຊ່ວຍໃຫ້ພົ້ນໄພອັນຕະລາຍ ​ເຊິ່ງສອງ​ກະຊວງ​ປ້ອງ​ກັນ​ປະ​ເທດ​ໄດ້​ຈັດຕັ້ງປະຕິບັດ; ​ໃນ​ປີ 2022, ສອງຝ່າຍ​ຈະ​ສືບ​ຕໍ່​ເພີ່ມ​ທະວີ​ການ​ແລກປ່ຽນ​ກ່ຽວ​ກັບ​ການ​ຝຶກບຳລຸງພາສາ​ຫວຽດ ​ແລະ Khmer ​ໃຫ້​ນັກ​ສຶກສາ​ຂອງສອງປະ​ເທດ. ຢືນຢັນ​ວ່າ ປີ 2022 ຈະ​ແມ່ນ​ປີ​ແຫ່ງ​ການ​ເຄື່ອນ​ໄຫວ​ສາກົນ​ຫຼາຍ​ຢ່າງ​ ເມື່ອ​ກຳປູ​ເຈຍ​ເປັນ​ປະທານ​ໝູນວຽນ​ຂອງ​ສະມາຄົມ​ປະຊາ​ຊາດ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້ (ອາ​ຊຽນ) ​ແລະ ຈະ​ເປັນ​ເຈົ້າພາບ​ຈັດ​ກອງ​ປະຊຸມຜູ້ບັນຊາການກອງທັບອາຊຽນ.

ລັດຖະມົນຕີ​ສອງ​ທ່ານ ​ໄດ້​ເຫັນ​ດີ​ເປັນ​ເອກະສັນ​ກັນ​ວ່າ ວຽກ​ງານ​ຮ່ວມ​ຂອງ​ກະຊວງ​ປ້ອງ​ກັນ​ປະ​ເທດ ສອງປະ​ເທດ ​ບັນລຸ​ໄດ້​ຜົນສຳ​ເລັດ​ອັນດີງາມໃນ​ຂອບ​ເຂດ​ການ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ​ຂອງ​ທ່ານ​ປະທານ​ປະ​ເທດ ຫງວຽນ​ຊວນ​ຟຸກ ​ແຕ່​ວັນ​ທີ 21-22 ທັນວາ, ​ໃນ​ນັ້ນ​ມີ​ຂໍ້​ຕົກລົງ​ເພີ່ມ​ທະວີ​ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຊາດ, ປ້ອງ​ກັນ​ຄວາມ​ສະຫງົບ ບົນ​ຫຼັກການ​ບໍ່​ອະນຸຍາດ​ໃຫ້​ບັນດາ​ກຳລັງ​ສັດຕູໃດ​ ນຳ​ໃຊ້​ຜືນ​ແຜ່ນດິນ​ຂອງເຮົາ ເປັນພາຫະນຳກໍ່ຄວາມອັນຕະລາຍ​ ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ປະ​ເທດອື່ນ; ປະຕິບັດ​ຂໍ້​ຕົກລົງ​ຮ່ວມ​ມື​ດ້ານ​ປ້ອງ​ກັນ​ຄວາມ​ສະຫງົບທີ່​ມີ​ຢູ່​ແລ້ວ​ຢ່າງ​ມີ​ປະສິດທິ​ຜົນ; ​ເພີ່ມ​ທະວີ​ການ​ສົມທົບ​ກັນ​ຮັກສາ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ, ຄວາມ​ໝັ້ນຄົງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ ​ແລະ ຄວາມ​ປອດ​ໄພ​ຢູ່​ແຕ່ລະ​ປະ​ເທດ; ປັບປຸງ​ປະສິດທິ​ຜົນ​ການ​ຄຸ້ມ​ຄອງ ​ແລະ ປົກ​ປັກ​ຮັກສາ​ຊາຍ​ແດນ; ຍູ້​ແຮງ​ບັນດາ​ກົນ​ໄກ​ຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ, ສືບ​ຕໍ່​ສົມທົບ​ກັນ​ຊອກ​ຫາ ​ແລະ ສົ່ງ​ອັດຖິ​ຂອງ​ທະຫານ​ອາສາ​ສະໝັກ ​ແລະ ນັກ​ຊ່ຽວຊານ​ຫວຽດນາມ ທີ່​ເສຍ​ຊີວິດ​ຢູ່ ກຳປູ​ເຈຍ ກັບຄືນບ້ານເກີດເມືອງນອນ.

ປີ 2022, ທ່ານ​ລັດຖະມົນຕີ Tea Banh ​ໃຫ້​ຮູ້​ວ່າ: ​ໃນ​ຖານະ​ເປັນ​ປະທານ​ຄະນະ​ກຳມະການ​ຈັດ​ຕັ້ງ SEA Games 2023 ທີ່​ກຳປູ​ເຈຍ​ເປັນ​ເຈົ້າພາບ, ທ່ານຫວັງວ່າ ຈະໄດ້​ໄປຢາມ ຫວຽດນາມ ​ເພື່ອ​ຊອກ​ຮູ້​ປະສົບ​ການ​ໃນ​ການຈັດ​ຕັ້ງ​ງານ​ມະຫາ​ກຳ​ກິລາ​ໃຫຍ່​ ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້.

​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ລັດຖະມົນຕີ Tea Banh ​ໄດ້​ເຊື້ອ​ເຊີນ ​ທ່ານ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຝ່ານວັນຢາງ ມາ​ຢ້ຽມຢາມ ກຳປູ​ເຈຍ ຢ່າງ​ເປັນ​ທາງ​ການ​ໃນ​ໄລຍະ​ຈະ​ມາ​ເຖິງ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.