ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ

20:00 | 30/04/2021

ຍສໝ - ໃນການຖະແຫລງຂ່າວນັດສາມັນດຳເນີນໃນຕອນບ່າຍວັນທີ 29 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກສຽງຄັດຄ້ານ ແລະປະຕິເສດຂໍ້ຕົກລົງຂອງຈີນ ກ່ຽວກັບການຫ້າມຫາປາຢູ່ທະເລຕາເວັນອອກ.

ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບໂຕ້ຕໍ່ການຜັນແປໃນທະເລຕາເວັນອອກ ໂຄສົກກະຊວງການຕ່າງປະເທດຫວຽດນາມ ໄດ້ຕອບໂຕ້ຕໍ່ການຜັນແປໃນທະເລຕາເວັນອອກ
ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ,  ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ ຫວຽດນາມ ຮຽກຮ້ອງໃຫ້ບັນດາປະເທດທີ່ກ່ຽວຂ້ອງເຄົາລົບອະທິປະໄຕ, ສິດອະທິປະໄຕ, ສິດອຳນາດສານຂອງຫວຽດນາມຢູ່ທະເລຕາເວັນອອກ

ໃນການຖະແຫລງຂ່າວນັດສາມັນດຳເນີນໃນຕອນບ່າຍວັນທີ 29 ເມສາ, ກະຊວງການຕ່າງປະເທດ ຫວຽດນາມ ໄດ້ອອກສຽງຄັດຄ້ານ ແລະປະຕິເສດຂໍ້ຕົກລົງຂອງຈີນ ກ່ຽວກັບການຫ້າມຫາປາຢູ່ທະເລຕາເວັນອອກ ແລະຮຽກຮ້ອງທຸກຝ່າຍ ເຄົາລົບກົດໝາຍສາກົນ ໃນນັ້ນ ມີສົນທິສັນຍາ ສປຊ ກ່ຽວກັບກົດໝາຍທະເລ ປີ 1982 ພ້ອມທັງຢັ້ງຢືນທຸກການກະທຳລະເມີດຂອງບັນດາຝ່າຍຢູ່ທະເລຕາເວັນອອກແມ່ນໄຮ້ຄຸນຄ່າ.

ຫວຽດນາມ ປະຕິເສດຂໍ້ຕົກລົງຂອງຈີນກ່ຽວກັບການຫ້າມຫາປາ ຢູ່ທະເລຕາເວັນອອກ
ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ. (ພາບ: baoquocte)

ຕໍ່ຫນ້າຂ່າວຄາວທີ່ວ່າ ຕຳຫລວດຈີນ ອອກຖະແຫລງປະຕິບັດຄຳສັ່ງຫ້າມຫາປາ ນັບແຕ່ວັນທີ 1 ພຶດສະພາປີ 2021 ຢູ່ເຂດທະເລ ຊື່ງລວມມີ ສ່ວນຫນຶ່ງຂອງອ່າວພາກເຫນືອ ແລະ ໝູ່ເກາະຮ່ວາງຊາ ຂຶ້ນກັບອະທິປະໄຕຂອງ ຫວຽດນາມ ຢູ່ ທະເລຕາເວັນອອກ, ທ່ານ ດວ່ານຄັກຫວຽດ ຮອງໂຄສົກກະຊວງການຕ່າງປະເທດຫວຽດນາມ ຢັ້ງຢືນວ່າ:

“ຫວຽດນາມ ມີພະຍານຫລັກຖານດ້ານນິຕິກຳ ແລະ ດ້ານປະຫວັດສາດຢ່າງຄົບຖ້ວນເພື່ອຢັ້ງຢືນ ອະທິປະໄຕສຳລັບໝູ່ເກາະ ເຈື່ອງຊາ ແລະ ຮ່ວາງຊາ ກໍ່ຄືບັນດາສິດຖືກຕ້ອງຕາມກົດໝາຍສຳລັບບັນດາເຂດທະເລຂອງ ຫວຽດນາມ ໂດຍໄດ້ກຳນົດແມ່ນສອດຄ່ອງກັບ UNCLOS ປີ 1982. ຫວຽດນາມ ເດັດດ່ຽວຄັດຄ້ານຂໍ້ຕົກລົງຕາມລຳພັງຝ່າຍດຽວດັ່ງກ່າວຂອງຈີນ. ຂໍ້ກຳນົດນີ້ ແມ່ນລ່ວງລ້ຳອະທິປະໄຕຂອງຫວຽດນາມ ສຳລັບໝູ່ເກາະ ຮ່ວາງຊາ, ລະເມີດກົດໝາຍສາກົນ ໃນນັ້ນ ມີ UNCLOS, ໄປຝືນກັບເນື້ອໃນຈິດໃຈຂອງ DOC, ໄປຝືນກັບ ຂໍ້ຕົກລົງກ່ຽວກັບບັນດາຫລັກການພື້ນຖານໃນການຊີ້ນຳແກ້ໄຂບັນດາບັນຫາຢູ່ທະເລ ລະຫວ່າງຫວຽດນາມ ແລະຈີນ”

ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ ຫວຽດນາມ - ຈີນ ໄດ້ເຈລະຈາກ່ຽວກັບເຂດທະເລຢູ່ນອກອ່າວພາກເໜືອ

ຍສໝ - ສອງຝ່າຍໄດ້ເຫັນດີສືບຕໍ່ຊຸກຍູ້ການເຈລະຈາກໍານົດເຂດທະເລນອກອ່າວພາກເໜືອ ແລະ ການຮ່ວມມືພ້ອມກັນພັດທະນາຢູ່ທະເລຕາເວັນອອກ ໃຫ້ບັນລຸຄວາມຄືບໜ້າຖືກຕາມຂໍ້ກໍານົດຂອງກົດໝາຍສາກົນ.

ມາເລເຊຍ ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ແລະມີລັກສະນະສ້າງສັນ ມາເລເຊຍ ຢຶດໝັ້ນຕໍ່ຫຼັກໝັ້ນທີ່ວ່າບັນດາບັນຫາທີ່ກ່ຽວຂ້ອງເຖິງທະເລຕາເວັນອອກຕ້ອງໄດ້ແກ້ໄຂໂດຍສັນຕິວິທີ ແລະມີລັກສະນະສ້າງສັນ

ຍສໝ- ທ່ານ Muhyiddin Yassin ນາຍົກລັດຖະມົນຕີມາເລເຊຍ ເນັ້ນໜັກວ່າ ມາເລເຊຍ ຊີ້ແຈ້ງວ່າ ບັນດາມາດຕະການແກ້ໄຂບັນຫາທະເລຕາເວັນອອກຕ້ອງສອດຄ່ອງກັບບັນດາຫຼັກການຂອງກົດໝາຍສາກົນ, ໃນນັ້ນມີສົນທິສັນຍາຂອງສະຫະປະຊາຊາດກ່ຽວກັບກົດໝາຍວ່າດ້ວຍທະເລ (UNLCOS) ປີ 1982.

ປະເທດອາເມລິກາ ໄດ້ຊົມເຊີຍອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນການອອກສຽງກ່ຽວກັບທະເລຕາເວັນອອກ ປະເທດອາເມລິກາ ໄດ້ຊົມເຊີຍອັງກິດ, ຝລັ່ງ ແລະ ເຢຍລະມັນ ໃນການອອກສຽງກ່ຽວກັບທະເລຕາເວັນອອກ

ຍສໝ - ເລ່ື່ອງສາມປະເທດມະຫາອຳນາດ ອັງກິດ, ເຢຍລະມັນ ແລະ ຝຣັ່ງ ສົ່ງບົດບັນທຶກຮ່ວມ ເຖິງສະຫະປະຊາຊາດ ທີ່ປະຕິເສດຄຳຮຽກຮ້ອງຂອງຈີນໃນທະເລຕາເວັນອອກ ໄດ້ຮັບຄວາມສົນໃຈຈາກລັດຖະມົນຕີວ່າການກະຊວງການຕ່າງປະເທດສະຫະລັດອາເມລິກາ.

vovworld.vn

ເຫດການ
302 Found

Found

The document has moved here.