ປະຊາຄົມໂລກຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ຈຳກັດ ແລະ ດຳເນີນການເຈລະຈາໂດຍສັນຕິພາບ

16:06 | 29/07/2025

ຍສໝ - ປະເຊີນໜ້າກັບຄວາມເຄັ່ງຕຶງຂຶ້ນຢູ່ຊາຍແດນໄທ - ກຳປູເຈຍ, ສະຫະປະຊາຊາດ, ອາເມລິກາ, EU ແລະ ຫຼາຍປະເທດໃນພາກພື້ນໄດ້ສະແດງ​ຄວາມວິຕົກກັງວົນຢ່າງເລິກເຊິ່ງ, ຮຽກຮ້ອງໃຫ້ສອງຝ່າຍຈຳກັດ, ປົກປ້ອງສາມັນຊົນ ແລະ ແກ້ໄຂການຂັດແຍ້ງດ້ວຍການເຈລະຈາໂດຍສັນຕິວິທີ, ເໝາະສົມຕາມກົດໝາຍສາກົນ.

ກອງທັບຫວຽດນາມ, ລາວ ແລະ ກຳປູເຈຍ ຝຶກແອບຮ່ວມຢູ່ນະຄອນ ໂຮ່ຈີມິນ
ບຸນປີໃໝ່ທີ່ອົບອຸ່ນຂອງນັກສຶກສາລາວ ແລະ ກຳປູເຈຍ

ວັນ​ທີ 24 ກໍລະກົດ​ນີ້, ​ເວັບ​ໄຊ​ຂອງ​​ສະຫະ​ປະຊາ​ຊາດ​ໄດ້​ອ້າງ​ຄຳ​ເວົ້າ​ຂອງ​ຮອງ​ໂຄສົກ​ ທ່ານ Farhan Haq ທີ່​ກ່າວ​ວ່າ, ທ່ານ​ເລຂາທິການ​ໃຫຍ່ António Guterres ພວມ​ “ຕິດຕາມ​ກັບ​ຄວາມວິຕົກກັງວົນ” ບັນດາການລາຍງານກ່ຽວກັບບັນດາຄວາມປະທະກັນ.

ທ່ານຍົກຊັດແຈ້ງວ່າ “ທ່ານ​ເລຂາທິການ​ໃຫຍ່​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈຳກັດຫຼາຍສຸດ ​ແລະ ​ແກ້​ໄຂ​ທຸກ​ບັນຫາ​ໂດຍ​ຜ່ານການ​ໂອ້ລົມສົນທະນາ ​ແລະ ຈິດໃຈ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ, ​ເພື່ອ​ແນ​ໃສ່​ຊອກ​ຫາ​ວິທີ​ແກ້​ໄຂ​ທີ່​ຍາວນານໃຫ້​ການ​ພິພາດ”.

ຕາມ​ແຜນການ, ສະພາ​ຄວາມສະຫງົບ ສະຫະ​ປະຊາ​ຊາດ ​ຈະ​ຈັດ​ກອງ​ປະຊຸມ​ດ່ວນ​ກ່ຽວ​ກັບ​ບັນຫາ​ນີ້​ໃນ​ເວລາ 15:00 ​ໂມງ ໃນວັນ​ທີ 25 ກໍລະກົດ​, ຕາມ​ເວລາ​ ນິວຢອກ (ຄື 2:00 ​ໂມງ​ຂອງ​ວັນ​ທີ 26 ກໍລະກົດ, ຕາມ​ເວລາ​ ຮ່າ​ໂນ້ຍ).

ໃນ​ສື່ສານເທິງໜ້າສ່ວນຕົວໃນຕອນ​ຄ່ຳ​ວັນ​ທີ 24 ກໍລະກົດ​, ທ່ານນາຍົກລັດຖະມົນຕີ​ Anwar Ibrahim ຂອງ​ມາ​ເລ​ເຊຍ, ປະ​ເທດ​ທີ່​ດຳລົງ​ຕຳ​ແໜ່​ງ​ເປັນ​ປະທານ​ອາ​ຊຽນ​ໝູນ​ວຽນ​ ASEAN ​ກ່າວ​ວ່າ ທ່ານ​ໄດ້​ໂອ້​ລົມ​ໂດຍ​ກົງ​ກັບ​ຄູ່​ຕຳ​ແໜ່​ງກຳປູ​ເຈຍ​ ແລະ ​ໄທ ​ລວມມີ ​​ທ່ານ​ນາຍົກລັດຖະມົນຕີ Hun Manet ​ແລະ​ ທ່ານ​ປະທາ​ນາ​ທິບໍດີ​ທ່ານ Phumtham Wechayachai. ທ່ານ Anwar Ibrahim ຮຽກຮ້ອງ​ໃຫ້​ຜູ້ນຳ​ສອງ​ປະ​ເທດ​ຊອກ​ຫາ​ວິທີ​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງ.

"ຂ້າພະເຈົ້າຂໍຕ້ອນຮັບສັນຍານທີ່ເປັນຕັ້ງໜ້າ ແລະ ຄວາມເຕັມໃຈຂອງທັງລັດຖະບານ ບາງກອກ ແລະ ພນົມເປັນ ເພື່ອພິຈາລະນາທິດທາງນີ້. ມາເລເຊຍ ພ້ອມທີ່ຈະໃຫ້ການສະໜັບສະໜູນ ແລະ ຊຸກຍູ້ຂະບວນການນີ້ ໃນຈິດໃຈແຫ່ງຄວາມສາມາຄີ ແລະ ການແບ່ງປັນຄວາມຮັບຜິດຊອບຮ່ວມຂອງອາຊຽນ," ທ່ານນາຍົກລັດຖະມົນຕີ ມາເລເຊຍ ໄດ້ຂຽນໄວ້.

ປະຊາຄົມໂລກຮຽກຮ້ອງໃຫ້ໄທ ແລະ ກຳປູເຈຍ ຈຳກັດ ແລະ ດຳເນີນການເຈລະຈາໂດຍສັນຕິພາບ

ຊາວ​ໄທ​ ໄດ້​ຍົກ​ຍ້າຍ​ອອກ​ຈາກ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ, ພັກ​ຢູ່​ສູນ​ກາງ​ແຫ່ງ​ໜຶ່ງ​ໃນ​ແຂວງ Surin, ປະ​ເທດ​ໄທ ລົງວັນ​ທີ 25 ກໍລະກົດ 2025. (ພາບ: AP)

ຕາມ​ຂ່າວສານ AFP (ຝຣັ່ງ) ວັນ​ທີ 24 ກໍລະກົດ​ນີ້, ສະຫະພາບ​ເອີ​ລົບ (ອີ​ຢູ) ໄດ້ຮຽກຮ້ອງ​ໃຫ້​ກຳປູ​ເຈຍ ​ແລະ ​ໄທ ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ຢູ່​ເຂດ​ຊາຍ​ແດນ​ທີ່​ມີ​ການ​ພິພາດ.

ທ່ານໂຄສົກ ອີ​ຢູ ທ່ານ Anouar El Anouni ໄດ້ເນັ້ນໜັກວ່າ: “ອີ​ຢູ ມີຄວາມກັງວົນຢ່າງຫນັກໜ່ວງຕໍ່ສະພາບການຕຶງເຄັ່ມທີ່ເພີ່ມຂຶ້ນຢູ່ຊາຍແດນ ກັບບັນດາລາຍງານກ່ຽວກັບຜູ້ສູນເສຍໃນພົນລະເຮືອນ. ພວກເຮົາຮຽກຮ້ອງໃຫ້ທັງສອງຝ່າຍຫຼຸດຜ່ອນຄວາມຕຶງເຄັ່ມ ແລະ ແກ້ໄຂຄວາມຂັດແຍ້ງຜ່ານການໂອ້ລົມສົນທະນາ ແລະ ບັນດາມາດຕະການສັນຕິວິທີທີ່ສອດຄ່ອງກັບກົດໝາຍສາກົນ”.

ໃນວັນດຽວກັນ, ກະຊວງການຕ່າງປະເທດຂອງອາເມຣິກາ ໄດ້ອອກຖະແຖງວ່າ: “ອາເມຣິກາ ມີຄວາມກັງວົນຢ່າງຫນັກໜ່ວງຕໍ່ລາຍງານກ່ຽວກັບສະພາບການສູ້ລົບທີ່ມີຄວາມຕຶງເຄັ່ມເພີ່ມຂຶ້ນຕາມແນວຊາຍແດນລະຫວ່າງ ໄທ - ກຳປູເຈຍ. ພວກເຮົາຮູ້ສຶກກັງວົນເປັນພິເສດຕໍ່ລາຍງານກ່ຽວກັບການສູນເສຍຊີວິດຂອງປະຊາຊົນຜູ້ບໍ່ມີຄວາມຜິດ. ພວກເຮົາຂໍແບ່ງເບົາຄວາມເສົ້າສະຫຼົດໃຈຢ່າງສຸດຊຶ້ງຕໍ່ການສູນເສຍຊີວິດເຫຼົ່ານີ້. ພວກເຮົາຮຽກຮ້ອງໃຫ້ຢຸດການໂຈມຕີທັນທີ, ປົກປ້ອງປະຊາຊົນ ແລະ ແກ້ໄຂຄວາມຂັດແຍ້ງດ້ວຍວິທີສັນຕິ”.

ໜັງສືພິມ CNA (ສິງກະໂປ) ໄດ້ອ້າງຄຳເວົ້າຂອງທ່ານໂຄສົກກະຊວງການຕ່າງປະເທດສິງກະໂປ ໃຫ້ຮູ້ວ່າ ສິງກະໂປ ໄດ້ຮຽກຮ້ອງກຳປູເຈຍ ແລະ ໄທ ຈຳກັດໃນສະພາບຄວາມເຄັ່ງຕຶງທີ່ເພີ່ມຂຶ້ນລະຫວ່າງສອງປະເທດເພື່ອນບ້ານໃນອາຊີຕາເວັນອອກສຽງໃຕ້ນີ້.

ກະຊວງ​ການ​ຕ່າງປະ​ເທດ​ສິງກະ​ໂປ​ກ່າວ​ຕື່ມ​ວ່າ ມາເຖິງຕອນນັ້ນຍັງ​ບໍ່​ທັນ​ມີ​ລາຍ​ງານອັນໃດ​ກ່ຽວ​ກັບ​ຊາວ​ສິງກະ​ໂປ ​ໄດ້​ຮັບ​ບາດ​ເຈັບ​ໃນ​ການ​ປະ​ທະ​ກັນ​ຢູ່​ເຂດ​ຊາຍ​ແດນ​. ​ຊາວ​ສິງກະ​ໂປພວມອາໄສ​​ ​ຫຼື​ເດີນທາງ​ໄປທ່ອງທ່ຽວຮອດ​ທັງ​ສອງ​ປະ​ເທດນີ້​ຍັງ​ໄດ້​ສົ່ງເສີມໃຫ້​ລົງທະບຽນ​ທາງ​ອອນ​ລາຍ​ກັບ​ກະຊວງ​ການ​ຕ່າງປະ​ເທດ; ຜູ້​ທີ່​ຕ້ອງ​ການ​ການ​ຊ່ວຍ​ເຫຼືອ​ທາງ​ກົງ​ສຸນ​ຄວນ​ຕິດ​ຕໍ່​ກັບ​ສະ​ຖານ​ທູດ​ ສິງ​ກະ​ໂປ ​ປະ​ຈໍາ Phnom Penh ​ຫຼື​ ບາງ​ກອກ​, ຫຼື​ຫ້ອງ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ ​ສິງ​ກະ​ໂປ​.

ກະຊວງ​ການ​ຕ່າງປະ​ເທດ​ ລາວ ​ຍັງ​ສະ​ແດງ​ຄວາມເປັນກັງວົນ​ຢ່າງ​ເລິກ​ເຊິ່ງຕໍ່​ສະພາບການ​ທີ່​ຍັງ​ຄົງ​ຄ້າງ​ຢູ່​ຊາຍ​ແດນ​ໄທ - ກຳປູ​ເຈຍ, ຮຽກຮ້ອງ​ໃຫ້ທັງ​ສອງ​ຝ່າຍ​ຈຳກັດ ​ແລະ ​ແກ້​ໄຂ​ສະຖານະ​ການ​ດ້ວຍ​ສັນຕິ​ວິທີ. ຕາມ​ໜັງສືພິມ Vientiane Times (ລາວ), ​ທ່ານໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ລາວ ​ໃຫ້​ຮູ້​ວ່າ: “​ໃນ​ຖານະ​ເປັນ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ມີ​ຮ່ວມຊາຍ​ແດນ ​ແລະ ຮັກສາ​ການ​ພົວພັນ​ອັນ​ດີງາມ​ກັບ​ກຳປູ​ເຈຍ ​ແລະ ​ໄທ, ລາວ ​ຮຽກຮ້ອງ​ໃຫ້​ສອງ​ຝ່າຍ​ຈຳກັດ ​ແລະ ​ແກ້​ໄຂ​ບັນຫາ​ດ້ວຍ​ສັນຕິ​ວິທີ.”

ຕາມ AFP (ຝະລັ່ງ), ຕອນ​ເຊົ້າ​ວັນ​ທີ 25 ກໍລະກົດ​ນີ້, ​ໄທ​ ກ່າວ​ວ່າ, ປະເທດນີ້​​ໄດ້​ຍົກຍ້າຍ​ປະຊາຊົນ 100.000 ກວ່າ​ຄົນ​ຢູ່​ລຽບ​ຕາມ​ຊາຍ​ແດນ​ກຳປູ​ເຈຍ ​ໃນ​ສະພາບການທີ່​ຄວາມ​ເຄັ່ງ​ຕຶງ​ເພີ່ມ​ຂຶ້ນ​ຢູ່​ທີ່​ນັ້ນ. ກະຊວງ​ພາຍ​ໃນ​ ໄທ ​ກ່າວ​ວ່າ ປະຊາຊົນ 100.672 ຄົນ​ຈາກ 4 ​ແຂວງ​ຊາຍ​ແດນ​ໄດ້​ຖືກຍົກ​ຍ້າຍ​ໄປ​ຢູ່​ບ່ອນ​ລີ້​ໄພ. ທ່ານຮອງ​ໂຄ​ສົກ​ ກະ​ຊວງການແພດ​ສາ​ທາ​ລະ​ນະ​ສຸກ​ໄທ​ ກ່າວ​ວ່າ ມາ​ຮອດ​ເວ​ລາ 21:00 ​ໂມງ ໃນວັນ​ທີ 24 ກໍລະກົດ​ນີ້, ຈຳນວນ​ຜູ້​ເສຍ​ຊີວິດ​ໃນ​ການ​ປະ​ທະ​ກັນ​ທາງ​ທະຫານ​ຢູ່​ເຂດ​ຊາຍ​ແດນ​ໄທ-ກຳປູ​ເຈຍ ​ມີ 14 ຄົນ​ ແລະ ກໍລະນິ​ບາດ​ເຈັບ 46 ຄົນ. ປະຈຸບັນ ຝ່າຍກຳປູ​ເຈຍ ​ຍັງ​ບໍ່​ທັນ​ໄດ້ປະກາດໃຊ້​​ຂໍ້​ມູນ​ກ່ຽວ​ກັບ​ຜູ້​ເສຍ​ຊີວິດ.

ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ ສະເຫຼີມສະຫຼອງບຸນປີໃໝ່ລາວ, ກຳປູເຈຍ, ມຽນມາ ແລະ ໄທ ຢູ່ນະຄອນໂຮ່ຈີມິນ

ຍສໝ - ວັນ​ທີ 6 ​ເມສາ​, ຢູ່ນະຄອນໂຮ່ຈີມິນ ໄດ້ດຳເນີນບຸນປີໃໝ່ຂອງ​ປະຊາຊົນ​ກຳປູ​ເຈຍ, ລາວ, ມຽນມາ ​ແລະ ​ໄທ. ງານ​ບຸນ​ໄດ້​ຮັບ​ການ​ສົມທົບ​ກັບ​ສະຫະພັນ​ບັນດາ​ອົງການ​ມິດຕະພາບ​ນະຄອນ​ໂຮ່ຈິ​ມິນ (HUFO) ເພື່ອຈັດຕັ້ງ.

ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຢູ່ລາຍການຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ ຫຼາຍການເຄື່ອນໄຫວທີ່ມີຄວາມໝາຍຢູ່ລາຍການຄອບຄົວ ຫວຽດນາມ ກັບນັກສຶກສາລາວ ແລະ ກຳປູເຈຍ

ຍສໝ - ວັນ​ທີ 23 ກຸມພາ, ຄະນະ​ກຳມະການ​ແນວ​ໂຮມ​ປະ​ເທດ​ຊາດ​ ຫວຽດນາມ ນະຄອນ ​ໂຮ່ຈິ​ມິນ ​ໃຫ້​ຮູ້​ວ່າ ປີ 2024, ລະບົບ​ແນວ​ໂຮມ​ປະ​ເທດ​ຊາດ​ ນະຄອນ ​ແລະ ບັນດາ​ອົງການ​ສະມາຊິກ​ ໄດ້ຜັນຂະຫຍາຍຫຼາຍ​ການເຄື່ອນໄຫວການ​ທູດ​ປະຊາຊົນ​ຢ່າງ​ມີ​ປະສິດທິ​ຜົນ.

ແທັງຮັ່ງ

ເບິ່ງເພີ່ມເຕີມໃນ: ສາລະຄະດີ

ເບິ່ງເພີ່ມເຕີມ