ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງການເພື່ອຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລ

00:00 | 02/01/2024

ຍສໝ - ວັນ​ທີ 30 ທັນວາ​ນີ້, ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼ​ງການ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ​ກ່ຽວ​ກັບ​ການ​ຮັກສາ ​ແລະ ຊຸກຍູ້​ຄວາມ​ໝັ້ນຄົງພື້ນທີ່ທະ​ເລ​ຢູ່​ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້.

ບັນດາຖ້ຽວກຳປັ່ນທີ່ເຕັມໄປດ້ວຍຄວາມມິດຕະພາບ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ ບັນດາຖ້ຽວກຳປັ່ນທີ່ເຕັມໄປດ້ວຍຄວາມມິດຕະພາບ ເພື່ອສັນຕິພາບ ແລະ ສະຖຽນລະພາບຢູ່ທະເລ
ຕໍາຫຼວດທະເລ ໄປຢ້ຽມຢາມຄອບຄົວຊາວປະມົງທີ່ຖືກເຄາະຮ້າຍຢູ່ທະເລ ຕໍາຫຼວດທະເລ ໄປຢ້ຽມຢາມຄອບຄົວຊາວປະມົງທີ່ຖືກເຄາະຮ້າຍຢູ່ທະເລ

ຕາມ​ກະຊວງ​ການ​ຕ່າງປະ​ເທດ​ແລ້ວ, ​ເອກະສານ​ດັ່ງກ່າວ​​ອີກ​ເທື່ອ​ໜຶ່ງໄດ້ຢັ້ງຢືນທັດສະນະ​ລວມຂອງ​ອາ​ຊຽນກ່ຽວ​ກັບ​ການ​ຮ່ວມ​ມື​ທາງ​ທະ​ເລ​ໃນ​ພາກ​ພື້ນ. ນັ້ນ​ແມ່ນ​ບັນດາ​ຫຼັກການ​ພື້ນຖານ​ໃນການ​ປະພຶດ​ຂອງ​ບັນດາ​ປະ​ເທດ​ຢູ່​ບັນດາເຂດທະ​ເລ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ​ໃນ​ນັ້ນ​ ມີ​ທະ​ເລ​ຕາ​ເວັນ​ອອກ.

ບັນດາລັດຖະມົນຕີການຕ່າງປະເທດອາຊຽນ ອອກຖະແຫຼງການເພື່ອຮັກສາ ແລະ ຊຸກຍູ້ຄວາມໝັ້ນຄົງພື້ນທີ່ທະເລ
ລັດຖະມົນຕີ​ການ​ຕ່າງປະ​ເທດ​ອາ​ຊຽນ ​ເຂົ້າ​ຮ່ວມກອງປະຊຸມວົງແຄບຢູ່​ນະຄອນຫຼວງ​ຈາ​ກາ​ຕາ​ ຂອງ​ອິນ​ໂດ​ເນ​ເຊຍ. (ຮູບປະກອບ: KT)

ບົນ​ພື້ນຖານ​ນັ້ນ, ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ບັນດາ​ປະ​ເທດ ອາ​ຊຽນ ໄດ້ “ຢືນຢັນ​ຄືນ​ໃໝ່​ຄວາມ​ຮີບຮ້ອນ​ໃນ​ການ​ຟື້ນ​ຟູ ​ແລະ ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ລະງັບໃຈເອງໃນ​ການ​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ທີ່​ອາດ​ຈະ​ສັບສົນ ຫຼື ​ເພີ່ມ​ທະວີ​ການ​ແກ່ງແຍ້ງຍາດຊີງກັນ ​ແລະ ​ສົ່ງຜົນ​ສະທ້ອນ​ເຖິງ​ສັນຕິພາບ ​, ຄວາມໝັ້ນຄົງ; ຫຼີກ​ບັນດາເຄື່ອນໄຫວ​ທີ່​ອາດ​ຈະ​ເຮັດໃຫ້ສະພາບ​ການສັບສົນ​ຕື່ມ​ອີກ ​ແລະ ​ແກ້​ໄຂ​ບັນດາແຫ່ງແຍ້ງກັນ​ໂດຍສັນຕິວິທີບົນ​ພື້ນຖານເຄົາລົບບັນດາ​ຫຼັກການ​​ທີ່​ໄດ້​ຮັບ​ການ​ຮັບ​ຮູ້​ຢ່າງ​ກວ້າງຂວາງ​ຂອງ​ກົດໝາຍ​ສາກົນ, ​ໃນ​ນັ້ນ​ມີ UNCLOS 1982”.

ບັນດາ​ລັດຖະມົນຕີ​ການ​ຕ່າງປະ​ເທດ ອາ​ຊຽນ ກໍ່ “​ເນັ້ນ​ໜັກ​ເຖິງ​ຄວາມ​ສຳຄັນ​ຂອງ​ການ​ປະຕິບັດ​ຖະ​ແຫຼ​ງການ​ກ່ຽວ​ກັບ​ການ​ປະພຶດ​ຂອງ​ບັນດາ​ຝ່າຍ​ຢູ່​ທະ​ເລ​ຕາ​ເວັນ​ອອກ (DOC) ຢ່າງ​ຄົບ​ຖ້ວນ ​ແລະ ມີ​ປະສິດທິ​ຜົນ, ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ໃຫ້​ບັນລຸກົດແຫ່ງການ​ປະພຶດ​ຢູ່​ທະ​ເລ​ຕາ​ເວັນ​ອອກ (COC) ທີ່ມີ​ປະສິດທິ​ຜົນ, ​ເນື້ອແທ້, ​​ສອດຄ່ອງ​ກັບ​ກົດໝາຍ​ສາກົນ, ໃນນັ້ນ ມີ UNCLOS 1982 ໄດ້ໂດຍໄວ”.

ນີ້​ແມ່ນ​ຄັ້ງ​ທີ 5 ທີ່​ອາ​ຊຽນ ​ໄດ້​ອອກ​ຖະ​ແຫຼງ​ການສະເພາະກ່ຽວ​ກັບ​ບັນ​ຫາ​ການ​ເດີນ​ທະ​ເລ​ນັບ​ແຕ່​ປີ 1995. ​ໂດຍ​ໄດ້ຮູ້​ວ່າ​ ໃນຫວ່າງມໍ່ໆມານີ້ ​ອາ​ຊຽນ​ໄດ້​ອອກ​ຖະ​ແຫຼງ​ການສະເພາະ​​ກ່ຽວ​ກັບ​ທະ​ເລ​ຕາ​ເວັນ​ອອກ​ແມ່ນ​ໃນປີ 2014.

ດີງເລື້ອງ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.