ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ GCC

15:38 | 19/10/2025

ຍສໝ - ຕອນ​ເຊົ້າ​ວັນ​ທີ 17 ຕຸລາ, ທ່ານນາງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນມິງຮັ່ງ ໄດ້​ມີ​ການ​ໂອ້ລົມທາງ​ໂທລະສັບກັບ​ທ່ານ​ເລ​ຂາ​ໃຫຍ່​ສະ​ພາ​ຮ່ວມ​ມື​ອ່າວ (GCC) Jasem Mohamed Albudaiwi.

ຊຸ​ກ​ຍູ້​ການ​ຮ່ວມ​ມື​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ຫວຽດ​ນາມ ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ
ຜູ້​ທີ່​ເຊື່ອມ​ຕໍ່​ຂົວ​ທາງ​ການ​ສຶກ​ສາ​ລະ​ຫວ່າງ​ຫວຽດ​ນາມ ແລະ ໂລກ
ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ​ຫວຽດ​ນາມ ແລະ GCC
ທ່ານນາງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນມິງຮັ່ງ. (ພາບ: Quang Hoa)

ທີ່ການໂອ້ລົມທາງໂທລະສັບ, ທ່ານນາງ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດ ຫງວຽນມິງຮັ່ງ ໄດ້ຕີລາຄາສູງບົດບາດ ແລະ ການປະກອບສ່ວນຂອງທ່ານ​ເລ​ຂາ​ໃຫຍ່​ສະ​ພາ​ຮ່ວມ​ມື​ອ່າວ (GCC) ໃນການຊຸກຍູ້ການຮ່ວມມືລະຫວ່າງ GCC ກັບບັນດາຄູ່ຮ່ວມມື ແລະ ຂອບອົກຂອບໃຈທ່ານເລຂາໃຫຍ່ ທີ່ມີຄວາມຮູ້ສຶກດີຕໍ່ຫວຽດນາມ.

ທ່ານ​ເລຂາ​ໃຫຍ່ GCC ໄດ້ສະແດງຄວາມຊົມ​ເຊີຍ ຫວຽດນາມ ​ໃນ​ທ່າ​ເຕີບ​ໂຕ ​ແລະ ບັນດາ​ຜົນງານ​ທີ່​ດີ​ເດັ່ນ​ໃນ​ການ​ພັດທະນາ​ເສດຖະກິດ - ສັງຄົມ; ສະ​ແດງ​ຄວາມ​ປະ​ທັບ​ໃຈ​ຕໍ່​ການ​ເປັນ​ກຽດ​ທີ່​ໄດ້​ພົບ​ປະ​ກັບ​ທ່ານ​ນາຍົກລັດຖະມົນຕີ ​ແລະ ຢືນຢັນ​ວ່າ ສ່ວນຕົວຂອງທ່ານ​ເລຂາໃຫຍ່ ​ແລະ GCC ​ໂດຍ​ທົ່ວ​ໄປ​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ຫວຽດນາມ, ຖື ຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ຄູ່​ຮ່ວມ​ມື​ບຸລິມະສິດ​ຊຸກຍູ້​ການ​ພົວພັນ​ໃນ​ໄລຍະ​ຈະ​ມາ​ເຖິງ.

2 ຝ່າຍ​ກໍ່​ຮູ້ສຶກ​ດີ​ໃຈ​ວ່າ ການ​ພົວພັນ​ລະຫວ່າງ​ຫວຽດນາມ - GCC ​ໄດ້​ມີ​ບາດກ້າວ​ພັດທະນາ​ຢ່າງ​ຕັ້ງໜ້າ, ພິ​ເສດ​ແມ່ນ​ພາຍຫຼັງ​ການ​ຢ້ຽມຢາມ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຟ້າມມິງຈິງ ຢູ່​ບັນດາ​ປະ​ເທດ GCC ​ແລະ ການ​ຢ້ຽມຢາມ​ຂອງ​ບັນດາ​ການ​ນຳ GCC ຢູ່ ຫວຽດນາມ ​ເມື່ອ​ບໍ່​ດົນ​ມາ​ນີ້.

ບົນຈິດໃຈນັ້ນ, ສອງຝ່າຍປາດຖະໜາຢາກສືບຕໍ່ຊຸກຍູ້ການພົວພັນຮ່ວມມືຫຼາຍດ້ານ, ພິເສດແມ່ນຍູ້ແຮງຂະບວນການເຈລະຈາສັນຍາການຄ້າເສລີ ຫວຽດນາມ - GCC, ການຄ້າ, ການລົງທຶນ, ການຮ່ວມມືວິທະຍາສາດ ແລະ ເຕັກໂນໂລຊີ, ເພີ່ມທະວີການເຊື່ອມຕໍ່ GCC - ອາຊຽນ, ໃນນັ້ນ ຫວຽດນາມ ພ້ອມແລ້ວທີ່ຈະມີບົດບາດເປັນຂົວຕໍ່, ປະກອບສ່ວນເຮັດໃຫ້ການພົວພັນລະຫວ່າງ 2 ພາກພື້ນເລິກເຊິ່ງກວ່າອີກ.

ທ່ານ​ເລຂາ​ໃຫຍ່ GCC ຢືນຢັນ​ຄວາມ​ພ້ອມ​ທີ່​ຈະ​ໜູນ​ຊ່ວຍ ຫວຽດນາມ ພັດທະນາ​ລະບົບ​ນິ​ເວດ Halal; ຊຸກຍູ້​ບັນດາ​ວິ​ສາ​ຫະກິດ GCC ​ແລະ ບັນດາ​ແຫຼ່ງທຶນ​ລົງທຶນ​ຊອກ​ຫາ​ກາລະ​ໂອກາດ​ຢູ່ ຫວຽດນາມ ​ແລະ ສ້າງ​ເງື່ອນ​ໄຂ​ໃຫ້​ບັນດາ​ວິ​ສາ​ຫະກິດ ຫວຽດນາມ ​ເປີດ​ກວ້າງ​ການ​ມີ​ໜ້າ​ຢູ່​ໃນ​ຕະຫຼາດ GCC.

2 ຝ່າຍ​ໄດ້​ເຫັນ​ດີ​ຮັກສາ​ການ​ພົບ​ປະ​ແລກປ່ຽນ​ທຸກ​ຂັ້ນ​ເປັນ​ປະຈຳ ​ແລະ ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ ​ເພື່ອ​ແນ​ໃສ່​ຜັນ​ຂະຫຍາຍ​ບັນດາ​ຂົງ​ເຂດ​ຮ່ວມ​ມື​ບຸລິມະສິດ​ທີ່​ກ່າວ​ມາ​ນີ້, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ຫວຽດນາມ, GCC ​ແລະ ຄວາມ​ຈະ​ເລີ​ນຮຸ່ງ​ເຮືອງ​ຮ່ວມ​ຂອງ​ສອງ​ພາກ​ພື້ນ.

ຫວຽດ​ນາມ - ອີ​ຢິບ ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດ​ນາມ - ອີ​ຢິບ ຍົກ​ລະ​ດັບ​ການ​ພົວ​ພັນ​ສອງ​ຝ່າຍ​ຂຶ້ນ​ສູ່​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ

ຍສໝ - ທ່ານ​ປະທານາທິບໍດີ ອີ​ຢິບ Abdel Fattah Al Sisi ຢືນຢັນ​ວ່າ ການ​ຢ້ຽມຢາມ​ທາງ​ລັດຖະກິດ​ຂອງ​ທ່ານ​ປະທານ​ປະ​ເທດ ​ເລືອງ​ເກື່ອງ ​ແມ່ນ​ຂີດ​ໝາຍ​ສຳຄັນ, ​ເປີດ​ໄລຍະ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ໃນ​ການ​ພົວພັນ 2 ຝ່າຍ.

ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ ການ​ຮ່ວມ​ມື​ດ້ານ​ຄວາມ​ປອດ​ໄພ​ສືບ​ຕໍ່​ແມ່ນ​ເສົາ​ຄ້ຳ​ໃນ​ການ​ພົວ​ພັນ​ຫວຽດ​ນາມ - ລາວ

ຍສໝ - ຕາມນັກຂ່າວສຳນັກຂ່າວສານຫວຽດນາມ ປະຈຳລາວ ແລ້ວ, ໃນການໄປປະຕິບັດງານຂອງຄະນະຜູ້ແທນກະຊວງຕຳຫຼວດຫວຽດນາມ ໂດຍທ່ານພົນເອກ ເລືອງຕ່າມກວາງ, ກຳມະການກົມການເມືອງ, ລັດຖະມົນຕີກະຊວງຕຳຫຼວດຫວຽດນາມ ເປັນນຳໜ້າ, ຕອນບ່າຍວັນທີ 30 ກໍລະກົດ, ທ່ານພົນເອກ ເລືອງຕ່າມກວາງ ໄດ້ຢ້ຽມຂ່ຳນັບທ່ານ ບຸນທອງ ຈິດມະນີ, ກຳມະການກົມການເມືອງ, ຜູ້ປະຈຳຄະນະເລຂາ, ຮອງປະທານ ສປປ ລາວ. ໂດຍເຂົ້າ​ຮ່ວມ​ມີ​ທ່ານກຳມະການ​ກົມ​ການ​ເມືອງ, ...

ມີງດຶກ

ເບິ່ງເພີ່ມເຕີມໃນ: ການພົວພັນມິດຕະພາບ

ເບິ່ງເພີ່ມເຕີມ