ງານວາງສະແດງໄດ້ວາງສະແດງປຶ້ມ, ໜັງສືພິມ ແລະ ວາລະສານນັບພັນຫົວທີ່ມີເນື້ອໃນອຸດົມສົມບູນ, ສ່ອງແສງໃຫ້ເຫັນປະຫວັດສາດແຫ່ງການຕໍ່ສູ້ປະຕິວັດຂອງຊາດ, ຮີດຄອງປະເພນີອັນສະຫງ່າງາມຂອງທະຫານເຮືອປະຊາຊົນຫວຽດນາມ ແລະ ບັນດາຫົວເລື່ອງກ່ຽວກັບທະເລ, ໝູ່ເກາະ. ບັນດາສິ່ງພິມອັນລ້ຳຄ່າກ່ຽວກັບປະທານ ໂຮ່ຈີມິນ, ໄຊຊະນະໃຫຍ່ລະດູບານໃໝ່ປີ 1975 ແລະ 70 ປີແຫ່ງວັນສ້າງສາ, ຕໍ່ສູ້ ແລະ ເຕີບໂຕຂອງທະຫານເຮືອປະຊາຊົນຫວຽດນາມ ໄດ້ດຶງດູດຄວາມສົນໃຈຂອງພະນັກງານ, ນັກຮົບ, ນັກຮົບເກົ່າ, ສະມາຊິກຊາວໜຸ່ມ ແລະ ນັກສຶກສາທ້ອງຖິ່ນເປັນຈຳນວນຫຼວງຫຼາຍ.
![]() |
ທ່ານພັນເອກ ໂງວັນແທ່ງ, ຜູ້ຮັບຜິດຊອບການເມືອງທະຫານເຮືອເຂດ 5 (ທີ 4 ຈາກຊ້າຍ) ຊຸກຍູ້ບັນດານັກຮຽນຢູ່ທ້ອງຖິ່ນຢ່າງຫ້າວຫັນໃນການອ່ານປຶ້ມເພື່ອຍົກລະດັບຄວາມຮູ້ຂອງເຂົາເຈົ້າ. (ພາບ: Van Dinh) |
ດ້ວຍ 3 ຮ້ານວາງສະແດງໄດ້ຈັດຢ່າງວິທະຍາສາດ, ງານວາງສະແດງບໍ່ພຽງແຕ່ຊ່ວຍໃຫ້ຜູ້ຊົມເຂົ້າເຖິງຄັງຄວາມຮູ້ໄດ້ຢ່າງງ່າຍດາຍ, ແຕ່ຍັງກາຍເປັນບ່ອນແລກປ່ຽນ, ແບ່ງປັນລະຫວ່າງຄົນລຸ້ນຫຼັງ. ຜ່ານນັ້ນ, ປະກອບສ່ວນຊຸກຍູ້ບັນດາອຸດົມການປະຕິວັດ, ຄວາມຮັກແພງທະເລ, ໝູ່ເກາະ, ບ້ານເກີດເມືອງນອນ ແລະ ຄວາມພາກພູມໃຈຂອງຊາດໃນລຸ້ນໜຸ່ມ.
![]() |
ອາຈານ ແລະ ນັກຮຽນຂອງໂຮງຮຽນມັດທະຍົມຕອນຕົ້ນ An Thoi 1, ເມືອງ ຟູ໋ກວກ, ແຂວງ ກຽນຢາງ ອ່ານປື້ມຢູ່ທີ່ງານວາງສະແດງ. (ພາບ: Van Dinh) |
ງານວາງສະແດງແມ່ນການເຄື່ອນໄຫວຢ່າງແທດຈິງ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳຮີດຄອງປະເພນີອັນດີງາມຂອງຊາດ, ພ້ອມກັນນັ້ນກໍ່ເພີ່ມພູນຄູນສ້າງຊີວິດທາງດ້ານຈິດໃຈ, ເຜີຍແຜ່ຄວາມຮັກແພງຂອງບັນດາພະນັກງານ, ນັກຮົບ ແລະປະຊາຊົນ. ຜ່ານນັ້ນ, ປະກອບສ່ວນສ້າງສະພາບແວດລ້ອມດ້ານວັດທະນະທຳຂອງກອງທັບ ແລະ ປະຊາຄົມ, ເພີ່ມພູນຄູນສ້າງບັນດາຄຸນຄ່າແບບຍືນຍົງໃຫ້ແກ່ປະຈຸບັນ ແລະ ອະນາຄົດ.
![]() | ເຊີດຊູພາສາຫວຽດນາມ: ເຜີຍແຜ່ຄວາມຮັກແພງໃຫ້ແກ່ເດັກນ້ອຍຢູ່ນະຄອນ New York, ອາເມລິກາ ຍສໝ - ຄະນະປະຈຳຫວຽດນາມປະຈຳສະຫະປະຊາຊາດ ໄດ້ສົມທົບກັບມະຫາວິທະຍາໄລ Columbia ເພື່ອຈັດຕັ້ງເປີດຫ້ອງຮຽນພາສາຫວຽດນາມ ໂດຍບໍ່ເສຍຄ່າສຳລັບເດັກນ້ອຍຂອງຊຸມຊົນ ຫວຽດນາມ ໃນອາຍຸ 6-14 ປີ. |
![]() | ເຜີຍແຜ່ບຸນເຕັດຫວຽດນາມ ໄປເຖິງເພື່ອນລາວ ຍສໝ - ໃນບັນດາການເຄື່ອນໄຫວຕ້ອນຮັບບຸນປີໃໝ່ປະຈຳຊາດ ຫວຽດນາມ ປີມະເສັງ 2025 ແລະ ເຜີຍແຜ່ຈິດໃຈມຸ່ງໄປເຖິງບ້ານເກີດເມືອງນອນ, ວັນທີ 3 ມັງກອນ ຢູ່ນະຄອນຫຼວງວຽງຈັນ, ໂຮງຮຽນສອງພາສາ ລາວ-ຫວຽດນາມ ຫງວຽນຢູ ໄດ້ຈັດງານຕະຫຼາດນັດອາຫານການກິນລະດູບານໃໝ່ 2025. |
ມີງດຶກ