ປົກປັກຮັກສາເຂດຊາຍແດນໄວ້ຢ່າງໝັ້ນແກ່ນ

21:07 | 26/03/2025

ໂດຍແມ່ນກຳລັງແກ່ນສານ, ຮັບຜິດຊອບໃນການຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນ, ທະຫານຊາຍແດນຍາມໃດກໍ່ມີໜ້າຢູ່ແນວໜ້າ, ຜ່ານຜ່າຄວາມຫຍຸ້ງຍາກ, ລຳບາກ, ຮັກສາຜືນແຜ່ນດິນສັກສິດຂອງປະເທດຊາດ.

ເສີມຂະຫຍາຍກໍາລັງແຮງໜຸ່ມ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ ເສີມຂະຫຍາຍກໍາລັງແຮງໜຸ່ມ ສ້າງເສັ້ນຊາຍແດນແຫ່ງສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ
ທະຫານຊາຍແດນແຂວງ ເງ້ອານ ແລະ ແຂວງຊຽງຂວາງ, ລາວ ລາດຕະເວນກວດການສອງຝ່າຍ ເພື່ອຮັກສາຊາຍແດນ ທະຫານຊາຍແດນແຂວງ ເງ້ອານ ແລະ ແຂວງຊຽງຂວາງ, ລາວ ລາດຕະເວນກວດການສອງຝ່າຍ ເພື່ອຮັກສາຊາຍແດນ
ບ່ອນອີງທີ່ໝັ້ນແກ່ນຢູ່ເຂດຊາຍແດນ ບ່ອນອີງທີ່ໝັ້ນແກ່ນຢູ່ເຂດຊາຍແດນ

ທະຫານຊາຍແດນໄດ້ຕັ້ງໜ້າເຂົ້າຮ່ວມການກໍ່ສ້າງ, ປັບປຸງລະບົບການເມືອງ; ຜັນຂະຫຍາຍຮູບແບບການຫາເງິນລ້ຽງຊີບຊ່ວຍປະຊາຊົນພັດທະນາການຜະລິດ; ນໍາໜ້າໜູນຊ່ວຍ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກໄພທຳມະຊາດ; ກໍ່ສ້າງພື້ນຖານປ້ອງກັນຊາຍແດນທົ່ວປວງຊົນໃຫ້ເຂັ້ມແຂງ. ທະຫານຊາຍແດນຍາມໃດກໍ່ໝັ້ນໃຈ, ພ້ອມແລ້ວທີ່ຈະຮັບເອົາ ແລະປະຕິບັດສຳເລັດໜ້າທີ່ຫຍຸ້ງຍາກລໍາບາກຢູ່ເຂດຊາຍແດນ.

ດ້ຽນບຽນ ແມ່ນແຂວງໜຶ່ງດຽວໃນທົ່ວປະເທດທີ່ມີເສັ້ນຊາຍແດນຕິດກັບລາວ ແລະຈີນ ດ້ວຍລວງຍາວ 455.573 ກິໂລແມັດ; ໃນນັ້ນຊາຍແດນ ຫວຽດນາມ-ລາວ ຍາວ 414.712 ກິໂລແມັດ, ຊາຍແດນ ຫວຽດນາມ-ຈີນ ຍາວ 40.861 ກິໂລແມັດ. ໂດຍແມ່ນກຳລັງຫຼັກແຫຼ່ງ, ຮັບຜິດຊອບໃນການປົກປັກຮັກສາຊາຍແດນແຫ່ງຊາດ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ຮັບຮູ້ຢ່າງເລິກເຊິ່ງກ່ຽວກັບບົດບາດ, ຄວາມຮັບຜິດຊອບ, ແມ່ນບ່ອນອີງອັນໝັ້ນຄົງໃຫ້ປະຊາຊົນບັນດາເຜົ່າຢູ່ເຂດຊາຍແດນ. ຮູບພາບ, ວຽກເຮັດງານທຳຂອງທະຫານຊາຍແດນໄດ້ສ້າງຄວາມປະທັບໃຈຢ່າງເລິກເຊິ່ງໃນຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນແຫ່ງຊາດ.

ພິເສດ, ປີ 2024 ຜ່ານມາ, ແຂວງໄດ້ຮັບຜົນສະທ້ອນຈາກພາຍຸລູກ 2, ພາຍຸລູກ 3, ນໍ້າແກ່ງນ້ຳຖ້ວມເກີດຂຶ້ນຢ່າງກະທັນຫັນຢູ່ຕາແສງເມື່ອງປົ່ນ, ເມືອງດ້ຽນບຽນ ກໍ່ຄວາມເສຍຫາຍໜັກໜ່ວງຕໍ່ຊີວິດແລະຊັບສິນ. ພາຍຫຼັງນໍ້າແກ່ງນ້ຳຖ້ວມ, ພ້ອມກັບທະຫານ, ຕຳຫຼວດ, ກໍາລັງທະຫານຊາຍແດນໄດ້ມີໜ້າໜູນຊ່ວຍການຊອກຫາຜູ້ຫາຍສາບສູນ, ຍົກຍ້າຍເຮືອນຊານ ແລະປະຊາຊົນອອກຈາກເຂດອັນຕະລາຍ, ແນະນໍາພໍ່ແມ່ປະຊາຊົນເຮັດອະນາໄມຮັກສາສິ່ງແວດລ້ອມ, ສົ່ງເສີມສຸຂະພາບ... ບັນດານັກຮົບບໍ່ຫົວຊາຫວາດຫວັ່ນຕໍ່ຂີ້ຕົມ, ມາຊ່ວຍປະຊາຊົນຍົກຍ້າຍຊັບສິນ... ບັນດາການເຄື່ອນໄຫວແທດຈິງ, ມີຄວາມໝາຍນັ້ນໄດ້ເຮັດໃຫ້ສາຍພົວພັນລະຫວ່າງທະຫານ ແລະປະຊາຊົນສະໜິດຕິດພັນກວ່າ. ປະຊາຊົນຢູ່ເຂດຊາຍແດນ ພ້ອມແລ້ວທີ່ຈະພ້ອມກັບທະຫານຊາຍແດນລາດຕະເວນ ແລະປົກປັກຮັກສາເສັ້ນຊາຍແດນ, ຫຼັກໝາຍຊາຍແດນ; ສະໜອງຂໍ້ມູນຂ່າວສານກ່ຽວກັບອາດຊະຍາກຳປະເພດຕ່າງໆ, ຄົນເຂົ້າເມືອງຜິດກົດໝາຍຢ່າງທັນການ...

ປົກປັກຮັກສາເຂດຊາຍແດນໄວ້ຢ່າງໝັ້ນແກ່ນ
ທະຫານຊາຍແດນຫວຽດນາມ-ລາວ ລາດຕະເວນຮ່ວມ. ພາບ: ແອງຢຸງ

ຄຸ້ມຄອງ, ປົກປັກຮັກສາເສັ້ນຊາຍແດນຍາວ, ພູມີປະເທດທຸລະກັນດານ... ແມ່ນຄວາມຫຍຸ້ງໃນວຽກງານລາດຕະເວນ, ຄວບຄຸມ, ສະກັດກັ້ນ, ຕ້ານອາດຊະຍາກຳ. ດ້ວຍວິທີເຮັດວຽກທີ່ເໝາະສົມ, ມີປະສິດທິຜົນ, ພ້ອມກັບການໜູນຊ່ວຍຂອງຄະນະພັກ, ອຳນາດການປົກຄອງ ແລະປະຊາຊົນ, ທະຫານຊາຍແດນແຂວງດ້ຽນບຽນ ໄດ້ຄຸ້ມຄອງ, ປົກປັກຮັກສາອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ຄວາມໝັ້ນຄົງຢູ່ເຂດຊາຍແດນແຫ່ງຊາດ ໄວ້ຢ່າງໝັ້ນຄົງ; ປະກອບສ່ວນສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ສະຖຽນລະພາບ, ຮ່ວມມື ແລະພັດທະນາ. ທະຫານຊາຍແດນໄດ້ລົງນາມກົດລະບຽບການສົມທົບກັບຄະນະພັກ 4 ເມືອງຊາຍແດນ (ເມື່ອງແຍ໊, ເມື່ອງຈ່າ, ນໍ້າໂປ, ດ້ຽນບຽນ); ຈັດພະນັກງານທະຫານຊາຍແດນເຂົ້າຮ່ວມຄະນະພັກເປັນເສນາທິການ, ປັບປຸງພື້ນຖານການເມືອງ, ພັດທະນາເສດຖະກິດ-ສັງຄົມຢູ່ເຂດຊາຍແດນ. ພ້ອມກັນນັ້ນ, ພະນັກງານ, ນັກຮົບທະຫານຊາຍແດນນັບພັນຄົນຍັງລົງຮາກຖານ, ບໍລິເວນຊາຍແດນໂຄສະນາເຜີຍແຜ່ກົດໝາຍເຖິງປະຊາຊົນ; ແນະນຳໃຫ້ພໍ່ແມ່ປະຊາຊົນວິທີລ້ຽງສັດ, ຜະລິດ, ເພື່ອລົບລ້າງຄວາມອຶດຫິວຫຼຸດຜ່ອນຄວາມທຸກຍາກ. ບັນດາການເຄື່ອນໄຫວສະໜິດຕິດພັນທະຫານ ແລະປະຊາຊົນໄດ້ຮັບການຜັນຂະຫຍາຍ, ດ້ວຍບັນດາລາຍການ, ຂະບວນການລະອຽດແທດຈິງ ແລະມີຄວາມໝາຍ, ຄື: ຮ່ວມເດີນທາງພ້ອມກັບແມ່ຍິງຊາຍແດນ, ລູກລ້ຽງຄ້າຍທະຫານຊາຍແດນ, ລະດູບານໃໝ່ເຂດຊາຍແດນສ້າງຄວາມອົບອຸ່ນໃຫ້ຊາວບ້ານ...

ຕາແສງຊິນເທົ່າ, ເມືອງເມື່ອງແຍ໊ ແມ່ນເຂດຊາຍແດນຕິດກັບລາວ ແລະຈີນ ດ້ວຍ 6/7 ບ້ານຕິດກັບຊາຍແດນ; ຊີວິດການເປັນຢູ່ຂອງປະຊາຊົນປະສົບກັບຄວາມຫຍຸ້ງຍາກຫຼາຍ. ເຖິງຢ່າງໃດກໍ່ຕາມ, ດ້ວຍການໜູນຊ່ວຍຢ່າງສຸດຈິດສຸດໃຈ, ຄວາມຮັບຜິດຊອບຂອງທະຫານຊາຍແດນ, ພິເສດແມ່ນຄ້າຍທະຫານຊາຍແດນອາປາຈ໋າຍ, ຕາແສງຊິນເທົ່າ ໄດ້ຂຸດຄົ້ນຄວາມສາມາດບົ່ມຊ້ອນ, ພັດທະນາການຜະລິດ, ກາຍເປັນຕາແສງຊົນນະບົດໃໝ່ແຫ່ງທຳອິດຂອງເມືອງເມື່ອງແຍ໊. ຄ້າຍທະຫານຊາຍແດນອາປາຈ໋າຍ ສົມທົບກັບອຳນາດການປົກຄອງທ້ອງຖິ່ນໂຄສະນາເຜີຍແຜ່ເພື່ອໃຫ້ພໍ່ແມ່ປະຊາຊົນຍົກສູງສະຕິປົກປັກຮັກສາ ແລະພັດທະນາປ່າ, ສະກັດກັ້ນການກະທໍາທໍາລາຍປ່າຢ່າງທັນການ. ພ້ອມກັນນັ້ນ, ທະຫານຊາຍແດນຍັງຜັນຂະຫຍາຍຮູບແບບຫາເງິນລ້ຽງຊີບດ້ວຍການປູກໝາກແໜ່ງໃນປ່າ, ທັງປົກປັກຮັກສາປ່າ, ທັງຮັບຜົນປະໂຫຍດຈາກປ່າ.

ສຸມໃສ່ປົກປັກຮັກສາອະທິປະໄຕຜືນແຜ່ນດິນ, ຄວາມໝັ້ນຄົງຢູ່ເຂດຊາຍແດນ, ທະຫານຊາຍແດນແຂວງດ້ຽນບຽນ ຍັງປະຕິບັດວຽກງານການທູດປ້ອງກັນຊາຍແດນເປັນຢ່າງດີ. ປະຕິບັດການພົບປະ, ການພົບປະເຈລະຈາສອງຟາກຊາຍແດນກັບລາວ ແລະຈີນ; ສົມທົບກັບກຳລັງປ້ອງກັນຊາຍແດນລາວ ແລະຈີນ ຈັດຕັ້ງການລາດຕະເວນຝ່າຍດຽວ ແລະສອງຝ່າຍ; ຮັກສາຂະບວນການແຮກສ່ຽວກຸ່ມຊຸມຊົນສອງຟາກຊາຍແດນ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຮ່ວມມື ແລະພັດທະນາ. ຜ່ານນັ້ນ, ກໍາລັງທະຫານຊາຍແດນໄດ້ຄົ້ນພົບ ແລະເປັນເສນາທິການແກ້ໄຂເຫດການເກີດຂຶ້ນຢູ່ເຂດຊາຍແດນຢ່າງທັນການ, ບໍ່ປະໃຫ້ຕົກຢູ່ໃນທ່າຮັບໂດຍບັງເອີນ.

ທະຫານຊາຍແດນ ໄດ້ປະຕິບັດການຮັກສາຊາຍແດນ, ຜືນແຜ່ນດິນໄວ້ຢ່າງໝັ້ນຄົງ, ກໍ່ສ້າງເສັ້ນຊາຍແດນສັນຕິພາບ, ມິດຕະພາບ, ຍົກສູງຊີວິດການເປັນຢູ່ຂອງປະຊາຊົນຢູ່ເຂດຊາຍແດນຢ່າງເຂັ້ມງວດ, ດ້ວຍຜົນສໍາເລັດຢ່າງຈົບງາມ, ສ້າງການພັດທະນາແບບຍືນຍົງຢູ່ເຂດຊາຍແດນ.

45 ປີແຫ່ງການຕໍ່ສູ້ປົກປັກຮັກສາເຂດຊາຍແດນພາກເໜືອ: ປະຫວັດສາດທີ່ສະຫງ່າອົງອາດ 45 ປີແຫ່ງການຕໍ່ສູ້ປົກປັກຮັກສາເຂດຊາຍແດນພາກເໜືອ: ປະຫວັດສາດທີ່ສະຫງ່າອົງອາດ

ຍສໝ - 45 ປີ​ໄດ້​ຜ່ານ​ໄປ​ນັບ​ແຕ່​ການ​ເລີ່ມ​ຕໍ່ສູ້​ປົກ​ປັກ​ຮັກສາ​ຊາຍ​ແດນ​ພາກ​ເໜືອ (17 ກຸມພາ 1979), ຍາວ​ນານ​ພໍ​ສົມຄວນ​ທີ່​ທັງ​ຈີນ​ແລະ​ຫວຽດນາມ​ຈະ​ຫວນ​ຄືນ​ສູ່​ສົງຄາມ​ນີ້​ຢ່າງ​ສະຫງົບ​ສຸກ​ແລະ​ມີ​ຈຸດປະສົງ​ທາງ​ວິທະຍາສາດ.

ປົກປັກຮັກສາເຂດຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບ ແລະ ມິດຕະພາບ ປົກປັກຮັກສາເຂດຊາຍແດນໃຫ້ມີຄວາມປອດໄພ, ສັນຕິພາບ ແລະ ມິດຕະພາບ

ຍສໝ-ຕັ້ງຄ້າຍທະຫານຢູ່ເຂດທຸລະກັນດານ, ຊິວິດການເປັນຢູ່ຂອງປະຊາຊົນທີ່ນີ້ຍັງບໍ່ສູງ, ມີຄວາມສະລັບສັບຊ້ອນດ້ານອາດຊະຍາກໍາແຕ່ພະນັກງານ, ນັກຮົບທະຫານຊາຍແດນເຊີນໂຮ່ງ, ເຮືອງເຊີນ, ຮ່າຕີ້ງ ກໍ່ໄດ້ເອົາຊະນະຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍເພື່ອປະສົບຜົນສໍາເລັດໜ້າທີ່ວຽກງານທີ່ໄດ້ມອບໝາຍ.

ເບິ່ງເພີ່ມເຕີມໃນ: ຊາຍແດນ, ທະເລ, ໝູ່ເກາະ

ເບິ່ງເພີ່ມເຕີມ
ເຫດການ