ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ

17:07 | 09/04/2021

ວັນທີ 7 ເມສາ, ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ, ຫົວໜ້າ SOM ອາຊຽນ ຫວຽດນາມ ໄດ້ນໍາໜ້າຄະນະຜູ້ແທນຫວຽດນາມ ເຂົ້າຮ່ວມກອງປະຊຸມເຈົ້າໜ້າທີ່ອາວຸໂສອາຊຽນ ເຊິ່ງໄດ້ຈັດຂຶ້ນຜ່ານລະບົບທາງໄກ.

ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ ສື່ມວນຊົນອີຕາລີ ໄດ້ຕີລາຄາສູງຕໍ່ການນຳຊຸດໃໝ່ຂອງຫວຽດນາມ
ການນຳບາງປະເທດແລະເວທີປາໄສເສດຖະກິດໂລກສົ່ງສານ,ໂທລະເລກອວຍພອນການນຳຫວຽດນາມ ການນຳບາງປະເທດແລະເວທີປາໄສເສດຖະກິດໂລກສົ່ງສານ,ໂທລະເລກອວຍພອນການນຳຫວຽດນາມ
ຢັ້ງຢືນຄືນໃໝ່ກ່ຽວກັບການຮັກສາສັນຕິພາບ, ເຄົາລົບກົດໝາຍສາກົນຢູ່ທະເລຕາເວັນອອກ
ທ່ານ ຫງວຽນກ໊ວກຢຸ້ງ ຮອງລັດຖະມົນຕີກະຊວງການຕ່າງປະເທດຫວຽດນາມ. ພາບ: ກະຊວງການຕ່າງປະເທດຫວຽດນາມ.

ກ່າວຄໍາເຫັນທີ່ກອງປະຊຸມ, ບັນດາປະເທດໄດ້ເຫັນດີເປັນເອກະພາບຍູ້ແຮງຄວາມມານະພະຍາຍາມຜັນຂະຫຍາຍບັນດາບຸລິມະສິດ, ການກໍານົດທິດທີ່ໄດ້ຕົກລົງກັນແນໃສ່ຮັກສາທ່າກໍ່ສ້າງປະຊາຄົມອາຊຽນ, ພັດທະນາການພົວພັນຕ່າງປະເທດ, ເພີ່ມທະວີການຮ່ວມມືເພື່ອຮັບມືກັບພະຍາດໂຄວິດ-19 ກໍຄືສິ່ງທ້າທາຍທີ່ກໍາລັງເກີດຂຶ້ນ; ພ້ອມທັງຢັ້ງຢືນຄືນໃໝ່ກ່ຽວກັບການສະໜັບສະໜູນຂໍ້ລິເລີ່ມໂດຍປະເທດເຈົ້າພາບ ບຣູໄນ ສະເໜີໃນປີອາຊຽນ 2021...

ກ່ຽວກັບບັນຫາສາກົນ ແລະພາກພື້ນ, ກອງປະຊຸມໄດ້ຮັບຮູ້ຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນໃນໄລຍະຜ່ານມາຢູ່ທະເລຕາເວັນອອກ, ໃນນັ້ນມີການຂົ່ມຂູ່, ບັງຄັບ, ລະເມີດກົດໝາຍສາກົນ ແລະສົນທິສັນຍາຂອງ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ (UNCLOS) 1982, ເຊິ່ງໄດ້ສົ່ງຜົນສະທ້ອນເຖິງສັນຕິພາບ ແລະຄວາມໝັ້ນຄົງຢູ່ພາກພື້ນ ແລະໄດ້ໄປຝືນກັບຄໍາໝັ້ນສັນຍາໃນຖະແຫຼງການວ່າດ້ວຍການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ (DOC) ແລະສ້າງບັນຍາກາດອັນບໍ່ດີໃຫ້ແກ່ການເຈລະຈາໃນການສ້າງກົດແຫ່ງການປະພຶດຢູ່ທະເລຕາເວັນອອກ (COC)...

ທີ່ກອງປະຊຸມ, ທ່ານຮອງລັດຖະມົນຕີ ຫງວຽນກ໊ວກຢຸ້ງ ໄດ້ຢັ້ງຢືນຄືນໃໝ່ການສະໜັບສະໜູນ ແລະຄໍາໝັ້ນສັນຍາຂອງຫວຽດນາມ ສໍາລັບບັນດາບຸລິມະສິດ, ຂໍ້ລິເລີ່ມຮ່ວມມືອາຊຽນ 2021; ຖືວ່່າ ບັນດາບຸລິມະສິດ, ຂໍ້ລິເລີ່ມເຫຼົ່ານີ້ ຄວນອີງໃສ່ໝາກຜົນທີ່ອາຊຽນ ບັນລຸໄດ້ໃນປີ 2020, ພິເສດແມ່ນໃນການກໍ່ສ້າງປະຊາຄົມອາຊຽນ, ການປ້ອງກັນ, ຕ້ານ, ຄວບຄຸມ ແລະຟື້ນຟູຫຼັງໂຄວິດ-19, ທ່ານ ຫງວຽນກ໊ວກຢຸ້ງ ກໍແບ່ງປັນຄວາມວິຕົກກັງວົນກ່ຽວກັບການຜັນແປທີ່ສັບສົນໃນໄລຍະຜ່ານມາຢູ່ທະເລຕາເວັນອອກ ແລະສະໜີໃຫ້ອາຊຽນ ຮັກສາຄວາມສາມັກຄີ, ຫຼັກໝັ້ນ, ຫຼັກການ ແລະຄວາມມານະພະຍາຍາມໃນການເຈລະຈາ ເພື່ອສ້າງ COC ໃຫ້ມີປະສິດທິຜົນ, ແທດຈິງ, ສອດຄ່ອງກັບກົດໝາຍສາກົນ, ໃນນັ້ນມີ UNCLOS 1982.

ສົ່ງເສີມບົດບາດຂອງ ຫວຽດນາມ ໃນການສ້າງບັນດາຂໍ້ລິເລີ່ມຍຸດທະສາດໃໝ່ ສົ່ງເສີມບົດບາດຂອງ ຫວຽດນາມ ໃນການສ້າງບັນດາຂໍ້ລິເລີ່ມຍຸດທະສາດໃໝ່

ຍ​ສ​ໝ - ກອງ​ປະ​ຊຸມ​ສຳ​ມະ​ນາ​ໄດ້​ດຳ​ເນີນ​ຕາມ​ສອງ​ຮູບ​ການ​ທາງ​ອອນ​ລາຍ ແລະ ໂດຍ​ກົງ. ເຫດ​ການ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ການ​ນຳ APE, ລັດ​ຖະ​ມົນ​ຕີ​ກ່ຽວ​ກັບ​ບັນ​ຫາ​ເຊື່ອມ​ໂຍງ​ຂອງ​ຄະ​ນະ​ກຳ​ມະ​ການ​ເສດ​ຖະ​ກິດ ອາ​ຊີ - ເອີ​ລົບ Sergey Glazev, ທ່ານ Ochirova ​Alexandra ທູດ​ເຈດ​ຕະ​ນາ​ດີ UNESCO.

ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ ໃນຖານະເປັນເລຂາຄະນະພັກ ແຂວງກວາງນິງ (ໄລຍະ 2011-2015), ທ່ານ ຟ້າມມິນຈິງ ໄດ້ປະສົບຜົນສຳເລັດຢ່າງຈົບງາມໃນຫລາຍດ້ານ

ຍສໝ - ໃນວາລະປະຊຸມສະພາແຫ່ງຊາດ ທີ່ໄດ້ດຳເນີນໃນຕອນບ່າຍວັນທີ 5 ເມສາ, ບັນດາຜູ້ແທນສະພາແຫ່ງຊາດ ໄດ້ເລືອກຕັ້ງທ່ານ ຟ້າມມິງຈິງ, ຫົວໜ້າຄະນະຈັດຕັ້ງສູນກາງ, ດຳລົງຕຳແໜ່ງເປັນນາຍົກລັດຖະມົນຕີ ດ້ວຍອັດຕາລວມບັດສະໜັບສະໜູນ 96,25% ໃນຈຳນວນສະມາຊິກສະພາແຫ່ງຊາດທັງໝົດ.

ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ ໜັງສືພິມລາວ ໄດ້ຕີລາຄາສູງສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ

ຍສໝ - ສຳນັກຂ່າວສານປະເທດລາວ KPL ມີບົດຂຽນທີ່ມີຫົວຂໍ້ວ່າ ສະພາແຫ່ງຊາດຫວຽດນາມ ສຳເລັດການແຕ່ງຕັ້ງບັນດາຕຳແໜ່ງການນຳຂອງກົງຈັກລັດ...

la.qdnd.vn

ເຫດການ
302 Found

Found

The document has moved here.