Vietjet ທົດສອບນຳໃຊ້ ປະກາດ “ສຸຂະພາບດີຈີຕອນ”

15:37 | 14/06/2021

ຍສໝ - ການບິນ Vietjet Air ໄດ້ເຂົ້າຮ່ວມໃນການທົດລອງນຳໃຊ້ໃບຢັ້ງຢືນສຸຂະພາບດີຈີຕອນ IATA Travel Pass ຂອງສະມາຄົມຂົນສົ່ງທາງອາກາດສາກົນ (IATA), ແອັບໜຶ່ງໃນໂທລະສັບມືຖືສຳ ລັບການຄຸ້ມຄອງຂໍ້ມູນສຸຂະພາບໃນຍຸກສະໄໝດີຈີຕອນ.

ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ ສ້າງ​ຊົນ​ນະ​ບົດ​ໃໝ່​ຈາ​ການ​ເສີມ​ຂະ​ຫຍາຍ​ຄຸນ​ຄ່າ​ວັດ​ທະ​ນະ​ທຳ​ເລື່ອງ​ກຽວ
ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ມີ​ສັນ​ຍານ​ຟື້ນ​ຟູ​ຄືນ​ໃໝ່ ການ​ທ່ອງ​ທ່ຽວ​ພາຍ​ໃນ​ປະ​ເທດ​ ມີ​ສັນ​ຍານ​ຟື້ນ​ຟູ​ຄືນ​ໃໝ່

ຕາມນັ້ນແລ້ວ, IATA Travel Pass ຈະຊ່ວຍໃຫ້ຜູ້ໂດຍສານຄຸ້ມຄອງ ແລະ ກວດສອບຂໍ້ມູນສຸຂະພາບຂອງເຂົາເຈົ້າ ໃນເວລາເດີນທາງທ່ອງທ່ຽວ ເພື່ອຕອບສະໜອງ ຄວາມຮຽກຮ້ອງຕ້ອງການໃນປະຈຸບັນ ສຳລັບການທົດສອບ ຫຼື ການສັກຢາວັກແຊງປ້ອງກັນພະຍາດຂອງລັດຖະບານທີ່ຢູ່ຈຸດໝາຍປາຍທາງ.

IATA Travel Pass ໄດ້ປະມວນ 4 ໜ້າທີ່ທີ່ຊ່ວຍໃຫ້ການກວດສອບຄວາມຊັດເຈນຂອງລະບຽບສຸຂະພາບທົ່ວໂລກ, ການກວດສອບຂໍ້ມູນກ່ຽວກັບສະຖານທີ່ທົດສອບທົ່ວໂລກ, ແບ່ງປັນຜົນຂອງການທົດສອບ ແລະ ການສັກຢາປ້ອງກັນ,...

ຂໍ້ມູນທັງໝົດ ໄດ້ຮັກສາເປັນຄວາມລັບໂດຍ IATA Travel Pass ແລະ ຜູ້ໂດຍສານມີສິດຄວບຄຸມ, ພ້ອມທັງຄຸ້ມຄອງ ແລະ ປົກປ້ອງຂໍ້ມູນສ່ວນຕົວຢ່າງເປັນເຈົ້າການໃນທຸກເວລາ.

Vietjet ທົດສອບນຳໃຊ້ ປະກາດ “ສຸຂະພາບດີຈີຕອນ”
Vietjet ທົດສອບນຳໃຊ້ ປະກາດ “ສຸຂະພາບດີຈີຕອນ”. (ພາບ: vnexpress)

ຕາມທ່ານ ດີງຫວຽດເຟື່ອງ, ຜູ້ອຳນວຍການໃຫຍ່ຂອງບໍລິສັດການບິນ Vietjet ໃຫ້ຫູ້ວ່າ, “Vietjet ແມ່ນໜຶ່ງໃນບັນດາສາຍການບິນໃນໂລກ ທີ່ເຂົ້າຮ່ວມການທົດສອບນຳໃຊ້ IATA Travel Pass. ສາຍການບິນ Vietjet ເຊື່ອວ່າ ດ້ວຍ IATA Travel Pass, ລູກຄ້າຈະມີປະສົບການທີ່ດີທີ່ສຸດໃນການເດີນທາງຂອງພວກເຂົາ.”

ທ່ານ Nick Careen, ຮອງປະທານອາວຸໂສຂອງບໍລິສັດ IATA ກ່ຽວກັບການບໍລິຫານສະໜາມບິນ, ຜູ້ໂດຍສານ, ສິນຄ້າ ແລະ ຄວາມປອດໄພ ໃຫ້ຮູ້ວ່າ: “ IATA ຫວັງວ່າຈະຮ່ວມມືກັບ Vietjet ເພື່ອ ດຳເນີນການທົດສອບນຳໃຊ້ IATA Travel Pass ແລະ ສະແດງໃຫ້ເຫັນວ່າ ໂປແກຼມດີຈີຕອນສາມາດຊ່ວຍ ໃນການຄຸ້ມຄອງຂໍ້ມູນສຸຂະພາບຂອງຜູ້ໂດຍສານຢ່າງປອດໄພ, ສະດວກ ແລະ ມີປະສິດທິພາບ. ນີ້ແມ່ນບາດກ້າວທີ່ດີຕໍ່ການເປີດຕະຫຼາດການບິນສາກົນຄືນໃໝ່.”

ກ່ອນໜ້ານີ້, ສາຍການບິນຫວຽດນາມ Vietnam Airlines ແມ່ນສາຍການບິນທຳອິດໃນປະເທດຫວຽດນາມ ທີ່ໄດ້ເຊັນຂໍ້ຕົກລົງກັບ IATA ແລະ ຈະເລີ່ມທົດສອບນຳໃຊ້ IATA Travel Pass ຂອງ IATA ແຕ່ເດືອນມິຖຸນາ 2021.

ບັນດາທ້ອງຖິ່ນຊອກຫາທິດເດີນໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ ບັນດາທ້ອງຖິ່ນຊອກຫາທິດເດີນໃໝ່ໃຫ້ແກ່ຂະແໜງທ່ອງທ່ຽວ

ເພື່ອແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ບັນດາວິສາຫະກິດທ່ອງທ່ຽວ ກໍຄືຜູ້ອອກແຮງງານ, ຂະແໜງທ່ອງທ່ຽວນະຄອນ ດ່ານັ້ງ ໄດ້ຍົກອອກ 10 ໜ້າທີ່ ແລະ ມາດຕະການຈຸດສຸມໃນການປະຕິບັດການຟື້ນຟູຂະແໜງທ່ອງທ່ຽວ.

ບໍ​ລິ​ເວນ​ເຕັມ​ໄປ​ດ້ວຍວັດ​ທະ​ນະ​ທຳ ໄທ “ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ” ບໍ​ລິ​ເວນ​ເຕັມ​ໄປ​ດ້ວຍວັດ​ທະ​ນະ​ທຳ ໄທ “ໝູ່​ບ້ານ​ມິດ​ຕະ​ພາບ ຫວຽດ​ນາມ - ໄທ​ເພື່ອ​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ”

ຍ​ສ​ໝ - ໂຄງ​ການ​ໄດ້​ຈັດ​ຂຶ້ນຫຼາຍ​ການ​ເຄື່ອນ​ໄຫວ​ທີ່​ເປັນ​ໜ້າ​ດຶງ​ດູ​ດ​ໃຈ ໂດຍ​ບໍ່​ເສຍ​ຄ່າ ຄື​ສະ​ແດງ​ສິ​ລະ​ປະ​ວັດ​ທະ​ນະ​ທຳ​ໄທ, ສະ​ແດງ​ອາ​ຫານ​ໄທ ແລະ ຊີມ​ບັນ​ດາ​ເຍື່ອງ​ອາ​ຫານ​ຂອງ​ໄທ, ບັນ​ດາ​ການ​ເຄື່ອນ​ໄຫວ​ໃນ​ງານ​ບຸນ​ສົງ​ການ ແລະ ການ​ເຄື່ອນ​ໄຫວ​ຫັດ​ຖະ​ກຳ…

​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ ​ແຜນ​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ​ລວມ ຂອງ 3 ປະ​ເທດ ຫວຽດ​ນາມ, ລາວ, ກຳ​ປູ​ເຈຍ

ຍ​ສ​ໝ - ແຜນການນີ້ແມ່ນເອກະສານຍຸດທະສາດຂອງເຂດ ທີ່ກ່ຽວຂ້ອງເຖິງການພັດທະນາການທ່ອງທ່ຽວຢູ່ 13 ແຂວງ ໃນເຂດສາມລຽມພັດທະນາ CLV, ລວມມີ 4 ແຂວງຂອງກຳປູເຈຍ, 4 ແຂວງຂອງລາວ ແລະ 5 ແຂວງຂອງຫວຽດນາມ.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.