ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ

07:01 | 20/03/2024

ຍສໝ - ວັນບຸນທ່ອງ​ທ່ຽວ​ວັດ​ທະ​ນະ​ທຳ ເຊີນ​ລາ - ຫົວ​ພັນ 2024 ຈະ​ໄດ້ຈັດຂຶ້ນແຕ່​ວັນ​ທີ 21 ຫາ ວັນ​ທີ 23 ມີນາ, ຢູ່​ແຂວງ ຫົວ​ພັນ, ສ​ປ​ປ ລາວ ດ້ວຍ​ຫຼາຍການ​ເຄື່ອນ​ໄຫວ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ​ທີ່​ເປັນ​ເອ​ກະ​ລັກພິເສດ. ນີ້​ແມ່ນ​ເຫດການ​ວັດທະນະທຳ, ທ່ອງ​ທ່ຽວ​ທີ່​ມີຄວາມໝາຍສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບແບບ​ພິ​ເສດ​ ຫວຽດນາມ - ລາວ, ເຊີນ​ລາ - ຫົວພັນ.

ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ” ເລີ່ມ​ເຄື່ອນ​ໄຫວ​ເດືອນ​ຊາວ​ໜຸ່ມ ດ້ວຍ​ຫົວ​ຂໍ້ “ຊາວ​ໜຸ່ມ​ຕະ​ລຸມບອນ​ສະ​ໝັກ​ໃຈ​​ເພື່ອ​ຊີ​ວິດ​ວົງ​ຄະ​ນະ​ຍາດ”
ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ດ່າ​ນັງ ໃນ​ໄລ​ຍະ​ບຸນ​ກຸດ​ປີ​ໃຫມ່ 2024 ມີ​ນັກ​ທ່ອງ​ທ່ຽວ​ມາ​ຢ້ຽມ​ຢາມ ດ່າ​ນັງ ໃນ​ໄລ​ຍະ​ບຸນ​ກຸດ​ປີ​ໃຫມ່ 2024

ວັນງານ​ຄັ້ງ​ນີ້​ ຈະ​ດຳ​ເນີນ​ດ້ວຍ​ຫຼາຍ​ເຫດການຄື: ລາຍການ​ສິລະ​ປະ​ດ້ວຍ​ຫົວ​ຂໍ້ “​ບົດເພງແຫ່ງຄວາມຮັກ ເຊີນ​ລາ - ຫົວພັນ”; ງານ​ວາງສະ​ແດງ​ບັນດາ​ຮູບ​ພາບ​ທີ່​ສວຍ​ງາມ​ກ່ຽວ​ກັບ​​ເຂດພາກ, ປະຊາຊົນ, ຄວາມສາມາດບົ່ມຊ້ອນ​ດ້ານ​ການທ່ອງທ່ຽວ, ຜະລິດ​ຕະພັນ​ທ່ອງ​ທ່ຽວ, ​ເອກະລັກ​ວັດທະນະທຳ ​ແລະ ມິດຕະພາບ​ແບບ​ພິ​ເສດ​ ຫວຽດນາມ - ລາວ, ​ເຊີນ​ລາ - ຫົວພັນ; ຮ້ານ​ແນະນຳຜະລິດຕະພັນການທ່ອງ​ທ່ຽວ, ວັດທະນະທຳ, ວັດຖຸພັນທ້ອງ​ຖິ່ນ​ຂອງ​ສອງ​ແຂວງ.

​ໃນ​ຂອບ​ເຂດ​ຂອງລາຍການ ຈະ​ຈັດ​ຕັ້ງ​ຄະນະ​ຜູ້​ແທນ FAM ​ໄປ​ສຳ​ຫຼວດບັນດາເຂດ, ຈຸດທ່ອງ​ທ່ຽວ, ການຈັດTour ທ່ອງ​ທ່ຽວ ​ເຊີນ​ລາ - ຫົວພັນ; ກອງ​ປະ​ຊຸມ​ເຊື່ອມ​ຕໍ່​ການ​ພັດ​ທະ​ນາ​ການ​ທ່ອງ​ທ່ຽວ ເຊີນ​ລາ - ຫົວ​ພັນ.

ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໃກ້ຈະຈັດຂຶ້ນ​ດ້ວຍ​ບັນຫຼາຍການ​ເຄື່ອນ​ໄຫວທີ່ເປັນເອກະລັກພິເສດ

ວັນງານ​ທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ໄດ້​ດຳ​ເນີນ​ໃນ​ໂອ​ກາດ​ທີ່​ຊາວ​ລາວ ​ພວມກະກຽມງານ​ບຸນປີໃໝ່ລາວ (ພາບປະກອບ: TTXVN)

ນອກ​ນັ້ນ, ຍັງ​ມີ​ການ​ເຄື່ອນ​ໄຫວ​ສະ​ແດງ, ພົບພະແລກປ່ຽນ​ວັດທະນະທຳ​ຊຸມ​ຊົນ​ລະຫວ່າງ​ສອງ​ປະ​ເທດ​ຫຼາຍ​ຢ່າງ​ເຊັ່ນ ເຕັ້ນສາບ, ຟ້ອນແຊວ່, ລຳ​ວົງ, ຟ້ອນ​ສາມັກຄີ...

ວັນງານທ່ອງ​ທ່ຽວ, ວັດທະນະທຳ ​ເຊີນ​ລາ - ຫົວ​ພັນ ​ແມ່ນ​ເຫດການວັດທະນະທຳ​ທີ່ມີຄວາມໝາຍສຳຄັນ, ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ສາມັກຄີ​ມິດຕະພາບແບບ​ພິ​ເສດ​ ຫວຽດນາມ - ລາວ, ເຊີນ​ລາ - ຫົວພັນ. ຜ່ານ​ນັ້ນ, ​ກໍ່ເພີ່ມ​ທະວີ​ການ​ເຊື່ອມ​ຕໍ່, ການ​ຮ່ວມ​ມື​ພັດທະນາ​ຮອບດ້ານ​ລະຫວ່າງ​ສອງ​ແຂວງ.

ເຫດການກໍສ້າງໂອກາດເພື່ອໂຄສະນາ, ແນະນຳກ່ຽວກັບວັດທະນະທໍາ, ປະຊາຊົນ, ທິວທັດທຳມະຊາດທີ່ສວຍງາມຂອງ 2 ແຂວງ, 2 ປະເທດໃຫ້ແກ່ນັກທ່ອງທ່ຽວພາຍໃນ ແລະ ຕ່າງປະເທດ. ຄ່ອຍໆສ້າງຕັ້ງ, ເປີດກວ້າງການເຊື່ອມຕໍ່ເສັ້ນທາງທ່ອງທ່ຽວ ເຊີນລາ-ຫົວພັນ ເທື່ອອລະກ້າວ, ປະກອບສ່ວນຊຸກຍູ້ການພົບປະແລກປ່ຽນ, ການຮ່ວມມືໃນຂະບວນການເຊື່ອມໂຍງສາກົນ.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.