Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

09:47 | 27/02/2024

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ ນໍາ ຮວ່ານນກຽມ-ຈັນທະບູລີ ກາຍເປັນແບບຢ່າງການຮ່ວມມືລະຫວ່າງຮ່າໂນ້ຍ ແລະ ວຽງຈັນ (ລາວ) ໂດຍໄວ
Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines Vietjet ເປີດສາຍການບິນໂດຍກົງ ນະຄອນໂຮ່ຈີມິນ - ວຽງຈັນ ແລະ ປະກາດການຮ່ວມມືຮອບດ້ານກັບ Lao Airlines

ວັນທີ 25 ກຸມພາ, ຢູ່ນະຄອນຫຼວງ ວຽງຈັນ, ບໍລິສັດການບິນ Vietjet ໄດ້ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ ກັບນະຄອນຫຼວງ ວຽງຈັນ, ເປີດກ້ວາງໂອກາດຮ່ວມມືພັດທະນາເສດຖະກິດ, ການທ່ອງທ່ຽວ, ການພົວພັນແລກປ່ຽນວັດທະນະທຳລະຫວ່າງສອງປະເທດບ້ານໃກ້ເຮືອນຄຽງ ຫວຽດນາມ - ລາວ.

Vietjet ເປີດສາຍການບິນເຊື່ອມຕໍ່ນະຄອນ ໂຮ່ຈີມິນ (ຫວຽດນາມ) ກັບນະຄອນຫຼວງ ວຽງຈັນ (ສປປ ລາວ)

ບັນດາຜູ້ແທນເຂົ້າຮ່ວມພິທີໄຂ. ພາບ:hanoimoi.vn

ສາຍການບິນ ນະຄອນ ໂຮ່ຈີມິນ - ນະຄອນຫຼວງ ວຽງຈັນ ໄດ້ຮັບໃຊ້ຜູ້ໂດຍສານດ້ວຍ 4 ຖ້ຽວໄປ - ກັບ/ອາທິດ, ໃນວັນຈັນ, ວັນພຸດ, ວັນສຸກ, ວັນອາທິດ, ໂດຍໃຊ້ເວລາບິນປະມານ 1 ຊົ່ວໂມງ 45 ນາທີ.

ດ້ວຍຈຳນວນເຮືອບິນກ່ວາ 105 ລຳ ແລະຈຳນວນຜູ້ໂດຍສານທີ່ເພີ່ມຂຶ້ນຢ່າງຕໍ່ເນື່ອງໃນແຕ່ລະປີ, Vietjet ພວມຕັ້ງໜ້າເປີດກ້ວາງສາຍການບິນອອກສູ່ບັນດາທະວີບ, ພັດທະນາຈຸບິນໃໝ່ ແລະ ທັນສະໄໝ ພ້ອມກັບຄູ່ຮ່ວມມືຍຸດທະສາດ.

ຫວ່າງມໍ່ໆມານີ້, ໃນວັນທີ 22 ກຸມພາ, ທີ່ງານວາງສະແດງການບິນສາກົນ Singapore Airshow 2024, ບໍລິສັດການບິນ Vietjet ແລະ ກຸ່ມບໍລິສັດຜະລິດ ເຮືອບິນ Airbus ຫາກໍ່ເຊັນຂໍ້ຕົກລົງຫຼັກການ ທີ່ສັ່ງຊື້ເຮືອບິນລຸ້ນໃໝ່ A330neo (A330-900) ຈຳນວນ 20 ລຳ.

ບູນມີ

ເຫດການ
302 Found

Found

The document has moved here.