ເດັກຍິງໄວໜຸ່ມ ສອງແຂວງພາກເໜືອ ໄດ້ຮັບການສົ່ງເສີມດ້ານສຸຂະພາບ-ໂພຊະນາການ

07:13 | 27/03/2021

ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນ ຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກຂອງຄວາມບໍ່ສະ ເໝີພາບໃນດ້ານຕ່າງໆ.

ເດ ກຍ ງໄວໜ ມ ສອງແຂວງພາກເໜ ອ ໄດ ຮ ບການສ ງເສ ມດ ານສ ຂະພາບ ໂພຊະນາການ ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່
ເດ ກຍ ງໄວໜ ມ ສອງແຂວງພາກເໜ ອ ໄດ ຮ ບການສ ງເສ ມດ ານສ ຂະພາບ ໂພຊະນາການ ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX
ເດ ກຍ ງໄວໜ ມ ສອງແຂວງພາກເໜ ອ ໄດ ຮ ບການສ ງເສ ມດ ານສ ຂະພາບ ໂພຊະນາການ
ບັນດາຜູ້ແທນຖ່າຍຮູບນຳກັນ (ພາບ:kpl )

ອົງການສະຫະປະຊາຊາດ ກອງທຶນສຳລັບປະຊາກອນ (UNFPA) ແລະ ອົງການພັດທະນາເນເທີແລນ (SNV) ຈະຮ່ວມມືກັນ ເພື່ອສົ່ງເສີມສຸຂະພາບທີ່ດີ, ການສຶກສາ, ໂພຊະນາການ ແລະ ທັກສະຊີວິດທີ່ຈຳເປັນໃນບັນດາເດັກຍິງໄວໜຸ່ມ ຈຳນວນ 3.860 ຄົນ ໃນແຂວງອຸດົມໄຊ ແລະ ແຂວງຫົວພັນ, ປະເທດ ລາວ, ໂດຍຜ່ານກຸ່ມນາງນ້ອຍ ນຳໃຊ້ປື້ມຄູ່ມື ແລະ ເອກະສານຮ່ວມກັນພັດທະນາ ໂດຍ UNFPA ແລະ ພະແນກສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະ ກິລາ, ເຊິ່ງສິ່ງເຫລົ່ານີ້ຈະຊ່ວຍໃຫ້ໄວໜຸ່ມ ພັດທະນາຊີວິດການເປັນຢູ່, ສຸຂະພາບ, ສະຕິປັນຍາ ແລະ ເສດຖະກິດຂອງເຂົາເຈົ້າ ເພື່ອດຳເນີນຊີວິດທີ່ຕົນກຳນົດເອງ, ໃນການຮ່ຳຮຽນຕໍ່ ຫລື ຮຽນຄືນໃໝ່ ພ້ອມກັບເລື່ອນເວລາໃນການຖືພາ ຫລື ແຕ່ງງານໄວ.

ພິທີເຊັນບົດບັນທຶກຄວາມເຂົ້າໃຈ ເພື່ອຮ່ວມມືໃນຂົງເຂດທີ່ມີຄວາມສົນໃຈຮ່ວມກັນ ຄື: ການສ້າງຄວາມເຂັ້ມແຂງໃຫ້ແກ່ໄວໜຸ່ມແມ່ຍິງ ແລະ ການສົ່ງເສີມສິດທິມະນຸດຂອງພວກເຂົາ ໂດຍຜ່ານ "ນ້ອຍ" ໄດ້ຈັດຂຶ້ນໃນທ້າຍອາທິດທີ່ຜ່ານມາ ທີ່ນະຄອນຫລວງວຽງຈັນ, ໂດຍ ທ່ານ ນາງ ມາຣຽມ ຄານ ຜູ້ຕາງໜ້າ ອົງການ UNFPA ແລະ ທ່ານ Allert Van Den Ham ຜູ້ຕາງຫນ້າອົງການ ພັດທະນາເນເທີແລນ ເຂົ້າຮ່ວມເປັນສັກຂີພິຍານຂອງ ທ່ານ ວິສານ ສົມພົງ ຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາ ທິ ການ ແລະ ກິລາ ແລະ ພາກສ່ວນທີ່ກ່ຽວຂ້ອງ.

ທ່ານ ວິສານ ສົມພົງ ໄດ້ໃຫ້ຮູ້ວ່າ: ໄວໜຸ່ມຍິງ ເປັນປະຊາກອນຈຳນວນ ຫລາຍ ໃນ ສປປ ລາວ ແຕ່ເປັນຜູ້ຕົກເປັນເຫຍື່ອຫລັກຂອງຄວາມບໍ່ສະເໝີພາບໃນດ້ານຕ່າງໆ. ເດັກຍິງ ໄດ້ຮັບຜົນກະ ທົບຈາກການປະຕິບັດທີ່ເປັນອັນຕະລາຍ ເຊັ່ນ: ການອອກໂຮງຮຽນ, ການແຕ່ງດອງກ່ອນໄວຮຽນ, ການເກີດລູກກ່ອນກຳນົດ, ການເຮັດວຽກທີ່ບໍ່ເປັນທາງການ, ຄວາມຮຸນ ແຮງໃນຄອບຄົວ ແລະ ຄວາມເຊື່ອທາງວັດທະນະທຳ ແລະ ສັງຄົມ ທຳຮ້າຍຊີວິດ, ສະຫວັດດີການ ແລະ ກຽດຕິຍົດຂອງພວກເຂົາ. ສະນັ້ນ, ມັນຈຶ່ງເປັນສິ່ງສຳຄັນທີ່ຄວາມຕ້ອງການຂອງພວກເຂົາ ໄດ້ຖືກພິຈາລະນາ ໂດຍຜ່ານການແຊກແຊງເຂົ້າມີສ່ວນຮ່ວມ ແລະ ຫົວຄິດປະດິດສ້າງທີ່ຍືນຍົງ. ເດັກຍິງໄວໜຸ່ມ ໃນເຂດຊົນນະບົດແມ່ນປະສົບກັບຫລາຍບັນຫາ ແລະ ສິ່ງທ້າທາຍທີ່ກີດຂວາງ ການພັດທະນາສຸຂະພາບຂອງພວກເຂົາ, ເຊິ່ງພວກເຂົາຕ້ອງການການສະໜັບສະໜູນ ທີ່ຕອບໂຈດໃນບັນຫາຂອງພວກເຂົາ. ບູລິມະສິດຂອງແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ ຄັ້ງທີ 9 ລວມມີ ການຂະຫຍາຍການເຂົ້າເຖິງເດັກຊາຍ ແລະ ເດັກຍິງໄວໜຸ່ມ ຈາກກຸ່ມທີ່ມີຄວາມສ່ຽງ ແລະ ປະຊາກອນຊົນເຜົ່າໃນເຂດຊົນນະບົດ ໃຫ້ເຂົ້າເຖິງການສຶກສາ ແລະ ທັກສະ.

ໂຄງການນາງນ້ອຍ ຮ່ວມກັນພັດທະນາໂດຍ UNFPA ແລະ ກະຊວງສຶກສາທິການ ແລະ ກິລາ ແມ່ນໜຶ່ງໃນບັນດາການແຊກແຊງທີ່ມີປະສິດທິຜົນ ທີ່ແກ້ໄຂຄວາມຕ້ອງການຂອງເດັກຍິງໄວໜຸ່ມ ແລະ ບັນລຸຜົນຂອງ ແຜນພັດທະນາ ຄັ້ງທີ 9.

ເດ ກຍ ງໄວໜ ມ ສອງແຂວງພາກເໜ ອ ໄດ ຮ ບການສ ງເສ ມດ ານສ ຂະພາບ ໂພຊະນາການ ລັດຖະມົນຕີ ຕ່າງປະເທດ ຕ້ອນຮັບ ເອກອັກຄະຣາຊະທູດໄທ ຄົນໃໝ່

ຍ​ສ​ໝ - ວັນທີ 22 ກຸມພາ 2021 ທີ່ນະຄອນຫລວງວຽງຈັນ, ທ່ານ ສະເຫລີມໄຊ ກົມມະສິດ ລັດ ຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບຂອງ ທ່ານ ເຈດສະດາ ກະຕະເວທິນ ໃນໂອກາດມາດໍາລົງຕຳແໜ່ງ ເປັນເອກອັກຄະຣາຊະທູດ ແຫ່ງ ຣາຊະອານາຈັກໄທ ຄົນໃໝ່ ປະຈຳ ...

ເດ ກຍ ງໄວໜ ມ ສອງແຂວງພາກເໜ ອ ໄດ ຮ ບການສ ງເສ ມດ ານສ ຂະພາບ ໂພຊະນາການ ສະຖານທູດ ລາວ ປະຈຳ ສສ ຫວຽດນາມ ປ່ອນບັດເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ ຊຸດທີ IX

ສະຖານ​ເອກ​ອັກຄະ​ລັດຖະທູດແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ເປີດ​ພິທີປ່ອນ​ບັດ ​ເລືອກ​ຕັ້ງ​ສະມາ​ຊິກ ສະພາ​ແຫ່ງ​ຊາດ ຊຸດ​ທີ IX ​ຢ່າງ​ເປັນ​ທາງ​ການ ໃນວັນ​ທີ 14 ກຸມພາ ຜ່ານມາ ໂດຍມີ ທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມ​ດ້ວຍ ພະນັກງານສະຖານທູດ ​ແລະ ຄອບຄົວ​, ພະນັກງານ​ຜູ້​ຕາງໜ້າ ປ້ອງກັນຄວາມສະຫງົບ, ຫ້ອງການຜູ້ຕາງໜ້າ ການບິນລາວ ສາຂາຮ່າໂນ້ຍ ແລະ ພົນລະເມືອງລາວ ທີ່ດຳລົງຊີວິດຢູ່ຮ່າໂນ້ຍ ​ເຂົ້າ​ຮ່ວມ.

ເດ ກຍ ງໄວໜ ມ ສອງແຂວງພາກເໜ ອ ໄດ ຮ ບການສ ງເສ ມດ ານສ ຂະພາບ ໂພຊະນາການ ກອງປະຊຸມສະຫລຸບວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020

ໃນວັນທີ 22 ກຸມພາ 2021 ຢູ່ກະຊວງປ້ອງກັນປະເທດ, ໄດ້ມີກອງປະຊຸມສະຫລຸບຕີລາຄາວຽກງານປ້ອງກັນຊາດ ປະຈໍາສົກ ປີ 2020 ແລະ ຫາລືທິດທາງວຽກງານປະຈໍາປີ 2021, ໂດຍພາຍໃຕ້ການເປັນປະທານຂອງ ສະຫາຍ ພົນເອກ ຈັນສະໝອນ ຈັນຍາລາດ ລັດຖະມົນຕີ ກະ ຊວງປ້ອງກັນປະເທດ, ມີຄະນະພັກ-ຄະນະບັນຊາ ພາຍໃນກະຊວງດັ່ງກ່າວເຂົ້າຮ່ວມ.

kpl.gov.la/

ເຫດການ
302 Found

Found

The document has moved here.