ໄປ ຕຽນອຽນ ແວ່ຕະຫຼາດນັດ ຮ່າເລົາ

18:09 | 11/06/2021

ຕະຫຼາດນັດ ຮ່າເລົາ ຢູ່ຕາແສງ ຮ່າເລົາ ເມືອງ ຕຽນອຽນ ແຂວງ ກວ໋າງນິງ ໄດ້ມີມາແຕ່ຊຸມປີ 1960 ຂອງສະຕະວັດກ່ອນ. ນີ້ແມ່ນແຫ່ງຊື້ຂາຍສິນຄ້າເຄື່ອງຂອງ ຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ຄື ຢ້າວແທັງອີ, ໄຕ, ສັນຈີ… ຕາມການເວລາຕະຫຼາດນັດໄດ້ຄ່ອຍໆຖືກສູນຫາຍໄປ. ມາຮອດທ້າຍປີ 2018 ຄະນະກຳມະການປະຊາຊົນເມືອງ ຕຽນອຽນ ແຂວງ ກວ໋າງນິງ ໄດ້ຟື້ນຟູຕະຫຼາດນັດນີ້ ແລະ ກາຍເປັນຈຸດນັດພົບຂອງແຂກທ່ອງທ່ຽວ.

ຫວຽດນາມສືບຕໍ່ໜູນຊ່ວຍຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19 ຫວຽດນາມສືບຕໍ່ໜູນຊ່ວຍຜູ້ອອກແຮງງານ, ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸ້ງຍາກຍ້ອນໂລກລະບາດໂຄວິດ-19
ຝູກ໋ວກ-ນະຄອນເກາະທຳອິດຂອງຫວຽດນາມ ຝູກ໋ວກ-ນະຄອນເກາະທຳອິດຂອງຫວຽດນາມ
ຕະຫຼາດນັດ ຮ່າເລົາ
ຕະຫຼາດນັດ ຮ່າເລົາ

ຕະຫຼາດນັດ ຮ່າເລົາ ຂຶ້ນກັບຕາແສງ ຮ່າເລົາ ຕິດກັບເມືອງ ດິງເລິບ ແຂວງ ຫຼ້າງເຊີນ ມີບັນດາຊົນເຜົ່າຄື ຢ້າວແທັງອີ, ສັນຈີ, ໄຕ່ ດຳລົງຊີວິດຢູ່ຮ່ວມກັນ. ໄປຕະຫຼາດ ຮ່າເລົາ ກໍ່ແມ່ນຄວາມເບີກບານມ່ວນຊື່ນຂອງພໍ່ແມ່ພີ່ນ້ອງບັນດາເຂດ .

ນາງ ຕັງຊີໝຸຍ ຊາວເຜົ່າ ຢ້າວແທັງອີ ໄດ້ນຳເອົາຜັກ ໝາກໄມ້ຫຼາຍຊະນິດ ໂດຍຄອບຄົວປູກເອງ ມາຂາຍຢູ່ຕະຫຼາດນັດ. ນັບແຕ່ຮຸ່ງເຊົ້ານາງ ໝຸຍ ໄດ້ຫ້າງຫາກະກຽມມາວາງສິນຄ້າຂອງຕົນ. ນາງແບ່ງປັນວ່າ :

“ມື້ນີ້ຂ້ອຍໄດ້ໄປຕະຫຼາດນັດ ຂ້ອຍຮູ້ສຶກມີຄວາມເບີກບານໃຈ ເພາະວ່າໝາກໄມ້ ຜັກຊະນິດຕ່າງໆ ທີີ່ພວກຂ້ອຍໄດ້ປູກເອງ ແລະ ນຳມາຂາຍທີ່ຕະຫຼາດນັດ, ທຸກໆຄົນກໍ່ຮູ້ຈັກເຖິງ ແລະ ໄດ້ພ້ອມກັນຊື້ຊ່ວຍ. ຂ້າພະເຈົ້າຫວັງວ່າຕະຫຼາດນັດ ຮ່າເລົານີ້ ຈະກາຍເປັນສະຖານທີ່ພົບປະແລກປ່ຽນ ເຊື່ອມຕໍ່ວັດທະນະທຳຂອງຊາວເຜົ່າ ຢ້າວ ພວກຂ້ອຍກັບພໍ່ແມ່ພີ່ນ້ອງເຜົ່າອື່ນໆ. ແຂກທ່ອງທ່ຽວກໍ່ມັກມາຕະຫຼາດນັດນີ້ທີ່ສຸດ”.

ພໍ່ແມ່ພີ່ນ້ອງໃນເຂດກໍ່ໄດ້ນຳເອົາຜະລິດຕະພັນຫຼາຍຊະນິດຄື ຜັກໝາກໄມ້, ນ້ຳເຜິງ, ເຫຼົ້າ, ເຄື່ອງອຸປະກອນເມື່ອໄປປ່າຄື ພ້າມີດ, ຊຸດອາພອນຊົນເຜົ່າ… ມາຂາຍຢູ່ຕະຫຼາດນັດ. ຕະຫຼາດນັດກໍ່ໄດ້ດຶງດູດພວກພໍ່ຄ້າຊາວຂາຍຢູ່ເຂດໃກ້ຄຽງ ນຳສິນຄ້າເຄື່ອງຂອງທີ່ຈຳເປັນມາຂາຍ. ທາງອຳນາດການປົກຄອງ ແລະ ຂະແໜງວັດທະນະທຳທ່ອງທ່ຽວຂອງທ້ອງຖິ່ນກໍ່ໄດ້ລົງທຶນ ເພື່ອຟື້ນຟູບັນດາພິທີກຳທີ່ສຳຄັນ ໃນວັດທະນະທຳຊົນເຜົ່າ ຢ້າວແທັງອີ ຢູ່ຕະຫຼາດນັດ ເພື່ອຮັບໃຊ້ແຂກທ່ອງທ່ຽວ. ທ່ານ ວີດຶກຟຸກ ປະທານຄະນະກຳມະການປະຊາຊົນຕາແສງ ຮ່າເລົາ ໃຫ້ຮູ້ວ່າ:

“ທາງຕາແສງກໍ່ໄດ້ຈັດຕັ້ງການເຄື່ອນໄຫວຕະຫຼາດນັດ ຕິດພັນກັບການເຄື່ອນໄຫວວັດທະນະທຳ, ສິລະປະວັດນະຄະດີ, ກິລາຂອງຊາວເຂດພູສູງ, ຟື້ນຟູຈຸດວັດທະນະທຳຂອງຊົນເຜົ່າ ຢ້າວ ແລະ ໄຕ່ ທີ່ໄດ້ຖືກສູນຫາຍໄປ. ທັງນີ້ກໍ່ເປັນການຊ່ວຍໃຫ້ຊາວທ້ອງຖິ່ນສາມາດແລກປ່ຽນຊຶ້ຂາຍຜະລິດຕະພັນສິນຄ້າ ຈາກນັ້ນຊ່ວຍຍົກສູງຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ ຊຸກຍູ້ການແຂ່ງຂັນອອກແຮງງານທຳການຜະລິດ ແລະ ພັດທະນາເສດຖະກິດໃນເຂດ”.

ບັນດາຜະລິດຕະພັນກະເສດຕົ້ນຕໍ ໂດຍແມ່ນຊາວທ້ອງຖິ່ນຜະລິດເອງ ນັ້ນແມ່ນຜະລິດຕະພັນກະເສດປອດສານພິດ. ນອກຈາກນັ້ນກໍ່ມີຊຸດອາພອນປະຈຳເຜົ່າຂອງເຜົ່າ ຢ້າວ, ເຜົ່າ ສັນຈີ ແລະ ເຜົ່າ ໄຕ່ ອັນໄດ້ເພີ່ມສີສັນຫຼາກຫຼາຍໃນຕະຫຼາດນັດ. ພ້ອມກັນນັ້ນຈຸດວັດທະນະທຳຂອງຊາວເຜົ່າ ຢ້າວແທັງອີ ກໍ່ໄດ້ຖືກວາດພາບໃນຕະຫຼາດນັດ ດ້ວຍພິທີປະດັບຍົດ ເຊິ່ງແມ່ນພິທີສຳຄັນ ເພື່ອຢັ້ງຢືນການເຕີບໃຫຍ່ຂອງເພດຊາຍ ຂອງຊາວເຜົ່າ ຢ້າແທັງອີ. ນາງ ຫວູທິລວານ ຢູ່ນະຄອນ ຮະລອງ ແຂວງ ກວ໋າງນິງ ເວົ້າຄວາມໃນໃຈສູ່ຟັງວ່າ:

“ນີ້ເປັນຄັ້ງທຳອິດທີ່ຂ້າພະເຈົ້າໄດ້ໄປຕະຫຼາດນັດນີ້. ຂ້າພະເຈົ້າຢູ່ເຂດທົ່ງພຽງມານີ້ ເພື່ອທ່ຽວຊົມທິວທັດທຳມະຊາດຢູ່ແຫ່ງນີ້ ເຊິ່ງມີພູຜາປ່າໄມ້ ວັດທະນະທຳຂອງພໍ່ແມ່ພີ່ນ້ອງບັນດາເຜົ່າ ດັ່ງນັ້ນ ຂ້າພະເຈົ້າມີຄວາມເບີກບານໃຈ ແລະ ຊົມຊອບທີ່ສຸດ".

ທ່ານ ຟ່າມວັນຮວ່າຍ ຮອງປະທານຄະນະກຳມະການປະຊາຊົນເມືອງ ຕຽນອຽນ ໃຫ້ຮູ້ວ່າ ສຳລັບເມືອງ ຕຽນອຽນ ເພື່ອພັດທະນາເສດຖະກິດສັງຄົມນັ້ນ ແມ່ນຕ້ອງຖືເອົາວັດທະນະທຳເປັນພື້ນຖານ ພິເສດແມ່ນຈຸດວັດທະນະທຳຂອງຊົນເຜົ່າສ່ວນໜ້ອຍ ເຂດພູສູງ ແລະ ຕະຫຼາດນັດ ຮ່າເລົາ ໄດ້ກາຍເປັນໜຶ່ງໃນບັນດຈຸດວັດທະນະທຳດັ່ງກ່າວ. ທ່ານ ຮວ່າຍ ເນັ້ນໜັກວ່າ:

“ໃນໄລຍະທີ່ຜ່ານມາ ພວກຂ້າພະເຈົ້າໄດ້ເລັ່ງໃສ່ສ້າງບັນດາແຜນການ ເພື່ອຊ່ວຍອະນຸລັກ ແລະ ເສີມຂະຫຍາຍສີສັນຄຸນຄ່າວັດທະນະທຳບັນດາເຜົ່າ. ຜ່ານຕະຫຼາດນັດ ຮ່າເລົາ ນີ້, ພວກຂ້າພະເຈົ້າມີຄວາມຫັວງຈະອະນຸລັກຈຸດວັດທະນະທຳທີ່ໄດ້ ແລະ ພວມຖືກສູນຫາຍໄປ. ຖືນີ້ແມ່ນກຳລັງໜູນ ເພື່ອພັດທະນາເສດຖະກິດສັງຄົມ ດຶງດູດແຂກທ່ອງທ່ຽວ ແລະ ຜ່ານນັ້ນ ຊ່ວຍຈຳໜ່າຍບັນດາຜະລິດຕະພັນກະສິກຳ ກໍ່ຄືບັນດາຜະລິດຕະພັນ ໂດຍຊາວທ້ອງຖິ່ນຜະລິດອອກ ເພື່ອພັດທະນາເສດຖະກິດສັງຄົມ”.

ຕາມການເວລາ ການປະສົມປະສານທາງດ້ານວັດທະນະທຳ ໄດ້ສ້າງເປັນສີສັນສະເພາະໃຫ້ແກ່ດິນແດນ ແລະ ຊາວ ຕຽນອຽນ. ບັນດາຄຸນຄ່າວັດທະນະທຳພື້ນ ເມືອງ ທີ່ຊ້ອຍແຝງໃນສຽງຂັບຮ້ອງ ວາດຟ້ອນ ສຽງແຄນໃນຊຸດອາພອນປະຈຳເຜົ່າຕ່າງໆ ຢູ່ທີ່ນີ້ ກໍ່ໄດ້ສ້າງຄວາມເປັນເອກະລັກສະເພາະໃຫ້ແກ່ ຕຽນອຽນ. ພ້ອມກັບຕະຫຼາດນັດ ຮ່າເລົາ ບັນດາງານບຸນປະເພນີ ໄດ້ຮັບການຟື້ນຟູ ອັນໄດ້ສ້າງສີສັນສະເພາະໃຫ້ແກ່ດິນແດນ ແລະ ຊາວ ຕຽນອຽນ.

ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ປະຊາຄົມຊາວຫວຽດນາມ ອາໄສຢູ່ຕ່າງປະເທດຮ່ວມແຮງຮ່ວມໃຈສະໜັບສະໜູນກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19

ສະຖານທູດຫວຽດນາມ ປະຈຳ ອີຢິບ ໄດ້ປຸກລະດົມການຂົນຂວາຍແຜ່ບໍລິຈາກໃຫ້ກອງທຶນວັກຊິນປ້ອງກັນ, ຕ້ານໂລກລະບາດໂຄວິດ-19 ຢຸ່ຫວຽດນາມ

ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່ ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ...

ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ ...

vovworld.vn

ເຫດການ
302 Found

Found

The document has moved here.