ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

00:00 | 03/08/2024

ຍສໝ - ໂຮ້ຍອານ, ດ້ວຍຄະແນນລວມ 90.67, ໄດ້ຮັບການຕີລາຄາສູງຍ້ອນ ຄວາມງາມຂອງວັດຖຸບູຮານ ແລະອາຫານທີ່ເປັນເອກະລັກ. ນະຄອນ​ນີ້​ມີ​ຊື່​ສຽງ​ໃນ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ ​ເຊັ່ນ: ເຂົ້າຈີ່ ​ແລະ ກາວ​ເລົ່າ.

5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ 5 ນະຄອນ​ຂອງ​ຫວຽດ​ນາມ ທີ່​ນັກ​ທ່ອງ​ທ່ຽວ​ອົດ​ສະ​ຕາ​ລີ ໄດ້​ເຂົ້າຄົ້ນ​ຫາໃນສື່ສັງຄົມອອນລາຍ​ຫຼາຍ​ທີ່​ສຸດ
ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ. ຍາຈາງ ນອນໃນ top 8 ສະຖານ​ທີ່​ພັກຕາກອາກາດຢູ່ຫາດຊາຍ​ທີ່​ສວຍ​ງາມ​ທີ່​ສຸດ​ໃນ​ໂລກ​ສຳລັບ​ຜູ້ອອກກິນເບ້ຍບຳນານ.

ດ້ວຍບັນດາຄຸນຄ່າທີ່ເປັນເອກະລັກສະເພາະ, ເປັນມິດສະໜິດສະໜົມ ຂອງປະຊາຊົນ, ໂຮ້ຍອານ ໄດ້ກາຍເປັນສະຖານທີ່ທ່ອງທ່ຽວທີ່ດຶງດູດ ແລະ ຄວາມພາກພູມໃຈຂອງຫວຽດນາມ ໃນແຜນທີ່ທ່ອງທ່ຽວໂລກ.

ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ

ໂຮ້ຍ​ອານ​ ໄດ້​ຈັດ​ອັນ​ດັບ​ທີ 4 ໃນ​ບັນ​ຊີ​ລາຍ​ຊື່ 25 ນະຄອນ​ທີ່​ນິ​ຍົມ​ທີ່​ສຸດ​ໃນ​ໂລກ. ພາບປະກອບ:

ວາລະສານທ່ອງທ່ຽວ Travel+Leisure ແຕ່ລະປີຈັດການ ສໍາຫຼວດ World’s Best Awards, ໃນນັ້ນມີຜູ້ອ່ານຫຼາຍກວ່າ 186.000 ຄົນສຳເລັດການສໍາຫຼວດໃນປີ 2024, ວາງອອກກວ່າ 700.000 ສະບັບ ໃນຫຼາຍກວ່າ 8.700 ຮາກຖານ, ລວມທັງໂຮງແຮມ, ເມືອງ, ສາຍເຮືອທ່ອງທ່ຽວ ແລະ ບໍລິການທ່ອງທ່ຽວອື່ນໆ.

ບັນດານະຄອນ​ໄດ້​ຮັບ​ການ​ປະ​ເມີນ​ຕາມ​ມາດ​ຖານ​ເຊັ່ນ​ສະ​ຖານ​ທີ່​ທ່ອງ​ທ່ຽວ, ວັດ​ທະ​ນະ​ທໍາ, ອາ​ຫານ, ຄວາມ​ເປັນ​ມິດ, ການ​ຄ້າ ​ແລະ​ມູນ​ຄ່າ. ຄະແນນສະເລ່ຍຂອງມາດຖານເຫຼົ່ານີ້ຈະກໍານົດການຈັດອັນດັບສຸດທ້າຍ.

ໂຮ້ຍອານ, ດ້ວຍຄະແນນລວມ 90.67, ໄດ້ຮັບການຕີລາຄາສູງຍ້ອນ ຄວາມງາມຂອງວັດຖຸບູຮານ ແລະອາຫານທີ່ເປັນເອກະລັກ. ນະຄອນ​ນີ້​ມີ​ຊື່​ສຽງ​ໃນ​ເຍື່ອງ​ອາ​ຫານ​ພື້ນ​ເມືອງ ​ເຊັ່ນ: ເຂົ້າຈີ່ ​ແລະ ກາວ​ເລົ່າ.

ຕາມເວັບໄຊ​ນີ້, ມໍລະດົກ​ວັດທະນະທຳ​ໂລກ​ທີ່​ໄດ້​ຮັບ​ການ​ຮັບຮອງ​ຈາກ UNESCO ​ແມ່ນ​ສະຖານ​ທີ່​ທີ່​ມີ​ຄຸນຄ່າ​ທີ່​ພົ້ນ​ເດັ່ນ​ຫຼາຍ​ຢ່າງ​ຄວນ​ຈະ​ໄປ​ຢ້ຽມຢາມ. ບັນດາ​ສະຖາປັດຕະຍະກຳ​ບູຮານ, ຖະໜົນ​ຍ່າງ​ງຽບ​ສະ​ຫງົບ,... ນອກຈາກ​ນັ້ນ, ​ໂຮ້ຍອານ ​ຍັງ​ແມ່ນ​ດິນ​ແດນ​ທີ່​ມີ​ອາຫານ​ແຊບໆຫຼາຍ​ເຍື່ອງ​ທີ່​ນັກ​ທ່ອງ​ທ່ຽວ​ມັກ​ກາວ​ເລົ່າ, ​ເຝີ​ກວາງ, ເຂົ້າຈີ່...

ບູນມີ

ເບິ່ງເພີ່ມເຕີມໃນ: ທັດສະນີຍະພາບ

ເບິ່ງເພີ່ມເຕີມ
ເຫດການ
302 Found

Found

The document has moved here.