ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ

16:43 | 09/06/2021

ຍສໝ - ຫວ່າງແລ້ວນີ້, ຢູ່ນະຄອນ ຈຸງກິ່ງ, ປະເທດຈີນ, ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ຢູ່ນອກກອງປະຊຸມພິເສດລັດຖະມົນຕີກະຊວງການຕ່າງປະເທດ ອາຊຽນ - ຈີນ ແລະ ກອງປະຊຸມລັດຖະມົນຕີຮ່ວມມື ແມ່ນໍ້າຂອງ - ລ້ານຊ້າງ ຄັ້ງທີ 6. ສອງຝ່າຍໄດ້ເຫັນດີເປັນເອກະພາບໃນຫຼາຍເນື້ອໃນເພື່ອສືບຕໍ່ນຳ​ການ​ພົວ​ພັນ​ຮ່ວມ​ມື ຫວຽດ​ນາມ - ລາວ​ເຂົ້າ​ສູ່​ລວງ​ເລິກກວ່າອີກ…

ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021 ກິລາດອກປີກໄກ່ຫວຽດນາມ ຍາດໄດ້ 2 ປີ້ເຂົ້າຮ່ວມໂອແລັມປິກ ໂຕກຽວ 2021
ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022 ຫວຽດນາມ ຊະນະ ອິນໂດເນເຊຍ 4-0 ປະຕູ ຢູ່ຮອບຄັດເລືອກ World Cup 2022
ສືບຕໍ່ນຳການພົວພັນຮ່ວມມື ຫວຽດນາມ - ລາວເຂົ້າສູ່ລວງເລິກ
ທ່ານ ບຸນແທັງເຊີນ ລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ມີການພົບປະສອງຝ່າຍກັບ ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ. ພາບ: TTXVN

ທ່ານລັດຖະມົນຕີ ບຸນແທັງເຊີນ ໄດ້ສະແດງຄວາມຍິນດີຕໍ່ການຮ່ວມມື ແລະການຊ່ວຍເຫຼືອເຊິ່ງກັນແລະກັນລະຫວ່າງສອງປະເທດ ຫວຽດນາມ - ລາວ ໃນການປ້ອງກັນພະຍາດ ໂຄວິດ - 19, ສະແດງຄວາມຂອບອົກຂອບໃຈຕໍ່ການນຳຂອງພັກ ແລະ ລັດລາວ ທີ່ໄດ້ໃຫ້ຄວາມເປັນຫ່ວງເປັນໃຍສຳລັບສະຖານະການການລະບາດຂອງພະຍາດ ໂຄວິດ - 19 ໃນປະຈຸບັນຢູ່ຫວຽດນາມ, ພ້ອມກັນນັ້ນກໍ່ຫວັງວ່າ ວ່າການອຸປະຖຳດ້ານການເງິນ, ອຸປະກອນການແພດ ແລະຊ່ຽວຊານດ້ານການແພດຂອງຫວຽດນາມ ຈະປະກອບສ່ວນໃດໜຶ່ງເຂົ້າໃນການປ້ອງກັນ ແລະຄວບຄຸມການລະບາດຂອງພະຍາດ ໂຄວິດ - 19 ຢູ່ ລາວ.

ທ່ານ ສະເຫຼີມໄຊ ກົມມະສິດ ລັດຖະມົນຕີກະຊວງການຕ່າງປະເທດ ລາວ ກໍສະແດງຄວາມຊົມເຊີຍຫວຽດນາມທີ່ປະສົບຜົນສໍາເລັດໃນການຈັດຕັ້ງການເລືອກຕັ້ງຜູ້ແທນສະມາຊິກສະພາແຫ່ງຊາດຊຸດທີ 15 ແລະສະພາປະຊາຊົນທຸກຂັ້ນໃນອາຍຸການ 2021-2026 ທ່າມກາງການຜັນແປທີ່ສັບສົນຂອງພະຍາດ ໂຄວິດ - 19 ໃນຫລາຍທ້ອງຖິ່ນ; ສະແດງຄວາມຂອບອົກຂອບໃຈຕໍ່ພັກ, ລັດ ແລະປະຊາຊົນຫວຽດນາມທີ່ໄດ້ໃຫ້ການໜູນຊ່ວຍ ລາວ ທັງດ້ານວັດຖຸແລະຈິດໃຈ ເພື່ອຮັບມືກັບໂລກລະບາດ ແລະຢືນຢັນວ່າປະເທດລາວ ພ້ອມແລ້ວທີ່ຈະຄຽງບ່າຄຽງໄຫຼ່ກັບ ຫວຽດນາມ, ຖືກຕາມຈິດໃຈການພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີແບບພິເສດ ແລະການຮ່ວມມືຮອບດ້ານລະຫວ່າງສອງປະເທດ.

ສອງຝ່າຍໄດ້ເຫັນດີເປັນເອກະພາບ ສົມທົບກັນຊຸກຍູ້ການແລກປ່ຽນຄະນະຜູ້ແທນ, ພົບປະ, ແລກປ່ຽນຂັ້ນສູງ ແລະທຸກຂັ້ນຜ່ານຫຼາຍຮູບການ, ສືບຕໍ່ເສີມຂະຫຍາຍບັນດາກົນໄກຮ່ວມມືສອງຝ່າຍ, ໂດຍສະເພາະແມ່ນກອງປະຊຸມຄະນະກໍາມະການລະຫວ່າງລັດຖະບານ; ຍົກສູງການຮ່ວມມືໃນຂົງເຂດປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ການຄ້າ ແລະການລົງທຶນໃຫ້ມີປະສິດທິຜົນ...

ສອງຝ່າຍໄດ້ປຶກສາຫາລືກ່ຽວກັບການສົມທົບກັນຊຸກຍູ້ບັນດາໂຄງການຮ່ວມມືສໍາຄັນລະຫວ່າງສອງປະເທດ, ໂດຍສະເພາະແມ່ນໂຄງການເຊື່ອມຕໍ່ກັບຄົມມະນາຄົມ ເພື່ອໝູນໃຊ້ທ່າກໍາປັ່ນສາກົນລາວ-ຫວຽດ (ຫວູງອາງ) ໃຫ້ມີປະສິດທິຜົນ. ສອງຝ່າຍໄດ້ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນຄຸ້ມຄອງຊາຍແດນເພື່ອສະກັດກັ້ນການເຂົ້າ-ອອກເມືອງຢ່າງຜິດກົດໝາຍ, ພ້ອມທັງຮັບປະກັນການພົວພັນການຄ້າຊາຍແດນ, ຜັນຂະຫຍາຍສະຫຼຸບການກວດກາ “ປະຕູດຽວ, ຄັ້ງດຽວ” ຢູ່ຄູ່ດ່ານສາກົນລາວບ໋າວ-ແດນສະຫວັນ;

ສອງຝ່າຍກໍ່ເຫັນດີເປັນເອກະພາບເພີ່ມທະວີການສົມທົບກັນ, ສະໜັບສະໜູນເຊິ່ງກັນແລະກັນ ຢູ່ບັນດາເວທີປາໄສສາກົນ, ພາກພື້ນ ແລະ ອານຸພາກພື້ນ, ພ້ອມກັບບັນດາປະເທດສະມາຊິກຮັກສາຄວາມສາມັກຄີ ແລະ ພ້ອມກັນປັບປຸງບົດບາດເປັນໃຈກາງຂອງອາຊຽນ ເພື່ອຮັບມືກັບບັນດາສິ່ງທ້າທາຍລວມຢ່າງມີປະສິດທິຜົນ.

ສືບຕໍ່ສົມທົບກັນຜັນຂະຫຍາຍຂໍ້ຕົກລົງວ່າດ້ວຍການຮ່ວມມືສອງຝ່າຍໄລຍະ 2021-2025 ໃຫ້ມີປະສິດທິຜົນ, ໃນນັ້ນມີການຈັດຕັ້ງກອງປະຊຸມປຶກສາຫາລືດ້ານການເມືອງຂັ້ນລັດຖະມົນຕີ ແລະຮອງລັດຖະມົນຕີການຕ່າງປະເທດ; ຍູ້ແຮງການແລກປ່ຽນ, ຄົ້ນຄວ້າຍຸດທະສາດ ແລະພົບປະແລກປ່ຽນຢ່າງເປັນປະຈໍາລະຫວ່າງບັນດາຫົວໜ່ວຍຫຼັກແຫຼ່ງຂອງສອງກະຊວງ.

ສອງຝ່າຍເຫັນດີເປັນເອກະພາບເພີ່ມທະວີແລກປ່ຽນບົດຮຽນ ແລະສົມທົບກັນຜັນຂະຫຍາຍໂຄງການຮ່ວມມືການຕ່າງປະເທດດ້ານເສດຖະກິດໄລຍະ 2020-2025 ໃຫ້ມີປະສິດທິຜົນ. ສອງຝ່າຍກໍ່ເຫັນດີເປັນເອກະພາບດໍາເນີນການກະກຽມເພື່ອຈັດກິດຈະກຳສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ, 45 ປີແຫ່ງວັນເຊັນສົນທິສັນຍາມິດຕະພາບ ແລະຮ່ວມມື ຫວຽດນາມ-ລາວ ໃນປີ 2022 ໂດຍໄວ.

ວັນຜູ້ອາຍຸສູງຫວຽດນາມ: ຄວາມງາມໃນຍາມເທົ່າແກ່ ວັນຜູ້ອາຍຸສູງຫວຽດນາມ: ຄວາມງາມໃນຍາມເທົ່າແກ່

ເຄົາລົບນັບຖືຜູ້ໃຫຍ່ປະນີປະນອມຜູ້ນ້ອຍ, ເຄົາລົບຜູ້ອາຍຸສູງ ຈະໄດ້ມີອາຍຸຍືນຍາວ, ນີ້ແມ່ນໜຶ່ງໃນບັນດາມູນເຊື້ອທີ່ມີມາແຕ່ດົນນານຄວາມງາມທາງດ້ານວັດທະນະທຳທາງດ້ານ ຫວຽດນາມ

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ພັນ​ຄຳ ວິ​ພາ​ວັນ ສົ່ງ​​ສານ​ຢື້ຢາມ​ຖາມ​ຂ່າວ​ສະ​ພາບ​ການ​ໂລກ​ລະ​ບາດ​ໂຄວິດ - 19 ຢ​ູ່ ຫວຽດ​ນາມ

ໃນສານ, ໂດຍຕາງໜ້າ ພັກ, ລັດຖະບານ ແລະ ປະຊາຊົນ ລາວ, ທ່ານນາຍົກລັດຖະມົນຕີ ພັນຄຳ ວິພາວັນ ໄດ້ສະແດງຄວາມແບ່ງເບົາ ແລະ ເຫັນອົກເຫັນໃຈ ໄປຍັງ ພັກ, ລັດຖະບານ ແລະ ປະຊາຊົນ ຫວຽດນາມ, ເປັນຕົ້ນແມ່ນບັນດາທ້ອງຖິ່ນທີ່ມີຜູ້ຕິດເຊື້ອໂຄວິດ - 19ໃນຊຸມຊົນເປັນຈຳນວນຫຼາຍ.

ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ ຫວຽດນາມ ໄດ້ສັ່ງຊື້ວັກຊີນ COVID-19 ຈຳນວນ 170 ລ້ານປະລິມານ ເພື່ອສັກຢາໃຫ້ປະຊາຊົນ

ຍສໝ - ຫວ່າງແລ້ວນີ້, ຢູ່ຮ່າໂນ້ຍ, ທ່ານລັດຖະມົນຕີ, ຫົວໜ້າຫ້ອງວ່າການລັດຖະບານ ເຈີນວັນເຊີນ ໄດ້ເປັນປະທານກອງປະຊຸມຖະແຫຼງຂ່າວລັດຖະບານເປັນປະຈຳ ໃນເດືອນພຶດສະພາ. ສັກຢາວັກຊີນ. ໃນກອງປະຊຸມ, ໜຶ່ງໃນບັນຫາທີ່ສະມາຊິກລັດຖະບານສຸມໃສ່ພິຈາລະນາ ແມ່ນກ່ຽວຂ້ອງກັບວັກຊີນປ້ອງກັນ ແລະ ຕ້ານ COVID-19.

ໄຊພອນ

ເຫດການ
302 Found

Found

The document has moved here.