ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່

16:13 | 10/06/2021

ວັນທີ 09 ມິຖຸນາ 2021 ທີ່ຫ້ອງວ່າການສູນກາງພັກກອມມູນິດຫວຽດນາມ, ສະຫາຍ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສປປ ລາວ ປະຈຳ ສສ ຫວຽດນາມ ພ້ອມຄະນະໄດ້ເຂົ້າຢ້ຽມຂໍ່ານັບ ແລະ ຊົມເຊີຍ ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ, ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບຕຳແໜ່ງໃໝ່.

ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ ພົບປະຜ່ານລະບົບວິດີໂອທາງໄກ ກັບ ສະຫາຍ ປະທານສະພາຜູ້ແທນປະຊາຊົນທົ່ວປະເທດ ແຫ່ງ ສປ ຈີນ
ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້ ລັດຖະບານ ສປປ.ລາວ ອະນຸຍາດການລົງທຶນ ຢູ່ ສປປ.ລາວ ເປັນປົກກະຕິ ໃນໄລຍະໂຄວິດ-19 ຮອບໃໝ່ນີ້
ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມເຂົ້າຢ້ຽມຂ່ຳນັບ ແລະ ຊົມເຊີຍ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມຄົນໃໝ່
ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ສະຫາຍ ນາງ ບຸຍທິມິງຮ່ວາຍ

ໂອກາດນີ້, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດ ວິສາມັນ ຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ກໍໄດ້ນຳເອົາກະຕ່າດອກໄມ້ ເຂົ້າອວຍພອນ ແລະ ສະແດງຄວມຊົມເຊີຍຢ່າງຈິງໃຈຕໍ່ສະຫາຍ ນາງ ບຸຍ ທິ ມິງ ຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ເນື່ອງໃນໂອກາດທີ່ສະຫາຍໄດ້ຮັບການແຕ່ງຕັ້ງເປັນ ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ຄົນໃໝ່, ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນເຖິງຄວາມເຊື່ອໝັ້ນ ແລະ ໄວ້ວາງໃຈຂອງກົມການເມືອງ ສູນກາງພັກ ກອມມູນິດ ຫວຽດນາມ ຕໍ່ກັບຄວາມສາມາດ, ບົດບາດໃນການຊີ້ນໍາ-ນໍາພາ, ການປະກອບສ່ວນຢ່າງຫ້າວຫັນ ແລະ ມີປະສິດທິຜົນຂອງສະຫາຍໃນໄລຍະຜ່ານມາ.

ສະຫາຍ ນາງ ບຸຍທິມິງຮ່ວາຍ, ເລຂາທິການສູນກາງພັກ, ຫົວໜ້າຄະນະຂົນຂວາຍປະຊາຊົນສູນກາງພັກກອມມູນິດຫວຽດນາມ ກໍໄດ້ສະແດງຄວາມຂອບໃຈຕໍ່ ສະຫາຍ ແສງເພັດ ຮຸ່ງບຸນຍວງ, ເອກອັກຄະລັດຖະທູດວິສາມັນຜູ້ມີອໍານາດເຕັມ ແຫ່ງ ສປປ ລາວ ປະຈໍາ ສສ ຫວຽດນາມ ພ້ອມຄະນະ ທີ່ໄດ້ມາອວຍພອນ ເຊິ່ງເປັນປະເທດທຳອິດ ໃນໄລຍະທີ່ສະຫາຍມາຮັບຕຳແໜ່ງໃໝ່, ພ້ອມທັງຝາກຄວາມຢື້ຢາມຖາມຂ່າວຜ່ານສະຫາຍເອກອັກຄະລັດຖະທູດ ໄປຍັງ ສະຫາຍ ສິນລະວົງ ຄຸດໄພທູນ ກຳມະການກົມການເມືອງສູນກາງພັກ, ປະທານແນວລາວສ້າງຊາດ ແລະ ສະແດງຄວາມເຊື່ອໝັ້ນວ່າ ສະຫາຍຈະເປັນຂົວຕໍ່ໃນການເພີ່ມພູນຄູນສ້າງ ສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງ ສອງພັກ ສອງລັດ ກໍຄືຄະນະຂົນຂວາຍປະຊາຊົນສູນກາງພັກ ກອມມູນິດ ຫວຽດນາມ ແລະ ສູນກາງແນວລາວສ້າງຊາດ ແລະ ປະຊາຊົນສອງຊາດຫວຽດນາມ-ລາວ ໃຫ້ນັບມື້ແໜ້ນແຟ້ນຍິ່ງຂຶ້ນ.

ພ້ອມດຽວກັນນັ້ນ, ສະຫາຍ ນາງ ບຸຍທິມິງຮ່ວາຍ ໄດ້ສະແດງຄວາມຊົມເຊີຍ ຕໍ່ຜົນສຳເລັດກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XI ຂອງພັກປະຊາຊົນປະຕິວັດລາວ ແລະ ຜົນການເລືອກຕັ້ງສະມາຊິກສະພາແຫ່ງຊາດ ຊຸດທີ IX ແລະ ສະມາຊິກສະພາປະຊາຊົນຂັ້ນແຂວງ ຂອງ ສປປ ລາວ.

ໃນໂອກາດດັ່ງກ່າວ, ສະຫາຍ ແສງເພັດ ຮຸ່ງບຸນຍວງ, ກໍໄດ້ຕາງໜ້າໃຫ້ການນຳພັກ, ລັດ ແລະ ປະຊາຊົນລາວ ສະແດງຄວາມຂອບໃຈຢ່າງຈິງໃຈມາຍັງການນຳພັກ, ລັດ ແລະ ປະຊາຊົນຫວຽດນາມ ທີ່ໄດ້ໃຫ້ການຊ່ວຍເຫຼືອອັນລໍ້າຄ່າແກ່ ສປປ ລາວ ໃນການສະກັດກັ້ນ ແລະ ຕ້ານພະຍາດໂຄວິດ 19 ເປັນຕົ້ນແມ່ນ ສົ່ງຄະນະຊ່ຽວຊານດ້ານການແພດ ລວມທັງດ້ານທຶນຮອນ, ວັດຖຸ ແລະ ອຸປະກອນການແພດ ຈາກພັກ, ລັດຖະບານ ແລະ ພາກສ່ວນຕ່າງໆ ທີ່ໄດ້ໃຫ້ການຊ່ວຍເຫຼືອຢ່າງມິດຈິດມິດໃຈ ເຮັດໃຫ້ ສປປ ລາວ ຄວບຄຸມພະຍາດໂຄວິດໄດ້ຢ່າງໂດຍໄວ ເຊິ່ງສະແດງໃຫ້ເຫັນໂຕເລກ ຂອງຜູ້ຕິດເຊື້ອນັບມື້ຫຼຸດລົງ. ພ້ອມດຽວກັນນັ້ນ ກໍໄດ້ໃຫ້ຄໍາໝັ້ນສັນຍາວ່າ ຈະເຮັດສຸດຄວາມສາມາດຂອງຕົນ ເພື່ອປະກອບສ່ວນເຂົ້າໃນການເພີ່ມທະວີ ແລະ ຮັດແໜ້ນສາຍພົວພັນມິດຕະພາບອັນຍິ່ງໃຫຍ່, ຄວາມສາມັກຄີພິເສດ ແລະ ການຮ່ວມມືຮອບດ້ານລະຫວ່າງສອງພັກ, ສອງລັດ ແລະ ປະຊາຊົນສອງຊາດລາວ-ຫວຽດນາມ ໃຫ້ນັບມື້ແຕກດອກອອກຜົນ ແລະ ຈະເລີນງອກງາມຂຶ້ນເລື້ອຍໆໄປ.

ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ​ບັນ​ດາ​ໄລ​ຍະ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພ​ັດ​ທະ​ນາ ງານ​ວາງ​ສະ​ແດງ “ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ - ​ບັນ​ດາ​ໄລ​ຍະ​ທາງ​ແຫ່ງ​ການ​ປ່ຽນ​ແປງ​ໃໝ່ ແລະ ພ​ັດ​ທະ​ນາ

ງານວາງສະແດງຄັ້ງນີ້ ຊ່ວຍໃຫ້ພະນັກງານ, ນັກຮົບ, ປະຊາຊົນ ແລະ ຜູ້ມາຊົມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກວ່າກ່ຽວກັບຈຸດປະສົງ, ຄວາມໝາຍ, ຄວາມສຳຄັນຂອງການເລືອກຕັ້ງສະມາຊິກສະພາແຫ່ງຊາດຊຸດທີ XV ແລະ ສະມາຊິກສະພາປະຊາຊົນທຸກຂັ້ນອາຍຸການ 2021 – 2026, ພ້ອມທັງກຳແໜ້ນກ່ຽວກັບກົດໝາຍວ່າດ້ວຍການເລືອກຕັ້ງສະມາຊິກສະພາແຫ່ງຊາດ.

ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ເຂົ້າກອງປະຊຸມ ບັນດາຜູ້ນໍາອາຊຽນ

ທ່ານສະເຫລີມໄຊ ກົມມະສິດ ລັດຖະມົນຕີ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ, ເຊິ່ງຖືກມອບໝາຍເປັນຜູ້ຕາງໜ້າພິເສດ ຂອງ ທ່ານ ພັນຄໍາ ວິພາວັນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ, ໄດ້ນຳພາຄະນະຜູ້ແທນລາວ ເຂົ້າຮ່ວມກອງປະຊຸມຜູ້ນໍາອາຊຽນ, ຊຶ່ງໄດ້ຈັດຂຶ້ນໃນຕອນບ່າຍ ຂອງວັນທີ 24 ເມສາ 2021, ທີ່ສໍານັກງານກອງເລຂາອາຊຽນ, ນະຄອນຫລວງ ...

ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ ສານອວຍພອນປີໃໝ່ລາວ ພສ 2564 ຂອງ ສະຫາຍ ທອງລຸນ ສີສຸລິດ ເລຂາ ທິການໃຫຍ່ ຄະນະບໍລິຫານງານສູນກາງພັກ ປະທານປະເທດ ແຫ່ງ ສປປ ລາວ ພີ່ນ້ອງຮ່ວມຊາດ ທີ່ຮັກແພງທັງຫລາຍ

ໃນໂອກາດສົ່ງທ້າຍປີເກົ່າ “ ປີຊວດ” ແລະ ຕ້ອນຮັບປີໃໝ່ “ ປີສະຫລູ” ພ.ສ 2564, ຂ້າພະເຈົ້າ ຂໍຖືໂອກາດເອົາ ເລີກງາມຍາມດີ ວັນທີ່ເປັນ ມົງຄຸນນີ້, ສົ່ງຄໍາ ອວຍພອນໄຊອັນປະເສີດ ມາຍັງພີ່ນ້ອງຮ່ວມຊາດ ຕະຫລອດເຖິງພີ່ນ້ອງ ເຊື້ອຊາດລາວ ທີ່ອາໄສຢູ່ຕ່າງປະເທດ ກໍຄືຊາວຕ່າງ ປະເທດທີ່ດໍາລົງຊີວິດ, ປະຕິບັດໜ້າທີ່ ແລະ ທໍາມາຫາກິນ ...

vovworld.vn

ເຫດການ
302 Found

Found

The document has moved here.