ໄຂ​ເວ​ທີ​ປາ​ໄສຊາວ​ໜຸ່ມ ຫວຽດ​ນາມ - ສ​ະ​ຫະ​ພັ​ນ ລັດ​ເຊຍ 2019

19:02 | 24/07/2019

ພິທີໄຂເວທີປາໄສຊາວໜຸ່ມ ຫວຽດນາມ - ສະຫະພັນລັດເຊຍ 2019 ໄດ້ດຳເນີນໃນຕອນຄ່ຳວັນທີ 23 ກໍລະກົດ, ຢູ່ຮ່າໂນ້ຍ, ໂດຍສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ, ຄະນະກຳມະການຊາວໜຸ່ມ ແຫ່ງຊາດ ຫວຽດນາມ, ສົມທົບກັບອົງການຊາວໜຸ່ມແຫ່ງສະຫະພັນ ລັດເຊຍ ກ່ຽວກັບວຽກງານຊາວໜຸ່ມຈັດຕັ້ງຂຶ້ນ.

ໄຂ​ເວ​ທີ​ປາ​ໄສຊາວ​ໜຸ່ມ ຫວຽດ​ນາມ - ສ​ະ​ຫະ​ພັ​ນ ລັດ​ເຊຍ 2019

ທ່ານເລກ໊ວກຟອງ ແລະ ທ່ານ AlexanderBugaev ລົງນາມເຂົ້າຂໍ້ຕົກລົງການຮ່ວມມືລະຫວ່າງຄະນະກຳມະການຊາວໜຸ່ມແຫ່ງຊາດຫວຽດນາມ ແລະ ອົງການຊາວໜຸ່ມສະຫະພັນລັດເຊຍ ກ່ຽວກັບ ວຽກງານຊາວໜຸ່ມ.(ພາບ: TTXVN)

ເວທີປາໄສໄດ້ດຳເນີນໃນລະຫວ່າງ ວັນທີ 23 – 29 ກໍລະກົດ ຢູ່ຮ່າໂນ້ຍ, ນະຄອນ ໂຮ່ຈີມິນ ແລະ ແຂວງ ກ໋ວາງນິງ ເພື່ອແນໃສ່ຊົມເຊີຍເຫດການເຄື່ອນໄຫວປີ ຫວຽດນາມ - ລັດເຊຍ, ລັດເຊຍ - ຫວຽດນາມ; ສະເຫຼີມສະຫຼອງ 25 ປີ ແຫ່ງວັນລົງນາມສົນທິສັນຍາກ່ຽວກັບບັນດາຫຼັກການພື້ນຖານຂອງການພົວພັນມິດຕະພາບ ລະຫວ່າງ ຫວຽດນາມ - ລັດເຊຍ. ເວທີປາໄສຊາວໜຸ່ມ ຫວຽດນາມ - ສະຫະພັນ ລັດເຊຍ ໄດ້ຈັດຕັ້ງພ້ອມກັບເວທີປາໄສຊາວໜຸ່ມ ສະຫະພັນລັດເຊຍ - ຫວຽດນາມ, ເຊິ່ງຈະດຳເນີນໃນລະຫວ່າງວັນທີ 24 ກັນຍາ - 1 ຕຸລາ 2019 ຢູ່ ມົດສະກູ ແລະ Saint Peterburg (ສະຫະພັນ ລັດເຊຍ).

ກ່າວຄຳເຫັນທີ່ ພິທີ, ທ່ານ ເລກ໊ວກຟອງ ເລຂາຜູ້ທີ 1 ສູນກາງຄະນະຊາວໜຸ່ມ, ຫົວໜ້າຄະນະກຳມະການຊາວໜຸ່ມແຫ່ງຊາດ ຫວຽດນາມ, ຢັ້ງຢືນວ່າ ເວທີປາໄສແມ່ນໂອກາດທີ່ດີເພື່ອໃຫ້ອົງການຮັບຜິດຊອບຊາວໜຸ່ມ ແລະ ຊາວໜຸ່ມສອງປະເທດແລກປ່ຽນຂໍ້ມູນຂ່າວສານ, ແບ່ງປັນບົດຮຽນ, ປະສົບການ ກ່ຽວກັບ ວຽກງານຊາວໜຸ່ມຂອງແຕ່ລະປະເທດ, ເປັນຕົ້ນແມ່ນ ໃນຂົງເຂດຊາວໜຸ່ມອາສາສະໝັກ, ເຂົ້າຮ່ວມການສ້າງຊົນນະບົດໃໝ່ ແລະ ຂົງເຂດເລີ່ມຕົ້ນທຸລະກິດ start up.

ເວທີປາໄສໄດ້ຈັດຕັ້ງເພື່ອແນໃສ່ປະກອບສ່ວນເພີ່ມທະວີການສຶກສາມູນເຊື້ອມິດຕະພາບອັນດີງາມ ລະຫວ່າງ ຫວຽດນາມ - ລັດເຊຍ ໃຫ້ແກ່ຊາວໜຸ່ມສອງປະເທດ, ຍົກສູງຄວາມຮັບຮູ້ກ່ຽວກັບການພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ ຫວຽດນາມ - ລັດເຊຍ, ພ້ອມທັງເປັນໂອກາດເພື່ອຍູ້ແຮງການໂຄສະນາ, ແນະນຳກ່ຽວກັບ ປະເທດ ຊາດ, ຊາວ ຫວຽດນາມ ແລະ ຜົນສຳເລັດ30ກ່ວາປີການພັດທະນາ ປ່ຽນແປງໃໝ່ຂອງຫວຽດນາມ.

(ແຫຼ່ງ​ຂໍ້​ມູນ​: VOVWORLD)

ເຫດການ
302 Found

Found

The document has moved here.