ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ.

20:16 | 28/03/2020

ຍສໝ - ໄລ່ຮອດເວລາ 7 ໂມງ 45 ນາທີຂອງວັນທີ 28 ມີນາ (ຕາມເວລາຫວຽດນາມ”, ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ.

ໃນທົ່ວໂລກມີຜູ້ຕິດເຊື້ອພະຍາດ ໂຄວິດ - 19 ຈຳນວນ 594.377 ຄົນ ແລະ 27.250 ຄົນເສຍຊີວິດ.

ພາບປະກອບ

ໂລກລະບາດຍັງສືບຕໍ່ມີການຜັນແປຢ່າງສັບສົນຢູ່ຫຼາຍປະເທດອື່ນອີກ ເປັນຕົ້ນແມ່ນຢູ່ແອັດສະປາຍ ໄດ້ປະກາດວ່າມີຜູ້ຕິດເຊື້ອຫຼາຍກວ່າ 65.700 ຄົນ, ກົມໃຫຍ່ສາທາລະນະສຸກຝລັ່ງກໍຢັ້ງຢືນວ່ານັບແຕ່ເມື່ອພະຍາດໄດ້ລະບາດຈົນມາເຖິງປັດຈຸບັນມີຜູ້ເສຍຊີວິດເກືອບ 2000 ຄົນ. ຈໍານວນຜູ້ເສຍຊີວິດຢູ່ອັງກິດກໍຂຶ້ນເຖິງ 759 ຄົນແລ້ວ. ອາເມລິກາກາຍເປັນຈຸດໃຈກາງຂອງໂລກລະບາດໃນໂລກ ເມື່ອຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດໂຄວິດ - 19 ຫຼາຍກວ່າ 102.400 ຄົນ, ຖັດມາແມ່ນອີຕາລີດ້ວຍຈໍານວນຜູ້ຕິດເຊື້ອແມ່ນ 86.500 ຄົນ ແລະທີ 3 ແມ່ນຈີນ ເມື່ອຢັ້ງຢືນມີ 81.400 ກໍລະນີຕິດເຊື້ອ.

ຕອນເຊົ້າວັນທີ 28 ມີນາ, ຫວຽດນາມຢັ້ງຢືນວ່າມີຜູ້ຕິດເຊື້ອພະຍາດ Covid– 19 ຄົນໃໝ່ຕື່ມອີກ 16 ຄົນ, ອັນໄດ້ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດCovid– 19 ຢູ່ຫວຽດນາມຂຶ້ນເປັນ 169 ຄົນ. ກະຊວງສາທາລະນະສຸກຫວຽດນາມໃຫ້ຮູ້ວ່າ: ວັນທີ 27 ມີນາ, ມີຜູ້ຕິດເຊື້ອພະຍາດCovid– 19 ຈຳນວນ 3 ຄົນໄດ້ຮັບການປິ່ນປົວຫາຍດີເປັນປົກກະຕິ ແລະ ໄດ້ອອກໂຮງໝໍແລ້ວ ແລະ ໄດ້ສົ່ງໄປຍັງຂັ້ນຮາກຖານຕິດຕາມຕື່ມອີກ 14 ວັນ, ຍົກຍອດຈຳນວນຜູ້ຕິດເຊື້ອພະຍາດCovid– 19 ໄດ້ຮັບການປິ່ນປົ່ວຫາຍດີເປັນປົກກະຕິດຂຶ້ນເປັນ 20 ຄົນ.

ທີ່ກອງປະຊຸມອອນລາຍໃນຕອນເຊົ້າວັນທີ 27 ມີນາ, ຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ Covid-19 ໄດ້ຢັ້ງຢືນວ່າ ສະພາບການໂລກລະບາດ Covid-19 ຢູ່ ຫວຽດນາມ ຍັງຢູ່ໃນສະພາບທີ່ສາມາດ ຄວບຄຸມໄດ້ຢູ່. ທ່ານຮອງນາຍົກລັດຖະມົນຕີ ຫວຽດນາມ ຫວູດຶກດາມ ເປັນປະທານກອງປະຊຸມ.

(ໄຊພອນ)

ເຫດການ
302 Found

Found

The document has moved here.