ກອງປະຊຸມ WEF ປີ 2023: ຊຸກຍູ້ການຮ່ວມມືໃນໂລກທີ່ຖືກຈັດແບ່ງ

10:12 | 18/01/2023

ຍສໝ - ກອງ​ປະຊຸມ​ປະຈຳ​ປີ​​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ຄັ້ງ​ທີ 53 ຈະ​ສຸມ​ໃສ່​ຫົວ​ເລື່ອງເຄັ່ງ​ຮ້ອນ​ຄື: ວິ​ກິດ​ການ​ພະລັງງານ ​ແລະ ສະບຽງອາຫານ​ໃນ​ສະພາບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ; ອັດຕາເງິນເຟີ້ສູງ...

ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022 ກອງປະຊຸມຮ່ວມມືພັດທະນາຂະແໜງອຸດສາຫະກໍາ ແລະ ການຄ້າ-ພະລັງງານ ແລະ ບໍ່ແຮ່ ຫວຽດນາມ-ລາວ 2022
ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ ຖະແຫຼງການຮ່ວມ ກ່ຽວກັບໝາກຜົນຂອງກອງປະຊຸມສາກົນ ກ່ຽວກັບວຽກງານສ້າງເສັ້ນຊາຍແດນລາວ-ຫວຽດນາມ

ວັນ​ທີ 16 ມັງກອນ​, ກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ (WEF) ຄັ້ງ​ທີ 53 ໄດ້​ໄຂ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຢູ່ Davos, ປະ​ເທດ​ສະ​ວິດ ​ແລະ ຄາດ​ວ່າ​ຈະ​ດຳ​ເນີນ​ໃນ 5 ວັນ, ​ແຕ່​ວັນ​ທີ 16 – 20 ມັງກອນ​, ໂດຍມີ​ແຂກ​ເຂົ້າ​ຮ່ວມຂອງ 2.700 ກວ່າ​ຄົນ, ​ໃນ​ນັ້ນ​ມີ​ປະ​ມຸກ​ລັດ ​ແລະ ຜູ້ນໍາໜ້າ​ລັດ​ຖະ​ບານກວ່າ 50 ທ່ານ​, ​ລັດ​ຖະ​ມົນ​ຕີ ກວ່າ 300 ທ່ານ​. ຄຽງຂ້າງນັ້ນ, ຍັງ​ມີ​ຜູ້​ອໍານວຍການບໍລິຫານກວ່າ 1.500 ທ່ານທີ່ມາ​ຈາກ 700 ບໍລິສັດ ​ແລະ ອົງການ​ຈັດ​ຕັ້ງທີ່ມີໜ້າ​ຢູ່ Davos. ນີ້ແມ່ນຈຳນວນຜູ້ເຂົ້າຮ່ວມກອງປະຊຸມທີ່ບັນລຸລະດັບສະຖິຕິ. ​

ກອງປະຊຸມ WEF ປີ 2023: ຊຸກຍູ້ການຮ່ວມມືໃນໂລກທີ່ຈັດແບ່ງ
ສັນຍາລັກກອງ​ປະຊຸມ​ປະຈຳ​ປີ​ຂອງ​ເວທີ​ປາ​ໄສ​ເສດຖະກິດ​ໂລກ. ພາບ: Ảnh: Reuters

ຕາມເວັບໄຊ businesstoday.in ແລ້ວ, ກອງ​ປະ​ຊຸມ​ປີ​ນີ້​, ມີຫົວ​ຂໍ້ "ການ​ຮ່ວມ​ມື​ໃນ​ໂລກ​ທີ່ຖືກຈັດ​ແບ່ງ​,​" ແມ່ນ​ບ່ອນ​ທີ່​ການ​ນໍາວິສາຫະກິດ​, ນັກ​ການ​ເມືອງ​, ນັກ​ເສດ​ຖະກິດ​ ແລະ ບັນດາຝ່າຍກ່ຽວຂ້ອງ​ຄາດ​ວ່າ​ຈະ​ປຶກ​ສາ​ຫາ​ລື​ຫຼາຍແງ່ຫວັງທີ່ແຕກຕ່າງ​ກັນຂອງສິ່ງທ້າ​ທາຍ​ໃນ​ທົ່ວ​ໂລກ​, ນັບແຕ່ວິ​ກິດ​ການ​ຄ່າ​ໃຊ້​ຈ່າຍໃນການດຳລົງຊີວິດ​, ຮູບແບບ​ວິສາຫະກິດ​ແບບ​ຍືນ​ຍົງຕະຫຼອດ​ຮອດການ​ຫັນ​ປ່ຽນ​ພະ​ລັງ​ງານ, ວິ​ກິດ​ການ​ຊັບ​ພະ​ຍາ​ກອນ​ທໍາ​ມະ​ຊາດ, ອະນາ​ຄົດຂອງວຽກເຮັດງານທໍາ, ການຄວາມຂາດ​ສະ​ເໝີ​ພາບ​ລະຫວ່າງຍິງ-ຊາຍ...

ບູນມີ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.