ເສດຖະກິດ ອາຊີ ສືບຕໍ່ຂະຫຍາຍຕົວຂຶ້ນ 5,7%

12:45 | 21/07/2019

ປີ 2019 ແລະ ປີ 2020 ເສດຖະກິດອາຊີຈະສືບຕໍ່ ຂະຫຍາຍຕົວຂຶ້ນ 5,7% ແລະ 5,6% ໃນປີ 2020 ຕາມຕົວເລກທ່ີກຳນົດໄວ້ເມື່ອເດືອນເມສາຜ່ານມາ.

ເສດຖະກິດ ອາຊີ ສືບຕໍ່ຂະຫຍາຍຕົວຂຶ້ນ 5,7%

ພາບປະກອບ

ໃນນັ້ນ ເສດຖະກິດຈີນຈະຂະຫຍາຍຕົວ 6,2% ໃນປີ 2019 ແລະ 6,1% ໃນປີ 2020. ຂະນະທີ່ອາຊີ ຕາເວັນອອກສຽງໃຕ້ຈະເລີນ ເຕີບໂຕ 4,8% ໃນປີ 2019 ແລະ 4,9% ໃນປີ 2020. ສ່ວນອັດຕາເງິນເຟີ້ ໃນອາຊີຈະປັບຂື້ນ ຈາກ 2,5% ເປັນ 2,6% ເນື່ອງຈາກລາຄາ ນ້ຳມັນແລະປັດໄຈອື່ນໆພາຍໃນແຕ່ລະປະເທດ. ສະພາໃຫ້ຄຳປຶກສາການດຳເນີນທຸລະກິດ ອາຊຽນ (ASEAN - BAC) ໄດ້ຕີລາຕາຢ່າງຕັ້ງໜ້າກັບບັນດາການເຈລະຈາກ່ຽວກັບບັນດາກົດລະບຽບສ້າງຄວາມສະດວກດ້ານການຄ້າ, ໃນນັ້ນບັນດາສະມາຊິກ ອາຊຽນລ້ວນແຕ່ເຫັນດີເປັນເອກະພາບ ແລະ ປະຕິບັດບັນດາຫຼັກການຊີ້ນຳຕໍ່ບັນດາມາດຕາການປອດພາສີ.

ທ່ານນາງ ອະຣະມົນ ສັບທະວີທຳ, ຫົວໜ້າກົມເຈລະຈາທາງການຄ້າຂຶ້ນກັບກະຊວງອຸດສາຫະກຳ ແລະ ການຄ້າໄທ ໃຫ້ຮູ້ວ່າບັນດາສະມາຊິກຄະນະກຳມະການປຶກສາຫາລືລວມກ່ຽວກັບການສ້າງຄວາມສະດວກດ້ານການຄ້າອາຊຽນໄດ້ຈັດຕັ້ງກອງປະຊຸມຫຼາຍຄັ້ງ, ໃນນັ້ນມີສະພາດຳເນີນທຸລິກິດ EU – ASEAN ແລະ ສະພາດຳເນີນທຸລະກິດ ອາເມລິກາ - ອາຊຽນ. ຕາມນັ້ນ, ບັນດາສະມາຊິກຈະໄດ້ໃຫ້ຊາບກ່ອນທີ່ຈະປະຕິບັດບັນດາມາດຕະການປອດພາສີ ແລະ ແຕ່ລະມາດຕະການຈະໄດ້ນຳໃຊ້ຢ່າງເໝາະສົມ ໃນວັນເວລາທີ່ໄດ້ກຳນົດ. ນອກຈາກນັ້ນ, ການຮັບເອົາຄຳເຫັນຂອງປະຊາຊົນຈະໄດ້ດຳເນີນກ່ອນການປະຕິບັດ.

ເສດຖະກິດ ອາຊີ ສືບຕໍ່ຂະຫຍາຍຕົວຂຶ້ນ 5,7%

ພາບປະກອບ

ອາຊີ ພວມມີ​ ການພັດທະນາ​ຂຶ້ນຢ່າງວ່ອງໄວ ​ໂດຍ​ສະ​ເພາະ ບັນດາ ນະຄອນ ໃນອາຊີ ໄດ້ກາຍເປັນ ສູນການເງິນ ທົ່ວໂລກ. ຕາມການຄົ້ນຄ້ວາ ຂອງ Mckinsey Global Institute (MGI) ລະບຸວ່າ ມີ 71 ພື້ນຖານເສດຖະກິດ ພວມພັດທະນາ ແລະ ເລືອກເອົາ 18 ແຫ່ງ ໃນຈຳນວນນັ້ນ ມີລະດັບ ການຂະຫຍາຍຕົວ GDP ຢ່າງແຂງ ແຮງ. ໃນນັ້ນ ພື້ນຖານ ເສດຖະກິດ 7 ແຫ່ງ ໄດ້ຮັບປະສິດ ທິຜົນດີ ໃນໄລຍະຍາວ ແລະ 5 ​ແຫ່ງ ໃນຈຳນວນ 11 ເສດຖະກິດ ດີເດັ່ນ ໃນໄລຍະ ຜ່ານມາ ກໍແມ່ນ ອາຊີ. ນອກ​ນັ້ນ, ອາຊີ ຍັງກວມ ເອົາເຖິງ 50% ໃນຈຳນວນ 2,2 ຕື້ຄົນ ທ່ີນຳໃຊ້ ອີນເຕີເນັດ ຂອງໂລກ ​ເປັນ​ຕົ້ນ ຈີນ ແລະ ອິນ ເດຍ ກວມເອົາເຖິງ 1/3.

(ໄຊພອນ)

ເຫດການ
302 Found

Found

The document has moved here.