ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

08:45 | 19/06/2024

ຍສໝ - ທະນາຄານ Maybank ໃຫ້ຮູ້ວ່າ: ປະເທດສະມາຊິກອາຊຽນ 6 ປະເທດ ລວມມີ: ອິນໂດເນເຊຍ, ມາເລເຊຍ, ຟີລິບປິນ, ສິງກະໂປ, ໄທ ແລະ ຫວຽດນາມ, ຄາດຄະເນວ່າ ຈະບັນລຸ 4,5 – 4,7% ໃນ ປີ 2024 ແລະ 2025, ຈາກແຕ່ 4,0% ໃນ ປີ 2023.

ຊຸກຍູ້ການຮ່ວມມືດ້ານກົດໝາຍລະຫວ່າງ ຫວຽດນາມ - ສ.ເກົາຫຼີ, ປະກອບສ່ວນເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານລະຫວ່າງ 2 ປະເທດ
ຊາວ ຫວຽດນາມ ສາມາດຊໍາລະ QRCode ຂ້າມຊາຍແດນກັບ 3 ປະເທດ
ຫວຽດນາມ ນອນຢູ່ໃນ 6 ປະເທດ ອາຊຽນ ທີ່ມີການເຕີບໂຕ GDP ທີ່ດີ

ປະກອບ​ເຄື່ອງອາໄຫຼ່ເອ​ເລັກ​ໂຕນິກ​ໃຫ້​ແກ່​ຂະແໜງການອຸດສາຫະກຳ​ເຄື່ອງ​ພິມ​ຢູ່​ບໍລິສັດ​ເຕັກ​ໂນ​ໂລ​ຊີ​ເອ​ເລັກ​ໂຕນິກ Chee Yuen ຫວຽດນາມ ຈຳກັດ, ລົງທຶນ​ໂດຍ ​ໄຕ້​ຫວັນ (ຈີນ) ຢູ່​ເຂດ​ອຸດສາຫະກຳ ອານ​ເຢືອງ, ​ເມືອງ ອານ​ເຢືອງ, ແຂວງ ຫາຍ​ຟ່ອງ.

ວັນ​ທີ 10 ມິຖຸນາ​, ທະນາຄານ Maybank Research Pte Ltd ​ໄດ້​ຄາດ​ຄະ​ເນ​ວ່າ: ການ​ເຕີບ​ໂຕ​ລວມຍອດ​ຜະລິດ​ຕະ​ພັນ​ພາຍ​ໃນ​ປະ​ເທດ (GDP) ຂອງ 6 ປະ​ເທດ​ສະມາຊິກ​ ອາ​ຊຽນ - ​ເຊິ່ງລວມທັງ ອິນ​ໂດ​ເນ​ເຊຍ, ມາ​ເລ​ເຊຍ, ຟີ​ລິບ​ປິນ, ສິງກະ​ໂປ, ​ໄທ ​ແລະ ຫວຽດນາມ ຄາດ​ວ່າ​ຈະ​ບັນລຸ 4.5 - 4.7% ​ໃນ​ ປີ 2024 ​ແລະ 2025, ຈາກແຕ່ 4.0% ໃນ ປີ 2023.

​ໃນ​ບົດ​ລາຍ​ງານ​ທີ່​ມີ​ຫົວ​ຂໍ້​ວ່າ “ບັນຫາ ​ອາ​ຊຽນ: ບັນດາຜູ້​ນຳໜ້າໃໝ່”, ບັນດານັກ​ຄົ້ນ​ຄວ້າ​ໃຫ້ຮູ້​ວ່າ ການ​ຟື້ນ​ຕົວ​ຂອງ​ການ​ເຕີບ​ໂຕ GDP ຈະ​ໄດ້​ຮັບ​ການ​ຊຸກຍູ້​ຈາກ​ການ​ຜະລິດ​ ແລະ​ ການ​ສົ່ງ​ອອກ, ​ໂດຍ​ສະ​ເພາະ​ແມ່ນ​ເຄື່ອງ​ເອ​ເລັກ​ໂຕນິກ​ທີ່​ພວມໜູນຊ່ວຍການ​ຟື້ນ​ຕົວ​ຂອງ​ການ​ເຕີບ​ໂຕທີ່ຍັງບໍ່ທັນເຕັມທີ່ໃນ​ເຄິ່ງປີ​ທຳ​ອິດ​ຂອງ​ປີ​ນີ້.

ທະນາຄານ Maybank ຍັງ​ໃຫ້​ຮູ້​ວ່າ ປັນຍາ​ປະດິດ (AI) ​ແລະ ການລະເບີດຂຶ້ນຂອງສູນ​ຂໍ້​ມູນ​, ພ້ອມ​ກັບ​ການ​ຂະ​ຫຍາຍ​ຕົວ​ຂອງ​ຄວາມ​ຕ້ອງ​ການ​ເອ​ເລັກ​ໂຕ​ນິກ​ທົ່ວ​ໂລກ ​ແມ່ນ​ເຮັດ​ໃຫ້​ທ່າຂະຫຍາຍ​ດ້ານ​ການ​ຄ້າ ແລະ ການ​ລົງ​ທຶນ​ໂດຍ​ກົງ​ຈາກ​ຕ່າງ​ປະ​ເທດ (FDI) ແຈ້ງກວ່າ.

ໂດຍການເຕື້ອງເຖິງບັນຫາອັດຕາດອກເບ້ຍ, ບົດລາຍງານຖືວ່າ ເຖິງວ່າອັດຕາດອກເບ້ຍເພີ່ມຂຶ້ນ, ແຕ່ທ່າອ່ຽງຂອງການເຄື່ອນໄຫວທາງດ້ານເສດຖະກິດທີ່ເພີ່ມຂຶ້ນກໍ່ໄດ້ເຮັດໃຫ້ການກູ້ຢືມໃນທົ່ວ ອາຊຽນ ຫຼາຍຂຶ້ນ. "ການ​ຍົກ​ເວັ້ນວີ​ຊາ​ຢູ່​ ມາ​ເລ​ເຊຍ, ໄທ​ ແລະ ​ສິງກະ​ໂປ ​ບວກ​ກັບ​ກຳລັງຄວາມ​ສາມາດ​ຂອງບັນດາສາຍການບິນ​ທີ່​ເພີ່ມ​ຂຶ້ນ ​ແມ່ນ​ກຳລັງດຶງ​ດູດ​ນັກ​ທ່ອງ​ທ່ຽວ​ ຈີນ ເດີນທາງ​ໄປຍັງ ອາ​ຊຽນ."

ໂດຍການວິເຄາະກ່ຽວກັບອັດຕາເງິນເຟີ້ຂອງ ອາຊຽນ, ທະນາຄານ Maybank ໃຫ້ຮູ້ວ່າ: ອັດຕານີ້ໄດ້ຫຼຸດລົງຢ່າງແຮງຈາກຈຸດສູງສຸດໃນ ປີ 2023, ເມື່ອຄວາມຂາດວັກຂາດຕອນຂອງລະບົບຕ່ອງໂສ້ການສະໜອງຈາກວິກິດການ ລັດເຊຍ - ຢູແກຼນ ຫຼຸດລົງ.

ບົດລາຍງານໃຫ້ຮູ້ຕື່ມວ່າ “ເຖິງຢ່າງໃດກໍ່ຕາມ, ທະ​ນາ​ຄານສູນ​ກາງ​ ອາ​ຊຽນ ​ກໍ່ຖືກ​ຈຳ​ກັດ​ໃນ​ການ​ຫຼຸດ​ອັດ​ຕາ​ດອກເບ້ຍນະ​ໂຍ​ບາຍ ​ຍ້ອນພື້ນຖານ​ເສດ​ຖະ​ກິດ​ຂອງ​ ອາ​ເມ​ລິ​ກາ​ ‘ຍັງ​ຮັກສາທ່າທີໄວ້ຢູ່’​ ແລະ ​ການ​ຮັກສາ​ອັດ​ຕາ​ດອກ​ເບ້ຍທີ່​ສູງກວ່າ​ເປັນ​ເວ​ລາ​ຍາວ​ ​ໄດ້​ເພີ່ມ​ຄວາມ​ກົດ​ດັນ​ຕໍ່​ສະ​ກຸນ​ເງິນ​ຂອງບັນດາທ້ອງຕະ​ຫຼາດ​ທີ່​ພົ້ນ​ເດັ່ນ​ຂຶ້ນໃໝ່. ພວກຂ້າພະເຈົ້າປາຖະໜາວ່າ ທະນາຄານກາງ ອາເມລິກາ (Fed) ຈະຫຼຸດລົງອັດຕາດອກເບ້ຍ 50 ຈຸດພື້ນຖານໃນ ປີ 2024, ເລີ່ມຕົ້ນໃນເດືອນກັນຍາ".

ທະນາຄານ Maybank ຍັງໃຫ້ຂໍ້ສັງເກດວ່າ: ອາຊຽນ ໄດ້ກາຍເປັນໜຶ່ງໃນບັນດາຈຸດໝາຍປາຍທາງທີ່ນິຍົມ, ເມື່ອບັນດາບໍລິສັດນາໆຊາດໄດ້ຫັນເປັນຫຼາກຫຼາຍລະບົບຕ່ອງໂສ້ການສະໜອງການຜະລິດຂອງເຂົາເຈົ້າ. ສິ່ງ​ດັ່ງກ່າວ​ໄດ້​ເຮັດ​ໃຫ້ການ​ອະນຸມັດ FDI ​ແລະ ໃບຄຳຮ້ອງຂໍລົງທະບຽນ FDI ​ເຂົ້າ​ໄປ​ໃນບັນດາ​ປະ​ເທດ ​ອາ​ຊຽນ, ​ໃນ​ນັ້ນ​ມີ​ ມາ​ເລ​ເຊຍ, ​ໄທ, ຫວຽດນາມ ​ແລະ ອິນ​ໂດ​ເນ​ເຊຍ ​ເພີ່ມ​ຂຶ້ນ​ຢ່າງ​ແຮງ.

ການ​ລົງ​ທຶນ​ຂອງ​ພາກ​ເອ​ກະ​ຊົນ​ໄດ້ເພີ່ມ​ຂຶ້ນ​ຢ່າງ​ແຮງ​ໃນ​ໄຕ​ມາດ​ທຳ​ອິດ​ຂອງ​ປີ​ນີ້​ຢູ່​ ມາ​ເລ​ເຊຍ, ຫວຽດນາມ, ໄທ ແລະ ອິນ​ໂດ​ເນ​ເຊຍ, ເຊິ່ງສະ​ແດງ​ໃຫ້​ເຫັນ​ວ່າ ການ​ເພີ່ມ​ຂຶ້ນ​ຂອງ​ບັນ​ດາ​​ສັນ​ຍາ FDI ໃນ​ໄລ​ຍະ​ມໍ່ໆ​ມາ​ນີ້​ພວມ​ກາຍ​ເປັນຄວາມ​ຈິງ.

ບັນດາ​ປະ​ເທດ ​ອາ​ຊຽນ ພວມ​ຮັບປະກັນແຫຼ່ງ​ການ​ລົງທຶນ​ບໍ່​ພຽງ​ແຕ່​ຈາກ ອາ​ເມ​ລິ​ກາ ​ແລະ ບັນດາ​ປະ​ເທດ​ສຳພັນທະ​ມິດ​ເທົ່າ​ນັ້ນ, ຫາກ​ຍັງ​ແມ່ນມາ​ຈາກບັນດາ​ປະ​ເທດ​ຄື ​ຈີນ, ເມື່ອແຫຼ່ງທຶນ FDI ​ເຂົ້າ​ສູ່ ຫວຽດນາມ, ​ໄທ ​ແລະ ມາ​ເລ​ເຊຍ ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ​ ນັບ​ແຕ່​ໄດ້​ເປີດ​ປະ​ຕູ​ຄືນ​ໃໝ່. "ບັນດາຂະແໜງການອຸດສາຫະກໍາແຖວໜ້າທີ່ມີການເຂົ້າຮ່ວມການສົ່ງອອກທີ່ເຂັ້ມແຂງແມ່ນ ລົດໄຟຟ້າ, ແຜ່ນພະລັງງານແສງອາທິດ ແລະ ການສະຫນອງເຕັກໂນໂລຢີ".

ມາ​ເລ​ເຊຍ​ ເບິ່ງຄືວ່າ​ກຳລັງ​ດຶງ​ດູດ​ການ​ລົງທຶນ​ໃຫຍ່​ທີ່​ສຸດເຂົ້າ​ໃນ​ສູນ​ຂໍ້​ມູນ, ​ເນື່ອງ​ຈາກ AI ໄດ້ຊຸກຍູ້​ການ​ລົງທຶນເຂົ້າໃນ​ຂະ​ແໜງ​ການນີ້​ໃນ​ທົ່ວ​ ອາ​ຊຽນ. ມາເລເຊຍ ໄດ້ດຶງດູດການລົງທຶນຈາກ Google, Nvidia, GDS ແລະ Equinix, ໃນຂະນະທີ່ປະເທດ ໄທ ໄດ້ຮັບການລົງທຶນຈາກ Amazon, Microsoft ແລະ Google. ໃນ​ຂະ​ນະ​ນັ້ນ, ອິນ​ໂດ​ເນ​ເຊຍ ​ກໍ່ໄດ້​ດຶງ​ດູດ Amazon, Alibaba ແລະ Edgnex, ພ້ອມດ້ວຍຫຼາຍຍີ່ຫໍ້ ແລະ ທ້ອງ​ຕະ​ຫຼາດ​ທີ່​ຍັງໜຸ່ມນ້ອຍຂອງ ​ຫວຽດ​ນາມ ​ກໍ່ໄດ້​ຮັບ​ຄໍາ​ຫມັ້ນ​ສັນ​ຍາ​ຈາກ​ບັນດາບໍລິສັດ​ຄື Keppel, Alibaba ແລະ Gaw Capital.

ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ ບັນດາບາດກ້າວພາຍຫຼັງ 6 ເດືອນຂອງການຍົກລະດັບການພົວພັນ ຫວຽດນາມ - ອາເມລິກາ

ຍສໝ - ວັນ​ທີ 25 ມີນາ, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ ບຸຍ​ແທງ​ເຊີນ ​ແລະ ທ່ານ​ລັດຖະມົນຕີການຕ່າງປະເທດ ອາ​ເມ​ລິ​ກາ Antony Blinken ​ໄດ້​ເປັນ​ປະທານ​​ການພົບປະສົນທະນາຂັ້ນ​ລັດຖະມົນຕີ​ການ​ຕ່າງປະ​ເທດ ຫວຽດນາມ - ອາ​ເມ​ລິ​ກາ ​ຄັ້ງ​ທຳ​ອິດ.

9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ 9 ແຂວງຂອງ 3 ປະເທດ ຫວຽດນາມ - ລາວ - ໄທ ສືບຕໍ່ຮ່ວມມືຮອບດ້ານ

ຍສໝ - ແຂວງເງະອານ ປາດຖະໜາຢາກຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 9 ແຂວງໃນໄລຍະຈະມາເຖິງ, ສ້າງເງື່ອນໄຂດີທີ່ສຸດ ເພື່ອຊຸກຍູ້ວິສາຫະກິດຮ່ວມມື; ຮຽກຮ້ອງໃຫ້ຄະນະຜູ້ແທນແຂວງບໍລິຄຳໄຊ ລາຍງານຕໍ່ອໍານາດການປົກຄອງແຂວງບໍລິຄຳໄຊ ສະເໜີຕໍ່ລັດຖະບານລາວ ປະກາດດ່ານນ້ຳອ່ອນເປັນດ່ານຊາຍແດນຫຼັກໂດຍໄວ, ສ້າງເງື່ອນໄຂຊຸກຍູ້ການເຄື່ອນໄຫວນຳເຂົ້າ-ສົ່ງອອກ, ການເຂົ້າ-ອອກເມືອງຢ່າງສະດວກ.

ມິງດຶກ

ເຫດການ
302 Found

Found

The document has moved here.