ອາຊຽນ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030

00:00 | 11/08/2024

ຍສໝ - ທ່ານ Satvinder Singh ຮອງ​ເລຂາທິການ​ໃຫຍ່​ປະຊາ​ຄົມ​ເສດຖະກິດ​ ອາ​ຊຽນ (AEC) ​ໃຫ້​ຮູ້​ວ່າ: ອາ​ຊຽນ ພວມ​ກ້າວ​ໄປ​ສູ່​ການ​ກາຍ​ເປັນພື້ນຖານ​ເສດຖະກິດ​ໃຫຍ່​ອັນ​ດັບທີ 4 ​ຂອງໂລກ​ໃນ​ປີ 2030 ຈາກ​ອັນ​ດັບທີ 5 ​ໃນ​ປະຈຸ​ບັນ, ດ້ວຍ​ສະພາບ​ແວດ​ລ້ອມ​ດ້ານ​ເສດຖະກິດ​ມະຫາພາກທີ່ກ້າວໜ້າ ​ແລະ ​ສຳຄັນ. GDP ໄດ້ເພີ່ມຂຶ້ນ 51% ບັນລຸ 3.800 ຕື້ USD ໃນປີ 2023 ເມື່ອທຽບໃສ່ 2.500 ຕື້ USD ໃນປີ 2015.

ບັນດາອົງການສະມາຊິກປະກອບຄຳເຫັນເພື່ອສ້າງຍຸດທະສາດພັດທະນາ VUFO ຮອດປີ 2030
ເລຂາທິການໃຫຍ່ ອາຊຽນ: ຫວຽດນາມ ຮ່ວມແຮງຮ່ວມໃຈປະກອບສ່ວນອັນໃຫຍ່ຫຼວງໃຫ້ແກ່ຜົນງານໃນຕະຫຼອດ 56 ປີຜ່ານມາຂອງ ອາຊຽນ
ອາຊຽນ ຄາດວ່າຈະກາຍເປັນພື້ນຖານເສດຖະກິດໃຫຍ່ອັນດັບທີ 4 ຂອງໂລກໃນປີ 2030

ຕ່ອງໂສ້ການຈອດຮ່າງລົດ​ໂອໂຕ​ຢູ່​ບໍ​ລິ​ສັດ​ໂຕ​ໂຢ​ຕາ​ ຫວຽດ​ນາມ​, ລົງ​ທຶນ​ໂດຍ ​ຍີ່​ປຸ່ນ ​ຢູ່​ແຂວງ ​ຫວິ້ງ​ຟຸກ.

ກ່າວ​ຄຳ​ປາໄສ​ທີ່​ກອງ​ປະຊຸມ “ວິ​ໄສ​ທັດ 2045: ສັງກາດ​ ອາ​ຊຽນ” ​ໂດຍ​ກະຊວງ​ການ​ລົງທຶນ, ການ​ຄ້າ ​ແລະ ອຸດສາຫະກຳ​ ມາ​ເລ​ເຊຍ (MITI), ສະພາ​ທີ່​ປຶກສາ​ທຸລະກິດ ​ອາ​ຊຽນ ​ແລະ ກຸ່ມ​ທີ່​ປຶກສາ Boston ຮ່ວມກັນຈັດຕັ້ງ​ໃນ​ວັນ​ທີ 6 ສິງຫາ​, ທ່ານ​ Singh ​ຖື​ວ່າ ການ​ໃຫ້ຂໍ້ສັງເກດ​ດັ່ງກ່າວ​ໄດ້​ຮັບ​ການ​ເສີມ​ຂະຫຍາຍ​ຕື່ມ​ອີກ​ໂດຍ​ການ​ພົວພັນ​ການ​ຄ້າ​ໃນ​ພາກ​ພື້ນ​ເພີ່ມ​ຂຶ້ນ​ເປັນ 3.500 ຕື້ USD ​ໃນ​ປີ 2023 ຈາກ 2.300 ຕື້ USD ​ໃນ​ປີ 2015, ຊ່ວຍ​ໃຫ້​ລາຍ​ຮັບສະເລ່ຍ​ຕໍ່ຫົວ​ຄົນ​ໄດ້ເພີ່ມ​ຂຶ້ນພໍສົມຄວນ. ທ່ານ​ຖືວ່າ ສິ່ງ​ດັ່ງກ່າວໄດ້​ສ່ອງແສງ​ໃຫ້​ເຫັນ​ເຖິງ​ຄຳ​ໝັ້ນໝາຍທີ່ຍຶດໝັ້ນ​ຂອງ​ ອາ​ຊຽນ ​ໃນ​ການ​ກາຍ​ເປັນ​ພາກ​ພື້ນ​ເສດຖະກິດ​ເປີດ​​ໃຫ້ແກ່ການ​ຄ້າ ​ແລະ​ ການ​ລົງທຶນ​ທົ່ວ​ໂລກ, ​ເຊິ່ງໄດ້​ຮັບ​ການ​ປັບປຸງຈາກເດີມພໍສົມຄວນ​.

ຕາມ​ການ​ຄາດ​ຄະ​ເນ​ໃນ​ຊຸມ​ປີ​ຈະ​ມາ​ເຖິງ, ຕ່ອງ​ໂສ້​ການ​ສະໜອງ​ທົ່ວ​ໂລກ​ຂອງ​ບັນດາ​ບໍລິສັດ​ທີ່​ມີ​ການ​ປ່ອຍ​ອາຍ​ພິດ​ກາກ​ບອນ​ຕ່ຳ ​ແລະ ບັນດາ​ກິດຈະກຳ​ທີ່​ມີ​ມູນ​ຄ່າ​ສູງ​ຈະ​ຕັ້ງ​ຢູ່​ບັນດາ​ປະ​ເທດ​ ອາ​ຊຽນ. ບາງຂະແໜງການຈະສະແດງໃຫ້ເຫັນການເຕີບໂຕພໍສົມຄວນ ເຊິ່ງປະກອບມີ ທາດເຄິ່ງຊັກນຳໄຟຟ້າ, ກະສິກໍາ, ອຸປະກອນຂໍ້ມູນ ກໍ່ຄືອຸດສາຫະກໍາແຮ່ທາດ ແລະ ໂລຫະ. ຄຽງ​ຂ້າງ​ນັ້ນ, ຈຸດ​ທີ່​ດຶງ​ດູດ​ຂອງ ​ອາ​ຊຽນ ​ແມ່ນ​ການ​ຫັນ​ເປັນ​ເຕັກ​ໂນ​ໂລ​ຊີ ແລະ ບັນດາເຕັກ​ໂນ​ໂລ​ຊີ​ທີ່​ກ້າວ​ໜ້າ​ຄື 5G, ປັນຍາ​ປະດິດ, ອິນເຕີເນັດສັບພະສິ່ງ ຈະ​ສ້າງ​ຍອດ​ມູນ​ຄ່າ​ເພີ່ມ​ຕື່ມອີກ 8.000 ຕື້ USD. ​ແຕ່ແນວ​ໃດ​ກໍຕາມ, ບັນດາ​ຜູ້​ຊ່ຽວຊານ​ຖື​ວ່າ ອາ​ຊຽນ ຄວນ​​ພະຍາຍາມ​ເພື່ອ​ຫຼຸດຜ່ອນລາຍຈ່າຍ​ດ້ານ​ເຕັກ​ໂນ​ໂລ​ຊີ ​ແລະ ຮັບປະກັນ​ໃຫ້​ບັນດາ​ພື້ນຖານ​ເສດຖະກິດ​ໃນ​ພາກ​ພື້ນ​ສາມາດ​ເຂົ້າ​ເຖິງ​ບັນດາ​ອຸປະກອນ ​ແລະ ​ວິທີ​ແກ້​ໄຂທາງ​ເຕັກ​ໂນ​ໂລ​ຊີ.

​ໃນ​ຂະນະ​ນັ້ນ, ທ່ານ Singh ​ໄດ້​ສະ​ແດງ​ຄວາມວິຕົກ​ກັງວົນ​ວ່າ​ ກຳລັງ​ແຮງ​ງານ​​ໜຸ່ມ​ຂອງ​ພາກ​ພື້ນ​ຄາດ​ວ່າ​ຈະ​ຫຼຸດ​ລົງ​ໃນ​ຂະນະ​ທີ່​ກຳລັງ​ແຮງ​ງານ​ຜູ້​ອາຍຸ​ສູງ​ຄາດ​ວ່າ​ຈະ​ເພີ່ມ​ຂຶ້ນ​ໜ້ອຍ​ໜຶ່ງ. ທ່ານ​ໃຫ້ຮູ້ວ່າ ​ການຫັນເປັນອັດ​ຕະ​ໂນ​ມັດ ​ຍັງ​ຈະ​ສົ່ງ​ຜົນ​ກະທົບ​ຕໍ່ບັນດາ​ອາຊີບ​ທີ່​ແຕກ​ຕ່າງ​ກັນ​ໃນ​ກຸ່ມ 10 ປະ​ເທດ​ສະມາຊິກ. ດັ່ງນັ້ນ, ການຟື້ນຟູທັກສະໃຫ້ແກ່ແຮງງານໜຸ່ມກ່ຽວກັບເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ໂດຍຜ່ານບັນດາສູນຄຸ້ມຄອງເຕັກໂນໂລຊີ, ເວທີການສຶກສາອອນລາຍກ່ຽວກັບວິທະຍາສາດ, ເຕັກໂນໂລຊີ ແລະ ການປ່ຽນແປງໃໝ່ ແລະ ຍົກລະດັບທັກສະສໍາລັບຜູ້ອາຍຸສູງຈະຊຸກຍູ້ປະສິດທິພາບ ແລະ ຊ່ວຍໃຫ້ບັນດາຂະແໜງການອຸດສາຫະກໍາຍຸດທະສາດຂະຫຍາຍຕົວ.

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050

ຄະນະປະຈຳສະພາແຫ່ງຊາດ ປຶກສາຫາລືການວາງແຜງຜັງສັງລວມແຫ່ງຊາດ 2021 – 2030, ວິໄສທັດຮອດປິ 2050

ກ່ຽວກັບການກະກຽມໃຫ້ແກ່ກອງປະຊຸມວິສາມັນຄັ້ງທີ 2, ສະພາແຫ່ງຊາດຊຸດທີ 15, ຄະນະປະຈຳສະພາແຫ່ງຊາດ ໄດ້ຊີ້ນຳກະກຽມຍື່ນສະເໜີມະຕິວ່າດ້ວຍການວາງແຜນຜັງສັງລວມແຫ່ງຊາດໄລຍະ 2021 – 2030, ວິໄສທັດຮອດປີ 2050 ຢູ່ກອງປະຊຸມວິສາມັນຄັ້ງທີສອງ.

ອະນຸມັດຜ່ານຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030

ອະນຸມັດຜ່ານຍຸດທະສາດຮ່ວມມືລົງທຶນຕ່າງປະເທດໄລຍະ 2021 – 2030

ເປົ້າໝາຍລະອຽດຂອງຍຸດທະສາດແມ່ນຍົກສູງອັດຕາຕົ້ນລົງທຶນຈົດທະບຽນຂອງບັນດາປະເທດ ແລະ ເຂດແຄ້ວນໃນບາງຂົງເຂດໃນຍອດເງິນລົງທຶນຈາກຕ່າງປະເທດຂອງທົ່ວປະເທດຂຶ້ນກວ່າ 70% ໃນໄລຍະ 2021 – 2025.

ມິງດຶກ

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.