ອາຊຽນ ເພີ່ມທະວີການຮ່ວມມືພາຍໃນກຸ່ມກ້ອນ ແລະບັນດາຄູ່ຮ່ວມມື ໃນການຮັບມືກັບເຊື້ອພະຍາດ COVID 19

16:30 | 01/03/2020

ຍສໝ - ກອງປະຊຸມພິເສດສະພາປະສານງານອາຊຽນ ແລະກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ-ຈີນ ກ່ຽວກັບການຮ່ວມມືຮັບມືກັບເຊື້ອພະຍາດ Covid-19, ທີ່ຫາກໍ່ດໍາເນີນຢູ່ນະຄອນຫຼວງວຽງຈັນ, ສປປ ລາວ ໄດ້ເຫັນດີເປັນເອກະພາບຕໍ່ບັນດາວິທີການສໍາຄັນ ເພື່ອແນໃສ່ສະກັດກັ້ນການແຜ່ລາມຂອງເຊື້ອພະຍາດໂດຍໄວ, ຮັກສາສຸຂະພາບຂອງປະຊາຊົນ.

ອາຊຽນ ເພີ່ມທະວີການຮ່ວມມືພາຍໃນກຸ່ມກ້ອນ ແລະບັນດາຄູ່ຮ່ວມມື ໃນການຮັບມືກັບເຊື້ອພະຍາດ COVID 19

ກອງປະຊຸມພິເສດສະພາປະສານງານອາຊຽນ ແລະກອງປະຊຸມພິເສດລັດຖະມົນຕີການຕ່າງປະເທດບັນດາປະເທດອາຊຽນ-ຈີນ ທີ່ດໍາເນີນຢູ່ ສປປ ລາວ. (ພາບ: BNG)

ໃນສະພາບໂລກລະບາດ Covid-19 ພວມຜັນແປຢ່າງສັບສົນຢູ່ ຈີນ ແລະ ຫລາຍປະເທດອື່ນໆໃນໂລກ, ໂລກລະບາດ Covid-19 ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຊີວິດການເປັນຢູ່ຂອງປະຊາຊົນ ແລະ ການພັດທະນາຂອງບັນດາປະເທດ ອາຊຽນ, ບັນດາການນຳ ອາຊຽນ ໄດ້ອອກຖະແຫຼງການຮ່ວມ, ຢັ້ງຢືນຄຳໝັ້ນສັນຍາຮ່ວມແຮງຮ່ວມໃຈກັນຄວບຄຸມ ແລະ ສະກັດກັ້ນການແຜ່ລະບາດຂອງໂລກລະບາດດັ່ງກ່າວ, ຮັບປະກັນການດຳລົງຊີວິດຢູ່ສະຫງົບສຸກໃຫ້ແກ່ປະຊາຊົນ. ອາຊຽນ ໄດ້ເນັ້ນໜັກເຖິງການເພີ່ມທະວີການສົມທົບກັນຢູ່ທັງລະດັບຊາດ ແລະ ພາກພື້ນ, ປະສານສົມທົບບັນດາການເຄື່ອນໄຫວຮ່ວມມືລວມລະຫວ່າງບັນດາຝ່າຍທີ່ກ່ຽວ ຂ້ອງ ເພື່ອເປັນເອກະພາບກັນຕໍ່ວິທີສຳຜັດຢ່າງຄົບຊຸດ, ມີປະສິດທິຜົນຂອງປະຊາຄົມ ອາຊຽນ ກໍ່ຄືເພີມທະວີການຮ່ວມມືກັບອົງການອະນາໄມໂລກ (WHO), ບັນດາຄູ່ຮ່ວມມື, ບັນດາອົງການຈັດຕັ້ງສາກົນໃນການປ້ອງກັນ, ຕ້ານ ແລະ ຄວບຄຸມໂລກລະບາດ. ຖະແຫຼງການກໍ່ຢັ້ງຢືນເຖິງນ້ຳໃຈສາມັກຄີ ແລະ ການສະໜັບສະໜູນຢ່າງແຮງຂອງ ອາຊຽນ ແລະ ປະຊາຄົມສາກົນເວົ້າລວມ ໃນການຮັບມືກັບໂລກລະບາດ.

ບັນດາປະເທດໄດ້ແບ່ງປັນຂໍ້ມູນຂ່າວສານຢ່າງທັນການ ແລະຊັດເຈນ, ແບ່ງປັນບັນດາບົດຮຽນທີ່ດີ, ບັນດາໝາກຜົນການຄົ້ນຄວ້າ ແລະສະພາບການຂອງແຕ່ລະປະເທດ, ແລ້ວກໍ່ໜູນຊ່ວຍເຊິ່ງກັນ ແລະກັນໃນການບົ່ງມະຕິ, ເຝົ້າລະວັງ ແລະກັ່ນກອງເຊື້ອພະຍາດ, ໜູນຊ່ວຍຍົກສູງກໍາລັງຄວາມສາມາດໃນການຮັບມື. ກ່ຽວກັບການເປັນເຈົ້າການຮັບມື, ບັນດາລັດຖະມົນຕີກໍ່ເຫັນດີເປັນເອກະພາບວິທີການສໍາຜັດຂອງທົ່ວປະຊາຄົມອາຊຽນ ດ້ວຍການສົມທົບກັນຢ່າງແໜ້ນແຟ້ນລະຫວ່າງຂະແໜງການ ແລະລະຫວ່າງຂົງເຂດ, ພິເສດແມ່ນຂະແໜງສາທາລະນະສຸກ. ບັນດາປະເທດກໍ່ກໍານົດຢ່າງຈະແຈ້ງວ່າ, ຕ້ານເຊື້ອພະຍາດແຕ່ກໍ່ຍັງຄົງຕັດສິນໃຈ ເພື່ອຮັບປະກັນຄວາມຄືບໜ້າໃນການກໍ່ສ້າງ ແລະພັດທະນາປະຊາຄົມ, ບໍ່ປະໃຫ້ສົ່ງຜົນສະທ້ອນເຖິງການພັດທະນາເສດຖະກິດ-ສັງຄົມຂອງບັນດາປະເທດໃນປະຊາຄົມອາຊຽນ, ຮັບປະກັນຄວາມຄືບໜ້າທີ່ໄດ້ວາງອອກໃນປີອາຊຽນ 2020 ຢ່າງເດັດຂາດ. ມີຫຼາຍປະເທດໃນອາຊຽນ ແລະຈີນ ເປັນປະເທດບ້ານໃກ້ເຮືອນຄຽງ, ສະນັ້ນຈຶ່ງມີຜົນປະໂຫຍດຕິດພັນກັນ. ກໍ່ຄືເຊື້ອພະຍາດກໍ່ອາດຈະແຜ່ລາມຢ່າງກວ້າງຂວາງໄປສູ່ບັນດາປະເທດ. ຍ້ອນເຫດນັ້ນຄວນມີຄວາມມານະພະຍາຍາມລວມຂອງທັງອາຊຽນ ກັບຈີນ, ກໍ່ຄືສະແດງໃຫ້ເຫັນຄວາມສາມັກຄີ, ສະໜັບສະໜູນບັນດາຄວາມມານະພະຍາຍາມຂອງລັດຖະບານຈີນ ໃນການສະກັດກັ້ນ, ປ້ອງກັນ, ຕ້ານເຊື້ອພະຍາດ.

ຮັບບົດບາດເປັນປະທານ ອາຊຽນ 2020, ຫວຽດນາມ ໄດ້ກຳນົດການຮັບມືກັບສິ່ງທ້າທາຍກ່ຽວກັບໂລກລະບາດ ແມ່ນໜຶ່ງໃນບັນດາໜ້າທີ່ສຳຄັນແຖວໜ້າ. ນັບແຕ່ເມື່ອໂລກພະຍາດໄດ້ລະເບີດຂຶ້ນ, ວັນທີ 30 ມັງກອນ, ດ້ວຍຖານະເປັນປະທານສະພາປະສານງານ ອາຊຽນ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຫວຽດນາມ ຟ້າມບີ່ງມິງ ໄດ້ສົ່ງຈົດໝາຍສົ່ງເຖິງລັດຖະມົນຕີກະຊວງການຕ່າງປະເທດບັນດາປະເທດ ອາຊຽນ, ນຳສະເໜີບັນດາມາດຕະການເພື່ອສົມທົບກັນຮັບມືກັບໂລກລະບາດ. ວັນທີ 14 ກຸມພາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ດ້ວຍຖານະເປັນປະທານ ອາຊຽນ 2020 ໄດ້ມີການແລກປ່ຽນກັບການນຳບັນດາປະເທດ ແລະ ອອກຖະແຫຼງການຂອງປະທານ ອາຊຽນ ກ່ຽວກັບການຮັບມືກັບໂລກລະບາດ Covid-19. ຫລັງຈາກນັ້ນ, ວັນທີ 20 ກຸມພາ, ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດ ຟ້າມບີ່ງມິງ ໄດ້ໂຮມປະຊຸມຂອງສະພາປະສານງານ ອາຊຽນ ເພື່ອໃຫ້ບັນດາລັດຖະມົນຕີແບ່ງປັນຂໍ້ມູນຂ່າວສານ ແລະ ປຶກສາຫາລືບັນດາມາດຕະການຮັບມື. ຄວາມເປັນເຈົ້າການຂອງ ຫວຽດນາມ ໃນການຮັບມືກັບໂລກລະບາດ ພາຍໃຕ້ບົດບາດນຳພາຂອງປະເທດເຈົ້າພາບ ໄດ້ຮັບການຕີລາຄາສູງຈາກ ອາຊຽນ.

(ໄຊພອນ)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.