ອາ​ເມ​ລິ​ກາ ຢັ້ງ​ຢືນ​ຖື​ການ​ຮ່ວມ​ມ​ື​ກັບ​ອາ​ຊຽນເປັນ​ສຳ​ຄັນ

06:27 | 17/02/2020

ທີ່ກອງປະຊຸມຄັ້ງທີ 11 ຄະນະກຳມະການຮ່ວມມືລວມ (JCC) ລະຫວ່າງອາຊຽນ - ອາເມລິກາ ຊຶ່ງຈັດຂຶ້ນໃນວັນທີ 14 ກຸມພາ, ຢູ່ ຈາກາຕາ ປະເທດ ອິນໂດເນເຊຍ, ອາເມລິກາຢັ້ງຢືນວ່າ ຖືການຮ່ວມມືກັບອາຊຽນເປັນສຳຄັນ ແລະ ທີ່ຕັ້ງສຳຄັນຂອງ ອາຊຽນໃນຍຸດທະສາດ ອິນເດຍ - ປາຊີຟິກ.

ໃນໄລຍະຈະມາເຖິງ, ອາເມລິກາຈະສືບຕໍ່ຍູ້ແຮງການຮ່ວມມື ກັບອາຊຽນຜ່ານການສ້າງແຜນໂຄງການດຳເນີນງານ ອາຊຽນ - ອາເມລິກາໄລຍະ 2021 – 2025, ໂຄງການຄູ່ຮ່ຮວມມືກ່ຽວກັບການຫັນການຮ່ວມມືພາກພື້ນ (PROSPECT) ໃນການໜູນຊ່ວຍຍົກສູງບົດບາດ ແລະ ສ້າງປະຊາຄົມອາຊຽນໃຫ້ດີທີ່ສຸດ … ອາເມລິກາ ຢັ້ງຢືນວ່າ ຈະສືບຕໍ່ສະໜັບສະໜູນບັນດາຄວາມມານະພະຍາຍາມ ແລະ ບົດບາດຂອງ ອາຊຽນ ໃນການເຈລະຈາກົດແຫ່ງການປະພຶດຂອງບັນດາຝ່າຍຢູ່ທະເລຕາເວັນອອກ(COC) ກັບ ຈີນ, ກໍ່ຄືຮັບປະກັນຄວາມໝັ້ນຄົງ, ຄວາມປອດໄພໃນການເດີນເຮືອ, ແກ້ໄຂບັນດາການຂັດແຍ່ງໂດຍສັນຕິວິທີບົນພື້ນຖານກົດໝາຍສາກົນ, ໃນນັ້ນມີ ສົນທິສັນຍາ ສປຊ ກ່ຽວກັບກົດໝາຍວ່າດ້ວຍທະເລ ປີ1982.

ອາ​ເມ​ລິ​ກາ ຢັ້ງ​ຢືນ​ຖື​ການ​ຮ່ວມ​ມ​ື​ກັບ​ອາ​ຊຽນເປັນ​ສຳ​ຄັນ

ບັນດາຜູ້ແທນຖ່າຍຮູບລວມໝູ່ຢູ່ກອງປະຊຸມ JCC (ພາບ: TTXVN)

ທ່ານນາງ Melisa Brown, ຜູ້ຕາງໜ້າຄະນະປະຕິບັດງານ ອາເມລິກາ ປະຈຳອາຊຽນ, ໄດ້ຕີລາຄາສູງຫົວຂໍ້ “ອາຊຽນສະໜິດຕິດພັນ ແລະ ເປັນເຈົ້າການຮັບມື” ແລະ ບັນດາບຸລິມະສິດໃນປີ ປະທານ ອາຊຽນ 2020 ຂອງ ຫວຽດນາມ. ທ່ານນາງ Melisa Brown ຢັ້ງຢືນວ່າ ອາເມລິກາຈະຕັ້ງໜ້າໜູນຊ່ວຍ ຫວຽດນາມ ໃນບົດບາດເປັນປະທານ ແລະ ກຳນົດທິດບັນດາໂຄງການຮ່ວມມື ອາຊຽນ - ອາເມລິກາ ເພື່ອແນໃສ່ ໜູນຊ່ວຍບັນດາບຸລິມະສິດດັ່ງກ່າວ, ເປັນຕົ້ນແມ່ນການພັດທະນາແຫຼ່ງຊັບພະຍາກອນມະນຸດ, ການຮ່ວມມືເສດຖະກິດດີຈີຕອນ, ພັດທະນາແບບຍືນຍົງ.

(ແຫຼ່ງ​ຂໍ້​ມູນ​: VOV WORLD)

ທ່ານອາດຈະມັກ

ເຫດການ
302 Found

Found

The document has moved here.