ຫວຽດນາມ ມອບອຸປະກອນການແພດ ໃຫ້ບັນດາປະເທດເອີຣົບ ເພື່ອປ້ອງກັນພະຍາດ COVID-19

06:39 | 09/04/2020

ຍສໝ - ທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ສະໜັບສະໜູນອຸປະກອນການແພດ ໃຫ້ແກ່ ບັນດາປະເທດຝລັ່ງ, ເຢຍລະມັນ, ອີຕາລີ, ສະເປນ ແລະ ອັງກິດ ເພື່ອປ້ອງກັນ ແລະ ຄວບຄຸມພະຍາດ COVID-19.    

ຫວຽດນາມ ມອບອ ປະກອນການແພດ ໃຫ ບ ນດາປະເທດເອ ຣ ບ ເພ ອປ ອງກ ນພະຍາດ covid 19 ອິນໂດເນເຊຍ ໄດ້ຮັບຊຸດການວິເຄາະທົດລອງ ໄວຣັດ Covid-19 ທີ່ໄດ້ສະໜັບສະໜູນໂດຍ ສສ.ຫວຽດນາມ
ຫວຽດນາມ ມອບອ ປະກອນການແພດ ໃຫ ບ ນດາປະເທດເອ ຣ ບ ເພ ອປ ອງກ ນພະຍາດ covid 19 ຫວຽດນາມ ໄດ້ປະດິດສ້າງ ໂຣບົດ ເພື່ອຂົນສົ່ງເຄື່ອງ ຢ່າງສຳເລັດຜົນ ເພື່ອຮັບໃຊ້ຢູ່ເຂດແຍກຕົວ

ເຂົ້າຮ່ວມພິທີມອບອຸປະກອນການແພດ ໃນວັນທີ 7 ເມສາ ທີ່ກະຊວງການຕ່າງປະເທດ ຫວຽດນາມ, ມີຜູ້ຕາງໜ້າຫ້ອງການລັດຖະບານ, ກະຊວງສາທາລະນະສຸກ, ກະຊວງອຸດສາຫະກຳ ແລະ ການຄ້າ, ແລະບັນດາເອກອັກຄະລັດຖະທູດ ຂອງປະເທດຝຣັ່ງ, ເຢຍລະມັນ, ອີຕາລີ, ສະເປນ, ອັງກິດ ແລະ ເອກອັກຄະລັດຖະທູດ ສະຫະພາບເອີຣົບ ປະຈໍາຫວຽດນາມ. ຈຳນວນອຸປະກອນການແພດໄດ້ມອບໃຫ້ບັນດາປະເທດເອີຣົບ ທີ່ຖືກຜົນສະທ້ອນຢ່າງຮ້າຍແຮງ ໂດຍພະຍາດ COVID-19 ປະກອບມີ ຜ້າບັງປາກ 550.000 ແຜ່ນ ທີ່ຜະລິດໂດຍ ຫວຽດນາມ.

ຫວຽດນາມ ມອບອ ປະກອນການແພດ ໃຫ ບ ນດາປະເທດເອ ຣ ບ ເພ ອປ ອງກ ນພະຍາດ covid 19
ພິທີມອບອຸປະກອນການແພດ. (ພາບ: ກະຊວງການຕ່າງປະເທດຫວຽດນາມ)

ທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ກ່າວຄຳເຫັນທີ່ພິທີວ່າ ດ້ວຍຈິດໃຈເປັນຄູ່ຮ່ວມມືຍຸດທະສາດ, ປະເທດເພື່ອນມິດອັນເປັນມູນເຊື້ອ ແລະ ການຊ່ວຍເຫຼືອເຊິ່ງກັນແລະກັນ ໃນໄລຍະປະສົບກັບຄວາມຫຍຸ້ງຍາກ. ເພາະສະນັ້ນ, ລັດຖະບານ ຫວຽດນາມ ມີຄວາມມຸ່ງຫວັງປາດຖະໜາຊ່ວຍເຫຼືອບັນດາປະເທດ ຜ່ານຜ່າໄລຍະຫຍຸ້ງຍາກໃນປະຈຸບັນ.

ທ່ານ ໂຕແອັງຢຸງ, ຮອງລັດຖະມົນຕີກະຊວງການຕ່າງປະເທດ ຫວຽດນາມ ໄດ້ເນັ້ນໜັກວ່າ ການຮ່ວມມືກັບສາກົນ ແລະ ເພີ່ມທະວີຄວາມສາມັກຄີ ແມ່ນປັດໃຈ ສຳຄັນ ໃນການປົກປ້ອງສຸຂະພາບ ແລະ ຄວາມປອດໄພຂອງປະຊາຊົນ, ປະກອບສ່ວນຫຼຸດຜ່ອນຜົນກະທົບອັນໃຫຍ່ຫຼວງຂອງການລະບາດ.

ທ່ານ ໂຕແອັງຢຸງ ຢັ້ງຢືນວ່າ ຫວຽດນາມພ້ອມແລ້ວທີ່ຈະປະສານສົມທົບຢ່າງໃກ້ຊິດ, ແລກປ່ຽນປະສົບການ, ຮ່ວມມືກັບບັນດາປະເທດ ແລະ ສາກົນ ເພື່ອປະຕິບັດມາດຕະການທີ່ຈຳເປັນ ໃນຂອບສອງຝ່າຍ ແລະ ຫຼາຍຝ່າຍ ເຊັ່ນ: ອາຊຽນ - ອີຢູ, G20, ແລະ ສະຫະປະຊາຊາດ ດ້ວຍຄວາມຕັ້ງໃຈ ຄວບຄຸມການລະບາດຂອງພະຍາດ Covid-19.

ບັນດາເອກອັກຄະລັດຖະທູດ ຂອງບັນດາປະເທດເອີຣົບ ໄດ້ຕີລາຄາສູງຕໍ່ການຊ່ວຍເຫຼືອຂອງ ຫວຽດນາມ, ເຖິງວ່າ ຫວຽດນາມ ກໍ່ໄດ້ປະສົບກັບຄວາມຫຍຸ້ງຍາກຫຼາຍກໍ່ຕາມ, ແຕ່ກໍ່ໄດ້ໜູນຊ່ວຍພົນລະເມືອງຂອງປະເທດຕ່າງໆ ຢູ່ ຫວຽດນາມ, ໃນນັ້ນມີການປິ່ນປົວຢ່າງປະສິດທິຜົນ ໃຫ້ບັນດາຜູ້ທີ່ຖືກຕິດເຊື້ອ Covid-19.

ບັນດາເອກອັກຄະລັດຖະທູດ ບັນດາປະເທດເອີຣົບ ໄດ້ກ່າວວ່າ ບັນດາປະເທດ ຈະຮ່ວມມືຢ່າງແໜ້ນແຟ້ນກັບ ຫວຽດນາມ ໃນການຕ້ານໂລກລະບາດ, ແລະ ຮັກສາການຮ່ວມມື, ການຄ້າ, ການແລກປ່ຽນຂໍ້ມູນຂ່າວສານ ແລະ ການສະໜັບສະໜູນ ເພື່ອຜ່ານຜ່າຄວາມຫຍຸ້ງຍາກ.

ຫວຽດນາມ ມອບອ ປະກອນການແພດ ໃຫ ບ ນດາປະເທດເອ ຣ ບ ເພ ອປ ອງກ ນພະຍາດ covid 19 ຫວຽດນາມ ໄດ້ປະດິດສ້າງ ໂຣບົດ ເພື່ອຂົນສົ່ງເຄື່ອງ ຢ່າງສຳເລັດຜົນ ເພື່ອຮັບໃຊ້ຢູ່ເຂດແຍກຕົວ

ຍສໝ - ໃນວັນທີ 7 ເມສາ, ຢູ່ຮ່າໂນ້ຍ, ກະຊວງວິທະຍາສາດ ແລະ ເຕັກໂນໂລຢີ ຫວຽດນາມ ໄດ້ຄົ້ນຄວ້າ ແລະ ປະດິດສ້າງຢ່າງສຳເລັດຜົນ ໂຣບົດຂົນສົ່ງເຄື່ອງເພື່ອຮັບໃຊ້ໃນການປິ່ນປົວໃຫ້ຜູ້ຕິດເຊື້ອ Covid-19 ຢູ່ເຂດແຍກຕົວ.

ຫວຽດນາມ ມອບອ ປະກອນການແພດ ໃຫ ບ ນດາປະເທດເອ ຣ ບ ເພ ອປ ອງກ ນພະຍາດ covid 19 ສປປ.ລາວ ຕີລາຄາສູງຕໍ່ການສະໜັບສະໜູນ ຂອງວິສາຫະກິດຫວຽດນາມ ໃນການສະກັດກັ້ນພະຍາດ Covid-19

ຍສໝ - ບັນດາວິສາຫະກິດຫວຽດນາມ ທີ່ລົງທຶນຢູ່ປະເທດລາວ ໄດ້ສະໜັບສະໜູນລັດຖະບານລາວ ຈຳນວນ ເງິນ 370.000 ໂດລາສະຫະລັດໃນການຕໍ່ສູ້ ແລະ ສະກັດກັ້ນ ພະຍາດ Covid-19.

ຫວຽດນາມ ມອບອ ປະກອນການແພດ ໃຫ ບ ນດາປະເທດເອ ຣ ບ ເພ ອປ ອງກ ນພະຍາດ covid 19 ຊາວຫວຽດນາມ ຢູ່ອົດສະຕາລີ ບໍລິຈາກເຂົ້າສານ 5 ໂຕນ ເພື່ອຊ່ວຍເຫຼືອປະຊາຊົນຕໍ່ສູ້ກັບພະຍາດ COVID-19

ຍສໝ - ບັນດາຄອບຄົວ ແລະ ຮ້ານຂາຍເຄື່ອງຂອງ ຊາວຫວຽດນາມ ຈຳນວນໜຶ່ງ ຢູ່ Melbourne ໄດ້ບໍລິຈາກເຂົ້າສານ ເກືອບ 5 ໂຕນ ແລະ ເຂົ້າປຽກຫຼາຍຮ້ອຍກ່ອງ ເພື່ອສະໜັບສະໜູນປະຊາຊົນຜູ້ໄດ້ທີ່ປະສົບກັບຄວາມຫຍຸ້ງຍາກ ຍ້ອນພະຍາດ COVID-19.

ຄຳຮຸ່ງ

ເຫດການ
302 Found

Found

The document has moved here.